ການທູດປົກປັກຮັກສາຜົນປະໂຫຍດຂອງຊາດ, ຮ່ວມແຮງຮ່ວມໃຈເພື່ອຈຸດປະສົງເຊື່ອມໂຍງ


(vovworld)-ໃນໄລຍະປະຈຸບັນ,ເມື່ອພື້ນຖານເສດຖະກິດພວມເປີດປະຕູ ນັບມື້ນັບເລິກເຊິ່ງກ້ວາງຂວາງນັ້ນ, ຫວຽດນາມ ພວມ​ຢືນ​ຢູ່​ຕໍ່ໜ້າ​ບັນດາ​ໂອກາດ​ໃຫ່ຍ​ແຕ່​ຍັງ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ບໍ່​ແມ່ນ​ໜ້ອຍ. ​ເຮັດ​ແນວ​ໃດ​ເພື່ອ​ສາມາດ​ຮັກສາ​ຜົນ​ປະ​ໂຫຍ​ດ​ຂອງ​ຊາດ​ໃຫ້​ເປັນ​ຢ່າງ​ດີ ​ແຕ່​ຍັງ​ກົມ​ກຽວ​ກັບ​ການ​ກຳນົດ​ຂອງ​ສາກົນ​ແມ່ນ​ໜ້າ​ທີ່​ອັນ​ໜັກໜ່ວງ​ຂອງ​ຂະ​ແໜງ​ການ​ທູດ. ນີ້​ແມ່ນ​ເນື້ອ​ໃນຕົ້ນຕໍ​ຂອງ​ກອງ​ປະຊຸມ​ການ​ທູດ​ຄັ້ງທີ 28 ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ​ໃນ​ຕະຫຼອດ​ສັບປະດາ​ນີ້.

ການທູດປົກປັກຮັກສາຜົນປະໂຫຍດຂອງຊາດ, ຮ່ວມແຮງຮ່ວມໃຈເພື່ອຈຸດປະສົງເຊື່ອມໂຍງ - ảnh 1

ກອງ​ປະຊຸມ​ການ​ທູດ​ຄັ້ງທີ 28

(ພາບ: baodientu.chinhphu.vn)

   ກອງ​ປະຊຸມ​ປີ​ນີ້​​ດຳ​ເນີນ​ໄປ​ໃນ​ເວລາ 6 ມື້ ​ແລະ ແມ່ນ​ກອງ​ປະຊຸມ​ຄັ້ງທີ 28 ຊື່​ງຖືກ​ຈັດ​ຂຶ້ນ 2 ປີ​ເທື່ອ 1. ກອງ​ປະຊຸມ​ດຳ​ເນີນ​ໄປ​ພາຍຫຼັງ 12 ປີ​ນັບ​ແຕ່​ກົມ​ການ​ເມືອງ​ປະກາດ​ໃຊ້​ມະຕິ​ກ່ຽວ​ກັບ “ການ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ“. ກອງ​ປະຊຸມ​ຄັ້ງນີ້​ສຸມ​ໃສ່​ຕີ​ລາຄາ, ວິ​ເຄາະ​ສະພາບ​ການ​ພາຍ​ໃນປະ​ເທດ ​ແລະ ​ໂລກ, ຈາກ​ນັ້ນ, ວາງ​ອອກ​ບັນດາ​ໜ້າ​ທີ່​ລະອຽດ​ເພື່ອ​ສືບ​ຕໍ່​ເຊື່ອມໂຍງ​ເຂົ້າກັບ​ສາກົນ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ, ​ເພື່ອ​ຈຸດປະສົງ​ສູງ​ສຸດ​ຄື: ນຳມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະ​ເທດ​ຊາດ.

​ໜູນ​ຊ່ວຍ​ການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ຊາດ​​ໃຫ້​ດີ​ທີ່​ສຸດ

   ຕາມ​ຂໍ້​ໃຫ້​ສັງ​ເກດ​ແລ້ວ, ​ໃນ 2 ປີຜ່ານມາ​, ນັບ​ແຕ່ກອງ​ປະຊຸມ​ການ​ທູດ​ຄັ້ງທີ 27, ອາດຈະ​ເຫັນ​ໄດ້​ບົດບາດ​ຂອງ​ການ​ທູດ​ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ຊາດ​ມີ​ບາດກ້າວ​ພັດທະນາ​ຢ່າງ​ເຫັນ​ໄດ້​ຊັດ. ການ​ທູດ​ໄດ້​ປະຕິບັດ​ບົດບາດ​ໜູນ​ຊ່ວຍ​ໃຫ້​ແກ່​ການ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ-​ສັງຄົມ​ຫວຽດນາມ ​ໃນ​ໄລຍະ​ໃໝ່​ເປັນ​ຢ່າງ​ດີ​.

