ຂະບວນການແຂ່ງຂັນຮັກຊາດໃນໄລຍະປະຈຸບັນ


ວັນ​ທີ 11/6/1948, ທ່ານ​ປະທານ ​ໂຮ່ຈິ​ມິນ ​ໄດ້​ມີຄຳ​ຮຽກຮ້ອງອອກ​ແຮງ​ແຂ່ງ​ຂັນ​ຮັກ​ຊາດ, ​ເປີດ​ສາກ​ໃຫ້​ແກ່​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດໃນທົ່ວປະເທດ. ນັບແຕ່ນັ້ນເປັນຕົ້ນມາ, ບັນດາ ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດໄດ້ສະແດງ ໃຫ້ເຫັນ​ແຈ້ງ​ກ່ຽວ​ກັບ​ຄຸນ​ທາດ​ຄຸນສົມບັດ​ຂອງ​ຊາວ​ຫວຽດນາມ, ອັນ​ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ​ທີ່​ແທດ​ຈິງ​ໃນ​ກິດຈະການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ຂະບວນການແຂ່ງຂັນຮັກຊາດໃນໄລຍະປະຈຸບັນ - ảnh 1
(ພາບປະກອບ)

    ຕາມ​ແນວ​ຄິດ​ຂອງ​ປະທານໂຮ່ຈິ​ມິນ​ແລ້ວ, ການ​ແຂ່ງ​ຂັນ, ຍ້ອງຍໍ, ມອບ​ລາງວັນ​ແມ່ນ​ກຳລັງ​ຊຸກຍູ້​ການ​ພັດ​ທະ​ນາ​ປະ​ເທດ​ຊາດ, ​ແມ່ນ​ມາດ​ຕະການ​ທີ່​ສຳຄັນ​ເພື່ອ​ກໍ່ສ້າງມະນຸດ​ໃໝ່ ​ແລະ ຕ້ອງ​ໄດ້​ດຳ​ເນີນ​ເປັນ​ປະຈຳ, ຕໍ່​ເນື່ອງ​ໃນ​ແຕ່​ລະ​ວັນ. ​ໂດຍ​ເຊື່ອມ​ຊຶມ​ແນວ​ຄິດ​ນີ້, 66 ປີ ທີ່ຜ່ານ​ມາ, ຢູ່​ຫວຽດນາມ​ມີ​ຫຼາຍຂະ​ບວນການ​ແຂ່ງຂັນ​ຢ່າງ​ຟົດ​ຟື້ນ, ທົ່ວ​ເຖິງ, ປະກອບສ່ວນ​ສ້າງ​ກຳລັງ​ຊຸກຍູ້​ອັນ​​ໃຫຍ່​ຫຼວງ, ສ້າງ​ເປັນບັນດາ​ໄຊຊະນະຂອງ​ການ​ປະຕິວັດ​ຫວຽດນາມ.

   ແຂ່ງຂັນ​ຮັກ​ຊາດ​ເພື່ອ​ສ້າງ​ສຳ​ເລັດ​ບັນດາ​ຈຸດໝາຍ​ຂອງ​ພາລະກິດ​ປະຕິວັດ

​ໃນ​ຊຸມ​ປີ​ແຫ່ງ​ການ​ຕໍ່ຕ້ານໆ​ຝະລັ່ງ ​ແລະ ອາ​ເມ​ລິ​ກາ, ຢູ່​ຫວຽດນາມ​ມີ​ບັນດາຂະ​ບວນການ​ແຂ່ງຂັນ​​ໃຫຍ່​ຄື : ​“ໄຫ​ເຂົ້າຕໍ​ຕ້ານ”, “ລົບ​ລ້າງ​ຄວາມອຶດຫິວ, ລົບ​ລ້າງ​ຄວາມ​ໂງ​ຈ້າ, ດັບ​ສູນ​ສັດຕູ​ເຂົ້າ​ມາ​ຮຸກ​ຮານ” , “ ຊາວ​ໜຸ່ມ 3 ກຽມພ້ອມ” “ ອາຍຸ​ຕ່ຳ​ປັນຍາ​ສູງ”, “ ສອນ​ດີ​ຮຽນ​ເກັ່ງ​”....ຂະ​ບວນການ​ແຂ່ງຂັນ​ນີ້​ໄດ້​ສ້າງ​ກຳລັງ​ແຜ່​ຂະຫຍາຍ​ຢ່າງ​ແຂງ​ແຮງ​ໃນ​ຊີວິດ​ສັງຄົມ, ລະດົມ​ໃຈ​ປະຊາຊົນ​ທຸກ​ຊັ້ນ​ຄົນ​ຕັ້ງໜ້າ​ອອກ​ແຮງ​ງານ, ທຳ​ການ​ຜະລິດ, ຕໍ່ສູ້​ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ.

