ການເລືອກຕັ້ງປະທານາທິບໍດີອາເມລິກາ: ການຊ່ວງເສັງບໍ່ທັນສິ້ນສຸດ

   

ການເລືອກຕັ້ງປະທານາທິບໍດີອາເມລິກາ: ການຊ່ວງເສັງບໍ່ທັນສິ້ນສຸດ - ảnh 1
ທ່ານ Barack Obama ແລະ ທ່ານ Mitt Romney ໃນການໂຕ້​ວາທີ​ຄັ້ງທີ່ 2
   (ພາບ:reuters)

    ຕອນເຊົ້າວັນ​ທີ 17/10(ຕາມເວລາຫວຽດນາມ)ທ່ານ Barack Obama ປະທານາທິບໍດີ​ອາ​ເມ​ລິ​ກາ​ ຄົນ​ປະຈຸ​ບັນ ​ແລະ ຄູ່​ແຂ່ງທ່ານ Mitt Romney ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງສັງກັດພັກສາ​ທາ​ລະນະ​ໄດ້​ພົບ​ກັນ​ຄືນ​ໃໝ່​ໃນ​ການ​ໂຕ້​ວາທີ​​ໂດຍ​ກົງ​ທາງ​ໂທລະພາບ. ການ​ໂຕ້​ວາທີດັ່ງກ່າວ​ໄດ້​ດຳ​ເນີນ​ໄປ​ພຽງ 2 ອາທິດ​ພາຍຫຼັງ​ການ​ໂຕ້​ວາທີ​ຄັ້ງທຳ​ອິດ, ຊື່​ງສຸມ​ໃສ່​ບັນດາ​ບັນຫາ​ພາຍ​ໃນ​ປະ​ເທດ​ອາ​ເມ​ລິ​ກາ. ປະຈຸ​ບັນ, ຄູ່​ແຂ່ງ​ທັງ​ສອງທ່ານລ້ວນ​ແຕ່​ມີ​ອັດຕາ​ຜູ້​ມີ​ສິດ​ເລືອກ​ຕັ້ງສະໜັບສະໜູນ​ວຸດ​ວິດ​ກັນ​ໃນ​ບັນດາ​ການ​ສຳ​ຫຼວດອັດຕາ​ສ່ວນ​ບັດ​ເລືອກ​ຕັ້ງ ຊື່​ງຍາກທີ່​ຈະ​ຄາດ​ຄະ​ເນ​ໄດ້​ວ່າ​ໃຜ​ຈະ​ຍາດ​ໄດ້​ໄຊຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 6/11 ຈະ​ມາ​ເຖິງ.  

     ການ​ໂຕ້​ວາທີ​ຄັ້ງທີ 2 ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ດຳ​ເນີນ​ໄປ​ຢ່າງ​ຂ້ຽວຂາດ​ກ່ວາ​ຄັ້ງທຳ​ອິດ​ຊື່​ງດຳ​ເນີນ​ໃນ​ວັນ​ທີ 4/10 ທີ່​ຜ່ານ​ມາ. ບັນດາ​ເນື້ອ​ໃນຕົ້ນຕໍ​ໄດ້​ເຕື້ອງ​ເຖິງ​ໃນ​ການ​ໂຕ້​ວາທີ​ຄັ້ງນີ້​ລວມມີ: ​ເສດຖະກິດ, ວຽກ​ເຮັດ​ງານ​ທຳ, ພະລັງງານ, ພາສີ​ອາກອນ, ການ​ເຂົ້າ​ເມືອງ, ຄວບ​ຄຸມ​ອາວຸດ ​ແລະ ບັນດາ​ບັນຫານ​ການ​ຕ່າງປະ​ເທດ​ອື່ນໆ​ອີກ. ຕ່າງ​ກັບ​ຄັ້ງທຳ​ອິດ, ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງປະທານາທິບໍດີ​ອາ​ເມ​ລິ​ກາ​ ຄົນ​ປະຈຸ​ບັນ Barack Obama ຍາດ​ໄດ້​ທ່າ​ເປັນ​ເຈົ້າການ​ຂະນະ​ທີ່​ໄດ້​ເນັ້ນໜັກ​ເຖິງ​ຜົນງານ​ໃນ​​ໄລຍະເວລາ4 