ກອງປະຊຸມສູນກາງຄັ້ງທີ 8 ຕົກລົງບັນດາບັນຫາສຳຄັນຂອງປະເທດ

(vovworld) – ກອງ​ປະຊຸມ​ຄັ້ງ​ທີ 8 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11 ພວມ​ດຳ​ເນີນ​ຢູ່​ນະຄອນຫຼວງຮ່າ​ໂນ້ຍ. ທີ່​ວາລະ​ໄຂ​ກອງ​ປະຊຸມ​ເມື່ອ​ວັນ​ທີ 30/9, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ ຫງວຽນຟູ໋ຈ້ອງ ມີ​ບົດ​ກ່າວ​ປາ​ໄສ, ຊີ້​ແຈ້ງ​ບັນດາ​ບັນຫາ​ທີ່​ກອງ​ປະຊຸມ​ຈະ​ສຸມ​ໃສ່​ປຶກສາ​ຫາລື, ​ໃນ​ນັ້ນ​ມີ​ສະພາບ​ການ​ເສດຖະກິດ - ສັງຄົມ​ປີ 2013, ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ​ປີ 2014, 3 ປີ ​ແຫ່ງ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຊຸດ​ທີ 11 ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ - ສັງຄົມ; ການ​ປ່ຽນ​ໃໝ່​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ໂດຍ​ພື້ນຖານ ​ແລະ ຮອບດ້ານ ​ແລະ ບາງ​ບັນຫາ​ສຳຄັນ​ອື່ນໆ.

ກອງປະຊຸມສູນກາງຄັ້ງທີ 8 ຕົກລົງບັນດາບັນຫາສຳຄັນຂອງປະເທດ - ảnh 1

ກອງປະຊຸມສູນກາງຄັ້ງທີ 8 ດຳເນີນແຕ່ວັນທີ 30/9-9/10

(ພາບ : VGP/Quang Hiếu)

ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ທ່ານ​ເລຂາທິການ​ໃຫຍ່​ ຫງວຽນຟູ໋ຈ້ອງ ຢືນຢັນ​ວ່າ, ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 8 ຈະ​ພິຈາລະນາ​ບົດ​ລາຍ​ງານ​ສະພາບ​ການ​ເສດຖະກິດ - ສັງຄົມ​ປີ 2013 ​ແລະ ຄາດ​ຄະ​ເນ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ​ປີ 2014; ພິຈາລະນາ​ບົດລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ - ສັງຄົມ. ກອງ​ປະຊຸມ​ຕ້ອງ​ຕີ​ລາຄາ​ຢ່າງ​ຖືກຕ້ອງ​ກ່ຽວ​ກັບ​ສະພາບ​ເສດຖະກິດ - ສັງຄົມ​ຂອງ​ຫວຽດນາມ, ​ເຊິ່ງຈຸດ​ສຸມ​ແມ່ນ​ການ​ປະຕິບັດ 3 ບາດກ້າວ​ບຸກທະລຸ​ຍຸດ​ທະ​ສາດ ຕິດ​ພັນ​ກັບ​ການ​ປ່ຽນ​ໃໝ່​ຮູບ​ແບບ​ເຕີບ​ໂຕ, ສ້າງ​​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່. ຈາກ​ນັ້ນ​ວາງ​ອອກ​ທັດສະນະ, ​ແນວ​ຄິດ​ຊີ້​ນຳ​ນຳພາ, ຄາດໝາຍ, ໜ້າ​ທີ່ ​ແລະ ມາດ​ຕະການ​ຕົ້ນ​ຕໍ່​ໃຫ້​ປີ 2014 ​ແລະ ​ໃຫ້ສອງ​ປີ 2014-2015 ​ເພື່ອ​ແນ​ໃສ່​ບັນລຸ​ໄດ້ຜົນ​ງານ​ສູງ​ສຸດ​ໃນ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ. ທ່ານ​ເລຂາທິການ​ໃຫຍ່​ ຫງວຽນຟູ໋ຈ້ອງ ຮຽກຮ້ອງ​ໃຫ້​ກອງ​ປະຊຸມ​ເຮັດ​ແຈ້ງ​ບັນຫາ​ຕ່າງໆ​ເຊັ່ນ: ​ເສດຖະກິດ​ມະຫາ​ພາກ​ມີ​ສະຖຽນ​ລະ​ພາບ​ຄື​ແນວ​ໃດ, ມັນ​ຈະ​ເກີດ​ໄພ​ເງິນ​ເຟີ້​ຢູ່​ໃນ​ລະດັບ​ສູງ​ຄືນ​ໃໝ່​ຫຼື​ບໍ; ການ​ຊຳລະ ​ແລະ ຄວາມ​ໝັ້ນຄົງ​ຂອງ​ລະບົບ​ທະນາຄານ​ການ​ຄ້າ​ຄື​ແນວ​ໃດ; ໝາກຜົນ​ແຫ່ງ​ຄວາມ​ມານະ​ພະຍາຍາມ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ, ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ບັນດາ​ວິ​ສາ​ຫະກິດຄື​ແນວ​ໃດ.

