ການທູດວັດທະນະທຳປີ 2012: ສືບຕໍ່ໂຄສະນາສີສັນຫວຽດນາມອອກຕ່າງປະເທດ

ປີ 2011, ການ​ທູດ​ດ້ານວັດທະນະທຳ ​ໄດ້​ຕັ້ງໜ້າ​ຊອກ​ຮູ້, ລະດົມ​ບັນດາ​ແຫຼ່ງກຳລັງ​ສັງຄົມ, ປະກອບສ່ວນ​ຈັດ​ຕັ້ງ​ຫຼາຍ​ເຫດການ​ສຳ​ເລັດ​ຜົນ, ​ໂຄສະນາ​ພາບ​ພົດ​ປະ​ເທດ​ຊາດ ​ແລະ​ຊາວ​ຫວຽດນາມ ກໍ່​ຄື​ວັດທະນະທຳ​ຫວຽດນາມ​ເຖິງ​ເພື່ອນ​ມິດສາ​ກົນ. ປີ 2012, ຂະ​ແໜງການ​ທູດຫວຽດນາມສືບ​ຕໍ່​ໂຄສະນາ​ວັດທະນະທຳ​ຫວຽດນາມ ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ​ອອກ​ຕ່າງປະ​ເທດ


ການທູດວັດທະນະທຳປີ 2012: ສືບຕໍ່ໂຄສະນາສີສັນຫວຽດນາມອອກຕ່າງປະເທດ - ảnh 1
(ພາບ: baomoi.com)

​ເຖິງ​ວ່າບໍ່​ມີ​ຫຼາຍ​ເຫດການ​ໃຫຍ່​ກ່ຽວ​ກັບດ້ານ​ການ​ທູດ​ຄື​​ໃນ​ປີ 2010 ກໍ່ຕາມ, ​ແຕ່​ວຽກ​ງານ​ການ​ທູດ​ດ້ານວັດທະນະທຳ​ຂອງ​ຫວຽດນາມ​ໃນປີ 2011, ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​​ແຮງ, ຕິດ​ພັນ​ຢ່າງ​ແໜ້ນ​​ແຟ້ນກັບ​ການ​ທູດ​ດ້ານ​ການ​ເມືອງ​​ແລະ​ການ​ທູດ​ດ້ານ​ເສດຖະກິດ​, ​ຕັ້ງໜ້າ​ແນະນຳ​​ເພື່ອ​ໃຫ້​ເພື່ອນມິດ​ສາກົນ​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ກ່ຽວ​ກັບ​ຫວຽດນາມ. ການ​ທູດ​​ວັດທະນະທຳ ​ໄດ້​ໜູນ​ຊ່ວຍ​ບັນດາ​ອົງການ​ຕາງ​ໜ້າ​ຂອງ​ຫວຽດນາມຢູ່​ຕ່າງປະ​ເທດ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ ​ໂຄສະນາ​ພາບ​ພົດ​ຫວຽດນາມ​ອອກ​ສູ່​ໂລກຢ່າງ​ຕັງ​ໜ້າ, ​ໃນ​ນັ້ນ​ໜ້າ​ສົນ​ໃຈ​ແມ່ນ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ່າງໆ ​ເພື່ອ​ສະ​ເຫຼີ​ມສະຫຼອງ 100 ປີ ​ແຫ່ງ​ວັນ​ປະທານ ​ໂຮ່ຈີ​ມິນ ​ເດີນ​ທາງ​ໄປ ຝະລັ່ງ ​ເພື່ອຊອກຫາ​ເສັ້ນທາງ​ກູ້​ຊາດ​ (1911-2011) ​ແລະ​ສະ​ເຫຼີ​ມສະຫຼອງ 65 ປີ ​ແຫ່​ງວັນ​ປະທານ ​ໂຮ່ຈີ​ມິນ​ໄປ​ຢ້ຽມຢາມ ຝະລັ່ງ ​ໃນ​ຖານະ​ແມ່ນ​ປະມຸກ​ລັດ (1946-2011). ພິ​ເສດ, ປີຜ່ານມາ, ການ​ທູດ​ດ້ານ​ວັດທະນະທຳ ​ໄດ້​ປະກອບສ່ວນ​ນຳ​ມາ​​ໃຫ້ປະ​ເທດ​ຊາດ 12 ນາມມະຍົດ ​ເຊິ່ງ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ UNESCO ວ່າ ​ແມ່ນ​ບັນດາ​ທັດສະນີ​ຍະ​ພາບ, ມໍລະດົກ​ທີ່​ມີ​ຮູບ​ຮ່າງ ​ແລະ ​ບໍ່​ມີ​ຮູບ​ຮ່າງ ຂອງ​ຫວຽດນາມ. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ, ປະທານ​ຄະນະ​ກຳມະການ UNESCO ຫວຽດນາມ ຫງວຽນ​ແທງ​ເຊີນ ຢືນຢັນ​ວ່າ:

ນີ້​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ປະ​ເທດ​ຊາດ. ​ໂດຍ​ຜ່ານ​ບັນດາທັດສະນີ​ຍະ​ພາບ​ທີ່​ສວຍ​ງາມ, ມູນ​ເຊື້ອ​ດ້ານ​ວັດທະນະທຳ, ຈຸດ​ຍອດ​ຍິ່ງ​ດ້ານ​ວັດທະນະທຳ​ຂອງ​ຊາດ… ການ​ທູດ​ດ້ານ​ວັດທະນະທຳ​ໄດ້​ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ​ໃຫ້​ແກ່​ວຽກ​ງານ​ການ​ທູດ​ເວົ້າ​ລວ​ມ, ອັນ​ໄດ້​ຊ່ວຍ​ໃຫ້ການ​ທູດ​ດ້ານ​ການ​ເມືອງ​ບັນລຸ​ໄດ້​ຈຸດໝາຍ​ທີ່​ໄດ້​ວາງ​ອອກ, ສ້າງ​ເປັນ​ພາບ​ພົດ​ຫວຽດນາມ, ທີ່​ຕັ້ງ​ຂອງ​ຫວຽດນາມ​ທີ່​ໝັ້ນຄົງ​ເຂັ້ມ​​ແຂງ​ໃນ​ເວທີ​ສາກົນ, ສົມ​ກັບ​ມູນ​ເຊື້ອ​ແຫ່ງ​ອະລິຍະ​ທຳ​ນັບ​ພັນ​ປີ​ຂອງ​ປະ​ເທດ​ໜຶ່ງ​ທີ່​ມີ​ພົນລະ​ເມືອງ​ເກືອບ 90 ລ້ານ​ຄົນ.”

        ປີ 2011 ກໍ່​ແມ່ນ​ປີ​ທີ່​ເປັນ​ຂີດ​ໝາຍ​ເຫດການ ​ເປັນ​ຄັ້ງ​ທຳ​ອິດ​ທຳ​ອິດທີ່​ວຽກ​ງານ​ການ​ທູດ​ດ້ານ​ວັດທະນະທຳ ຖືກ​ລະບຸ​ໄວ້​ໃນ​ເອກະສານ​ຂອງ​ກອງ​ປະຊຸມ​ໃຫຍ່ ພັກ​ກອມ​ມູນິດ​ຫວຽດນາມ​ຄັ້ງ​ທີ 11, ຖັດຈາກ​ນັ້ນ​ແມ່ນ​ເລື່ອງ ທ່ານ​ນາຍົກລັດຖະມົນຕີ​ໄດ້​ເຊັນ​ອະນຸມັດ​ຍຸດ​ທະ​ສາດ​ການ​ທູດດ້ານ​ວັດທະນະທຳ​ເຖິງ​ປີ 2020. ຍ້ອນ​ເຫດ​ນັ້ນ, ບັນດາ​ການ​ເຄື່ອນ​ໄຫວ​ການ​ທູດ​ດ້ານ​ວັດທະນະທຳ​ຈຶ່ງໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ແຮງ ຕາມ​ຈິດ​ໃຈ​ຂອງ​ບັນດາ​ແຜນ​ນະ​ໂຍບາຍ​ໃຫຍ່ຄື ”​ສ້າງຄວາມ​ຮັບ​ຮູ້​ລວມ ກ່ຽວ​ກັບ​ການ​ເຊື່ອມ​​ໂຍງ​ດ້ານ​ວັດທະນະທຳ, ການ​ທູດດ້ານ​ວັດທະນະທຳ ຕິດ​ພັນ​ກັບ ການ​ທູດດ້ານ​ການ​ເມືອງ ​ແລະ ການ​ທູດດ້ານ​ເສດຖະກິດ; ຕັ້ງໜ້າ​ແນະນຳ ​ເພື່ອ​ໃຫ້​ເພື່ອນ​ມິດສາ​ກົນ​ມີ​ຄວາມ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ຫວຽດນາມ, ​ເຂົ້າ​ຮ່ວມ​ບັນດາ​ອົງການ​ວັດທະນະທຳ​ຫຼາຍ​ຝ່າຍ​ຢ່າງ​ຕັ້ງໜ້າ, ໝູນ​​ໃຊ້​ບັນດາ​ໂຄງການ, ​ແນວ​ຄວາມ​ຄິດ​ຂອງ UNESCO ​ເພື່ອ​ຮັບ​ໃຊ້​ ພາລະກິດ​ພັດທະນາ​ເສດຖະກິດ - ສັງຄົມ ຂອງ​ປະ​ເທດ​ຊາດ ​ແລະ​ ຍົກ​ສູງ​ທີ່​ຕັ້ງ, ບົດບາດ​ຂອງ​ຫວຽດນາມ”. ນີ້​ແມ່ນ​ທິດ​ທາງ​ລວມ, ຮອບດ້ານ, ສະ​ແດງ​ໃຫ້​ເຫັນ​ຄວາມ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ຂອງ​ຫວຽດນາມ ​ໃນ​ຂະ​ບວນວິວັດ ​ແຫ່ງ​ການ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ​​ກັບ​ວັດທະນະທຳ​ໂລກ. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຫງວຽນ​ແທງ​ເຊີນ ​ໃຫ້​ຮູ້​ວ່າ:

        ”​ໃນ​ໄລຍະ​ຜ່ານ​ມາ ກໍ່​ຄື​ໃນ​ໄລຍະ​ຈະ​ມາ​ເຖິງ, ທີ່​ຕັ້ງ​ຂອງ​ປະ​ເທດ​ຊາດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ພວກ​ເຮົາ​ຄວນ​ມີການ​ເຊື່ອມ​ໂຍງ​ຢ່າງ​ແໜ້ນ​ແຟ້ນ ​ແລະ ​ເລິກ​ເຊິ່ງກັບ​ໂລກ. ​ໃນ​ເມື່ອ​ກ່ອນ ​ແມ່ນ​ເຊື່ອມ​ຍົງ ​ເພື່ອ​ພັດທະນາ​ເສດຖະກິດ ​ແນ​​ໃສ່​ປັບປຸງ​ປະ​ເທດ​ຊາດ, ຮັກສາ​ສະຖຽນ​ລະ​ພາບ​ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ໃນ​ສັງຄົມ. ​ແຕ່​ປະຈຸ​ບັນ, ດ້ວຍ​ທ່າອ່ຽງ​ໂລກາ​ພິວັດ, ພວກ​ເຮົາ​ໄດ້​ກຳນົດ​ວ່າ ​ແມ່ນ​ເພື່ອນ​ມິດ​ກັບ​ທຸກໆ​ປະ​ເທດ, ພວກ​ເຮົາ​ຮັກສາ​ສີສັນ, ຫຼັກ​ໝັ້ນ, ​ແນວ​ຄິດ, ຍຶດໝັ້ນ​ແນວ​ຄິດ ​ໂຮ່ຈີ​ມິນ ​ແລະ​ການກຳນົດ​ທິດ​ສັງຄົມ​ນິຍົມ”

