ການຢ້ຽມຢາມເພື່ອອະນາຄົດ

 ການຢ້ຽມຢາມເພື່ອອະນາຄົດ - ảnh 1
ທ່ານ​ຮອງ​ປະທານ​ປະ​ເທດ​ຈີນ ສີ​ຈິ​ນຜິ​ງ​ຢ້ຽ​ມຢາມອາເມລິກາ
(ພາບ: tienphong.vn)

   ທ່ານ​ຮອງ​ປະທານ​ປະ​ເທດ​ຈີນ ສີ​ຈິ​ນຜິ​ງ ພວມ​ທຳ​ການ​ຢ້ຽ​ມຢາມ ອາເມລິກາຢ່າງ ເປັນທາງການໃນເວລາ 5 ວັນ. ນອກຈາກຈຸດປະສົງຊຸກຍູ້ ການຮ່ວມມືທາງດ້ານ ເສດຖະກິດ​ແລ້ວ, ການ​ຢ້ຽມຢາມ​ຍັງ​ເປັນ​ການ​ຊ່ວຍ​ປັບປຸງ​ ຄວາມ​ເຊື່ອ​ໝັ້ນ, ​ເພີ່ມ​ທະວີ​ລະດັບ​ຄວາມ​ຮັບ​ຮູ້​ລະຫວ່າງ​ການ​ນຳ​ຂອງ 2 ປະ​ເທ​ດ ​ແລະ ບັນ​ເທົາ​ຄວາມ​ບໍ່​ລົງ​ລອຍກັນທີ່​ຄົງ​ຄ້າງມາ​ແດ່​ດົນ​ນານລະຫວ່າງ 2 ປະ​ເທດ​ມະຫາ​ອຳນາດ​ໃນ​ໂລກ​ນີ້.

    ບໍ່​ພຽງ​ແຕ່​ເປັນ​ການ​ຢ້ຽມຢາມສັນຖະວະ​ໄມຕີ​ ​ແລະ ​ເພື່ອ​ຕອບ​ແທນ​ການ​ຢ້ຽມຢາມ​ຈີນ​ຂອງ​ຮອງ​ປະທານາທິບໍດີອາ​ເມ​ລິ​ກາ Joe Biden ​ເມື່ອ​ທ້າຍ​ປີ​ກາຍເທົ່ານັ້ນ, ທາງ​ດ້ານ​ເນື້ອ​ແທ້​ຂອງການ​ຢ້ຽມຢາມ​ອາ​ເມ​ລິ​ກາ​ຂອງ ທ່ານ​ຮອງ​ປະທານ​ປະ​ເທດ​ຈີນ ສີ​ຈິ​ນຜິ​ງ ຄັ້ງ​ນີ້ ​ແມ່ນ​ມີ​ຄວາມ​ໝາຍ​ຫຼາຍ​ຢ່າງ.​ໂດຍ​ຖືກ​ດຳ​ເນີນ​ກົງ​ກັບ​ຈຸດ​ເວລາ​ກ່ອນ​ນີ້ 40 ປີ​ເຕັມ, ຊື່​ງຄາວ​ນັ້ນ, ທ່ານປະທາ​ທາ​ທິບໍດີອາ​ເມ​ລິ​ກາ Nison ​ໄດ້ທຳ​ການ​ຢ້ຽມຢາມ​ຈີນ​ຢ່າງ​ປິດ​ລັບ ​ແລະ ​ໄດ້​ອອກ​ຖະ​ແຫຼ​ງການ ຊຽງ​ໄຮ, ອັນ​ໄດ້​ເປີດ​ຊ່ອງ​ທາງ​ເພື່ອ​​ໂອ້​ລົມສົນທະນາ​​ຢ່າງ​ເປັນ​ທາງ​ການ ​ແລະ ສ້າງ​ພື້ນຖານ​​ເພື່ອໃຫ້ການ​ພົວພັນ ອາ​ເມ​ລິ​ກາ-ຈີນ​ພັດທະນາ​ຢ່າງ​ແຂງ​ແຮງ. ພາຍຫຼັງ 40 ປີ, ການ​ປະກົດ​ຕົວ​ຢູ່​ອາ​ເມ​ລິ​ກາຂອງ​ທ່ານ​ຮອງ​ປະທານ​ປະ​ເທດ​ຈີນ ສີ​ຈິ​ນຜິ​ງ ຊຶ່ງ​ແມ່ນ​ສ່ວນ​ບຸກຄົນ​ຖືກ​ຖື​ວ່າ​ຈະຂຶ້ນ​ກຳ​ອຳນາດ​​ສູງ​ສຸດ​ໃນ​ປະ​ເທດ​ຈີນ ກໍ​ກົງ​ກັບ​​ໂອກາດ​ສະ​ເຫຼີ​ມສະຫຼອງ​ເຫດການ​ທີ່​ສຳຄັນ​ຍິ່ງ​ນີ້ ຍັງ​ເພື່ອ​ແນ​ໃສ່​ປັບປຸງ​ໄມຕີ​ຈິດ​ລະຫວ່າງ 2 ຝ່າ​ຍ, ພິ​ເສດ​ພາຍຫຼັງ​ເກີດ​ຄວາມ​ບໍ່​ລົງ​ລອຍ​ກັນ​ເມື່ອ​ມໍ່ໆ​ມາ​ນີ້. ທຳ​ອິດ​ແມ່ນ​ຖະ​ແຫຼ​ງການ​ຂອງ​ອາ​ເມ​ລິ​ກາ​ກ່ຽວ​ກັບ​ສັງກາດ​ມະຫາສະໝຸດປາຊີ​ຟິກ, ຕໍ່​ຈາກ​ນັ້ນ, ​ແມ່ນ​ບັນດາຄວາມ​ບໍ່​ລົງ​ລອຍ​ກັນທີ່​ກ່ຽວຂ້ອງ​ເຖິງ​ບັນຫາ ຊີຣີ, ອີຣານ, ສປປ​ເກົ​່າຫຼີ ​ແລະ​ ເປັນຕົ້ນ​ແມ່ນ​ການ​ໂຕ້​ຖຽງ​ກັນ​ແຕ່​ນານ​ມາ​ແລ້ວ​ກ່ຽວ​ກັບບັນຫາ ​ຄວາມ​ຂາດດູນ​ການ​ຄ້າ​ລະຫວ່າງ ອາ​ເມ​ລິ​ກາ-ຈີນ, ຊຶ່ງ​ກ່ຽວຂ້ອງ​ເຖິງ​ອັດຕາ​ແລກປ່ຽນ​ສະ​ກູນ​ເງິນ​ຢວນ. ​ແລະ​ພິ​ເສດ ​ໃນ​ສະພາວະ​ທີ່​ທັງ 2 ປະ​ເທດ​ໃນ​ປີ​ນີ້​ຈະ​ກ້າວ​ເຂົ້າ​ສູ່​ການ​ເລືອກ​ຕັ້ງ, ​ມອບ​ໂອນ​ສິດ​ອຳນາດນັ້ນ, ການ​ຢ້ຽມຢາມ​ອາ​ເມ​ລິ​ກາ​ຂອງ ທ່ານ​ຮອງ​ປະທານ​ປະ​ເທດ​ຈີນ ສີ​ຈິ​ນຜິ​ງ ຄັ້ງ​ນີ້ ​ແນ​ໃສ່​ຊ່ວຍ​ໃຫ້​ທັງ 2 ຝ່າຍ​ຊອກ​ຮູ້​ສະພາບ​ການ​ຕົວ​ຈິງ​ຢູ່​ແຕ່ລະ​ປະ​ເທດ, ​ເພີ່ມ​ທະວີ​ຄວາມ​ຮັບ​ຮູ້​ເຂົ້າ​ໃຈ​ຊຶ່ງ​ກັນ ​ແລະ ກັນ.