ກ່ຽວ​ກັບ​ການ​ຕີ​ລາຄາ 3 ປີ ​ແຫ່ງ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ຫວຽດນາມ, ທ່ານ​ເລຂາທິການ​ໃຫຍ່​ ຫງວຽນຟູ໋ຈ້ອງ ຊີ້​ແຈ້ງວ່າ:

ສຸມ​ໃສ່​ຕີ​ລາຄາ​ຄວາມ​ຈຳ​ເປັນ, ຖືກຕ້ອງ, ທັນ​ການ​ຂອງ​​ເລື່ອງ: ພາຍຫຼັງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11, ບັນດາ​ອົງການ​ການ​ນຳ​ສູງ​ສຸດ​ຂອງ​ພັກ ​ແລະ ລັດ ​ໄດ້​ຕົກລົງ​ຫັນ​ໜ້າ​ທີ່​ຈຸດ​ສຸມ​ຈາກ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ​ເປັນ ການ​ບຸລິ​ມາ​ສິດ​ໃຫ້​ແກ່​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ຢ່າງ​ໝັ້ນຄົງ, ຮັກສາ​ການ​ເຕີບ​ໂຕ​ໃນ​ລະດັບ​ເໝາະ​ສົມ ​ແລະ ຮັບປະກັນ​ຊີວິດ​ສັງຄົມ; ​ເລື່ອງ​ການ​ນຳ ນຳພາ​ການ​ປະຕິບັດ 3 ຂອດ​ບຸກທະລຸ​ຍຸດ​ທະ​ສາດ ຕິດ​ພັນ​ກັບ​ການ​ປ່ຽນ​ໃໝ່​ຮູບ​ແບບ​ເຕີບ​ໂຕ, ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ​ໄດ້​ນຳ​ມາ​ເຊິ່ງໝາກຜົນ​ຄື​ແນວ​ໃດ, ຕ້ອງ​ຖອດ​ຖອນ​ບົດຮຽນ​ໃດ; ຜົນ​ຂອງການ​ປະຕິບັດ​ບັນດາ​ຄາດໝາຍ​​ເຊິ່ງກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11​ໄດ້​ວາງ​ອອກຄື​ແນວ​ໃດ, ມັນ​ເກີດ​ບັນຫາ​ໃໝ່​ບໍ, ທ່າ​ອ່ຽງພັດທະນາ​ໃນ​ເຄິ່ງອາຍຸ​ການ​ທີ່​ຍັງ​ເຫຼືອ... ຈາກ​ນັ້ນ​ຊີ້​ແຈ້ງ​ບັນດາ​ສາຍ​ເຫດ ​ແລະ ບົດຮຽນ​ໃນ​ການ​ຊີ້​ນຳ, ນຳພາ ກໍ່​ຄື​ໃນ​ການ​ຄຸ້ມ​ຄອງ, ບໍລິຫານ​ການ​ພັດທະນາ​ເສດຖະກິດ - ສັງຄົມ .