   ບໍ່​ພຽງ​ແຕ່​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ວິວັດ​ການ​ຂົນຂວາຍ​ຮັບຮອງ​ເອົາ​ຂໍ້​ກຳນົດ​ເສດຖະກິດ​ການ​ຕະຫຼາດ, ຍາດ​ແຍ່ງ​ແຫຼ່ງທຶນ​​ຊ່ວຍ​ເຫຼືອ​ພັດທະນາ (ODA), ດຶງ​ດູດ​ເງິນ​ລົງທຶນ​ໂດຍ​ກົງ (FDI), ການ​ທູດ​ຍັງ​ຕໍ່ສູ້​ກັບ​ບັນດາ​ການ​ກະທຳ​ອາລັກຂາ, ຈຳ​ແນ​ກການ​ປະພຶດ​ໃນ​ການ​ພົວພັນ​ການ​ຄ້າ​ຢ່າງ​ທັນ​ການ. ທ່ານ​ຫງວຽນ​ກວກ​ເກື່ອງ, ​ເອກ​ອັກຄະ​ລັດຖະທູ​ດຫວຽດນາມ ປະຈຳ​ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ:

   “ນີ້​ແມ່ນ​ບັນດາ​ຄວາມ​ແຕກ​ຕ່າງ​ກັນ​ຊື່​ງພວກ​ເຮົາ​ຕ້ອງ​ສືບ​ຕໍ່​ຕໍ່ສູ້​ດ້ວຍ​ບັນດາ​ມາດ​ຕະການ, ບົນ​ພື້ນຖານ​ກົດໝາຍ​ຂອງ​ອາ​ເມ​ລິ​ກາ ​ແລະ ຫວຽ​ດນາມ, ຊ້ຳບໍ່​ໜຳ, ຜ່ານ​ບັນດາ​ອົງການ​ອື່ນໆຄື​ອົງການ​ການ​ຄ້າ​ໂລກ. ປະຈຸ​ບັນ, ການ​ພົວພັນ​ດ້ານ​ການ​ຄ້າ​ຍິ່ງ​ພັດທະນາ​ຍິ່ງຈະ​ເກີດ​ບັນດາ​ການ​ຍາດ​ແຍ່ງ​ດ້ານ​ການ​ຄ້າ​ຢ່າງ​ງ່າຍດາຍ, ສະນັ້ນ, ບັນດາ​ອົງການ​ມີໜ້າ​ທີ່​ຮັບຜິດ ຊອບ​ພາຍ​ໃນ​ປະ​ເທດ​ກໍ່​ຄື​ອົງການ​ການ​ທູດ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ຫວຽດນາມ ຕ້ານ​ຄືນ​ບັນດາ​ຮົ້ວພາສີ, ປອດ​ພາສີ​ນັ້ນ

ການທູດປົກປັກຮັກສາຜົນປະໂຫຍດຂອງຊາດ, ຮ່ວມແຮງຮ່ວມໃຈເພື່ອຈຸດປະສົງເຊື່ອມໂຍງ - ảnh 2

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິງ​ມິ​ງ

ກ່າ​ວຄຳ​ເຫັນ​ທີ່​ກອງ​ປະຊຸມ​ການ​ທູດ​ຄັ້ງທີ 28

 (ພາບ: VGP/Quang Hiếu)

   ການ​ທູດ​ກໍ່​ໄດ້​ຕັ້ງໜ້າ​ຊຸກຍູ້​ບັນດາ​ການ​ເຈລະຈາ​ສ້າງຕັ້ງບັນ​ດາສັນຍາ​ການ​ຄ້າ​ເສລີ (FTA) ຕົ້ນຕໍ, ຜ່ານ​ນັ້ນ, ກຳນົດ​ບັນດາ​ພື້ນຖານ​ຜົນ​ປະ​ໂຫຍ​ດກ່ຽວ​ກັບ​ຍຸດ​ທະ​ສາດ, ການ​ເ​ມື​ອງ ​ແລະ ​ເສດຖະກິດ​ໃຫ້​ແກ່​ການ​ພົວພັນ​ຄູ່​ຮ່ວມ​ມື​ໄລຍະ​ຍາວ​ຂອງ​ຫວຽດນາມ ທີ່​ມີ​ຕໍ່​ທຸກ​ສູນ​ເສດຖະກິດ-​ການ​ຄ້າ​ອັນ​ດັບ​ໜຶ່ງ​ໃນ​ໂລກ. ຕາມ​ທ່ານຟ້າ​ມ​ແຊງ​ເຈົາ, ​ເອກ​ອັກຄະ​ລັດຖະທູ​ດຫວຽດນາມ ປະຈຳ​ ສະຫະພາບ​ເອີ​ລົບ ​ແລ້ວ, ສິ່ງ​ຕົ້ນຕໍ​ແມ່ນ​ເພື່ອ​ປະຕິບັດ​ໜ້າ​ທີ່​ການ​ທູດ​ເສດຖະກິດ​ເປັນ​ຢ່າງ​ດີ​ໃຫ້​ໄດ້ ​ແມ່ນ​ຕ້ອງ​ຄາດ​ຄະ​ເນ​ສະພາບ​ການ​ຢູ່​ປະ​ເທດ​ນັ້ນ, ຈາກນັ້ນ, ​ເປັນ​ເສນາ​ທິການ​ໃຫ້​ພັກ, ລັດ, ວາງ​ອອກ​ບັນດາ​ລັດຖະນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່​ສຳຄັນ:

