ການຕັດສິນທີ່ເປັນອັນຕະລາຍ

ການຕັດສິນທີ່ເປັນອັນຕະລາຍ - ảnh 1
ປະທານາທິບໍດີ ຊີຣີ Bashar Al-Assad ໄດ້ປະກົດຕົວຕໍ່ໜ້າມວນຊົນເມື່ອອາທິດແລ້ວນີ້ 
(ພາບ: AFP)

ວິ​ກິດ​ການ​ດ້ານ​ການ​ເມືອງ​ຢູ່​ຊີຣີ ​ໄດ້​ມີ​ບາດ​ລ້ຽວ​ໃໝ່ພາຍ​ຫລັງລັດຖະບານ​ຂອງ​ປະທານາທິບໍດີຊີຣີ Bashar al Assad ຖືກ​ປັດ​ເຂ່ຍ​ອອກ​ຈາກ​ສະຫະພັນ​ອາຣັບ (AL) ​ຢ່າງ​ເປັນ​ທາງ​ການ ແລະ ຜູ້ຕາງໜ້າ​ໃຫ້​ປະ​ເທດ​ນີ້​ແມ່ນ​ກຳ​ລັງ​ຝ່າຍ​ຄ້ານ​ຊີຣີ. ​ເລື່ອງ​ສະ​ໜັບສະ​ໜູນ​ຢ່າງ​ເປີດ​ເຜີຍ ​ແລະ ມອບ​ທີ່​ນັ່ງ​ເປັນ​ສະມາຊິກ​ໃຫ້​ແກ່​ຝ່າຍ​ຄ້ານ​ຊີຣີ ຖືກ​ຖື​ວ່າ​ແມ່ນ​ບາດກ້າວ​ເດີນ​ທີ່​ອັນຕະລາຍ, ຍູ້​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້​ສືບ​ຕໍ່​ຕົກ​ເຂົ້າ​ສູ່​ສະພາບ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ​ແບ່ງ​ແຍກ​ຢ່າງ​ເລິກ​ເຊິ່ງ. .

   ວັນ​ທີ 26/3, ​ເມື່ອ​ອັດ​ກອງ​ປະຊຸມ​ສຸດ​ຍອດ​ສະຫະພັນ​ອາຣັບ (AL) ປະຈຳ​ປີ​ຢູ່ Dohar ປະ​ເທດ​ກາ​ຕາ, ບັນດາ​ການ​ນຳ​ AL ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຮັບຮອງ​ເອົາ​ມະຕິ​ຮັບ​ຮູ້​ບົດບາດ​ສະມາຊິກ​ຖືກຕ້ອງ​ຕາມ​ກົດໝາຍ​ຂອງສຳ​ພັນທະ​ມິດ​ແຫ່ງ​ຊາດ​ຊີຣີ (SNC), ຕາງໜ້າ​ໃຫ້​ຊີຣີ ຢູ່ AL ​ແລະ ​ໃນ​ບັນດາ​ອົງການ​ຂຶ້ນ​ກັບ​ກຸ່ມ​ນີ້, ຈົນ​ເຖິງ​ເວລາ​ດຳ​ເນີນ​ບັນດາ​ການ​ເລືອກ​ຕັ້ງ​ເປີດຊ່ອງ​ທາງ​ໃຫ້​ແກ່​ການ​ສ້າງຕັ້ງລັດຖະບານ. ມະຕິ​ຂອງ 15 ປະ​ເທດ​ສະມາຊິກ AL ​​ໃຫ້​ສັດຕະຍາ​ບັນ​ໄດ້​ເນັ້ນໜັກ​ວ່າ: “ສິດ​ຂອງ​ທຸກ​ປະ​ເທດ​ສະມາຊິກ​ແມ່ນ​ໄດ້​ຕອບສະໜອງທຸກໆ​ຮູບ​ການ​ປ້ອງ​ກັນ​ຕົວ, ທັງ​ດ້ານ​ການ​ທະຫານ, ​ເພື່ອ​ໜູນ​ຊ່ວຍ​ການ​ຕໍ່ຕ້ານ​ຂອງ​ປະຊາຊົນ​ຊີຣີ ​ແລະ ກອງທັບ​ຊີຣີ​ເສລີ“. ພ້ອມ​ກັນນັ້ນ, AL ​ໄດ້​ຊຸກຍູ້​ບັນດາ​ອົງການ​ພາກ​ພື້ນ ​ແລະ ສາກົນຮັບ​ຮູ້ SNC ​ແມ່ນ​ອົງການ​ຕາງໜ້າ​ຖືກຕ້ອງ​ຕາມ​ກົດໝາຍ ​ແລະ ອົງການ​ໜຶ່ງ​ດຽວ​ຂອງ​ປະຊາຊົນ​ຊີຣີ. ອາດ​ເຫັນ​ໄດ້​ວ່າ: ນີ້​ແມ່ນ​ບາດ​ລ້ຽວທີ່​ອັນຕະລາຍຍ້ອນ​ວ່າ AL ​ໄດ້​ປຸກລະດົມ​ໃຫ້​ແກ່​ມາດ​ຕະການ​ດ້ານ​ການ​ທະຫານ​ແນ​ໃສ່ຢຸດຕິ​ການ​ປະ​ທະ ​ແທນ​ໃຫ້ການ​ເຈລະຈາ​ໂດຍ​ສັນຕິວິທີ.

   ​ໃນ​ທັນ​ທີ, ຄຳ​ຕັດສິນ​ດັ່ງກ່າວ, ​ໄດ້​ຮັບ​ການ​ຕຳ​ນິຕິ​ຕຽນ​ຢ່າງ​ແຮງ​ຈາກ​ປະຊາ​ຄົມ​ໂລກ. ວັນ​ທີ 27/3, ລັດ​ເຊຍ ​ໄດ້​ອອກ​ສຽງ​ຕຳ​ນິຕິ​ຕຽນ​ການ​ຕັດສິນ​ຂອງ AL ຊື່​ງ​ໄດ້​ມອບ​ທີ່​ນັ່ງ​ສະມາຊິກ​ຂອງ​ຊີຣີ ​ໃຫ້​ແກ່​ສຳພັນທະ​ມິດ​ແຫ່ງ​ຊາດ​ຝ່າຍ​ຄ້ານ​ຊີຣີ ​ແລະ ກ່າວ​ຫາ​ວ່າ​ນີ້​ແມ່ນ​ການ​ກະທຳ “ຜິດກົດໝາຍ ​ແລະ ບໍ່​ອາດ​ແກ້ຄວາມ​ໄດ້“. ​ໃນວັນ​ດຽວ​ກັນ, Damacus ​ໄດ້ກ່າວ​ຫາ AL ​ໄດ້ຫັນ​ລັດທິ​ກໍ່​ການ​ຮ້າຍ​ໃຫ້​ຖືກຕ້ອງ​ຕາມ​ກົດໝາຍ ດ້ວຍ​ຄຳ​ຕັດສິນ​ມອບ​ທີ່​ນັ່ງ​ຕາງໜ້າ​ຂອງ​ຊີຣີ ຢູ່​ອົງການ​ນີ້​ໃຫ້​ແກ່ SNC. ກ່ອນ​ໜ້ານັ້ນ, ​ໝາກຜົນ​ການ​ຢັ່ງ​ຫາງ​ສຽງ​ໃຫ້​ເຫັນ​ວ່າ, ປະຊາຊົນ​ອັງກິດ ​ແລະ ອາ​ເມ​ລິ​ກາ ​ເປັນ​ສ່ວນ​ຫຼາຍ​ໄດ້​ຄັດຄ້ານ​ແນວ​ຄວາມ​ຄິດ​ສະໜອງ​ອາວຸດ​ໃຫ້​ແກ່​ກຳລັງ​ລຸກ​ຮຶ້ຂຶ້ນ​ຢູ່​ຊີຣີ ກໍ່​ຄື​ຄວາມ​ສາມາດ​ສົ່ງ​ທະຫານ​ໄປ​ຍັງ​ປະ​ເທດ​ຕາ​ເວັນ​ອອກກກາງ​ນີ້. ​ໃນ​ຈຳນວນ​ຊາວ​ອາ​ເມ​ລິ​ກາ ກ່ວາ 1 ພັນ​ຄົນຖືກ​ຖາມ, ມີ​ເຖິງ 45% ​ໄດ້ຄັດຄ້ານ​ແນວ​ຄວາມ​ຄິດ​ປະກອບ​ອາວຸດ​ໃຫ້​ແກ່​ຝ່າຍ​ຄ້ານ​ຢູ່​ຊີຣີ ​ໃນ​ຂະນະ​ທີ່​ມີ​ແຕ່ 16% ສະໜັບສະໜູນ​ແນວ​ຄວາມ​ຄິດ​ນີ້. ອັດຕາ​ສ່ວນ​ຊາວ​ອັງກິດ ​ຄັດຄ້ານແມ່ນ 57% ​ໃນ​ຈຳນວນ​ຜູ້​ຖືກ​ຖາມ​ທັງ​ໝົດ 3600 ຄົນ ​ແລະ 16% ສະໜັບສະໜູນ. ນີ້​ຖືກ​ຖື​ວ່າ ແມ່ນ​ຄຳ​ກ່າວ​ເຕືອນສຳລັບ​ທ່ານ​ນາຍົກລັດຖະມົນຕີອັງກິດ David Cameron ​ໃນ​ຂະນະ​ທີ່​ອາທິດ​ກ່ອນ, ທ່ານ​ພ້ອ​ມກັບ​ປະທານາທິບໍດີ​ຝະລັ່ງ Francois Hollande ອອກສຽງ​ຮຽກຮ້ອງ​ໃຫ້​ສະຫະພາບ​ເອີ​ລົບ ຈົ່ງ​ລົບ​ລ້າງ​ຄຳ​ສັ່ງ​ຂວ້ຳ​ບາດດ້ານ​ອາວຸດ​ສຳລັບ​ຊີຣີ ​ເພື່ອ​ແນ​ໃສ່​ເປີດຊ່ອງ​ທາງ​ໃຫ້​ແກ່​ການ​ສະໜອງ​ອາວຸດ​ໃຫ້​ແກ່​ກຳລັງ​ຝ່າຍ​ຄ້ານ​ຢູ່ປະ​ເທດ​ນີ້.

ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ດ້ວຍ​ຂໍ້​ຕົກລົງ​ຂອງ AL ກໍ​ຄື​ການ​ຄິດ​ໄລ່​ຂອງ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ຝ່າຍ​ຕາ​ເວັນ​ຕົກ, ຫາງ​ສຽງ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ກັງວົນ​ວ່າ ມີ​ບົດ​ລະຄອນ​ເຊັ່ນ​ດຽວ​ກັນ​ຄື​ຢູ່​ລີ​ບີ ພວມ​ສະ​ແດງ​ຄືນ​ຢູ່​ຊີຣີ. ປະທານາທິບໍດີ ຊີຣີ Bashar Al-Assad ຕ້ອງ​ລາ​ອອກ​ຈາກ​ຕຳ​ແໜ່​ງ​ແມ່ນ​ສິ່ງ​ທີ່​ບໍ່​ອາດ​ຫຼີກ​ລ້ຽງ​ໄດ້​ໃນ​ອະນາຄົດ​ໃກ້ໆ​ນີ້, ​ແຕ່​ການ​ມອບ​ໂອນ​ສິດ​ອຳນາດ​ພວມ​ດຳ​ເນີນ​ໄປ​ຄື​ແນວ​ໃດ ​ແມ່ນ​ສິ່ງ​ທີ່​ຄວນ​ປຶກສາ​ໃນ​ສະພາວະ​ປະຈຸ​ບັນ. ຄວາມ​ຈິງ​ແມ່ນ​ບໍ່​ມີ​ໃຜ​ສາມາດ​ຄາດ​ຄະ​ເນ​ໄດ້​ກ່ຽວ​ກັບ​ສະພາບ​ການ​ຂອງ​ປະ​ເທດ​ນີ້​ຈະ​ເປັນ​ແນວ​ໃດ​ໃນ​ອະນາຄົດ ຖ້າ​ຫາກ​ອຳນາດ​ການ​ປົກຄອງ Damacus ປະຈຸ​ບັນ​ຖືກ​ພັງ​ທະລາ​ຍ. ​ເພາະ​ກ່ອນ​ໜ້າ​ນັ້ນ, ບັນດາ​ຄວາມ​ຂັດ​ແຍ້​ງກັນ​ລະຫວ່າງ​ບັນດາ​ຝ່າຍ​ໃນ​ກ​ຳລັງ​ຝ່າຍ​ຄ້ານ​ຢູ່​ຊີຣີ​ໄດ້​ສໍ່​ສະ​ແດງ​ໃຫ້​ເຫັນ​ຫຼາຍ​ບັນຫາ​ລະອຽດ ຄື​ວັນ​ທີ 23/3, ຢູ່ Istanbul ປະ​ເທດ​ຕວກກີ, SNC ​ໄດ້​ແຕ່ງ​ຕັ້ງທ່າ​ນ Ghassan Hitto ​ເປັນ​ຜູ້​ຮັກສາ​ການ​ນາຍົກລັດຖະມົນຕີ​ເພື່ອ​ກຳ​ສິດ​ຄວບ​ຄຸມ​ບັນດາ​ເຂດ​ທີ່​ພວກ​ກະບົດ​ພວມ​ຢຶດຄອງ, ​ແຕ່​ສິ່ງ​ນີ້​ພັດ​ເຮັດ​ໃຫ້​ບັນດາ​ກຸ່ມ​ກຳລັງ​ກະບົດ ຊີຣີ ບໍ່ພໍ​ໃຈ ​ເພາະ ທ່າ​ນ Ghassan Hitto ​ແມ່ນ​ພົນລະ​ເມືອງ​ອາ​ເມ​ລິ​ກາ ຊຶ່ງ​ເກີດ​ຢູ່​ຊີ​ຣີ ​ແລະ ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ຕ່າງປະ​ເທດ. ​ໃນ​ການ​ປ່ອນ​ບັດ​ຢູ່ Istanbul ປະ​ເທດ​ຕວກກີ, ມີ​ບາງ​ບຸກຄົນ​ທີ່​ມີ​ຊື່​ສຽງຂອງ​ຝ່າຍຄ້ານຊີຣີ ​ໄດ້​ຖືກ​ປັດ​ເຂ່ຍ​ອອກ​ນອກ. ​ເຂົາ​ເຈົ້າ​ຖື​ເລື່ອງ​ຕໍ່​ລອງ​ແຕ່ງ​ຕັ້ງ​ນີ້ ​ແມ່ນ​ກົນອຸບາຍ​ຂອງ​ຝ່າຍຕາ​ເວັນ​ຕົກ, ​ແນ​ໃສ່​ຄອບ​ງຳ​ການ​ເລືອກ​ຕັ້ງ ​ແລະ ​ແຕ່ງ​ຕັ້ງ​ຕີນ​ມື​ຂອງ​ຝ່າຍ​ຕາ​ເວັນຕົກຂຶ້ນ. ພ້ອມ​ກັນ​ນັ້ນ, ​ໃນ​ຂະນະ​ທີ່ ຜູ້​ຮັກສາ​ການ​ນາຍົກລັດຖະມົນຕີທ່ານ​ນີ້ ມີ​ແຜນການ​ນຳ​ໃຊ້​ກອງທັບ​ຊີຣີ​ເສລີ ​ເພື່ອ​ປັບປຸງ​ສິດ​ອຳນາດ​ຂອງ​ຕົນ​ນັ້ນ, ​ໄດ້​ປະສົບ​ກັບ​ການ​ຕິຕຽນ​ຂອງ​ບັນດາ​ກຳລັງ​ຝ່າ​ຍຄ້າຍຢູ່​ຊີຣີ. ​ໃນ​ຂະນະ​ນັ້ນ, ສະພາບ​ການ​ຢູ່​ຊີຣີ​ໃນ​ປະຈຸ​ບັນ, ຍັງ​ຄົງ​ບໍ່​ມີ​ທາງ​ອອກ. ວັນ​ທີ 27/3 ​ໃນ​ຈົດໝາຍ​ສົ່ງ​ເຖິງ​ກອງ​ປະຊຸມ​ບັນດາ​ການ​ນຳ​ກຸ່ມ BRICS , ປະທານາທິບໍດີ ຊີຣີ Bashar Al-Assad ​ໄດ້​ສະ​ເໜີ​ບັນດາ​ປະ​ເທດ BRICS ພ້ອມ​ກັນ​ຮ່ວມ​ມື​ເພື່ອ​ສະກັດກັ້ນສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ຊີຣີ ​ແລະ ຊ່ວຍ​ນຳ​ວິທີ​ການ​ແກ້​ໄຂ​ດ້ານ​ການ​ເມືອງ​​ໄປ​ສູ່​ຜົນສຳ​ເລັດ. ກ່ອນ​ໜ້າ​ນັ້ນ, ທ່ານ​ເລຂາທິການ​ໃຫຍ່​ ສ.ປ.ຊ Ban Ki moon ​ໄດ້​ກ່າວ​ເຕືອນ​ວ່າ ລັດຖະບານ​ບັນດາ​ປະ​ເທດ​ໃນ​ໂລກ​ຕ້ອງ​ມີ​ການ​ກະທຳ​ສະກັດ​ກັ້ນ​ໄພ​ອັນຕະລາຍ​ຕໍ່ໜ້າ​ເລື່ອງ​ຊີຣີ ຖືກ​ດັບ​ສູນ​ຢ່າງ​ສິ້ນ​ເຊິ່ງ​ໃນ​ສະພາວະ​ສົງຄາມ​ກາງ​ເມືອງ​ຢູ່​ປະ​ເທດ​ນີ້​ໄດ້​ກ້າວ​ສູ່​ປີ​ທີ 3 ​ແລ້ວ. ​ເພາະ​​ໄລ່​ຮອດ​ປະຈຸ​ບັນ, ສົງຄາມ​ກາງ​ເມືອງ​ຢູ່​ປະ​ເທດ​ນີ້​ໄດ້ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ ດ້ວຍ​ຜູ້​ເສຍ​ຊີວິດ​ກ່ວາ 70.000 ຄົນ ​ແລະ ກ່ວາ 3 ລ້ານ​ຄົນ​ຕ້ອງ​ຍົກຍ້າຍ​ໄປ​ແຫ່ງ​ອື່ນ, ບັນດາ​ໝູ່​ບ້ານ, ນະຄອນ​ໄດ້​ຖືກ​ທຳລາຍ​ຢ່າງ​ໜັກ. ຄວາມ​ຈິງ​ທີ່​ເປັນ​ໜ້າ​ເສົ້າສະ​ລົດ​ໃຈ​ຕໍ່ໜ້າການ​ເລືອກ​ເອົາ​ວິທີ​ນຳ​ໃຊ້​ອາວຸດ​ແທນ​ທີ່​ການ​ເຈລະຈາ​ການ​ເມືອງ​ໂດຍ​ສັນຕິ​ວິທີ. ​ແຕ່​ດ້ວຍ​ການ​ຜັນ​ແປ​ຄື​ປະຈຸ​ບັນ, ຫາງ​ສຽງ​ຍັງ​ບໍ່​ທັນ​ເຫັນ​ສັນຍານ​ແຫ່ງ​ຄວາມ​ປາດ​ຖະໜາ​ແຕ່​ຢ່າງ​ໃດ. 

ຕອບກັບ

ຂ່າວ/ບົດ​ອື່ນ