    ​ໃນ​ໄລຍະ​ປ່ຽນ​ແປງ​ໃໝ່, ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ພາລະກິດ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ໃຫ້​ດີກ​ວ່່ານັ້ນ, ບັນດາ​ຂະ​ແໜງ​ການ, ຂັ້ນ​ຕ່າງ​ໆ​ຂອງ​ຫວຽດນາມ​ໄດ້​ຜັນ​ຂະຫຍາຍ​ຫຼາຍຂະ​ບວນການ​ແຂ່ງຂັນ​​ໃຫຍ່​ຄື : “ທົ່ວ​ປວງ​ຊົນ​ສາມັກຄີ​ສ້າງ​ຊີວິດ​ວັດທະນະທຳ”, “ຊາວ​ກະ​ສີກ​ອນທຳ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ​ເກັ່ງ” , “ຊາວ​ໜຸ່ມ​ກໍ່​ຮ່າງ​ສ້າງ​ຕົວ”, “ຕອບ​ບຸນ​ແທນ​ຄຸນ”, ​“​ເພື່ອ​ຮ່ວາງ​ຊາ, ​ເຈືອງ​ຊາ​ທີ່​ຮັກ​ແພງ”, “ ທົ່ວ​ປະ​ເທດ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​ໃໝ່”... ຂະ​ບວນການ​ມີ​ບົດບາດ​ສຳຄັນ​ເພື່ອ​ໃຫ້​ທັງ​ຊາດ​ຫວຽດນາມ​ປະຕິບັດ​ບັນດາ​ໜ້າ​ທີ່​ເສດຖະກິດ-ສັງຄົມ​ຢ່່າງມີ​ໄຊ, ປັບປຸງ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ, ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

   ຈຸດໝາຍ​ຂອງຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ປະຈຸ​ບັນ.

