ກໍ່ສ້າງພັກ-ໜ້າທີ່ກຸນແຈໃນ ກິດຈະການປ່ຽນແປງໃໝ່

ຮ່າງ​ບົດ​ລາຍ​ງານ​ການ​ເມືອງ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11 ຢູ່​ທີ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອ​ມມູ​ນິດຫວຽດ​ນາມພວມ​ຖືກ​ນຳ​ມາ​ເອົາ​ຄຳ​ເຫັນ​ຈາກ​ປະ​ຊາ​ຊົນ. ເປັນ​ໜ້າ​ສົນ​ໃຈ, ນັ້ນ​ແມ່ນ​ເນື້ອ​ໃນ​ກໍ່​ສ້າງ​ພັກ​ໃນ​ຮ່າງ​ບົດ​ລາຍ​ໄດ້​ຮັບ​ການ​ເພີ່ມ​ເຕີມ​ເນື້ອ​ໃນຫຼາຍ​ປະ​ການ​ກ່ຽວ​ກັບ​ໜ້າ​ທີ່, ວິ​ທີ​ການ​ແກ້​ໄຂ​ເພື່ອກໍ່​ສ້າງ​ ແລະ ຂະ​ຫຍາຍ​ສະ​ມາ​ຊິກພັກເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ປະ​ເທດ​ຊາດ. ສິ່ງນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ບັນ​ຫາກໍ່​ສ້າງ​ປັບ​ປຸງພັກ ແມ່ນມ​ີ​ຄວາມ​ສຳ​ຄັນ​ພິ​ເສດ, ແມ່ນ​ບັນ​ຫາ​ກຸນ​ແຈ​ໃນ​ກິດ​ຈະ​ການ​ປ່ຽນ​ແປງ​ໃໝ່​ໃນ​ປະ​ຈຸ​ບັນ.

     

ກໍ່ສ້າງພັກ-ໜ້າທີ່ກຸນແຈໃນ ກິດຈະການປ່ຽນແປງໃໝ່ - ảnh 1
ພາບ​ປຸກ​ລະ​ດົມ​ກຳ​ລັງ​ໃຈ​ກ່ອນ​ທີ່​ດຳ​ເນີນກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອ​ມມູ​ນິດຫວຽດ​ນາມ

     ຮ່າງ​ບົດ​ລາຍ​ງານ​ການ​ເມືອງໄດ້​ເລີ່ມ​ຕົ້ນ​ດ້ວຍ​ເນື້ອ​ໃນກໍ່​ສ້າງ​ພັກ​ໃຫ້​ໂປ່ງ​ໃສ, ໝັນ​ຄົງ​ເຂັ້ມ​ແຂງ. ຮ່າງ​ເອ​ກະ​ສານ​ຍັງ​ກຳ​ນົດ​ວ່າ : ຍູ້​ແຮງວຽກ​ງານກໍ່​ສ້າງ​ພັກ​​ໃຫ້​ເຂັ້ມ​ແຂງກວ່າ, ຈຸດ​ສຸມ​ແມ່ນ​ເດັດ​ດຽວ, ຍຶດ​ໝັ້ນ​ສືບ​ຕໍ່​ປະ​ຕິ​ບັດ​ມະ​ຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 11.

     ປ່ຽນ​ແປງ​ໃໝ່​ວຽກ​ງານ​ການ​ເມືອງ, ແນວ​ຄິດ

    ທາງ​ດ້ານ​ການ​ເມືອງ, ຮ່າງ​ເອ​ກະ​ສານ​ເພີ່ມ​ເຕີມ​ບັນ​ດາ​ໜ້າ​ທີ່, ວິ​ທີ​ການ​ແກ້​ໄຂ​ໃໝ່​ຄື ຍຶດ​ໝັ້ນ​ບັນ​ດາ​ບັນ​ຫາທີ່​ມີ​ລັກ​ສະ​ນະຫຼັກ​ການ​ໃນ​ວຽກ​ງານກໍ່​ສ້າງ​ພັກ​. ຍົກ​ສູງ​ຄວາມ​ສາ​ມາດ​ກຳ​ອຳ​ນາດ​ຂອງ​ພັກ ແລະ ຮັບ​ປະ​ກັນ​ການ​ນຳ​ພາ​ຂອງ​ພັກ​ໃຫ້​ມີ​ປະ​ສິດ​ທິ​ພາບ, ປະ​ສິດ​ທິ​ຜົນ, ຄຸນ​ນະ​ທາດ​ການ​ເມືອງ​ຂອງ​ພັກ, ຂອງ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ພັກ, ຂອງ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ. ສ້າງ​ກົນ​ໄກ, ຂໍ້​ກຳ​ນົດ​ໃຫ້​ສົມ​ບູນ​ແບບ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ຕຳ​ໜິ​ຕິ​ຊົມ​ຕົນ​ເອງ ແລະ ຕຳ​ໜິ​ຕິ​ຊົມ​ກັນ​, ການ​ຊັກ​ຖາມ​ໃນ​ກອງ​ປະ​ຊຸມ​ຄັ້ງ​ຕ່າງໆ​ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ຄະ​ນະ​ພັກ, ຄະ​ນະ​ປະ​ຈຳ​ຄະ​ນະ​ພັ​ກ​ຂັ້ນ​ຕ່າງໆຢ່າງ​ເຂັ້ມ​ງວດ ແລະ ມີ​ປະ​ສິດ​ທິ​ຜົນ. ກໍ່​ສ້າ​ງ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ກົນ​ໄກ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ປະ​ຊາ​ຊົນ​ເຂົ້າ​ຮ່ວມ​ການກໍ່​ສ້າງ​ພັກ​​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

     ຮ່າງ​ເອ​ກະ​ສານ​ກຳ​ນົດ​ວ່າ ຕ້ອງ​ປ່ຽນ​ແປງ​ໃໝ່​ວຽກ​ງານ​ແນວ​ຄິດ, ທິດ​ສະ​ດີ, ໃນ​ນັ້ນ​ສືບ​ຕໍ່​ປ່ຽນ​ໃໝ່​ເນື້ອ​ໃນ, ແບບ​ວິ​ທີ​ການ, ​ຍົກ​ສູງລັກ​ສະ​ນະ​ປະ​ສິດ​ທິ​ຜົນ​ຂອງວຽກ​ງານ​ແນວ​ຄິດກວ່າ​ອີກ; ເນັ້ນ​ໜັກ​ເຖິງ​ການ​ສະ​ກັດ​ກັ້ນ, ຍູ້​ຖອຍ​ບັນ​ດາ​ປະ​ກົດ​ການ​ຜັນ​ແປ​ ແລະ ຫັນ​ປ່ຽນໂດຍ​ຕົນ​ເອງຢູ່​ພາຍ​ໃນ . ຕາມ​ທ່ານ ຟານ​ວັນ​ກິ້ງ, ຢູ່​ເມືອງ​ເກົາ​ໄຢ, ຮ່າ​ໂນ້ຍ​ແລ້ວ, ຮ່າງ​ບົດ​ລາຍ​ງານ​ການ​ເມືອງທີ່​ຍື່ນ​ສະ​ເໜີ​ຕໍ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອ​ມມູ​ນິດຫວຽດ​ນາມ ໄດ້​ເຕື້ອງ​ເຖິງວຽກ​ງານ ກໍ່​ສ້າງ​ພັກ​​ຢ່າງ​ຮອບ​ດ້ານ. ທ່ານ ຟານ​ວັນ​ກິ້ງ, ຢູ່​ເມືອງ​ເກົາ​ໄຢ, ຮ່າ​ໂນ້ຍ​ ໃຫ້​ຮູ້​ວ່າ : 

     “ ໃນ​ເທື່ອນີ້, ບັນ​ຫາກໍ່​ສ້າງ​ພັກແມ່ນ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ. ເພາະ​ໄດ້​ເຖິງເວ​ລາ​ແລ້ວ, ຖ້າ​ຫາກບໍ່​ປະ​ຕິ​ບັດ​ວຽກ​ງານນີ້​ໃຫ້​ເປັນ​ຢ່າງ​ດີ, ຈະ​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ບັນ​ຫາ​ຄົງ​ຕົວ​ຂອງ​ປະ​ເທດ​ຊາດ ແລະ ກຳ​ນົດ​ການ​ນຳ​ພາ​ຂອງ​ພັກ​ຕໍ່​ປະ​ເທດ​ຊາດ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ນີ້​ແມ່ນ​ບັນ​ຫາ​ສຳ​ຄັນ ແລະ ຮີບ​ດ່ວນ.  ”

     ຍົກ​ສູງປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ອົງ​ການ​ພັກ​ຂັ້ນ​ຮາກ​ຖານ ແລະ ຄຸນ​ນະ​ພາບ​ຂອງ​ສະ​ມາ​ຊິກ​ພັກ.