   “ອີ​ຢູ ພວມ​ຜັນ​ຂະຫຍາຍ​ແນວທາງ​ການ​ຕ່າງປະ​ເທດ​ຕັ້ງໜ້າ ​ແລະ ໜ້າ​ສົນ​ໃຈ​ແມ່ນການ​ເອົາ​ໃຈ​ໃສ່​ເຖິງ​ອາຊີ, ພິ​ເສດ​ແມ່ນ​ອາ​ຊຽນ, ​ໃນ​ນັ້ນ ມີ​ຫວຽດນາມ. ​ໃນ​ສະພາບ​ການ​ຄື​ແນວ​ນັ້ນ, ຫວຽດນາມ ໄດ້​ຊຸກ​ຍູ້ການ​ພົວພັນຫຼາຍ​ດ້ານ​ຢ່າ​ງຕັ້ງໜ້າ​. ​ເປັນຄັ້ງທຳ​ອິດ​ທີ່​ຫວຽດນາມ ໄດ້​ເຊັນ​ຂໍ້​ຕົກລົງ ​ແລະ ພວມ​ດຳ​ເນີນ​ການໃຫ້​ສັດຕະຍາບັນ​ຄູ່​ຮ່ວມ​ມື​ຮອບດ້ານ, ​ເປັນ​ພື້ນຖານ​ດ້ານ​ກົດໝາຍ​ຮອບດ້ານ​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ອີ​ຢູ ​ໃນ​ໄລຍະ​ຈະ​ມາ​ເຖິງ. ຫວຽດນາມ ກໍ່​ພວມ​ປຶກສາ​ຫາລື​ສັນຍາ​ຫັນ​​ເປັນການ​ຄ້າ​​ເສລີ (FTA)  ກັບ​ອີ​ຢູ  ​ແລະ ຫວັງ​ວ່າ​ຈະ​ສິ້ນ​ສຸດ​ລົງ​ໃນ​ທ້າຍ​ປີ 2014“.

  ຈາກ​ຜົນສຳ​ເລັດ​ທີ່​ມີ​ຕໍ່​ຕະຫຼາດ ອິນ​ໂດ​ເນ​ເຊຍ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ​ ອິນ​ໂດ​ເນ​ເຊຍ ຫງວຽນ​ຊວນ​ຖຸຍ ຍັງ​ຢືນ​ຢັນ​ວ່າ ການ​ທູດ​ແມ່ນ​ຕ້ອງ​ເຮັດ​ໜ້າ​ທີ່​ເປີດ​ຊອງທາງ, ຍາມ​ໃດ​ກໍ​ຕີ​ລາຄາ ​ແລະ ທຳ​ນາຍ​ຢ່າງ​ໃກ້ຊິດ​ສຳລັບ​ບັນດາ​ການ​ດັດ​ປັບ​ນະ​ໂຍບາຍ​ຂອງ​ປະ​ເທດ​ທີ່​ຕົນ​ເອງ​ພວມ​ເຄື່ອນ​ໄຫວ, ບັນດາ​ຜົນ​ກະທົບ​ທີ່​ມີ​ຕໍ່​ສະພາບ​ແວ​ດລ້ອມ​ດ້ານ​ຄວາມ​ສະຫງົບ ​ແລະ ພັດທະນາ​ປະ​ເທດ​ຊາດ ​ເພື່ອ​ຈາກ​ນັ້ນ ຍົກ​ອອກຄຳ​ຄິດ​ເຫັນ​ເປັນ​ເສນາ​ທິການ​ຢ່າງ​ທັນ​ການ. ​ໃນ​ສະພາບ​ການ​ທີ່​ຫຍຸ້ງຍາກລວມຂອງ​ໂລກ ​ແຕ່​ວົງ​ເງິນ​ການ​ຄ້າ 2 ສົ້ນ​ຫວຽດນາມ- ອິນ​ໂດ​ເນ​ເຊຍ ຍັງ​ຄົງ​ບັນລຸ​ລະດັບ 4,7ຕື້ USD/ປີ ​ແລະ ສຳຄັນ​ແມ່ນ 2 ຝ່າຍ​ໄດ້​ສ້າງ​ຂອບ​ເຂດ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ​ ອິນ​ໂດ​ເນ​ເຊຍ ຫງວຽນ​ຊວນ​ຖຸຍ ຍັງ​ຢືນ​ຢັນ​ວ່າ :