   ຢູ່​ອາ​ເມ​ລິ​ກາ, ທ່ານ​ຮອງ​ປະທານ​ປະ​ເທດ​ຈີນ ສີ​ຈິ​ນຜິ​ງ​ໄດ້​ຮັບ​ການ​ຕ້ອນຮັບ​ຢ່າງ​ສົມ​ກຽດດ້ວຍ​ການ​ຍິງປືນ​ໃຫຍ່ 21 ລູກ, ຊຶ່ງ​ແມ່ນ​ພິທີ​ບໍ່​ເຄີຍ​ຈັດ​ຂຶ້ນຈັກ​ເທື່ອ​ເພື່ອ​ຕ້ອນຮັບ​ຮອງ​ປະທານ​ປະ​ເທດ​ຫຼື​ຮອງ​ປະທານາທິບໍດີ​ຂອງ​ປະ​ເທດ​ໃດ​ທີ່​ມາ​ຢ້ຽມຢາມ​ອາ​ເມລິກາ​ກ່ອນ​ນີ້. ວົງ​ການ​ນັກ​ສັງ​ເກດ​ການ​ຖື​ວ່າ: ສິ່ງ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ວໍ​ຊິງ​ຕັນຕີ​ລາຄາ​ສູງ ການ​ຢ້ຽມຢາມ​ອາ​ເມ​ລິ​ກາ​ຂອງ ທ່ານ​ຮອງ​ປະທານ​ປະ​ເທດ​ຈີນ ສີ​ຈິ​ນຜິ​ງ ​ແລະ ຖື​ການ​ພົວພັນ​ກັບ​ປັກ​ກິ​ງ​ເປັນ​ສຳຄັນ​ທີ່​ສຸດ. ​ແຕ່​ຄຽງ​ຂ້າງ​ການ​ຢ້ຽມຢາມ​ດ້ວຍ​ການ​ຈັບ​ມື​ທີ່​ມີ​ຄວາມ​ອົບ​ອຸ່ນ ​ແລະ ບັນດາ​ຄຳ​ຖະ​ແຫຼ​ງຢືນຢັນ​ການ​ຮັກສາ​ການ​ພົວພັນ​ກັບ​ຈີນ​ແມ່ນ​ສິ່ງ​ທີ່​ຈຳ​ເປັນ​ສຳລັບ​ອາ​ເມ​ລິ​ກາ​ໃນ​ໄລຍະ​ປະຈຸ​ບັນ​ນັ້ນ, ບັນດາ​ການ​ນຳ​ອາ​ເມ​ລິ​ກາ​ກໍ​ບໍ່​ຄິດ​ງໍ້​ໃນ​ການ​ນຳ​ສະ​ເໜີ​ສິ່ງ​ທີ່​ຄ້າງ​ຄາທີ່​ມີ​ມາ​ແຕ່​ດົນ​ນານ​ລະຫວ່າງ 2 ປະ​ເທດ. ​ໃນ​ຄຳ​ປາ​ໄສ​ເປີດ​ເຜີຍ​ທີ່​ການ​ພົບ​ປະ​ກັບ ທ່ານ​ຮອງ​ປະທານ​ປະ​ເທດ​ຈີນ ສີ​ຈິ​ນຜິ​ງ, ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ ​ໂອ​ມາ​ມາ ​ໄດ້​ກ່າວ​ເຕືອນ​ວ່າ: ​ການ​ຟື້ນ​ຕົວຢ່າງ​ແຂງ​ແຮງ​ຂອງຈີນ​​ໃນ 2 ທົດ​ສະ​ວັດ​ທີ່​ຜ່ານ​ມາ ຕ້ອງ​​ໄປ​ພ້ອມ​ກັບ​ການ​ກະທຳ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ. ປັກ​ກິ​ງຕ້ອງ​ຮັກສາ​ຄວາມ​ດູ​ນດຽງ​ການຄ​້າ, ບໍ່​ພຽງ​ແຕ່​ລະຫວ່າງ ອາ​ເມ​ລິ​ກາ-ຈີນ​ເທົ່າ​ນັ້ນ​, ຫາກ​ຍັງ​ຢູ່​ປະ​ເທດ​ອື່ນໆ​ໃນ​ໂລກ​ອີກ​ດ້ວຍ. ຮອງ​ປະທານາທິບໍດີອາ​ເມ​ລິ​ກາ Joe Biden ຍັງ​ເນັ້ນໜັກ​ວ່າ: ການ​ຮ່ວມ​ມື ອາ​ເມ​ລິ​ກາ-ຈີນພຽງ​ແຕ່​ນຳ​ມາ​ເຊິ່ງຜົນປະ​ຫຍດ​ໃຫ້​ທັງ 2 ຝ່າ​ຍຢ່າງ​ແທ້​ຈິງ​ ຖ້າ​ຫາກ​ວ່າ ທັງ 2 ຝ່າ​ຍຕ່າງ​ກໍ​ມີ​ການ​ແກ່ງ​ແ້ຍງຢ່າງ​ຍຸດຕິ​ທຳ. ການພ​ົວພັນ​ນີ້ ​ແມ່ນ​​ໄດ້​ຮັບຄວາມ​ເອົາ​ໃຈ​ໃສ່​ອັນ​ດັບໜຶ່ງ​ຂອງ​ວໍ​ຊິງ​ຕັນ, ​ເພາະວ່າ​ນີ້​ແມ່ນ​ສ່ວນ​ໜຶ່ງ​ໃນ​ບັນຫາ​ການ​ເມືອງ​ພາຍ​ໃນ​ທີ່​ນັບ​ມື້​ນັບ​ສຳຄັນ​ຂອງ​ອາ​ເມ​ລິ​ກາ. ບັນດາ​ຜູ້​ສະໝັກ​ຫາ​ສຽງ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີຂອງ​ພັກສາ​ທາ​ລະນະ​ລັດ​, ນັບ​ແຕ່​ກ່ອນ​ເປັນ​ຕົ້ນ​ມາ​ຍັງ​ຄົງ​ກ່າວ​ຫາ​ທ່ານ ​ໂອບ​າມາ ບໍ່​ມີ​ຄວາມ​ແຂງ​ແກ່ນ​ຢ່າງພຽງພໍ ເພື່ອຮັບມືກັບບັນຫາອັດຕາແລກປ່ຽນສະກູນເງິນ ຢວນຂອງຈີນ. ວໍລິງຕັນໄດ້ຕະຕຸກ ຊຸກຍູ້ປັກກິງມາຫຼາຍຄັ້ງ​ແມ່ນ​ຕ້ອງ​ມຮການ​ກະທຳ​ຫຼາຍ​ກ່ວາ​ອີກ​ເພື່ອຫຼຸດຜ່ອນ​ສະພາບ​ຂາດດູນ​ການ​ຄ້າ​ລະຫວ່າງ ອາ​ເມ​ລິ​ກາ-ຈີນ, ຊຶ່ງ​ໃນ​ປະຈຸ​ບັນ​ໄດ້​ຂຶ້ນ​ເຖິງ​ລະດັບ 295 ຕື້ USD ​. ຕາ​າມອາ​ເມ​ລິ​ກາແລ້ວ, ປະຈຸ​ບັນ​ຈີນ​ກຳນົດ​ລາ​ຄາ​ເງິນ​ຢວນຕ່ຳ​ໂພດ​ເມ່ືອ​ທຽບ​ໃສ່​ສະ​ກູນ​ເງິນ USD, ​ແລະ ປະຕິບັດ​ບັນດາ​ນະ​ໂຍບາຍ​ຕ່າງໆ ​ເຮັດ​ໃຫ້​ບັນດາ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ​ຕົກ​ເຂົ້າ​ສູ່ສະພາບ​​ເສຍປຽບ. ບັນດາ​ການ​ນຳ​ອາ​ເມ​ລິ​ກາ ຍັງ​ສະ​ແດງ​ຄວາມ​ເສຍ​ຫວັງ ​ເພາະ​ຈີນ​ໄດ້​ປະຕິ​ເສດ​ຮ່າງ​ມິ​ຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊກ່ຽວ​ກັບ​ບັນຫາ​ຊີຣີ, ບໍ່​ຕອບ​ສະໜອງ​ຄຳ​ຮຽກຮ້ອງ​ຂອງ​ວໍ​ຊິງ​ຕັນ​ຈັດ​ຄຳ​ສັ່ງ​ຂໍວາ​ບາດ​ຕ້ານ ອີຣານ.

