ການຈັດວາງພາສີອາກອນຕ້ານການໜູນຊ່ວຍ- ຄຳຕັດສິນທີ່ບໍ່ຍຸດຕິທຳສຳລັບກຸ້ງແຊເຢັນຫວຽດນາມ

​  ​(vovworld)-  ຕອນ​ເຊົ້າວັນ​ທີ 14/8, ຕາມ​ເວລາ​ຫວຽດນາມ, ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ ​ໄດ້​ປະກາດ​ຄຳ​ຕັດສິນ​ສຸດ​ທ້າຍ​ໃນ​ເຫດການ​ສືບສວນ​ການ​ຟ້ອງ​ຮ້ອງ​ຕ້ານການ​ໜູນ​ຊ່ວຍສຳລັບ​ກຸ້ງ​ແຊ​ເຢັນ​ນຳ​ເຂົ້າຈາກ​ຫວຽດນາມ. ຊື່​ງຕາມ​ນັ້ນ​ແລ້ວ: ປະ​ເພດ​ສິນ​ຄ້າ​ນີ້​ຈະ​ຖືກ​ຈັດ​ວາງ​ພາ​ສີອາກ​ອນຕ້ານການ​ໜູນ​ຊ່ວຍ. ນີ້​ແມ່ນ​ຄຳ​ຕັດສິນ​ບໍ່​ຍຸດຕິ​ທຳ, ກໍ່​ຜົນ​ສະທ້ອນ​ອັນ​ໃຫ່ຍຫຼວງ​ຕໍ່​ຊີວິດ​ຂອງ​ຊາວ​ກະສິກອນ​​ ແລະ ຜູ້​ລ້ຽງ​ກຸ້ງຫວຽດນາມ​ນັບແສນ​ຄົນ.

ການຈັດວາງພາສີອາກອນຕ້ານການໜູນຊ່ວຍ- ຄຳຕັດສິນທີ່ບໍ່ຍຸດຕິທຳສຳລັບກຸ້ງແຊເຢັນຫວຽດນາມ - ảnh 1

(ພາບປະກອບ:fistenet.gov.vn)

​ ຕາມ​ຄຳ​ຕັດສິນ​ສຸດ​ທ້າຍ​ຂອງ​ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ ​ແລ້ວ, ບໍລິສັດ​ສິນ​ໃນ​ນ້ຳມິ​ງກູ​ຍ (​ແຂວງ​ກາ​ເມົາ) ​ແມ່ນ 1 ​ໃນ​ຈຳນວນ 2 ບໍລິສັດ​ຖືກ​ຮ້ອງ​ຟ້ອງ​ຈະ​ຕ້ອງ​ຮັບ​ລະດັບການ​ເສຍ​ພາສີ​ອາກອນ 7,88% ​ໃນ​ຂະນະ​ທີ່​ອັດຕາ​ອາກອນ​ສຳລັບ​ບໍລິສັດ​ທີ່​ຍັງ​ເຫຼືອ ຄື​ບໍລິສັດ​ສິນ​ໃນ​ນ້ຳຍາ​ຈາງ ​ແມ່ນ 1,15%. ອັດຕາພາສີ​ອາກອນ​ລວມ​ໃຫ້​ທຸກ​ບໍລິສັດ​ອື່ນໆ​ຂອງ​ຫວຽດນາມ ​ແມ່ນ 4,25%. ​ເບິ່ງ​ລວມ​ແລ້ວ, ອັດຕາ​ອາກອນ​ດັ່ງກ່າວ ​ແມ່ນ​ຫລຸດ​ລົງ​ກ່ວາ​ເມື່ອ​ທຽບກັບອັດຕາ​ອາກອນ​ທີ່​ຈັດ​ວາງ​ໃນ​ເບື້ອງ​ຕົ້ນ ຊື່​ງ​ໄດ້​ຍົກ​ອອກ​ມາ​ໃນ​ຄຳ​ຕັດສິນ​ເມື່ອ​ເດືອນ 5/2013 ຜ່ານ​ມາ​ຂອງກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ ​ແຕ່​ຍັງ​ແມ່ນ​ຄຳ​ຕັດສິນ​ບໍ່​​ຍຸດຕິ​ທຳ ​ເມື່ອ​ໄດ້​ອີງ​ຕາມ​ຄຳ​ຢືນຢັນ​ວ່າ: ບັນດາ​ນັກ​ຜະລິດ, ປຸງ​ແຕ່ງກຸ້ງ​ແຊ​ເຢັນ​ບາງ​ປະ​​ເພດຂອງ​ຫວຽດນາມ ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ລັດຖະບານ. ຄຳ​ຕັດສິນ​ດັ່ງກ່າວ​ແມ່ນ​ມາດ​ຕະການ​​ເກັບ​ພາສີອາກອນ​ຊ້ອນ (ລວມມີ​ພາສີອາກອນ​ຕ້ານ​ການ​ຂາຍ​ບຸບ​ລາຄາ ​ແລະ ​ພາສີອາກອນ​ຕ້ານ​ການ​ໜູນ​ຊ່ວຍ) ຊື່​ງ​ໄດ້​ກໍ່​ຜົນ​ສະທ້ອນ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະສິກອນ ​ແລະ ຜູ້​ລ້ຽງ​ກຸ້ງ​ຫວຽດນາມ​ ກ່ວາ 600.000 ຄົນ.

