ການປະທະກັນຢູ່ເຂດ ກາຊາ ເຄັ່ງຕຶງຂຶ້ນຕື່ມ

(VOVWORLD) - ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ຖະແຫຼງວ່າ ຈະເປີດບັ້ນບຸກໂຈມຕີຄັ້ງໃໝ່ຢູ່ເຂດ ກາຊາ
ການປະທະກັນຢູ່ເຂດ ກາຊາ ເຄັ່ງຕຶງຂຶ້ນຕື່ມ - ảnh 1ທະຫານ ອິດສະຣາແອັນ ຢູ່ເຂດ ກາຊາ
(ພາບ: THX)

ບັນດາການປະທະກັນທີ່ແກ່ຍາວເປັນເວລາກວ່າ 18 ເດືອນຜ່ານມາຢູ່ເຂດ ກາຊາ ໃກ້ຈະກ້າວເຂົ້າໄລຍະໃໝ່ທີ່ຮ້າຍແຮງກວ່າ ເມື່ອວັນທີ 05 ພຶດສະພາ, ລັດຖະບານ ອິດສະຣາແອັນ ຖະແຫຼງຈະເປີດບັ້ນການທະຫານລົງເລິກ ເພື່ອຈຸດປະສົງສຸດທ້າຍແມ່ນຄວບຄຸມເຂດດິນແດນແຫ່ງນີ້ທັງໝົດ, ການກະທຳດັ່ງກ່າວອາດຈະເຮັດໃຫ້ທົ່ວພາກພື້ນຕາເວັນອອກກາງ ທີ່ພວມຂາດຄວາມສະຖຽນລະພາບ ຍິ່ງສັບສົນຂຶ້ນຕື່ມ.

        ໃນຖະແຫຼງການທີ່ໄດ້ຍົກອອກມາໃນວັນທີ 05 ພຶດສະພາ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ຖະແຫຼງວ່າ ຈະເປີດບັ້ນບຸກໂຈມຕີຄັ້ງໃໝ່ຢູ່ເຂດ ກາຊາ, ຖືນີ້ແມ່ນໄລຍະຕໍ່ໄປຂອງການປະທະກັນກັບບັນດາເປົ້າໝາຍໃໝ່.

ຄວາມຄາດໝາຍໃໝ່ຂອງ ອິດສະຣາແອັນ

        ສັນຍານກ່ຽວກັບບັ້ນການທະຫານທີ່ມີຂອບຂະໜາດໃຫຍ່ຂອງ ອິດສະຣາແອັນ ແນໃສ່ເຂດ ກາຊາ ເລີ່ມຈາກທ້າຍອາທິດກ່ອນ ເມື່ອກອງທັບ ອິດສະຣາແອັນ ໄດ້ຮຽກໂຮມທະຫານສຳຮອງນັບສີບພັນຄົນ, ພ້ອມກັນນັ້ນ ກໍ່ໄດ້ຈັດກອງປະຊຸມຄະນະລັດຖະບານຢ່າງຮີບດ່ວນໃນຕອນຄ່ຳວັນທີ 04 ພຶດສະພາ. ກອງປະຊຸມດັ່ງກ່າວໄດ້ເຫັນດີຮັບຮອງເອົາແຜນການເປີດກວ້າງບັ້ນການທະຫານທາງບົກຂອງ ອິດສະຣາແອັນ, ດ້ວຍເນື້ອໃນຕົ້ນຕໍ, ລວມມີ: ບັນດາການບຸກໂຈມຕີຢ່າງແຮງແນໃສ່ ຮາມາດສ; ຮັກສາສິດຄວບຄຸມບັນດາເຂດດິນແດນ, ແລະ ຍົກຍ້າຍພົນລະເມືອງຢູ່ເຂດ ກາຊາ ໄປທາງທິດ ໃຕ້. ຄະນະລັດຖະບານ ອິດສະຣາແອັນ ກໍ່ຮັບຮ້ອງເອົາຄວາມອາດສາມາດແຈກຢາຍມະນຸດສະທຳຢູ່ເຂດ ກາຊາ, ເປັນແຫ່ງທີ່ບໍ່ໄດ້ຮັບການອຸປະຖຳນັບແຕ່ວັນທີ 02 ມີນາ. ສິ່ງທີ່ໜ້າສົນໃຈ ແລະ ໄດ້ສ້າງຄວາມວິຕົກກັງວົນທີ່ສຸດໃນແຜນການທະຫານໃໝ່ຂອງ ອິດສະຣາແອັນ ຢູ່ເຂດ ກາຊາ ແມ່ນ ຄວາມຄາດໝາຍອັນຍາວນານຂອງ ອິດສະຣາແອັນ ຢູ່ເຂດ ກາຊາ.