   ສ່ວນ ທ່ານ​ຮອງ​ປະທານ​ປະ​ເທດ​ຈີນ ສີ​ຈິ​ນຜິ​ງກໍ​ສະ​ແດງ​ຄວາມ​ວິຕົກ​ກັ່ງ​ວົນ​ຕໍ່​ການ​ກຳນົດ​ທິດ​ຂອງ​ອາ​ເມ​ລິ​ກາ​ໃນ​ໄລຍະ​ມໍ່ໆ​ມາ​ນີ້. ​ໃນ​ເດືອນ​ແລ້ວ​ນີ້, ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ ​ໂອ​ບາ​ມາ ​ໄດ້​ປະກາດ​ຍຸດ​ທະ​ສາດ​ການ​ທະຫານ​ໃໝ່​ດ້ວຍ​ເນື້ອ​ໃນ​ຕົ້ນ​ຕໍ່​ແມ່ນ​ເພີ່ມ​ທະວີ​ການ​ປະ​ກົດຕົວຂອງ​ກຳລັງທະຫານ​ຢູ່​ອາຊີ-ປາຊີ​ຟິກ ​ໃນ​ສະພາວະ​ທີ່​ພາກ​ພື້ນ​ນີ້​ພວມ​ເກີດ​ບັນ​ຫາ​ພິພາດ​ກັນ. ປັກ​ກິ​ງສົງ​ໄສ ​ແລະ ​ເປັນ​ຫ່ວງ​ກັງວົນ​ຕໍ່​ນະ​ໂຍບາຍ​ກັບ​ຄືນສູ່​ອາຊີຂອງ​ວໍ​ຊິງ​ຕັນ​ກໍ​ຄື​ບັນດາ​ແຜນ ການ​ເປີດ​ກ້ວາງການ​ຮ່ວມ​ມື​ທາງດ້ານ​ການ​ທະຫານ​ຂອງ​ອາ​ເມ​ລິ​ກາ​ກັບ ຟີ​ລິບ​ປິນ ​ແລະ ອົດ​ສະ​ຕາ​ລີ. ​ໃນ​ຄຳ​ກ່າວ​ປາ​ໄສ​ເມື່ອ​ມໍ່​ມາ​ນີ້, ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີ​ນສຸຍ​ທຽນ​ຂາຍ​ໄດ້​ກ່າວ​ເຕືອນກ່ຽວ​ກັບ​ການ​ຂາດ​ຄວາມ​ເຊື່ອ​ໝັ້ນ​ລະຫວ່າງ 2 ປະ​ເທດ, ພ້ອມ​ກັນ​ນັ້ນ​ກໍ​ຮຽກຮ້ອງ​ໃຫ້ 2 ຝ່າຍ​ຄວນ​ຮັບ​ຮູ້ ​ແລະ ​ແກ​້​ໄຂ​​ສະພາບ​ຂາດ​ຄວາມ​ເຊື່ອ​ໝັ້ນ​ນີ້. ​ໃນ​ຂະນະ​ທີ່ ທ່ານ​ຮອງ​ປະທານ​ປະ​ເທດ​ຈີນ ສີ​ຈິ​ນຜິ​ງພວມ​ຢ້ຽມຢາມ​ອາ​ເມ​ລິ​ກາ​ນັ້ນ​, ໜັງສືພິມ​ຢືໝິນຈື​ເປົ້າຂອງ​ພັກ​ກອມ​ມູນິດ​ຈີນ​ໄດ້​ລົງ​ພິມ​ບົດ​ນຳ​ໂດຍ​ຖືວ່າ : ປັກ​ກິ​ງຕ້ອງ​ຖືຜົນ​ປະ​ໂຫຍ​ດຂອງ​ຕົນ​ເອງ​ເໜືອ​ກ່ວາ​ສິ່ງ​ໃດ​ໝົດ. ອາ​ເມ​ລິ​ກາ ​ແລະ ​ເອີ​ລົບ​ແມ່ນ​ບັນດາ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ຂອງ​ຈີນ, ​ແຕ່​ບໍ່​ຍ້ອນ​ແນວ​ນັ້ນ, ຈະ​ຕ້ອງ​ສະຫຼະ​ຜົນ​ປະ​ໂຫຍ​ດຂອງ​ຕົນ​ເພື່ອ​ເຮັດ​ໃຫ້​ຝ່າ​ຍຕາ​ເວັນ​ຕົກ​ພໍ​ໃຈ, ​ເພາະສະ​ນັ້ນ, ນອກຈາກ​ຄຳ​ເວົ້າ​ທີ່​ມີ​ໄມຕີ​ຈິດ​ສະໜິດສະໜົມ​ແລ້ວ, ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ທ່ານ​ຮອງ​ປະທານ​ປະ​ເທດ​ຈີນ ສີ​ຈິ​ນຜິ​ງ ຍັງ​ສືບ​ຕໍ່​ຮັກສາ​ທັດສະນະ​ຂອງ​ປັກ​ກິ​ງ, ​ແລະ​ ຕາມ​ທ່ານ​ແລ້ວ, ຈີນ​ຢາກ​ສ້າງສາ​ຍພົວພັນ​ຮ່ວມ​ມື​ບົນ​ພື້ນຖານ​ເຄົາລົບ​ຊຶ່ງ​ກັນ​ແລະ​ກັນ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດກັບ​ວໍຊິງ​ຕັນ. ຈຸດປະສົງ​ຕົ້ນ​ຕໍ່​ຂອງ​ການ​ຢ້ຽມຢາມ​ຂອງ ທ່ານ​ຮອງ​ປະທານ​ປະ​ເທດ​ຈີນ ສີ​ຈິ​ນຜິ​ງ​ຄັ້ງ​ນີ້, ​ແມ່ນ​ເພື່ອ​ປະຕິບັດ​ສັນຍາ​ທີ່​ສຳຄັນ ຊຶ່ງ 2 ປະ​ເທດ​ໄດ້​ລົງ​ນາມ​ໃນ​ການ​ຢ້ຽມຢາມ​ອາ​ເມ​ລິ​ກາ​ກ່ອນ​ນັ້ນ​ຂອງ​ທ່ານ​​ປະທານ​ປະ​ເທດ​ຈີນ ຮູ​ຈິນ​ເທົາ, ພ້ອມ​ທັງ​ປະກອບສ່ວນ​​ເພີ່ມ​ທະວີ​ສາຍ​ພົວພັນ ອາ​ເມ​ລິ​ກາ-ຈີນ.

    ວົງ​ການ​ນັກ​ໃຈ້​ແຍກ​ຕີ​ລາຄາ​ວ່າ: ຍາກ​ທີ່​ຈະ​ບັນ​ລຸ​ໄດ້​ບາດກ້າວ​ຫັນປ່ຽນຢ່າງ​ແຂງ​ແຮງ​ໃນ​ການ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ລະຫວ່າງ 2 ປ​ະ​ເທດພາຍຫຼັງ​ການ​ຢ້ຽມຢາມ​ຂອງ ທ່ານ​ຮອງ​ປະທານ​ປະ​ເທດ​ຈີນ ສີ​ຈິ​ນຜິ​ງ. ນີ້​ແມ່ນ​ການ​ຢ້ຽມຢາມ​ທີ່​ມີ​ລັກສະນະ​ຊອກ​ຮູ​້ ​ແລະ ສ້າງ​ຄວາມ​ລຶ້ງ​ເຄີ​ຍ. ດັ່ງ​ນັ້ນ, ​ຍາກ​ທີ່​ຈະ​ບັນລຸ​ໄດ້​ຖະ​ແຫຼ​ງການ​ສະບັບ​ໜຶ່ງ ຫຼື​ໝາກຜົນ​ ​ທີ່​ສຳຄັນໃດໆ ​ແລະ ໝາກຜົນ​ນີ້ ຕ້ອງ​ອີງ​ໃສ່​ຄວາມ​ມານະ​ພະຍາຍາມ​ຂອງ​ທັງ 2 ຝ່າ​ຍ​ໃນ​ຫຼາຍ​ປີ​ທີ່​ຈະ​ມາ​ເຖິງ. ​ແຕ່​ຫາງ​ສຽງ​ອາດ​ຈະ​ປາດ​ທະ​ໜາ​ວ່າ ການ​ຢ້ຽມຢາມ​ຂອງ ທ່ານ​ຮອງ​ປະທານ​ປະ​ເທດ​ຈີນ ສີ​ຈິ​ນຜິ​ງຄັ້ງ​ນີ້ ຈະ​ແມ່ນ​ສີ​ລາ​ກ້ອນ​ທຳ​ອິດ​ເພື່ອ​ປູ​ພື້ນ​ໃຫ້​ແກ່​ເສັ້ນທາງ​ຮ່ວມ​ມື​ລະຫວ່າງອາ​ເມ​ລິ​ກາ-ຈີນ ​ໃນ​ອະນາ​ຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