 ຫວຽດນາມ​ພວມ​ກ້າວ​ເຂົ້າສູ່​ໄລຍະ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ ​ແລະ ​ເປີດ​ກ້ວາງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ເພື່ອ​ພັດທະນາ​ພື້ນຖານເສດຖະກິດ​ການ​ຕະຫຼາດຕາມ​ກຳ​ນົດ​ທິດ​ສັງຄົມ​ນິຍົມ​ໃຫ້​ແຂງ​ແຮງ, ປະຕິບັດ​ຈຸດໝາຍ “ ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ” ​ເທື່ອ​ລະ​ກ້າວ, ​ເພື່ອ​ຮອດ​ປີ 2020ນຳ​ຫວຽດນາມ​ກາຍ​ເປ​ັນປະ​ເທດ​ອຸດສາຫະກຳ  ທັນ​ສະ​ໄໝ​ໂດຍ​ພື້ນຖານ. ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ໄລຍະ​ປະຈຸ​ບັນ​ຢູ່​ຫວຽດນາມ ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ອຸດົມສົມບູນ ​ແລະ ມີ​ຫຼາຍ​ຮູບ​ຫຼາຍ​ສີ. ​ໃນ​ນັ້ນ, ສຳຄັນ​ກວ່່າໝູ່​ແມ່ນ​ການ​ແຂ່ງຂັນ​ຮ່ຳຮຽນ ​ແລະ ​ເຮັດ​ຕາມ​ແບບຢ່າງ​ຄຸນສົມບັດ​​ປະທານໂຮ່ຈິ​ມິນ ​ໃນ​ທຸກໆ​ຂົງ​ເຂດ​ໃນ​ຊີວິດ​ສັງຄົ​ມ, ພິ​ເສດ​ແມ່ນ​ໃນ​ການ​ພັດທະນາ​ເສດຖະກິດ ​ແລະ ​ໃນ​ການ​ກໍ່ສ້າງ​ພັກ​ກອມ​ມູນິດ​ຫວຽດນາມ​ໃຫ້​ໂປ່​ງ​ໃສ, ໝັ້ນຄົງ​ເຂັ້ມ​ແຂງ. ພ້ອມກັນ​ນັ້ນ, ກໍ​ແຂ່ງຂັນ​ພັດທະນາ​ເສດຖະກິດ​ໃຫ້​ບັນລຸ​ສະມັດ​ຕະພາບ​, ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນສູງ​ສຸດ, ຮັບປະກັນ​ລະດັບ​ການ​ເຕີບ​ໂຕ​ສູງ​ໃນ​ແຕ່ລະ​ປີ. ຢູ່​ຫວຽດນາມ​ກໍ​ຍັງ​ມີ​ບັນດາຂະ​ບວນການ​ແຂ່ງຂັນ​ພັດທະນາ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ, ຍົກ​ສູງກຳລັງ​ຄວາມສາມາດ​ພາຍ​ໃນ, ​ເສີມ​ຂະຫຍາຍ​ຫົວຄິດ​ປະດິ​ດສ້າງ​ໃນ​ພາລະກິດ​ວິທະຍາສາດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ສາກົນ, ຖື​ນັ້ນ​ແມ່ນ​ບັນດາ​ປັດ​ໄຈ​ສຳຄັນ​ເພື່ອ​ຊຸກ​ຍູ້​ຈຸດໝາຍ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​, ພັດທະນາ​ກຳລັງ​ການ​ຜະລິດ​ເພື່ອ​ພັດທະນາ​ເສດຖະກິດ, ປົວ​ແປງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ການ​ແຂ່ງຂັນ​ພັດທະນາ ​ແລະ ປະຕິບັດ​ໂຄງການ​ສຶກສາ, ກໍ່ສ້າງ​ທີ່​ສົດ​ໃສ​ກໍ​ໄດ້​ຮັບ​ການ​ປະຕິບັດ​ແນ​ໃສ່​ຍົກ​ສູງ​ລະດັບ​ຄວາມ​ຮູ້​ຂອງ​ປະຊາຊົນ​ເພື່ອ​ໃຫ້​ທັນ​ກັບ​ບັນດາ​ປະ​ເທດ​ທີ່​ກ້າວໜ້າ​ໃນ​ໂລກ. ສິ່ງ​ທີ່​ໜ້າ​ຮັບ​ຮູ້​ແມ່ນ​ບັນດາຂະ​ບວນການ​ແຂ່ງຂັນ​ທີ່​ແຜ່​ຂະຫຍາຍກວ້າງຂວາງ​ໃນ​ທົ່ວ​ປະ​ເທດ, ​ໃນ​ທຸກໆຂະ​ແໜງ​ການ, ຂັ້ນ​ຕ່າງໆ ພ້ອມ​ກັບ​ເລື່ອງ​ແຕ່​ລະ​ສ່ວນ​ບຸກຄົນ​ແມ່ນ​ບັນດາ​ຜູ້​ເປັນເຈົ້າ​ຂອງ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ, ດັ່ງ​ນັ້ນ, ໝາກຜົນ​ທີ່​ບັນລຸ​ໄດ້​ຈາກ​ບັນດາຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ຢູ່​ຫວຽດນາມ​ແມ່ນ​ບັນລຸ​ປະສິດທິ​ຜົນ​ດີທີ່​ສຸດ ​ແລະ ​ແທດ​ຈິງ.

   ປະຫວັດ​ການ​ປະຕິ​ວັດ​ຫວຽດນາມ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ການແຂ່ງຂັນ​ຮັກ​ຊາດ ​ແມ່ນ​ວຽກ​ງານ​ທີ່​ຈຳ​ເປັນ​ເພື່ອ​ແກ້​ໄຂ​ບັນດາ​ໜ້າ​ທີ່​ການ​ເມືອງ, ​ເສດຖະກິດ, ສັງຄົມ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ປະ​ເທດ​ຊາດ ​ແລະ ​ແມ່ນ​ກຳລັງ​ໜູນ​ທີ່​ໃຫຍ່​ຫຼວງ​ເພື່ອ​ປະກອບສ່ວນ​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ເສດຖະກິດ​ສົງ​ຄົມ​ໃຫ້​ພັດທະນາ. ບັນດາຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ປະຈຸ​ບັນ ສືບ​ຕໍ່​ສ້າງ​ກຳ​ລັງ​ໜູນ​ດ້ານ​ຈິດ​ໃຈ​ອັນ​ລ້ຳ​ຄ່າ, ສ້າງ​ເປັນ​ກຳລັງ​ແຮງ​ສັງ​ລວມ, ​ເປັນ​ປັດ​ໄຈສຳຄັນ​ເພື່ອ​ປະຕິບັດ​ໜ້າ​ທີ່ພັດທະນາ​ເສດຖະກິ​ດສັງຄົມ, ຮັບປະກັນ ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນຂອງ​ຫວຽດນາມ .

ຕອບກັບ

ຂ່າວ/ບົດ​ອື່ນ