ປີ​ກຳ​ອຳນາດ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່ 5,2 ລ້ານ​ຄົນ, ​ເຕື້ອງ​ເຖິງ​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ອາ​ເມ​ລິ​ກາ ​ຄື: ການ​ຫລຸດຜ່ອນ​ພາສີ​ອາກອນ, ​ເງິນ​ອຸດ​ໜູນ​ໃຫ້​ແກ່​ແມ່ຍິງ, ສະຫວັດດີ​ການ​ສາທາລະນະ​ສຸກ. ​ແຕ່​ກົງກັນ​ຂ້າມ, ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ Mitt Romney ກໍ່​ສວຍ​ໃຊ້​ໂອກາດ​ເພື່ອ​ເລັ່ງ​ໃສ່​ບັນດາ​ຈຸດ​ອ່ອນ​ຂອງຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ Barack Obama ​ໃນ​ຂົງ​ເຂດ​ການ​ພົວພັນ​ພາຍ​ໃນ​ຄື: ໜີ້​ສາທາລະນະ, ນະ​ໂຍບາຍພັດທະນາ​ພະລັງງານ. ທ່ານ Mitt Romney ​ໄດ້​ຕຳນິຕິ​ຕຽນ​ນະ​ໂຍບາຍ​ເສດຖະກິດ​ບໍ່​ບັນລຸ​ປະສິດທິ​ຜົນຂອງ​ອຳນາດ​ການ​ປົກຄອງ Barack Obama ​ໄດ້​ເຮັດ​ໃຫ້ປະຊາຊົນ 20 ລ້ານ​ຄົນ​ຖືກ​ວ່າງ​ງານ, ພ້ອມ​ກັນນັ້ນທ່ານ​ໄດ້​ໃຫ້​ຄຳໝັ້ນໝາຍ​ຈະ​ສ້າງ​ວຽກ​ເຮັດ​ງານ​ທຳ​​ໃຫ້ 12 ລ້ານ​ຄົນ​ໃນ​ເວລາ 4 ປີ​ທີ່​ຈະ​ມາ​ເຖິງ​ຖ້າ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ. ທ່ານ Mitt Romney ຖື​ວ່າ: ທຳນຽບຂາວ​ຕ້ອງ​ຮັບຜິດຊອບ​ຕໍ່​ສະພາບ​ເສດຖະກິດ​ຖືກ​ຊຸດ​ໂຊມ​ໃນ​ປະຈຸ​ບັນ ​ແລະ ​ໄດ້​ຕຳ​ນິທ່ານ Barack Obama ກ່ຽວ​ກັບ​ວິທີ​ການ​ບໍລິຫານ​ພື້ນຖານ​ເສດຖະກິດ, ອັນ​ໄດ້​ເຮັດ​ໃຫ້ການ​ຂາດ​ດຸນ​ງົບປະມານ​ໄດ້ເພີ່ມຂຶ້ນ​ຢ່າງ​ແຮງ. ​ໃນ​ຂະນະ​ນັ້ນ, ທ່ານ Barack Obama ​ໄດ້​ກ່າວ​ຫາ​ຄູ່​ແຂ່ງ​ວ່າ​ມີ​ຄວາມ​ຕັ້ງ​ໃຈ​ເສກ​ສັນ​ປັ້ນ​ແຕ່ງ​ບັນດາ​ນະ​ໂຍບາຍ​ຂອງ​ອຳນາດ​ການ​ປົກຄອງ, ​ພ້ອມ​ທັງ​ຢັ້ງຢືນ​ວ່າ​ບັນດາ​ນະ​ໂຍບາຍ​ໄດ້​ເສີມ​ຂະຫຍາຍ​ປະ​ສິດທິ​ຜົນ. ທ່ານ Barack Obama ຖື​ວ່າ​ຜູ້ຕາງໜ້າ​ຂອງ​ພັກສາ​ທາ​ລະນະ​ລັດ​ແມ່ນ​ຜູ້​ບໍ່ມີ​ຄວາມ​ຍືດໝັ້ນ ຂະນະ​ທີ່ໄດ້​ປ່ຽນ​ຫຼັກໝັ້ນກ່ຽວ​ກັບ​ບັນຫາ​ພະລັງງານ, ​ເຄີຍ​ໄດ້​ຄັດຄ້ານການ​ຂຸດ​ຄົ້ນຖ່ານ​ຫີນ ​​ແຕ່​ປະຈຸ​ບັນ​ໄດ້​ຫັນປ່ຽນ​ໄປ​ສະໜັບສະໜູນ.