     ຮ່າງ​ເອ​ກະ​ສານ​ໄດ້​ນຳ​ບັນ​ຫາ​ສຶກ​ສາ​ອົບ​ຮົມ, ຝຶກ​ຝົນຫຼໍ່ຫຼອມ​ຄຸນ​ນະ​ທາດ, ຄຸນ​ສົມ​ບັດ​ເປັນ​ປະ​ຈຳ​ກາຍ​ເປັນ​ເນື້ອ​ໃນ​ສຳ​ຄັນ​ໃນ​ຈຸດ​ໝາຍກໍ່​ສ້າງ​ພັກໃຫ້​ໂປ່ງ​ໃສ, ໝັ້ນ​ຄົງ​ເຂັ້ມ​ແຂງ​ທາງ​ດານ​ການ​ເມືອງ, ແນວ​ຄິດ, ການ​ຈັດ​ຕັ້ງ ແລະ ຄຸນ​ສົມ​ບັດ.

    ຮ່າງ​ເອ​ກະ​ສານ​ຍັງ​ກຳ​ນົດ​ວ່າ ​ ຕ້ອງ​ປ່ຽນ​ໃໝ່​ວຽກ​ງານ​ພະ​ນັກ​ງານ​ໃຫ້​ແຂງ​ແຮງ. ລະ​ອຽດ​ແມ່ນ​ປ່ຽນ​ໃໝ່​ການ​ເລືອກ​ຕັ້ງ​ໃນ​ພັກ, ແບບ​ວິ​ທີ​ຄັດ​ເລືອກ, ແຕ່ງ​ຕັ້ງ​ພະ​ນັກ​ງານ…ເພື່ອ​ເລືອກ​ເຟັ້ນ​ເອົາ​ບັນ​ດາ​ຜູ້​ທີ່​ມີ​ຄຸນ​ນະ​ທາດ​ການ​ເມືອງ​ຢ່າງ​ໝັ້ນ​ຄົງ, ຄຸນ​ທາດ​, ຄຸນ​ສົມ​ບັດທີ່​ດີ, ກ້າ​ຄິດ​ກ້າ​ເຮັດ ແລະ ກ້າຮັບ​ຜິດ​ຊອບບັນ​ດາ​ໜ້າ​ທີ່​ການ​ນຳ, ພິ​ເສດ​ແມ່ນ​ຜູ້​ເປັນ​ຫົວ​ໜ້າ. ທ່ານ ເລ​ຊວນ​ບິກ ພັກ​ນັກ​ງານ​ສັງ​ກັດ​ສະ​ມາ​ຄົມ​ນັກ​ປະ​ພັນ​ຫວຽດ​ນາມ ຖື​ວ່າ : 

     “ ໃນຮ່າງ​ເອ​ກະ​ສານ​​ຂອງ​ພັກກ່ຽວ​ກັບ​ວຽກ​ງານ​ພະ​ນັກ​ງານ, ຂ້າ​ພະ​ເຈົ້າ​ເຫັນ​ວ່າ ພັກ​ໄດ້​ເອົາ​ໃຈ​ໃສ່​ຮັບ​ເອົາ​ຄຳ​ເຫັນ​ປະ​ກອບ, ສືບ​ທອ​ດບັນ​ດາສິ່ງ​ທີ່ຍອດ​ຍິ່ງ, ຄຳ​ສັ່ງ​ສອນ​ຂອງ​ປະ​ທານ​ໂຮ່​ຈິ​ມິນ​ກ່ຽວ​ກັບ​ການກໍ່​ສ້າງ​ພະ​ນັກ​ງານ. ພັກ​ພວມ​ເອົາ​ໃຈ​ໃສ່​ກໍ່​ສ້າງ​ຖັນ​ແຖວ​ພະ​ນັກ​ງານ​ທີ່​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ, ມີ​ແນວ​ຄິດ, ຄຸນ​ສົມ​ບັດ​ເພື່ອ​ຮັບ​ໃຊ້​ປະ​ຊາ​ຊົນ ”