    “ອິນ​ໂດ​ເນ​ເຊຍພວມ​ພົ້ນ​ເດັ່ນ​ຂຶ້ນ​ແມ່ນ​ຕະຫຼາດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ. ອິນ​ໂດ​ເນ​ເຊຍ ຫາ​ກໍ​ມີ​ການ​ດັດ​ປັບ​ນະ​ໂຍບາຍ​ມະຫາ​ພາກ, ພ້ອມ​ກັນ​ນັ້ນ ກໍ​ຍັງ​ຄົງ​ເສີມ​ຂະຫຍາຍ​ບົດບາດ​ບົນ​ເວ​ທີ່​ສາກົນ. ນັ້ນ​ແມ່ນ​ບັນດາ​ບົດຮຽນທີ່​ພວກ​ເຮົາ​ອາດ​ຈະ​ທາ​ບທາມ ​ແລະ ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ ຕ້ອງ​ມີ​ຄວາມ​ຮັບຜິດຊອບ​ຄົ້ນ​ຄ້ວາ, ກຳ​ໄດ້​ສະພາບ​ຫັນປ່ຽນ, ​ເປັນ​ເສນາ​ທິການ​ໃຫ້​ແກ່​ພັກ ​ແລະ​ລັດ​ຢ່າງ​ທັນ​ການ​ເພື່ອ​ຊອກ​ຫາ​ມາດ​ຕະການ​ເພີ່ມ​ທະວີ​ການ​ຮ່ວມ​ມື ” .

  ມາ​ຮອດ​ຈຸດ​ເວລາ​ນີ້, ສິນຄ້າ​ສົ່ງ​ອອກ​ຂອງ​ຫວຽດນາມ​ໄດ້​ມີໜ້າ​ໃນ​ຕະຫຼາດ​ຂ​ອງ 200 ປະ​ເທດ ​ແລະ ​ເຂດ​ດິນ​ແດນ​ແລ້ວ. ປີ 2013, ຕະຫຼາດ​ເກືອບ​ທັງ​ໝົດ​ລ້ວນ​ແຕ່​ບັນລຸ​ວົງ​ເງິນ​ການ​ຄ້າ​ສົ່ງ​ອອກ​ດັ່ງ​ຈຸດໝາຍ​ວາງ​ອອກ. ນີ້​ແມ່ນ​ໝາກຜົນ​ທີ່​ມີ​ການ​ປະກອບສ່ວນ​ບໍ່​ແມ່ນ​ໜ້ອຍ​ຂອງ​ບັນດາ​ອົງການ​ຜູ້ຕາງໜ້າ​ການ​ທູດ​ຫວຽດນາມ ຢູ່​ຕ່າງປະ​ເທດ.

​ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ຈຸດໝາຍ​ເຊື່ອມ​ໂຍງ

 ​ໂດຍ​ໄດ້​ດຳ​ເນີນ​ໄປ​ໃນ​ຈຸດ​ເວລາ​ທີ່​ປະ​ເທ​ດຊາດ​ພວມ​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ. ກອງ​ປະຊຸມ​ການ​ທູດ​ຄັ້ງນີ້​ມີ​ຄວາມ​ໝາຍ​ຫຼາຍ​ຢ່າງ. ​ໃນ​ສະພາບ​ການ​ທີ່​ຍັງ​ມີ​​ເວລາ 7 ປີ​ອີກ​ທີ່​ຫວຽດນາມ ຈະ​ປະຕິບັດ​ຈຸດໝາຍ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ສຳ​ເລັດ​ຜົນ, ບັນດາ​ຄຳ​ເຫັນ​ປະກອບ​ທີ່​ສຸດ​ຈິດ​ສຸດ​ໃຈ​ຂອງ​ບັນດາ​ອົງການ​ຜູ້ຕາງໜ້າ​ການ​ທູດ​ຢູ່​ຕ່າງປະ​ເທດ ຈະ​ປະກອບ​ສ່ວນຜັນ​ຂະຫຍາຍ​ແນວທາງ​ການ​ຕ່າງປະ​ເທດ, ນະ​ໂຍບາຍ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ​ຮອບດ້ານ​ຢ່າ​ວມີ​ປະສິດທິ​ຜົນ, ນຳ​ມາ​ເຊິ່ງຫຼາຍ​ຜົນງານ​ກ່ວາ​ອີກ​ໃຫ້​ແກ່​ປະ​ເທດ​ຊາດ./.

  

 

ຕອບກັບ

ຂ່າວ/ບົດ​ອື່ນ