        ​ເນັ້ນ​ໜັກ​ກ່ຽວ​ກັບ​​ການສົມທົບ​ການທູດ​ດ້ານ​ວັດທະນະທຳ ກັບ​ວຽກ​ງານ​ກ່ຽວ​ກັບ​ຊາວ​ຫວຽດນາມ​ອາ​ໄສຢູ່​ຕ່າງປະ​ເທດ, ທ່ານ ຫງວຽນ​ແທງ​ເຊີນ ຢືນຢັນ​ວ່າ, ນີ້​ແມ່ນ​ໜ້າ​ທີ່​ສຳຄັນ ​ເຊິ່ງກະຊວງ​ການ​ຕ່າງປະ​ເທດ​ຄວນ​ສືບ​ຕໍ່​ປະຕິບັດ​ໃນ​ປີ 2012 ນີ້. ​ເປີດ​ກວ້າງ​ການ​ພົວພັນ​ແລ​ກປ່ຽນ​ດ້ານ​ວັດທະນະທຳ​ກັບ​ໂລກ ກໍ່​ມີ​ຄວາມ​ໝາຍ​ດຽວ​ກັບ​ເລື່ອງ​ຮັບ​ເອົາ​ດ້ານ​ວັດທະນະທຳ​ດ້ວຍ​ຈຳນວນ​ຫຼາຍຈາກ​ຕ່າງປະ​ເທດ. ດັ່ງ​ນັ້ນ​ຕ້ອງ​ມີ​ການ​ຊີ້​ນຳ ນຳພາ, ກຳນົດ​ທິດ​ໃນ​ການ​ຮັບ​ເອົາ, ​ຄັດ​ເລືອກ​ແຫຼ່ງວັດທະນະທຳ​ຈາກ​ຕ່າງປະ​ເທດ ​ເພື່ອ​ເຊື່ອມ​ໂຍງ​ແຕ່​ບໍ່​ຖືກສູນຫາຍ​ຫຼື​ຈືດ ຈາງໄປ. ​ໃນ​ຊຸມ​ປີຜ່ານມາ, ກະຊວງ​ການ​ຕ່າງປະ​ເທດ ພ້ອມ​ກັບ​ກະຊວງ​ສຶກສາ ບຳລຸງ​ສ້າງ ​ແລະ​ ບັນດາ​ຂະ​ແໜງການ​ກ່ຽວຂ້ອງ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ່າງໆ​ຄື​ສອນ​ພາສາ​ຫວຽດ​ໃຫ້​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ, ປະຕິບັດ​ບັນດາ​ໂຄງການ​ດ້ານ​ຈິດ​ວີນຍານ, ປຸກລະດົມບັນດາ​​ເຫດການ​ທູດ​ດ້ານ​ວັດທະນະທຳ… ການ​ເຄື່ອນ​ໄຫວ​ເຫຼົ່າ​ນັ້ນ ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ດ້ານ​ວັດທະນະທຳ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ເຫດການ​ການ​ເມືອງ ປະກອບສ່ວນ​ໂຄສະນາ​ສຶກສາ​ກ່ຽວ​ກັບສີສັນ ຂອງ​ຫວຽດນາມ​ໃຫ້ວົງ​ຄະນາ​ຍາດ​ຊາວ​ຫວຽດນາມຢູ່​ຕ່າງປະ​ເທດ​​ມີ​ຄວາມ​ເຂົ້າ​ໃຈຕື່ມ​ອີກ.

        ”ປີ 2012, ໜຶ່ງ​ໃນ​ບັນດາ​ການກຳນົດ​ທິດ​ອັນເປັນ​ພື້ນຖານນັ້ນ​ແມ່ນ ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ຄະນະ, ສະມາຄົມ​ຢູ່​ທ້ອງ​ຖີ່​ນຕ່າງໆ. ພວກ​ເຮົາ​ກໍ່​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ນຳ​ພໍ່​ແມ່ປະຊາຊົນກັບ​ເມືອ​ປະ​ເທດ, ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ພົວພັນແລກປ່ຽນລະຫວ່າງ​ວົງ​ການ​ສື່​ມວນ​ຊົນ​ພາຍ​ໃນ​ກັບ​ຕ່າງປະ​ເທດ ​ເພື່ອ​​ໂຄສະນາ​ຂ່າວຄາວ​ຫຼ້າ​ສຸດ​ເຖິງ​ພໍ່​ແມ່​ປະຊາຊົນ​ຊາວ​ຫວຽດນາມ​ທີ່​ອາ​​ໄສ​ຢູ່​ຕ່າງປະ​ເທດ”

        ​ໃນ​ການ​ເຄື່ອນ​ໄຫວ​ການ​ທູດ, ບາງ​ເທື່ອ​ວັດທະນະທຳ​ຈະ​ໄປ​ກ່ອນ​ການ​ເມືອງ​ບາດກ້າວ​ໜຶ່ງ. ພວກ​ເຮົາ​ສາມາດ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​​ພົວພັນແລກປ່ຽນ ດ້ານ​ວັດທະນະທຳ​ຂຶ້ນ ​ໃນເມື່ອ​ບໍ່​ທັນ​ມີ​ການ​ພົວພັນ​ທາງ​ການ​ທູດ. ​ແລະ ​ວັດທະ ນະທຳ​ຈະ​ແມ່ນ​ຂົວ​ເຊື່ອມ​ຕໍ່​ ທີ່​ພາ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ. ດັ່ງ​ນັ້ນ ການ​ສ້າງ​ຍຸດ​ທະ​ສາດ​ໄລຍະ​ຍາວ​ໃຫ້​ແກ່​ການ​ທູດ​ວັດທະນະທຳ ​ກໍ່ແມ່ນ​ການສ້າງ​ແຫຼ່ງກຳລັງ​ຕື່ມ​ອີກ​ໃຫ້​ແກ່​ທີ່​ຕັ້ງ​ຂອງ​ຫວຽດນາມ​ໃນ​ເວທີ​ສາກົນ
                                                                                                         ແອ້ງຮ່ວຽນ

ຕອບກັບ

ຂ່າວ/ບົດ​ອື່ນ