ຄຸນ​ຄ່າ​ຂອງ​ແນວ​ຄິດ​ໂຮ່​ຈີ​ມິນກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ ແລະ ເສັ້ນ​ທາງ​ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ​ຢູ່ ຫວຽດ​ນາມ

(VOVWORLD) - ສັງຄົມນິຍົມແມ່ນເປົ້າໝາຍ, ແມ່ນເສັ້ນທາງເຊິ່ງປະທານໂຮ່ຈີມິນ, ພັກກອມມູນິດ ແລະ ປະຊາຊົນ ຫວຽດນາມ ໄດ້ເລືອກເອົາ ແລະ ພວມຢຶດໝັ້ນເດີນຕາມ, ມັນກໍ່ແມ່ນຈຸດຫຼັກແຫຼ່ງແກ່ນສານໃນມໍລະດົກແນວຄິດຂອງປະທານໂຮ່ຈີມິນ. ຫວນຄືນມໍລະດົກແນວຄິດຂອງປະທານໂຮ່ຈີມິນ ໃນໂອກາດສະເຫຼີມສະຫຼອງ 131 ປີແຫ່ງວັນຄ້າຍວັນເກີດຂອງເພິ່ນ (19 ພຶດສະພາ 1890 – 19 ພຶດສະພາ 2021), ຍິ່ງເຫັນໄດ້ ບັນດາຄຸນຄ່າຂອງມໍລະດົກແນວຄິດດັ່ງກ່າວໃນຍຸກສະໄໝປັດຈຸບັນຢ່າງຈະແຈ້ງ.

ຄຸນ​ຄ່າ​ຂອງ​ແນວ​ຄິດ​ໂຮ່​ຈີ​ມິນກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ ແລະ ເສັ້ນ​ທາງ​ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ​ຢູ່ ຫວຽດ​ນາມ - ảnh 1ພາບປະກອບ: Baonhandan.com.vn

ການພົວພັນລະຫວ່າງເອກະລາດແຫ່ງຊາດ ແລະ ສັງຄົມນິຍົມແມ່ນເສັ້ນໄໝແດງທະລຸລ່ວງ ໃນແນວຄິດໂຮ່ຈີມິນ ແລະ ການປະຕິວັດ ຫວຽດນາມ ນັບແຕ່ເວລາສ້າງຕັ້ງພັກກອມມູນິດ ຫວຽດນາມ. ຍ້ອນມີກຳລັງແຮງຂອງເອກະລາດແຫ່ງລາດ ແລະ ລັດທິສັງຄົມນິຍົມນັ້ນ ໄດ້ຊ່ວຍໃຫ້ຫວຽດນາມຍາດໄດ້ໄຊຊະນະໃນການປະຕິວັດເດື່ອນສິງຫາປີ 1945, ໃນບັ້ນຕໍ່ສູ້ຕ້ານຝລັ່ງ, ຕ້ານອາເມລິກາ, ປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ, ນຳປະເທດຊາດກ້າວຂຶ້ນສູ່ສັງຄົມນິຍົມ.

ການແກ້ໄຂການພົວພັນລະຫວ່າງເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ ແມ່ນບາດກ້າວບຸດທະລຸທິດສະດີໂດຍພື້ນຖານທີ່ສຸດ, ສະແດງໃຫ້ເປັນຄຸນນະທາດ, ຫົວຄິດປະດິດສ້າງຂອງປະທານໂຮ່ຈີມິນ ແລະ ພັກກອມມຸນິດ ຫວຽດນາມ. ສິ່ງອຸທິດສ່ວນອັນພົ້ນເດັ່ນຂອງປະທານໂຮ່ຈີມິນ ບໍ່ພຽງແຕ່ຢັ້ງຢືນລັນສະນະຕ້ອງເປັນໄປຂອງ ສັງຄົມນິຍົມ ໃນຖານະເປັນລັດທິແຫ່ງວັດທະນະທຳມະນຸດ ແລະ ວັດທະນະທຳ, ມີການພັດທະນາ ແລະ ກ້າວໜ້າ ທີ່ບໍ່ມີໃຜສາມາດສະກັດກັ້ນໄດ້ ເທົ່ານັ້ນ ຫາກຍັງສາມາດໃຫ້ຄຳຕອບຕໍ່ຄຳຖາມທີ່ວ່າ “ສັງຄົມນິຍົມແມ່ນຫຍັງ”, ຕະຫຼອດຮອດການຢັ້ງຢືນຄວາມເປັນເອກະລັກທາງດ້ານທາດແທ້ສັງຄົມນິຍົມ ຢູ່ ຫວຽດນາມ. ຕາມເພິ່ນແລ້ວ, ສັງຄົມນິຍົມແມ່ນເຮັດແນວໃດເພື່ອໃຫ້ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ເຮັດໃຫ້ປະຊາຊົນມີຄວາມຢູ່ເຢັນເປັນສຸກ, ແມ່ນແນໃສ່ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ, ເຮັດໃຫ້ທຸກຄົນມີຄວາມອີ່ມໜຳສຳລານ, ສົມບູນພູນສຸກ, ມີເສລີພາບ; ແມ່ນຕິດພັນກັບການພັດທະນາຂອງວິທະຍາສາດ, ເຕັກນິກ ແລະ ວັດທະນະທຳ…

ສັງຄົມນິຍົມ ໃນສາງແນວຄິດໂຮ່ຈີມິນ ແມ່ນສັງຄົມໂດຍປະຊາຊົນເປັນເຈົ້າ, ສິດອຳນາດຂຶ້ນກັບປະຊາຊົນ, ສັງຄົມເພື່ອມະນຸດ, ໂດຍມະນຸດ, ມະນຸດທັງເປັນເປົ້າໝາຍ ທັງເປັນກຳລັງໜູນຂອງສັງຄົມນິຍົມ. ດ້ວຍວິໄສທັດລໍເລີ່ມ ພາລະກິດຫຼຸດຜ່ອນຄວາມທຸກຍາກ, ລົບລ້າງຄວາມອຶດຫິວ, ເພີ່ມທະວີຄວາມຮັ່ງມີ, ພັດທະນາເສດຖະກິດຕິດພັນກັບຄວາມກ້າວໜ້າ ແລະ ຄວາມຍຸຕິທຳທາງສັງຄົມ, ຜູ້ໃດກໍ່ໄດ້ກິນອີ່ມນຸ່ງອຸ່ນ, ຜູ້ໃດກໍ່ໄດ້ຮຽນໜັງສື, ໄດ້ຮັບການປິ່ນປົວ, ທ່ານປະທານໂຮ່ຈີມິນ ໄດ້ຕັ້ງພື້ນຖານໃຫ້ແກ່ການພັດທະນາແບບຍືນຍົງ ເມື່ອ ເພີ່ນເອົາໃຈໃສ່ເປັນພິເສດເຖິງ 3 ເສົາຫຼັກນັ້ນແມ່ນ: ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ດ້ວຍບັນດາທັດສະນະກ່ຽວກັບຄວາມລົບລ້າງສະພາບການທຸກຍາກທີ່ສຸດ, ເອົາໃຈໃສ່ເຖິງການສຶກສາຊັ້ນປະຖົມ, ປະຕິບັດຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ຍົກສູງທີ່ຕັ້ງບົດບາດໃຫ້ແກ່ແມ່ຍິງ, ຫຼຸດຜ່ອນອັນຕາການຕາຍໃນໄວເດັກ, ປ້ອງກັນ, ຕ້ານພະຍາດ, ດູແລສຸຂະພາບໃຫ້ແກ່ປະຊາຊົນ, ຮ່ວມມືເສດຖະກິດສາກົນ, ສ້າງຕັ້ງການພົວພັນຄູ່ຮ່ວມມືທົ່ວໂລກເພື່ອການພັດທະນາ. ມໍລະດົກແນວຄິດໂຮ່ຈີມິນ ໄດ້ສ້າງພື້ນຖານ ແລະ ແມ່ນການຊີ້ນຳເພື່ອ ພັກກອມມູນິດ ຫວຽດນາມ ວາງໂຄງການດຳເນີນງານ, ທິດທາງສ້າງສາປະເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມດ້ວຍເປົ້າໝາຍ ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂວງ, ປະຊາທິປະໄຕ, ຍຸຕິທຳ, ສິວິໄລ.

ແນວຄິດໂຮ່ຈີມິນກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມ ຢູ່ ຫວຽດນາມ ໄດ້ສ້າງຂຶ້ນ, ພັດທະນາແຕ່ທົດສະວັດທີ 20 ຂອງສະຕະວັດທີ 20 ເທື່ອລະກ້າວ, ແຕ່ຍັງຮັກສາໄດ້ຄຸນຄ່າຢ່າງຄົບຖ້ວນ, ເປີດເສັ້ນທາງປ່ຽນແປງໃໝ່, ເຍື່ອງທາງໃຫ້ອະນາຄົດ, ຍືນຍົງຄົງຕົວກັບປະເທດຊາດ ແລະ ມວນມະນຸດ. ພາຍຫຼັງການປ່ຽນແປງໃໝ່ມາເປັນເວລາ 35 ປີ, ບົນພື້ນຖານລັດທິ ມາກ - ເລນິນ, ແນວຄິດໂຮ່ຈີມິນ, ປະເທດຫວຽດນາມ ບັນລຸໄດ້ບັນດາບາດກ້າວຍາວໄກທີ່ບໍ່ເຄີຍມີມາກ່ອນ, ບັນດາຜົນງານອັນຍິ່ງໃຫຍ່ ທີ່ມີຄວາມໝາຍດ້ານປະຫວັດສາດຄື ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງ ພັກກອມມູນິດ ຫວຽດນາມ ໄດ້ຢັ້ງຢືນວ່າ “ປະເທດເຮົາບໍ່ມີຍາມໃດ ມີຄວາມສາມາດບົ່ມຊ້ອນ, ທີ່ຕັ້ງບົດບາດ ແລະ ອິດທິພົນຊື່ບົນເວທີສາກົນຄືໃນປັດຈຸບັນ.”

ແນວຄິດໂຮ່ຈີມິນ ກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມ ຢູ່ ຫວຽດນາມຈະຍືນຍົງຄົງຕົວກັບປະເທດຊາດ ແລະ ຍຸກທະໄໝ ຊຶ່ງໄດ້ພິສູດຜ່ານພຶດທິກຳປະຕິວັດ ຫວຽດນາມ ແລະ ນັບມື້ນັບກະຈ່າງແຈ້ງ, ຝັງເລິກໃນຫົວໃຈ, ສະໝອງຂອງ ຊາວຫວຽດນາມ ນັບລ້ານໆຄົນ. ແນດຄິດໂຮ່ຈີມິນ ນັບມື້ນັບສົ່ງແສງສະຫວ່າງເຍື່ອງທາງປະຕິວັດຂອງຊາດ ຫວຽດນາມ, ເປັນຕົ້ນແມ່ນໃນສະພາບການ ຫວຽດນາມ ພວມມານະພະຍາຍາມບົນເສັ້ນທາງພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນ. ຄວາມໝາຍດ້ານປະຫວັດສາດ ແລະ ຄຸນຄ່າທິດສະດີ, ພຶດຕິກຳຂອງແນວຄິດໂຮ່ຈີມິນ ໄດ້ກາຍເປັນສ່ວນໜຶ່ງຂອງຄຸນຄ່າດ້ານວັດທະນະທຳຂອງມວນມະນຸດ. ເມື່ອຫວນຄືນແນວຄິດໂຮ່ຈີມິນ ກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມ ຂອງ ຫວຽດນາມ ຈະປັບປຸງຄວາມໄວ້ເນື້ອເຊື່ອໃຈທີ່ໝັ້ນຄົງ ຕໍ່ເສັ້ນທາງກ້າວຂຶ້ນສັງຄົມນິຍົມ, ປະຕິບັດຄວາມມຸ່ງມາດປາດຖະໜາພັດທະນາປະເທດຫວຽດນາມ ທີ່ມີຄວາມວັດທະນາຖາວອນ, ມີຄວາມຜາສຸກ, ເຂັ້ມແຂງແຮງກ້າ, ຄຽງບ່າຄຽງໄຫຼ່່ກັບບັນດາປະເທດມະຫາອຳນາດຢູ່ 5 ທະວີບ, ປະຕິບັດສຳເລັດຄວາມມຸ່ງມາດປາດຖະໜາຂອງ ປະທານໂຮ່ຈີມິນ ແລະ ຄວາມຫວັງຂອງທົ່ວປວງຊົນທັງຊາດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