   ​ໃນ​ຂົງ​ເຂດ​ການ​ຕ່າງປະ​ເທດ, ສອງ​ຫົວ​ເລື່ອງ​ໄດ້​ເຕື້ອງ​ເຖິງ​ແມ່ນ​ເຫດການ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ແລະ ພາລະ​ກອນ​ການ​ຕ່າງປະ​ເທດ 3 ທ່ານ​ຖຶກ​ເຂັ່ນຂ້າ​ຢູ່​ລີ​ບີ ​ແລະ ການ​ພົວພັນ​ດ້ານ​ການ​ຄ້າ​ກັບ​ຈີນ. ຖ້າ​ຫາກ​ວ່າ​ທ່ານ Mitt Romney ​ໄດ້​ຕຳນິອຳນາດ​ການ​ປົກຄອງ​ຂອງ​ທ່ານ Barack Obama ​​ຖື​ເບົາ​ການ​ເພີ່ມ​ທະວີ​ການ​ຮັບປ​ະກັນຄວາມ​ສະຫງົບ​ປອດ​ໄພ​ໃຫ້​ແກ່​ບັນດາ​ພາລະ​ກອນ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ, ຖື​ວ່າ​ນະ​ໂຍບາຍ​ກ່ຽວ​ກັບ​ຕາ​ເວັນ​ອອກ​ກາງຂອງ​ອຳນາດ​ການ​ປົກຄອງ Barack Obama ພວມ​ຖືກ​ຊຸດ​ໂຊມ, ບໍ່​ມີ​ນະ​ໂຍບາຍ​​ແຂງແຮງ​​ໃນ​ການ​ພົວພັນ​ກັບ​ຈີນ ​ເພື່ອ​ໃຫ້​ປະ​ເທດ​ນີ້​ຄອບ​ງຳ​ເງິນຕາ, ກໍ່​ຄວາມ​ເສຍ​ຫາຍ​ຕໍ່​ກຳລັງ​ແກ່ງ​ແຍ້​ງຂອງ​ສິນຄ້າ​ອາ​ເມ​ລິ​ກາ, ທ່ານ Barack Obama ​ໂຕ້​ຕອບ​ຄືນ​ດ້ວຍ​ການ​ກ່າວ​ຫາ​ທ່ານ Mitt Romney ນັບ​ແຕ່​ເມື່ອ​ເປັນ​ຜູ້ອຳນວຍການ​ບໍລິສັດ​ເອກະ​ຊົນ Bain Capital ບໍ່​ໄດ້​ເອົາ​ໃຈ​ໃສ່​ເຖິງ​ວຽກ​ເຮັດ​ງານ​ທຳ​ຂອງ​ຜູ້​ອອກ​ແຮງ​ງານ​ອາ​ເມ​ລິ​ກາ ດ້ວຍ​ການ​ສົ່ງ​ຄົນ​ງານ​ອາ​ເມ​ລິ​ກາ ​ໄປ​ເຮັດ​ວຽກ​ຢູ່​ຈີນ.

ອາດ​ຈະ​ເວົ້າ​ໄດ້​ວ່າ ທ່​າໄດ້ປຽບ​ຂອງ​ທ່ານ Mitt Romney ​ໃນ​ການ​ໂຕ້​ວາທີ​ຄັ້ງ​ທີ່ 1 ກ່ອນ​ນີ້ 2 ອາທິດໄດ້ເຮັດໃຫ້ເລື່ອງກ້າວສູ່ການ​ໂຕ້​ວາທີຄັ້ງທີ່ 2 ຢູ່ມະຫາວິທະ ຍາໄລ Hofstra ທີ່​ນະຄອນ​ນິວຢອກ ຈະ​ເພີ່ມ​ຄວາມ​ດຸ​ເດືອດ​ຂຶ້ນ​ຕື່ມ. ​ເພາະວ່າ​ປະທານາ​ທິບໍດີ Barak Obama ​ແມ່ນ​ຕ້ອງ​ຍາດ​ແຍ່ງ​ກາລະ​ໂອກາດ​ນີ້​ເພື່ອ​ຮັບ​ເອົາ​ສຽງ​ສະໜັບສະໜູນ​ໃນ​ສະ​ພາວະ​ທີ່​ຄູ່​ແຂ່ງ​ສັງກັດ ​ພັກສາ​ທາ​ລະນະ​ລັດ ທ່ານ Mitt Romney ​ໄດ້​ຮັບສຽງ​ສະໜັບສະໜູນ​ລື່ນ​ກາຍ​ໃນ​ບັນດາ​ການ​ຢັ່ງ​ຫາງ​ສຽງ​ເມື່ອ​ມໍ່ໆ​ມາ​ນີ້​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ​ແລະ ​ໃນ​ຕົວ​ຈິງ, ຄື​ດັ່ງ​ການ​ຄາດ​ຄະ​ເນ, ການ​ໂຕ້​ວາທີ​ໄດ້​ດຳ​ເນີນ​ໄປ​ຢ່າງດຸ​ເດືອດ​ນັບ​ແຕ່​ນາທີ​ທຳ​ອິດ​ຈົນ​ເຖິງ​ນາທີ​ສຸດ​ທ້າຍ. ຕາມ​ການ​ຕີ​ລາຄາ​ຈາກ​ວົງ​ການ​ນັກ​ໄຈ້​ແຍກ​ແລ້ວ, ​ໃນການ​ໂຕ້​ວາທີຄັ້ງ​ນີ້, ປະທານາ​ທິບໍດີ Barak Obama ​ໄດ້​ສະ​ແດງ​ທ່າ​ທີ​ຢ່າງ​ເຂັ້ມ​ແຂງ ​ແລະ ໄດ້​ຮັບການ ສະໜັບສະໜູນຜ່ານ​ສາຍຕາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ຜ່ານ​ການ​ຢັ່ງ​ຫາງ​ສຽງ​ພາຍຫຼັງ​ການ​ໂຕ້​ວາທີ ​ໄດ້​ໃຫ້​ເຫັນ​ວ່າ 46%ຈຳນວນ​ຜູ້​ຕິດຕາມ​ທາງ​ໂທລະພາບ​ຕ່າງ​ກໍ​ຖື​ວ່າ ປະທານາ​ທິບໍດີ Barak Obama ສາມາດ​ຕ່າວ​ປິ້ນສະພາບ​ການ ​ແລະ ​ໄດ້​ຍາດ​ໄຊຊະນະ​ໃນ​ການໂຕ້​ວາທີ ​ໃນ​ຂະນະ​ທີ່ມີ 39% ຈຳນວນ​ຜູ້​ຕິດຕາມ​ທາງ​ໂທລະພາບສະໜັບສະໜູນທ່ານ Mitt Romney. 73% ມີ​ຄຳ​ເຫັນ​ວ່າ ທ່ານ Barak Obama ​ໄດ້​ອະພິປາຍ​ດີ​ເກີນ​ຄາດ ​ແລະ 37% ມີ​ຄຳ​ເຫັນ​ສັງ​ເກດເຊັ່ນ​ດຽວກັນ​ກ່ຽວ​ກັບທ່ານ Mitt Romney. ​ແຕ່​​ໃນການ​ຢັ່ງ​ຫາງ​ສຽງອື່ນ​ໂດຍ Reuters/Ipsos ປະຕິບັດ​ໂດຍ​ບັງ​ເອີນ​ສຳລັບ 1.700 ຄົນ​ນັ້ນ, ສັງ​ເກດ​ລວມ, ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງອາ​ເມ​ລິ​ກາ​ພັດ​ພວມ​ຕີ​ລາ​ຄາ ທ່ານ Mitt Romney ສູງ​ກວ່າປະທານາ​ທິບໍດີ Barak Obama ​ໃນ​ຫຼາຍ​ບັນຫາ​ທີ່​ສຳຄັນ​ຄື ​ແຜນການ​ຫຼຸດຜ່ອນ​ການ​ຂາດດູນ​ງົບປະມານ​ສະຫະລັດ. ບໍ່​ພຽງ​ແຕ່​ເຊັ່ນ​ນັ້ນ, ​ໃນ​ບັນດາ​ບັນຫາ​ພົວພັນ​ຕ່າງປະ​ເທດ​ຊຶ່ງ​ຖືກ​ຖື​ວ່າ​ແມ່ນ​ຂົງ​ເຂດ​ຂອງປະທານາ​ທິບໍດີ Barak Obama ນັ້ນ, ​ແຕ່​ທ່ານ Mitt Romney ກໍ​ພວມ​ສາມາດ​ສ້າງ​ບັນດາ​ບາດກ້າວ​ບຸກທະລຸ. ຕາມ​ຜົນ​ຂອງການ​ຢັ່ງ​ຫາງ​ສຽງຂອງ Reuters/Ipsos , ປະຈຸ​ບັນ ທ່ານ Romney ພວມ​ຮັດ​ແຄບ​ໄລຍະ​ຫ່າງ​ກັບ ປະທານາ​ທິບໍດີ Barak Obama ​ໃນ​ບັນຫາ​ສຳ​ເນົາ​ນິວ​ເຄຼຍຂອງ​ອີຣານ ຂະນະທີ່​ອັດຕາ​ການ​ສະໜັບສະໜູນສະ​ຫງວນ​ໃຫ້​ແກ່​ຜູ້​ສະໝັກ​ເລືອກ​ຕັ້ງ​ 2 ທ່ານນີ້ ລື່ນ​ກັນ​ພຽງ 1% ​ເມື່ອ​ທຽບ​ໃສ່ 9% ກ່ອນ​ນີ້ 2 ອາທິດ. ​ແລະ ສຳລັບ​ບັນຫາ​ການ​ສູ້​ຮົບ​ຕ້ານ​ກໍ່​ການ​ຮ້າຍ, ຂະນະ​ທີ່ ອັດຕາການ​ລື​່ນກາຍ​ກັນ​ກ່ຽວ​ກັບສຽງ​ສະໜັບສະໜູນ ລະຫວ່າງ​ທ່ານ Barak Obama ​ແລະ ທ່ານ Mitt Romney ​ໄດ້​ຫຼຸດ​ຈາກ 11% ລົງ​ເຫຼື​ອພຽງ 3%. ​ແຕ່​ຕາມ​ຂໍ້​ມູນການ​ຢັ່ງ​ຫາງ​ສຽງຂອງ Reuters/Ipsos ​ໃຫ້​ເຫັນ​ວ່າ ທ່ານ Barak Obama ຍັງ​ຄົງ​ນຳ​ໜ້າ​ຕໍ່​ຄູ່​ແຂ່ງ​ດ້ວຍ​ອັດຕາ 41,5% ​ແລະ 39,1%​ໃນ​ຂົງ​ເຂດ​ພາສີ​ອາກອນ; 40,9% ​ແລະ 37% ກ່ຽວ​ກັບ​ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ​ສະຫງົບ.

    ຕາມ​ແຜນການ​ແລ້ວ, ພາຍຫຼັງການ​ໂຕ້​ວາທີຄັ້ງນີ້, ການ​ໂຕ້​ວາທີຄັ້ງ​ສຸດ​ທ້າຍ​ກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຈະ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 22/10. ນີ້​ຈະ​ແມ່ນ​ກາລະ​ໂອກາດ​ສຸດ​ທ້າຍ​ໃຫ້​​ແກ່​ບັນ​ດາ​ຜູ້​ສະໝັກ​ເລືອກ​ຕັ້ງ​ໃນ​ການ​ດຶງ​ດູດ​ການ​ສະໜັບສະໜູນ​ຂອງ​ຜູ້​ມີ​ສິດ​ເລືອ​ຕັ້ງ, ພິ​ເສດ​ແມ່ນ​ບັນດາ​ຜູ້​ຍັງ​ບໍ່​ທັນ​ຕັດສິນ​ຈະ​ປ່ອນ​ບັດ​ສະໜັບສະໜູນ​ແກ່​ຜູ້​ໃດ. ວົງ​ການ​ນັກ​ໄຈ້​ແຍກ​ໃຫ້​ຂໍ້​ສັງ​ເກດ​ວ່າ, ​ເຖິງ​ວ່າ​ຕ້ອງພ້ອມ​ກັນຮັບ​ກຳລັງ​ດັນ​ກໍ​ຕາມ, ​ແຕ່​ກຳລັງ​ດັນ​ຂອງ ຜູ້​ສະໝັກ​ເລືອກ​ຕັ້ງ​ແຕ່ລະ​ທ່ານ​ແມ່ນ​ບໍ່​ຄື​ກັນ​ຜ່ານ​ການ​ສົນທະນາ​ແຕ່​ລະ​ຄັ້ງ. ​ໂດຍ​ທົ່ວ​ໄປ​ແລ້ວ, ຈຳນວນ​ຜູ້​ຕິດຕາມ​ບັນດາ ການ​ໂຕ້​ວາທີ ​ແມ່ນ​ຄ່ອຍ​ຫຼຸດ​ລົງ​ຜ່ານ​ແຕ່ລະ​ເທື່ອ. ສິ່ງ​ດັ່ງກ່າວ ​ແມ່ນ​ເຊັ່ນ​ດຽວ​ກັນ​ກັບ​ເລື່ອງ​ຍາກທີ່​ຈະ​ຄາດ​ຄະ​ເນ​ໄດ້​ລວງ​ໜ້າ​ ຜູ້​ໃດ​ຈະ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງປະທານາ​ທິບໍດີອາ​ເມ​ລິ​ກາ ​ໃນ​ວັນ​ທີ 6/11ທີ່​ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