ການຈັດວາງພາສີອາກອນຕ້ານການໜູນຊ່ວຍ- ຄຳຕັດສິນທີ່ບໍ່ຍຸດຕິທຳສຳລັບກຸ້ງແຊເຢັນຫວຽດນາມ - ảnh 2

(ພາບ:nongnghiep.vn)

   ສິ່ງ​ທີ່​ໃຮ້ເຫດຜົນ ນັ້ນ​ແມ່ນຄຳ​ຕັດສິນ​ຂອງກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ ​​ແມ່ນ​ໄດ້​ເລີ່​ມຈາກ​ເຫດການ​ຮ້ອງ​ຟ້ອງ​ເມື່ອ​ຕົ້ນ​ເດືອນ 1/2013 ຂອງ​ພັນ​ທະ​ພາບອຸດສາຫະກຳ​ກຸ້ງ​ເຂດ​ອ່າວ​ອາ​ເມ​ລິ​ກາ (COGSI) ດ້ວຍ​ຂໍ້​ກ່າວ​ຫາ​ຂະ​ແໜງ​ກຸ້ງ​ຂອງ​ບາງ​ປະ​ເທດ ​ໃນ​ນັ້ນມີ​ຫວຽດນາມ ​ໄດ້​ຮັບ​ບັນດາ​ບ້ວງ​ເງິນ​ຊ່ວຍ​ເຫຼືອ​ບໍ່​ເປັນ​ທາງ​ການ​ຂອງ​ລັດຖະບານ. ບັນດາ​ນັກ​ນຳ​ເຂົ້າກຸ້ງ​ຂອງ​ອາ​ເມ​ລິ​ກາໄດ້​ຢັ້ງຢືນ​ວ່າ: ​ເລື່ອງພັນທະ​ພາບ​ອຸດສາຫະກຳ​ກຸ້ງ​ເຂດ​ອ່າວ​ອາ​ເມ​ລິ​ກາ ​​ໄດ້​ຖິ້ມ​ໂທດ​ໃຫ້​ກຸ້ງ​ລ້ຽງ​ນຳ​ເຂົ້າຈາກ​ຫວຽດນາມ ​ແລະ ບາງ​ປະ​ເທດ​ອື່ນ ​ໄດ້​ຫລຸດ​ກຳລັງ​ແກ່​ງແຍ້​ງຂອງ​ເຂົາ​ເຈົ້າ​ແມ່ນ​ຂາດ logic ​ແລະ ຂາດ​ພື້ນຖານ​ວິທະຍາສາດ. ກຸ້ງ​ລ້ຽງ​ຢູ່​ຫວຽດນາມ ​ແລະ ກຸ້ງຂຸດ​ຄົ້ນຢູ່​ອາ​ເມ​ລິ​ກາ ​ແມ່ນ​ສອງ​ຜະລິດ​ຕະພັນ​ທີ່​ແຕກ​ຕ່າງ​ກັນ, ​ເງື່ອ​ນໄຂ​ການ​ຜະລິດ​ແຕກ​ຕ່າງ​ກັນ, ຄຸນນະພາ​ບຕ່າງ​ກັນ. ສະນັ້ນບໍ່​ຕ້ອງການ ​ແລະ ບໍ່​ສາມາດ​ແກ້ງ​ແຍ້​ງຊື່​ງກັນ ​ແລະ ກັນ​​ໃນ​ທ້ອງ​ຕະຫຼາດ ​ແລະ ກໍ່​ບໍ່​ສາມາດ​ກາຍ​ເປັນ​ເປົ້າໝາຍ​ເພື່ອ​ຮ້ອງ​ຟ້ອງ​ກັນ​ໄດ້.

   ບັນດາ​ອົງການ​ມີໜ້າ​ທີ່​ຮັບຜິດຊອບ​ຂອງ​ຫວຽດນາມ ​ໄດ້​ຢັ້ງຢືນ​ເປັນ​ຫຼາຍ​ເທື່ອ​​ແລ້ວວ່າ: ການ​ຮ້ອງ​ຟ້ອງ​ແມ່ນ​ຮູບ​ການ​ແກ່ງ​ແຍ້​ງບໍ່​ສົດໃສ​, ບໍ່​ຍຸດຕິ​ທຳ, ອັນ​ໄດ້​ກໍ່​ຜົນ​ເສຍ​ຫາຍ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ພ້ອມ​ກັບ​ຜູ້​ລ້ຽງ​ກຸ້ງຫວຽດນາມ ​ນັບ​ແສນ​ຄົນ. ທ່ານ​ເລ​ວັນ​ກວາງ ປະທານ​ສະພາ​ບໍລິຫານກຸ່ມ​ບໍລິສັດ​ຫຸ້ນ​ສ່ວນສິນ​ໃນນ້ຳມິ​ງຟູ ຊື່​ງ​ແມ່ນ​ຫນຶ່ງໃນບັນດາບໍລິສັດ​ທີ່​ຖືກກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ ຈັດ​ວາງ​ພາສີອາກອນ​ຕ້ານການຂາຍບູບລາຄາໄດ້ຖື​ວ່າ ນີ້​ແມ່ນ​ການຈັດ​ວາງ​ທີ​ບໍ່​ຍຸດຕິ​ທຳ ​ແລະ ກໍ່​ຜົນ​ເສຍ​ຫາຍ​ອັນ​ໃຫ່ຍຫຼວງ​ໃຫ້​ແກ່​ວິ​ສາ​ຫະກິດ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ກຸ້ງ. ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ​ກຸ້ງ​ຫວຽດນາມ ​ໄດ້​ເຄື່ອ​ນ​ໄຫວ​ຕາມ​ກົນ​ໄກ​ການ​ຕະຫຼາດ ​ແລະ ບໍ່​ຮັບ​ບໍ່​ວ່າການ​ໜູນ​ຊ່ວຍ​ໃດໆ​ຈາກ​ລັດ​ໃນ​ການ​ເຄື່ອນ​ໄຫວ​ຜະລິດ​ດຳ​ເນີນ​ທຸລະ​ກິດ.

  ຕາມ​ຂັ້ນຕອນ​ກົດໝາຍ​ຂອງ​ອາ​ເມ​ລິ​ກາ ແລ້ວ, ພາຍຫຼັງ​ຄຳ​ຕັດສິນ​ສຸດ​ທ້າຍ​ຂອງກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ, ຄະນະ​ກຳມະການ​ການ​ຄ້າສາກົນ ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ພິດ​ຈາລະ​ນາ​ເຫດການ​ຟ້ອງ​ຮ້ອງ​ດັ່ງກ່າວ​ອີກ​ເມື່ອ​ໜຶ່ງ ​ແລະ ຖ້າ​ຫາກ​ວ່າ ຄະນະ​ກຳມະການ​ດັ່ງກ່າວ​ກໍ່​ມີ​ຂໍ້​ສະຫລຸບ​ທີ່ຄ້າຍຄື​ກັນ, ຄາດ​ວ່າ, ​ໃນ​ວັນ​ທີ 3/10 ທີ່​ຈະ​ມາ​ເຖິງ, ກະຊວງ​ດັ່ງກ່າວ​ຈະ​ປະກາດ​ໃຊ້​ຄຳ​ສັ່ງ​ຈັດ​ວາງພາ​ສີ​ອາກອນ​ຕ້ານ​ການ​ໜູນ​ຊ່ວຍ​ຢ່າງ​ເປັນ​ທາງ​ການ.

   ​ເຖິງ​ວ່າ, ຄຳ​ສັ່ງ​ຈັດ​ວາງພາສີ​ອາກອນ​ຕ້ານ​ການ​ໜູນ​ຊ່ວຍບໍ່​ທັນ​ໄດ້​ປະກາດ​ໃຊ້​ກໍ່ຕາມ ​ແຕ່​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ດ້ວຍ​ຄຳ​ຕັດສິນ​ທີ່​ຫາ​ກໍ່​​ປະກາດ​ເມື່ອ​ຕອນ​ເຊົ້າວັນ​ທີ 14/8 ຂອງກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ ຈະ​ກໍ່​ຜົນ​ສະທ້ອນ​ອັນ​ໃຫ່ຍຫຼວງ​ເຖິງ​ການ​ເຄື່ອນ​ໄຫວ​ສົ່ງ​ອອກ​ນຳ​ເຂົ້າຂອງ​ວິ​ສາ​ຫະກິດ​ຫວຽດນາມ, ກະທົບ​ເຖິງ​ການ​ພົວພັນ​ຄ້າຂາຍ​ລະຫວ່າງ​ສອງ​ປະ​ເທດ, ຄຳ​ຕັດສິນ​ທີ່​ໄຮ້​ເຫດຜົນ​ນີ້ ຈະ​ກໍ່​ຜົນ​ສະທ້ອນ​ໂດຍກົງ​ເຖິງ​ຊີວິດ​ຂອງ​ຊາວ​ກະສິກອນ​ຜູ້​ລ້ຽງ​ກຸ້ງ ກໍ່​ຄື​ກຳມະກອນ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ຜະລິດ, ປຸ້ງ​ແຕ່ງ, ສົ່ງ​ອອກ​ກຸ້ງ​ຢູ່​ຫວຽດນາມ ນັບ​ແສນ​ຄົນ ກໍ່​ຄື​ຜູ້​ບໍລິ​ໂພ​ກ​ອາ​ເມ​ລິ​ກາ ​ເມື່ອ​ໂອກາດ​ບໍລິ​ໂພ​ກ​ກຸ້ງ​ຫວຽດນາມ ຂອງ​ເຂົາ​ເຈົ້າພວມ​ມີ​ໄພ​ຫລຸດ​ລົງ​ຢ່າງ​ເຫັນ​ໄດ້​ຊັດ./.

ຕອບກັບ

ຂ່າວ/ບົດ​ອື່ນ