(vovworld) – ໃນສັບປະດາ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Jonh Kerry ເລີ່ມເດີນທາງໄປຢ້ຽມຢາມ 3 ປະເທດອາຊີແມ່ນ: ຈີນ, ສເກົາຫຼີ, ແລະ ຍີ່ປຸ່ນ. ເຖິງວ່າບໍ່ແມ່ນການເດີນທາງໄປປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດ ພາຍຫຼັງທີ່ທ່ານໄດ້ຮັບດຳລົງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດກໍ່ຕາມ, ແຕ່ສານຕ່າງໆທີ່ຖືກຍົກອອກມາກ່ອນການເດີນທາງນັ້ນໄດ້ສະແດງໃຫ້ເຫັນວ່າ, ນະໂຍບາຍມຸ້ງໄປສູ່ອາຊີຍັງຄົງໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກອຳນາດການປົດຄອງຂອງປະທານາທິບໍດີ Brak Obama.
ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Jonh Kerry
(ພາບອິນເຕີແນດ)
ການຢ້ຽມຢາມອາຊີ ຂອງທ່ານລັດຖະມົນຕີການຕ່າງປະເທດ Jonh Kerry ໄດ້ຮັບຖືວ່າ ແມ່ນການພິສູດໃຫ້ຄຳຖະແຫຼງກ່ອນນັ້ນຂອງທ່ານທີ່ມີຕໍ່ຜູ້ຮ່ວມຕຳແໜ່ງອົດສະຕາລີ Bob Carr ເມື່ອທ່ານຜູ້ນີ້ພວມຢູ່ຢ້ຽມຢາມວໍຊິງຕັນໃນເດືອນ 3 ຜ່ານມາ, ນັ້ນແມ່ນຈະຍືດໝັ້ນນະໂຍບາຍຂອງອາເມລິກາ ໃນການສ້າງຄວາມສົມດູນຄືນໃໝ່ກັບອາຊີ. ຊຳ້ບໍ່ໜຳ, ທ່ານຈະມີຄວາມເອົາໃຈໃສ່ເຖິງທະວີບນີ້ຫຼາຍກວ່າອີກ. ຕາມແຜນການເດີນທາງແລ້ວ, ທ່ານລັດຖະມົນຕີ Jonh Kerry ຈະໄປຢ້ຽມຢາມ ສເກົາຫຼີ, ຍີ່ປຸ່ນ ແລະ ຈີນ ພາຍຫຼັງທີ່ເຂົ້າຮ່ວມກອງປະຊຸມຂອງລັດຖະມົນຕີບັນດາປະເທດໃນກຸ່ມ ຈີ 8 ຢູ່ລອນດອນ ໃນລະຫວ່າງວັນທີ 10 ແລະ 11/4. ຈຸດປະສົງຂອງການຢ້ຽມຢາມ ແມ່ນຈະສືບຕໍ່ຢັ້ງຢືນຄຳໝັ້ນສັນຍາຂອງອຳນາດການປົກຄອງ ກ່ຽວກັບການເປີດກວ້າງ ແລະ ຊຸກຍູ້ຄວາມໝັ້ນຄົງ, ເສດຖະກິດ ແລະ ບັນດາຜົນປະໂຫຍດດ້ານຍຸດທະສາດອື່ນໆຂອງອາເມລິກາ ຢູ່ພາກພື້ນອາຊີ - ປາຊີຝິກ. ຄາດວ່າທ່ານລັດຖະມົນຕີ Jonh Kerry ກໍ່ຈະປຶກສາຫາລືຫຼາຍບັນຫາສອງຝ່າຍ, ຫຼາຍຝ່າຍ ແລະ ບັນຫາພາກພື້ນ ກໍ່ຄືການຮ່ວມມືດ້ານເສດຖະກິດ ແລະ ສິ່ງແວດລ້ອມ. ໃນນັ້ນ, ສິ່ງທີ່ໜ້າສົນໃຈທີ່ສຸດນັ້ນແມ່ນເລື່ອງ ສປປ ເກົາຫຼີ ທົດລອງນິວຄະເລຍ, ກໍ່ຄືການກະທຳທີ່ນັບມື້ນັບເຄັ່ງຕຶງໃນປະຈຸບັນຢູ່ແຫຼມເກົາຫຼີ. ນີ້ແມ່ນເນື້ອໃນຕົ້ນຕໍ່ຂອງການພົບປະລະຫວ່າງລັດຖະມົນຕີການຕ່າງປະເທດອາເມລິກາ ກັບການນຳ 3 ປະເທດ ຈີນ, ສເກົາຫຼີ ແລະ ຍີ່ປຸ່ນ. . ນີ້ແມ່ນສິ່ງທີ່ເຂົ້າໃຈງ່າຍ ເມື່ອການຢ້ຽມຢາມຂອງທ່ານລັດຖະມົນຕີ Jonh Kerry ດຳເນີນໄປໃນສະພາບຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີນັບມື້ນັບເພີ່ມຂຶ້ນ, ດ້ວຍເລື່ອງພຽງຢາງນາບຂູ່ຈະບຸກໂຈມຕີວໍຊິງຕັນ ແລະ ເຊີອູນ, ໃນຂະນະທີ່ອາເມລິກາ ສົ່ງອາວຸດທີ່ທັນສະໄໝເຖິງ ສເກົາຫຼີ ເພື່ອຊ້ອມຮົບ. ກ່າວຄວາມເຫັນກ່ອນການເດີນທາງ, ທ່ານລັດຖະມົນຕີ Jonh Kerry ໄດ້ຢັ້ງຢືນຄືນໃໝ່ວ່າອາເມລິກາ ຈະເຮັດທຸກສິ່ງທຸກຢ່າງທີ່ຈຳເປັນ ເພື່ອປ້ອງກັນຕົວເອງ ແລະ ປ້ອງກັນບັນດາພັນທະມິດແມ່ນ ສເກົາຫຼີ ແລະ ຍີ່ປຸ່ນ. ວໍຊິງຕັນໄດ້ກຽມພ້ອມຢ່າງຄົບຖ້ວນ ແລະ ມີຄວາມສາມາດເຮັດສິ່ງດັ່ງກ່າວ.
