ຄຸນຄ່າສູງສຸດຂອງສິດທິມະນຸດນັ້ນແມ່ນປົກປ້ອງຊີວິດອິນຊີຂອງປະຊາຊົນ

(VOVWORLD) -ຫວຽດນາມໄດ້ແລະພວມໄດ້ຮັບການຕີລາຄາວ່າແມ່ນໜຶ່ງໃນຈຳນວນໜ້ອຍປະເທດທີ່ມີວິທີສຳຜັດແລະຄວບຄຸມໂລກລະບາດໂຄວິດ-19 ບັນລຸຜົນສຳເລັດມາຮອດຈຸດເວລານີ້

ຄຸນຄ່າສູງສຸດຂອງສິດທິມະນຸດນັ້ນແມ່ນປົກປ້ອງຊີວິດອິນຊີຂອງປະຊາຊົນ - ảnh 1(ໃນໄລຍະຜ່ານມາ, ບໍ່ມີກໍລະນີຕິດໂລກລະບາດໂຄວິດ-19 ໃດ, ນັບທັງຊາວຫວຽດນາມແລະຊາວຕ່າງປະເທດ ຖືກ “ປະໄວ້ຢູ່ທາງຫຼັງ”)

ຕໍ່ໜ້າສະພາບການນັບໝື່ນຄົນຖືກເສຍຊີວິດຍ້ອນໂລກລະບາດໂຄວິດ-19 ໃນທົ່ວໂລກ, ຄຸນຄ່າສູງສຸດຂອງສິດທິມະນຸດນັ້ນແມ່ນການປົກປ້ອງຊີວິດອິນຊີຂອງມະນຸດ.ຫວຽດນາມໄດ້ແລະພວມໄດ້ຮັບການຕີລາຄາວ່າແມ່ນໜຶ່ງໃນຈຳນວນໜ້ອຍປະເທດທີ່ມີວິທີສຳຜັດແລະຄວບຄຸມໂລກລະບາດໂຄວິດ-19 ບັນລຸຜົນສຳເລັດມາຮອດຈຸດເວລານີ້, ດ້ວຍທິດນຳທີ່ວ່າປົກປ້ອງສິດທິມະນຸດແມ່ນໜ້າທີ່ສຳຄັນທີ່ສຸດ. ຜົນສຳເລັດຂອງວຽກງານຕ້ານໂລກລະບາດໂຄວິດ-19 ຢູ່ຫວຽດນາມແມ່ນການໂຕ້ຕອບຢ່າງຮຸນແຮງຕໍ່ບັນດາຖ້ອຍທຳນອງທີ່ຖືວ່າຫວຽດນາມ “ຄວນຖືສິດທິມະນຸດແມ່ນຈຸດໃຈກາງໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19”.

ຖະແຫຼງການຖືວ່າ “ໃນໂລກລະບາດໂຄວິດ-19 ເກີດຂຶ້ນໃນທົ່ວໂລກ, ບັນດາລັດຖະບານບໍ່ຄວນຖືມາດຕະການສຸກເສີນແມ່ນຂໍ້ອ້າງອີງເພື່ອຈຳກັດສິດທິພົນລະເມືອງ”ແລະກ່າວເຖິງຫວຽດນາມຄືດັ່ງປະເທດທີ່ “ຄວນຖືສິດທິມະນຸດແມ່ນຈຸດໃຈກາງໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19”, ແມ່ນຂອງສຳພັນທະມິດທົ່ວໂລກເພື່ອການເຂົ້າຮ່ວມຂອງພົນລະເມືອງ(CIVICUS)ມີສຳນັກງານຕັ້ງຢູ່ ອາຟະລິກາໃຕ້. ມາຮອດປະຈຸບັນ, ອັນທີ່ເອີ້ນວ່າ “ຖະແຫຼງການ” ນັ້ນແມ່ນບໍ່ມີຈຸດຢືນໃນຕົວຈິງ, ຊ້ຳບໍ່ໜຳຍັງກາຍເປັນຖ້ອຍທຳນອງບໍ່ມີຈຸດຢືນຕໍ່ໜ້າຄວາມມານະພະຍາຍາມໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນທົ່ວໂລກເວົ້າລວມແລະຢູ່ຫວຽດນາມເວົ້າສະເພາະ.

ບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນທົ່ວໂລກ

        ໃນຈຸດເວລາປະຫວັດສາດເກີດໂລກລະບາດໂຄວິດ-19 ໄດ້ສົ່ງຜົນສະທ້ອນຢ່າງຮ້າຍແຮງໃນຂອບເຂດທົ່ວໂລກ, ອຳນາດການປົກຄອງຫລາຍປະເທດ ແລະ ເຂດແຄ້ວນລ້ວນແຕ່ປະກາດໃຊ້ບັນດາກົດໝາຍ, ຂໍ້ກຳນົດໃໝ່ເພື່ອຮັບມືກັບ “ວິກິດການທີ່ຮ້າຍແຮງທີ່ສຸດເຊິ່ງໂລກຕ້ອງປະເຊີນໜ້ານັບແຕ່ສົງຄາມໂລກຄັ້ງທີ 2”, ຄືດັ່ງຄຳເວົ້າຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres.ມີຫຼາຍປະເທດໄດ້ປະກາດສະພາວະສຸກເສີນ, ຈັດວາງບັນດາມາດຕະການແຍກຫ່າງໃນສັງຄົມ, ປິດປະຕູບັນດານະຄອນໃຫຍ່, ປະກາດຫຼືປັບປຸງກົດໝາຍສະບັບຕ່າງໆເພື່ອຮັບມືກັບໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ. ບໍ່ພຽງແຕ່ແມ່ນການກ່າວເຕືອນ, ນາບຂູ່ເທົ່ານັ້ນ, ມີຫຼາຍປະເທດຄື: ລັດເຊຍ, ຮຸງກາຣີ, ອຽກລັງ, ອົດສະຕາລີ… ຍັງໄດ້ກຳນົດຮູບແບບປັບໄໝສູງສຳລັບບັນດາຜູ້ທີມີການກະທຳລະເມີດ, ເຮັດໃຫ້ໂລກລະບາດແຜ່ລະບາດ, ລົງພິມຂ່າວທີ່ບໍ່ມີມູນຄວາມຈິງກ່ຽວຂ້ອງເຖິງໂລກລະບາດໂຄວິດ-19…ພິເສດ, ຢູ່ອາເມລິກາພາຍຫຼັງບັນດາຄຳຖະແຫຼງທີ່ຂາດຄວາມສະເໝີພາບ, ຖືເບົາຜົນກະທົບຂອງໂລກລະບາດໂຄວິດ-19 ຂອງທ່ານປະທານາທິບໍດີອາເມລິກາ Donald Trump, ກົດໝາຍປະເທດນີ້ໄດ້ກຳນົດຈຳຄຸກສຳລັບບັນດາກໍລະນີລະເມີດກ່ຽວກັບການແຍກຕົວດ້ວຍຕົນເອງໃນຈຸດເວລາເກີດໂລກລະບາດ. ຕົວຈິງໄດ້ຊີ້ໃຫ້ເຫັນວ່າ, ທຸກປະເທດແລະເຂດແຄ້ວນໃນທົ່ວໂລກລ້ວນແຕ່ມີບັນດາມາດຕະການທີ່ຈຳເປັນເພື່ອປົກປ້ອງຊີວິດອິນຊີຂອງມະນຸດ.

ຄຸນຄ່າສູງສຸດຂອງສິດທິມະນຸດນັ້ນແມ່ນປົກປ້ອງຊີວິດອິນຊີຂອງປະຊາຊົນ - ảnh 2  2 ຜົວເມຍຊາວອັງກິດ ໄດ້ຮັບການປິ່ວປົວໂລກລະບາດໂຄວິດ-19 ຫາຍດີເປັນປົກກະຕິ

(ພາບ: thanhnien.vn)

ຊີວິດອິນຊີຂອງມະນຸດແມ່ນມີຄຸນຄ່ສູງທີ່ສຸດຂອງສິດທິມະຸດ

ປົກປ້ອງຊີວິດອິນຊີຂອງມະນຸດແມ່ນມີຄຸນຄ່າສູງທີ່ສຸດຂອງສິດທິມະນຸດແລະຫວຽດນາມໄດ້ ແລະພວມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະຕິບັດສິ່ງທີ່ສັກກະລະບູຊານັ້ນ.ນັບແຕ່ຈຸດເວລາເລີ່ມເກີດໂລກລະບາດໂຄວິດ-19, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກໄດ້ຢັ້ງຢືນວ່າ: ຫວຽດນາມພ້ອມແລ້ວທີ່ເສຍສະຫຼະຜົນປະໂຫຍດທາງດ້ານເສດຖະກິດເພື່ອປ້ອງກັນ, ຕ້ານໂລກລະບາດ, ຮັບປະກັນສຸຂະພາບ, ຊີວິດອິນຊີຂອງປະຊາຊົນ.ໃນໄລຍະຜ່ານມາ, ບໍ່ມີກໍລະນີຕິດໂລກລະບາດໂຄວິດ-19 ໃດ, ນັບທັງຊາວຫວຽດນາມແລະຊາວຕ່າງປະເທດ ຖືກ “ປະໄວ້ຢູ່ທາງຫຼັງ”. ບໍ່ມີໄພເກີດຄວາມສ່ຽງໃດໃນວົງຄະນາຍາດທີ່ບໍ່ໄດ້ຮັບຄວາມເອົາໃສ່ຈາກອຳນາດການປົກຄອງຂັ້ນສູນກາງ, ລົງຮອດຂັ້ນທ້ອງຖິ່ນເທື່ອ. ເພື່ອນມິດສາກົນກໍ່ໄດ້ຕີລາສູງສິ່ງທີ່ພິເສດໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ຫວຽດນາມນັ້ນແມ່ນລັດຖະບານຫວຽດນາມໄດ້ໜູນຊ່ວຍປິ່ນປົວໃຫ້ແກ່ຜູ້ຕິດໄວຣັດ SARS-CoV-2 ໂດຍບໍ່ເສຍຄ່າ ແລະບໍ່ເກັບຄ່າໃນໄລຍະທີ່ບັນດາກໍລະນີຖືກແຍກຕົວ.ບັນດາກໍລະນີຖືກແຍກຕົວນັ້ນຍັງໄດ້ຮັບຄວາມເອົາໃຈໃສ່ຢ່າງສູງສຸດຈາກບັນດາກຳລັງປະຕິບັດໜ້າທີ່ນັບແຕ່ການກິນຢູ່, ໃນນັ້ນແກ່ນສານແມ່ນກອງທັບ, ຕຳຫຼວດແລະສາທາລະນະສຸກ.