      ຖ້າ​ຫາກວ່າ ໃນເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ຂອງ​ພັກ​ກອ​ມມູ​ນິດຫວຽດ​ນາມ ໄດ້​ເຕື້ອງ​ເຖິງບັນ​ຫາ​ຕໍ່​ສູ້, ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ການ​ຟຸ່ມ​ເຟືອຍ​ໃນ​ພາກ​ກ່ຽວ​ກັບ​ການກໍ່​ສ້າງ​ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ​ສັງ​ຄົມ​ນິ​ຍົມ​ນັ້ນ, ຮ່າງ​ບົດ​ລາຍ​ງານ​ການ​ເມືອງຄັ້ງ​ນີ້ ກໍ​ສະ​ເໜີ​ທັງ​ພາກ​ກ່ຽວ​ກັບ​ການກໍ່​ສ້າງ​ພັກ​, ໃນ​ນັ້ນ ໄດ້​ຊີ້​ແຈ້ງ​ເຖິງ​ການກໍ່​ສ້າງ​ກົນ​ໄກ​ປ້ອງ​ກັນ, ສະ​ກັດ​ກັ້ນ​ການ​ພົວ​ພັນແບບ “ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ​ເປັນ​ກຸ່ມ” ຕ້ານການ​ໃຊ້​ສິດ​​ພິ​ເສດສ່ວນ​ຕົວ, ເດັດ​ດຽວ, ຍຶດ​ໝັ້ນກໍ່​ສ້າງ​ກົນ​ໄກປ້ອງ​ກັນ, ສະ​ກັດ​ກັ້ນ​ການ​ກະ​ທຳ​ສໍ້​ລາດ​ບັງຫຼວງ; ສ້າງ​ກົນ​ໄກ​ຕັກ​ເຕືອນ, ປັບ​ໄໝ​ລົງ​ໂທດ​ເພື່ອສະ​ກັດ​ກັ້ນ​ການ​ກະ​ທຳ​ສໍ້​ລາດ​ບັງຫຼວງ.

       ກ່ຽວ​ກັບ​ການ​ປ່ຽນ​ໃໝ່​ແບບ​ວິ​ທີ​ນຳ​ພາ. ແບບ​ວິ​ທີ​ກຳ​ອຳ​ນາດ​ຂອງ​ພັກ, ເມື່ອ​ທຽບ​ໃສ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ຂອງ​ພັກ​ກອ​ມມູ​ນິດຫວຽດ​ນາມ, ຮ່າງ​ບົດ​ລາຍ​ງານ​ການ​ເມືອງຄັ້ງ​ນີ້​ໄດ້​ກຳ​ນົດ​ແຈ້ງກວ່າ​ກ່ຽວ​ກັບ​ເລື່ອງ​ພັກ​ຮັບ​ໃຊ້​ປະ​ຊາ​ຊົນ, ຢູ່​ໃຕ້​ການ​ຕິດ​ຕາມກວດ​ກາ​ຂອງ​ປະ​ຊາ​ຊົນ, ຮັບ​ຜິດ​ຊອບ​ຕໍ່​ປະ​ຊາ​ຊົນ​ກ່ຽວ​ກັບ​ການ​ຕັດ​ສິນ​ຂອງ​ຕົນ; ຍູ້​ແຮງ​ການ​ຈັດ​ແບ່ງ​ຂັ້ນ, ຈັດ​ແບ່ງ​ສິດ​ອຳ​ນາດ, ພ້ອມ​ທັງ​ຮັບ​ປະ​ກັນ​ການ​ນຳ​ພາ, ຄຸ້ມ​ຄອງ​ຢ່າງ​ເປັນ​ເອ​ກະ​ພາບຂອງສູນ​ກາງພັກ.

    ເລື່ອງຮ່າງ​ບົດ​ລາຍ​ງານ​ການ​ເມືອງທີ່​ຍື່ນ​ສະ​ເໜີ​ຕໍ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອ​ມມູ​ນິດຫວຽດ​ນາມ ໄດ້​ເນັ້ນ​ໜັກ​ເຖິງ​ຫົວ​ຂໍ້ : “ເພີ່ມ​ທະ​ວີ​ວຽກ​ງານກໍ່​ສ້າງ​ພັກ​ໃຫ້​ໂປ່ງ​ໃສ, ໝັ້ນ​ຄົງ​ເຂັ້ມ​ແຂງ” ແມ່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່​ໃຫຍ່ຫຼວງ ແລະ ຮອບ​ດ້ານກວ່າ​ເມື່ອ​ທຽບ​ໃສ່ ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່​ໄດ້​ວ​າງ​ອອກໃນກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ຂອງ​ພັກ ນັ້ນ​ແມ່ນ “ສືບ​ຕໍ່​ຍົກ​ສູງ​ຄວາມ​ສາ​ມາດ​ນຳ​ພາ ແລະ ກຳ​ລັງ​ຕໍ່​ສູ້​ຂອງ​ພັກ” . ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ເຫຼົ່າ​ນັ້ນ, ກໍແມ່ນກຳ​ນັດ​ທິດ​ທີ່​ສຳ​ຄັນ​ໃຫ້​ແກ່​ທົ່ວ​ພັກ​ໃນ​ຊຸມ​ປີ​ທີ່​ຈະ​ມາ​ເຖິງ, ພ້ອມ​ກັນ​ນັ້ນ ກໍ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ກໍ່​ສ້າງ​ພັກ​ກຳ​ອຳ​ນາດ​ໃຫ້ໝັ້ນ​ຄົງ​ເຂັ້ມ​ແຂງໃນ​ທຸກ​ດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