ການປະທະກັນຢູ່ເຂດ ກາຊາ ເຄັ່ງຕຶງຂຶ້ນຕື່ມ - ảnh 2ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu
(ພາບ: THX/TTXVN)

ເຖິງວ່າບໍ່ເຕື້ອງເຖິງເລື່ອງຢຶດຄອງເຂດ ກາຊາ ໂດຍບໍ່ມີກຳນົດເວລາແບບໂດຍກົງ, ແຕ່ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ກໍ່ໃຫ້ຮູ້ວ່າ, ກອງທັບ ອິດສະຣາແອັນ ຈະບໍ່ປະຕິບັດຍຸດທະສາດຄືກ່ອນນີ້ອີກ.

        “ມີສິ່ງທີ່ຕ້ອງເຮັດແຈ້ງ, ນັ້ນແມ່ນທະຫານຂອງພວກຂ້າພະເຈົ້າຈະບໍ່ບຸກເຂົ້າເຂດ ກາຊາ ແລ້ວຖອນຕົວອອກ. ພວກເຮົາອາດຈະສົ່ງທະຫານສຳຮອງມາຢຶດຄອງບັນດາເຂດດິນແດນ ແລ້ວປະມັນໄວ້ ແລະ ສືບຕໍ່ດຳເນີນບັ້ນຮົບຢູ່ສ່ວນທີ່ຍັງເຫຼືອ? ນັ້ນບໍ່ແມ່ນແຜນການ ແລະ ແນວຄິດຂອງພວກຂ້າພະເຈົ້າ. ແນວຄິດຂອງພວກຂ້າພະເຈົ້າແມ່ນກົງກັນຂ້າມ”.

        ນອກຈາກແຜນການທະຫານໃໝ່, ມີຫຼາຍແຫຼ່ງຂ່າວຢູ່ເຂດ ຕາເວັນອອກກາງ ກໍ່ໃຫ້ຮູ້ວ່າ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ ພວມສືບຕໍ່ຊຸກຍູ້ຂໍ້ສະເໜີຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ກ່ຽວກັບເລື່ອງປະຊາຊົນເຂດ ກາຊາ ຍົກຍ້າຍໄປຄັ້ງຖິ່ນຖານຢູ່ບັນດາປະເທດບ້ານໃກ້ເຮືອນຄຽງຄື ຈໍແດນ ຫຼື ອີຢິບ ດ້ວຍຄວາມສະໝັກໃຈ. ບັນດາການກະທຳດັ່ງກ່າວຖືກຄັດຄ້ານຈາກຫຼາຍຝ່າຍ. ສະຫະປະຊາຊາດກ່າວເຕືອນກ່ຽວກັບບັ້ນການທະຫານໃໝ່ຈະຍິ່ງເຮັດໃຫ້ວິນາດສະກຳມະນຸດສະທຳໃນປະຈຸບັນຢູ່ເຂດ ກາຊາ ຍິ່ງຮ້າຍແຮງ. ທ່ານ Farhan Haq, ຮອງໂຄສົກຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ, ຖະແຫຼງວ່າ:

        “ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາບົດລາຍງານກ່ຽວກັບແຜນການຂອງ ອິດສະຣາແອັນ ທີ່ຈະເປີດກວ້າງບັນດາບັ້ນການທະຫານທາງບົກ, ກໍຄືແກ່ຍາວການມີໜ້າດ້ານການທະຫານຢູ່ເຂດ ກາຊາ. ສິ່ງດັ່ງກ່າວແນ່ນອນວ່າຈະພາໄປເຖິງເລື່ອງ ຈະມີສາມັນຊົນຫຼາຍຄົນຖືກເຂັ່ນຂ້າ ແລະ ພື້ນຖານໂຄງລ່າງຂອງ ກາຊາ ຖືກທຳລາຍ. ກາຊາ ຕ້ອງແມ່ນສ່ວນໜຶ່ງຂອງລັດ ປາແລັດສະຕິນ ໃນອະນາຄົດ”.

        ແຜນການທະຫານໃໝ່ຂອງ ອິດສະຣາແອັນ ໄດ້ປະກາດໃນຈຸດເວລາມີຫຼາຍອົງການຈັດຕັ້ງສາກົນຕີລາຄາວ່າ ໄພພິບັດມະນຸດສະທຳຢູ່ເຂດ ກາຊາ ອາດຈະເກີນບັນດາຄວາມສາມາດທົນທານໄດ້ແລ້ວ.