ນະໂຍບາຍຖືມະນຸດແມ່ນສູງທີ່ສຸດໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ຫວຽດນາມຍັງສະແດງອອກການກວມລວມໃນຂອບເຂດທົ່ວສັງຄົມອີກດ້ວຍ.ພ້ອມກັບເລື່ອງສະຫນອງທຸກແຫຼ່ງກຳລັງເພື່ອປ້ອງກັນ, ຕ້ານໂລກລະບາດ, ລັດຖະບານໄດ້ຍູ້ແຮງການລົງທຶນພາກລັດໂດຍທັນທີເພື່ອແນໃສ່ສ້າງບັນດາກິດຈະກຳທີ່ຈຳເປັນໃນການພັດທະນາເສດຖະກິດ, ສ້າງວຽກເຮັດງານທຳ; ຫຼຸດຜ່ອນດອກເບ້ຍບໍລິຫານຢ່າງແຮງ,ແກ່ຍາວເວລາກຳນົດ, ເລື່ອນການເກັບພາສີອາກອນເພື່ອສົ່ງເສີມໃຫ້ວິສາຫະກິດ… ລັດຖະບານກໍ່ໄດ້ຜັນຂະຫຍາຍບ້ວງເງິນຮັບປະກັນຊີວິດສັງຄົມ, ເພື່ອແນໃສ່ໜູນຊ່ວຍຜູ້ມີຄວາມສ່ຽງສູງກວ່າໝູ່, ວິສາຫະກິດທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19;ບໍ່ປະໃຫ້ປະຊາຊົນຜູ້ໃດຂາດເຂີນອຶດຫິວ.ຕາມຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີແລ້ວ, ມີ 6 ກຸ່ມເປົ້າໝາຍທີ່ໄດ້ຮັບການໜູນຊ່ວຍຈາກງົບປະມານ, ກຸ່ມເປົ້າໝາຍໜຶ່ງໄດ້ຮັບການໜູນຊ່ວຍຈາກວິສາຫະກິດໃຫ້ກູ້ຢືມທຶນດ້ວຍດອກເບ້ຍ 0% ໃນໄລຍະເກີດໂລກລະບາດໂຄວິດ-19, ກ່ອນອື່ນໝົດແມ່ນຄົນທຸກຍາກ, ຜູ້ທີ່ມີຄຸນງາມຄວາມດີ, ຜູ້ມີລາຍຮັບຖືກຫຼຸດລົງຫຼາຍ.

ຕໍ່ໜ້າໄພອັນຕະລາຍຍາກທີ່ຈະຄາດຄະເນໄດ້ຂອງໂລກລະບາດໂຄວິດ-19, ພັກ, ລັດຫວຽດນາມພວມເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະຊາຊົນທຸກຄົນ.ໃນນັ້ນ, ບຸລິມະສິດແຖວໜ້າແມ່ນປົກປ້ອງສຸຂະພາບ, ຊີວິດອິນຊີຂອງປະຊາຊົນ.ສິ່ງດັ່ງກ່າວໄດ້ຮັບການຮັບຮູ້ຈາກປະຊາຄົມສາກົນ; ປະຊາຊົນທຸກຊັ້ນຄົນໃຫ້ການສະໜັບສະໜູນ.ຍ້ອນເຫດນັ້ນ, ບັນດາຄຳອ້າງເຫດຜົນ ທີ່ຖືວ່າຫວຽດນາມຄວນເອົາໃຈໃສ່ເຖິງບັນຫາສິດທິມະນຸດໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ- 19 ໃນຈຸດເວລານີ້ແມ່ນເຫຼືອເຟືອແລະບໍ່ມີຄວາມໝາຍຍິ່ງກວ່າເວລາໃດໝົດ.

ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ບໍ່ພຽງແຕ່ໃນໄລຍະເກີດໂລກລະບາດໂຄວິດ-19, ພັກ, ລັດຫວຽດນາມໄດ້ຖືປະຊາຊົນເປັນຈຸດໃຈກາງໃນບັນດາແຜນນະໂຍບາຍ, ນະໂຍບາຍ ການຊີ້ນຳນຳພາຂອງຕົນ.ໃນແຕ່ລະໄລຍະປະຫວັດສາດ, ສິດທິມະນຸດຢູ່ຫວຽດນາມຍາມໃດກໍ່ໄດ້ຮັບການຖືເປັນສຳຄັນ.ປົກປ້ອງແລະເສີມຂະຫຍາຍສິດທິມະນຸດຍາມໃດກໍ່ແມ່ນຄຸນຄ່າແກ່ນສານຂອງລະບອບດີເລີດພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