ຕໍ່ໜ້າເຈດຕະນາດີຂອງທ່ານລັດຖະມົນຕີ Jonh Kerry, ວັນທີ 5/4, ຍີ່ປຸ່ນໄດ້ຍົກອອກບົດລາຍງານກ່ຽວກັບນະໂຍບາຍການຕ່າງປະເທດປະຈຳປີ, ຫຼືເອີ້ນວ່າປື້ມປົກຂຽວກ່ຽວກັບການຕ່າງປະເທດ, ໃນນັ້ນໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນປ້ອງກັນຄວາມສະຫງົບລະຫວ່າງຍີ່ປຸ່ນ - ອາເມລິກາໃນການຮັກສາສະຖຽນລະພາບຢູ່ພາກພື້ນອາຊີ - ປາຊີຝິກ, ບົດລາຍງານຊີ້ແຈ້ງວ່າ, ການພົວພັນຍີ່ປຸ່ນ - ອາເມລິກາ ແມ່ນຫີນກ້ອນໃຫຍ່ໃນພາກພື້ນ. ບົດລາຍງານກໍ່ຢືນຢັນວ່າ ຍີ່ປຸ່ນຈະຊອກຫາການຮ່ວມມືກັບປະເທດຕ່າງໆ, ໃນນັ້ນມີອາເມລິກາ ເພື່ອຮຽກຮ້ອງໃຫ້ ສປປເກົາຫຼີ ປະຕິບັດບັນດາມະຕິຂອງສະພາຄວາມໝັ້ນຄົງ ສປຊ ແລະ ບັນດາຂໍ້ຕົກລົງທີ່ບັນລຸໄດ້ທີ່ການເຈລະຈາ 6 ຝ່າຍ.
ບັນດາຄຳຢືນຢັນດ້ວຍຄວາມປະເອີບໃຈຖືກຍົກອອກມາຢ່າງລຽນຕິດ ໃນການປະຕິບັດງານຢູ່ອາຊີ ຄັ້ງທຳອິດຂອງລັດຖະມົນຕີການຕ່າງປະເທດອາເມລິກາຄົນໃໝ່ນັ້ນ ບໍ່ໝາຍຄວາມວ່ານະໂຍບາຍກັບຄືນສູ່ອາຊີ ມີຄວາມສະດວກຢ່າງສິ້ນເຊິງ, ຫາກໄດ້ຮັບຖືວ່າຍັງປະສົບກັບຄວາມຫຍຸ້ງຍາກ, ເມື່ອບັນດາລາຍການຫຼຸດຜ່ອນງົບປະມານພວມໄດ້ຮັບການປະຕິບັດຢູ່ອາເມລິກາ, ອັນໄດ້ເຮັດໃຫ້ທ່ານລັດຖະມົນຕີ Jonh Kerry ຕ້ອງສົງໃສຕໍ່ເປົ້າໝາຍຂອງນະໂຍບາຍການຕ່າງປະເທດນີ້. ສ່ວນລັດຖະມົນຕີປ້ອງກັນປະເທດອາເມລິກາ Chuck Hagel ກໍ່ຢາກຕີລາຄາຄືນຍຸດທະສາດນີ້ ເພື່ອໃຫ້ເໝາະສົມກັບງົບປະມານຕົວຈິງໃນປະຈຸບັນ.
ພາຍຫຼັງການຢ້ຽມຢາມ 3 ປະເທດອາຊີ ຂອງທ່ານລັດຖະມົນຕີ Jonh Kerry ຄັ້ງນີ້, ໃນເດືອນ 6, ທ່ານກໍ່ຈະກັບຄືນອາຊີ ເພື່ອເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ເຊິ່ງຈັດຂຶ້ນຢູ່ ບຮູໃນ ແລະ ໄປຢ້ຽມຢາມບາງປະເທດອາຊີຕາເວັນອອກສ່ຽງໃຕ້. ການຢ້ຽມຢາມເຫຼົ່ານັ້ນໄດ້ສະແດງໃຫ້ເຫັນວ່າ, ອາຊີ, ພາກພື້ນທີ່ຂະຫຍັນຂັນເຂື່ອນທີ່ສຸດໃນໂລກ ຍາມໃດກໍ່ຢູ່ໃນນະໂຍບາຍການຕ່າງປະເທດຂອງອຳນາດການປົກຄອງ Barack Obama.