ກ່ຽວ​ກັບ​ການ​ປ່ຽນ​ໃໝ່​ການ​ສຶກສາ, ບຳລຸງ​ສ້າງ​ໂດຍ​ພື້ນຖານ ​ແລະ ຮອບດ້ານ, ທ່ານ​ເລຂາທິການ​ໃຫຍ່​ ຫງວຽນຟູ໋ຈ້ອງ​ເນັ້ນ​ໜັກ​ວ່າ, ຄວາມ​ຮຽກຮ້ອງ​ທີ່​ວາງ​ອອກ​ແມ່ນ​ຕ້ອງ​ປະກາດ​ໃຊ້​ມະຕິ​ສູນ​ການ​ທີ່​ເໝາະ​ສົມ ​ເພື່ອ​ຊີ້​ນຳ, ນຳພາ​ການ​ພັດທະນາ​ໃນ​ຂົງ​ເຂດ​ທີ່​ໄດ້​ຮັບ​ຖື​ວ່າ​ແມ່ນ​ລັດຖະນະ​ໂຍບາຍ​ອັນ​ດັບ​ໜຶ່ງ​ໃຫ້​ໄດ້. ຕາມ​ທ່ານ​ແລ້ວ, ສູນ​ກາງ​ຄວນ​ປຶກສາ​ຫາລື​ຢ່າງ​ລະອຽດ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ຕ້ອງ​ປ່ຽນ​ໃໝ່​ການ​ສຶກສາ, ບຳລຸງ​ສ້າງ​ໂດຍ​ພື້ນຖານ ​ແລະ ຮອບດ້ານ, ພິ​ເສດ​ແມ່ນ​ຕ້ອງ​ສຸມ​ໃສ່​ກຳນົດ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ການ​ປ່ຽນ​ໃໝ່​ການ​ສຶກສາ, ບຳລຸງ​ສ້າງ​ໂດຍ​ພື້ນ ​ແລະ ຮອບດ້ານ. ຕາມ​ນັ້ນ​ແລ້ວ, ​ແມ່ນ​ບໍ​ວ່າ, ການ​ປ່ຽນ​ໃໝ່​ໂດຍ​ພື້ນຖານ​ແມ່ນ​ການ​ປ່ຽນ​ໃໝ່​ຈາກ​ຈີນ​ຕະນາ​ການ, ທັດສະນະ, ​ແນວ​ຄິດ​ຊີ້​ນຳ​ຕະຫຼອດ​ຮອດ​ຈຸດໝາຍ, ​ເນື້ອ​ໃນ, ວິທີ​ການ​ສຶກສາ - ບຳລຸງ​ສ້າງ ພ້ອມ​ກັບ​ບັນດາ​ກົນ​ໄກ, ນະ​ໂຍບາຍ​ຈັດ​ຕັ້ງ​ປະຕິບັດ. ການ​ປ່ຽນ​ໃໝ່​ຮອບດ້ານ ​ແມ່ນ​ການ​ປ່ຽນ​ໃໝ່​ຈາກ​ການ​ນຳພາ​ຂອງ​ພັກ, ການ​ຄຸ້ມ​ຄອງ​ຂອງ​ລັດ, ຕະຫຼອດ​ຮອດ​ການ​ປ່ຽນ​ໃໝ່​ບັນດາ​ຮາກ​ຖານ​ສຶກສາ - ບຳລຸງ​ສ້າງ ​ແລະ ການ​ເຂົ້າ​ຮ່ວມ​ຂອງ​ຄອບຄົວ, ປະຊາ​ຄົມ ​ແລະ ສັງຄົມ; ການ​ປ່ຽນ​ໃໝ່​ໃນ​ທຸກ​ຊັ້ນ​ຮຽນ, ຂະ​ແໜງ​ຮຽນ​ນັບ​ທັງ​ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖີ່​ນ. ທ່ານ​ເລຂາທິການ​ໃຫຍ່​ ຫງວຽນຟູ໋ຈ້ອງ, ​ແນະນຳ​ວ່າ:

ຕາມ​ທິດ​ນີ້, ຕ້ອງ​ເຫັນ​ດີ​ເປັນ​ເອກະ​ພາບ​ສູງ​ຕໍ່​ບັນດາ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ທັດສະນະ. ຈຸດໝາຍ​ຂອງ​ການ​ສຶກສາ ​​ແມ່ນ​ພັດທະນາ​ຄວາມ​ສາມາດ​ຂອງ​ຜູ້​ຮຽນ, ບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດ, ບຳລຸງ​ຜູ້​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາມາດ. ການ​ພັດທະນາ​ການ​ສຶກສາ ຕ້ອງ​ຕິດ​ພັນ​ກັບ​ຄວາມ​ຕ້ອງການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ​ເໝາະ​ສົມ​ກັບ​ກົດ​ເກັນ​​ແຫ່ງການ​ພັດທະນາ​ຢ່າງ​ພາວະ​ວິ​ໄສ, ຄວາມ​ກ້າວໜ້າ​ທາງ​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ...

ທ່ານ​ເລຂາທິການ​ໃຫຍ່​ ຫງວຽນຟູ໋ຈ້ອງ ກໍ່​ໄດ້​ເຈາະ​ຈີ້ມ​ກ່ຽວ​ກັບ​ແຜນ​ນະ​ໂຍບາຍ​ຄົ້ນ​ຄ້ວາ, ປັບປຸງ, ​ເພີ່ມ​ເຕີມ​ລັດຖະທຳ​ມະນູນ​ປີ 1992; ສະຫຼຸບ​ການ​ປະຕິບັດ​ລັດຖະທຳ​ມະນູນ​ປີ 1992, ບັນດາ​ເນື້ອ​ໃນ​ພື້ນຖານ​ຄວນ​ໄດ້​ຮັບ​ການ​ປັບປຸງ, ​ເພີ່ມ​ເຕີມ​ໃນ​ລັດຖະທຳ​ມະນູນ​ປີ 1992. ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ, ທ່ານ​ເລຂາທິການ​ໃຫຍ່​ ຫງວຽນຟູ໋ຈ້ອງ ​ໃຫ້​ຮູ້​ວ່າ, ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ພິຈາລະນາ, ຕົກລົງ​ກ່ຽວ​ກັບ​ການ​ປະກາດ​ໃຊ້​ກົດ​ລະບຽບ​ການ​ເລືອກ​ຕັ້ງ​ໃນ​ພັກ ​ແລະ ສ້າງ​ຕັ້ງ​ບັນດາ​ອະນຸ​ກຳມະການ​ເພື່ອ​ກະກຽມ​ໃຫ້​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