ຄວາມເຄັ່ງຕຶງໃນຫຼາຍດ້ານ

        ຕາມວົງການນັກໄຈ້ແຍກແລ້ວ, ແຜນການດ້ານການທະຫານໃໝ່ຂອງ ອິດສະຣາແອັນ ຢູ່ເຂດ ກາຊາ ໄດ້ກະກຽມມາເປັນເວລາຫຼາຍເດືອນແລ້ວ ແລະ ເລື່ອງເລືອກເອົາຈຸດເວລາເພື່ອປະກາດແຜນການນີ້ແມ່ນກ່ອນການເດີນທາງໄປຢ້ຽມຢາມເຂດ ຕາເວັນອອກກາງ ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump, ເຊິ່ງຄາດວ່າຈະດຳເນີນແຕ່ວັນທີ 13 – 16 ພຶດສະພາ, ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ລັດຖະບານ ອິດສະຣາແອັນ ຢາກສືບຕໍ່ເກ້ຍກ່ອມອຳນາດການປົກຄອງ ອາເມລິກາ ເດີນຕາມແຜນການ ກາຊາ ກ່ອນນີ້ຂອງທ່ານປະທານນາທິບໍດີ Donald Trump ແມ່ນຍົກຍ້າຍສາມັນຊົນຢູ່ເຂດ ກາຊາ ທັງໝົດໄປສູ່ປະເທດອື່ນ ແລະ ອາເມລິກາ ກໍ່ພ້ອມກັບ ອິດສະຣາແອັນ ຮັບຄວບຄຸມຕໍ່.

        ຄວາມວິຕົກກັງວົນຍິ່ງໃຫຍ່ຫຼວງກວ່າແມ່ນວັນທີ 05 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ປະຕິເສດການໃຫ້ຄຳເຫັນກ່ຽວກັບແຜນການທະຫານໃໝ່ຂອງ ອິດສະຣາແອັນ ຢູ່ເຂດ ກາຊາ ແລະ ພຽງແຕ່ໃຫ້ຮູ້ວ່າ, ອາເມລິກາ ຈະໜູນຊ່ວຍສະໜອງທັນຍາຫານໃຫ້ແກ່ປະຊາຊົນເຂດ ກາຊາ. ຕາມທ່ານນາງ Emma Ashford, ນັກຄົ້ນຄວ້າຢູ່ສູນ Stimson (ອາເມລິກາ) ແລ້ວ, ໃນບັນຫາ ອິດສະຣາແອັນ, ທ່ານ Donald Trump ກໍ່ຖືກຄວາມກົດດັນຢ່າງໃຫຍ່ຫຼວງຈາກພາຍໃນປະເທດ ອາເມລິກາ ເອງ.

        “ມີຫຼາຍຄົນສະໜັບສະໜູນທ່ານ Donald Trump, ເຖິງວ່າຈະແມ່ນບັນດາທ່ານທີ່ຄຳປຶກສາຢູ່ທຳນຽບຂາວ ຫຼື ບັນດາສະມາຊິກໃນພັກສາທາລະນະ, ລ້ວນແຕ່ສະໜັບສະໜູນ ອິດສະຣາແອັນ ໃນບັນຫາ ກາຊາ, ອີຣານ ຫຼື ຕາເວັນອອກກາງ ເວົ້າລວມຢ່າງແຮງ, ຍິ່ງກວ່າໃຫ້ການສະໜັບສະໜູນທີ່ທ່ານ Trump ເອງຫຼື ນະໂຍບາຍ “ປະເທດ ອາເມລິກາ ເໜືອກວ່າສິ່ງໃດໝົດ”.

        ຕາມວົງການນັກສັງເກດການແລ້ວ, ຊຸມອາທິດຈະມາເຖິງອາດໄດ້ຮັບຖືວ່າ “ແມ່ນໄລຍະອັນຕະລາຍ” ຢູ່ເຂດຕາເວັນອອກກາງ, ຍ້ອນຈຸດເວລາ ອິດສະຣາແອັນ ເປີດບັ້ນການທະຫານໃໝ່ຢູ່ເຂດ ກາຊາ ຈະພ້ອມດຽວກັນກັບເວລາທີ່ບັນດານັກເຈລະຈາດ້ານນິວເຄຼຍລະຫວ່າງ ອາເມລິກາ ແລະ ອີຣານ ຕ້ອງບັນລຸໄດ້ບັນດາບາດກ້າວໃຫຍ່, ຖ້າບໍ່ບັນລຸໄດ້ອຳນາດການປົກຄອງ ອາເມລິກາ ອາດຈະຕ້ອງນຳໃຊ້ມາດຕະການດ້ານການທະຫານຄືທີ່ໄດ້ນາບຂູ່ກ່ອນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