ກອງປະຊຸມສຸດຍອດ 4 ຝ່າຍລະຫວ່າງບັນດາການນຳເຢັຍລະມັນ, ຝະລັ່ງ, ລັດເຊຍ ແລະ ຢູແກຼນ ເພື່ອແນໃສ່ຊອກຫາວິທີການແກ້ໄຂໃຫ້ແກ່ການສູ້ຮົບທີ່ນັບມື້ນັບເຄັ່ງຕຶງ ຢູ່ພາກຕາເວັນອອກຢູແກຼນໄດ້ເລີ່ມຈັດຂຶ້ນໃນວັນທີ 11/2 ແລະ ພວມດຳເນີນຢູ່ນະຄອນຫຼວງ Minsk ຂອງເບເລຣຸດ. ເຖິງວ່າຍັງບໍ່ທັນບັນລຸໝາກຜົນສຸດທ້າຍກໍຕາມ, ແຕ່ວົງການນັກໄຈ້ແຍກໃຫ້ຂໍ້ສັງເກດວ່າ ໝາກຜົນທີ່ບັນລຸໄດ້ອາດຈະບໍ່ໄດ້ຕາມຄວາມຫວັງ ແລະ ການຊອກຫາວິທີແກ້ໄຂເພື່ອຫຼຸດຜ່ອນສະພາບການປະທະກັນຢູ່ຢູແກຼນຈະຍັງຄົງເສຍເວລາຫຼາຍຢູ່.
ບັນດາລັດຖະມົນຕີການຕ່າງປະເທດເຢັຍລະມັນ, ຝະລັ່ງ, ລັດເຊຍ ແລະ ຢູແກຼນທີ່ກອງປະຊຸມຢູ່ Berlin ເມື່ອ 17/8/2014.
(ພາບ: AFP)
|
ການເຈລະຈາຖືກເລີ່ມດຳເນີນດ້ວຍວາລະເປີດກ້ວາງໂດຍມີການເຂົ້າຮ່ວມຂອງບັນດາລັດຖະມົນຕີການຕ່າງປະເທດ 4 ຝ່າຍ ແລະ ຜູ້ຕາງໜ້າຂອງກຸ່ມປະຕິບັດງານ ແລະ ຫຼັງຈາກນັ້ນ ແມ່ນການປະຊຸມວົງແຄບລວມມີບັນດາການນຳເຢັຍລະມັນ, ຝະລັ່ງ, ລັດເຊຍ ແລະ ຢູແກຼນ.
ຄວາມບໍ່ລົງລອຍກັນໃນແຜນນະໂຍບາຍແກ້ໄຂການປະທະກັນ
ການແບ່ງແຍກຢ່າງເລິກເຊິ່ງລະຫວ່າງບັນດາປະເທດມະຫາອຳນາດທີ່ກ່ຽວຂ້ອງເຖິງວິກິດການການເມືອງຢູ່ ຢູແກຼນ ເບິ່ງຄືວ່າພວມນັບມື້ນັບເພີ່ມຂຶຶ້ນ. ອາທິດແລ້ວນີ້, ອາເມລິກາຖະແຫຼງວ່າ ພວມຊັງຊາການສະໜອງອາວຸດໃຫ້ແກ່ອຳນາດການປົກຄອງກີແອບຄື ລູກສອນໄຟຕ້ານລົດຖັງ, ລະບົບຣາດາຕ້ານລູກປືນຄົກ ແລະ ພາຫະນະອື່ນໆ. ຕາມວໍຊິງຕັນແລ້ວ, ຝ່າຍຕາເວັນຕົກຄວນໜູນຊ່ວຍອາວຸດເພື່ອໃຫ້ກີແອບປ້ອງກັນຕົວນັ້ນ, ໄດ້ກໍ່ໃຫ້ເກີດປະຕິກິລີຍາຢ່າງຮຸນແຮງຂອງບັນດາຝ່າຍ. ມົດສກູຖະແຫຼງວ່າ ຖ້າຫາກອາເມລິກາຕົກລົງສະໜອງອາວຸດໃຫ້ ຢູແກຼນນັ້ນ, ລັດເຊຍຈະໂຕ້ຕອບດ້ວຍການໜູນຊ່ວຍດ້ານການທະຫານຢ່າງແຂງແຮງໃຫ້ແກ່ກຳລັງແຍກຕົວຢູ່ ພາກຕາເວັນອອກຢູແກຼນ. ບໍ່ພຽງແຕ່ເທົ່ານັ້ນ. ລັດເຊຍຈະໂຕ້ຕອບໃນທຸກແນວຮົບອື່ນຢູ່ນອກ ຢູແກຼນ. ໜຶ່ງໃນບັນດາມາດຕະການໂຕ້ຕອບຊຶ່ງວັງ Kremlin ພວມພິຈາລະນານັ້ນ, ແມ່ນການສະໜອງບັນດາເຕັກໂນໂລຢີປ້ອງກັນຊາດທີ່ສະດຸ້ງໄວໃຫ້ຈີນເພື່ອຊ່ວຍປະເທດນີ້ພັດທະນາອາວຸດເຕັກໂນໂລຢີສູງ. ນອກຈາກນັ້ນ, ອີຣານຍັງແມ່ນປະເທດທີ່ມີສາຍພົວພັນອັນດີງາມກັບລັດເຊຍ. ຍ້ອນບັນດາຄຳສັ່ງຂ້ວຳບາດຂອງ ສ.ປ.ຊ, ລັດເຊຍບໍ່ອາດຂາຍອາວຸດຫຼືມອບໂອນເຕັກໂນໂລຢີອາວຸດໃຫ້ແກ່ອີຣານຢ່າງເປີດເຜີຍໄດ້. ແຕ່ບັນດາການກະທຳປີນຂັ້ນໄດຂອງອາເມລິກາຢູ່ ຢູແກຼນອາດຈະພາໄປເຖິງເລື່ອງລັດເຊຍຕ້ອງຍົກເລີກບັນດາຄຳສັ່ງຂວ້ຳບາດນີ້.
ໃນຂະນະນັ້ນ, ເຢັຍລະມັນ, ຝະລັ່ງກໍຄັດຄ້ານເລື່ອງອາເມລິກາສະໜອງອາວຸດໃຫ້ແກ່ ຢູແກຼນ ແລະ ຖືວ່າເລື່ອງຝ່າຍຕາເວັນຕົກສະໜອງອາວຸດໃຫ້ ຢູແກຼນ ກໍພຽງແຕ່ພາໄປເຖິງການສູ້ຮົບຖືກແກ່ຍາວ ແລະ ຊ້ອນແຝງສິ່ງທີ່ສັບສົນຫຼາຍຢ່າງ ແລະ ສົ່ງຜົນສະທ້ອນເຖິງຄວາມສະຫງົບຂອງທັງພາກພື້ນ. ທີ່ກອງປະຊຸມປ້ອງກັນຄວາມສະຫງົບ Munich ຊຶ່ງຫາກໍຖືກຈັດຂຶ້ນຫວ່າງແລ້ວນີ້ຢູ່ເຢຍລະມັນ, ແບກລິນ ແລະ ປາຣີໄດ້ສົ່ງສານທີ່ຈະແຈ້ງວ່າ ການສະໜອງອາວຸດໃຫ້ແກ່ກີແອບຈະໄປຝືນພາລະກຳໄກ່ເກ່ຍຂອງເຢັຍລະມັນ ແລະ ຝະລັ່ງ.
ມີເອກະສານສະບັບໜຶ່ງໄດ້ຮັບການລົງນາມຫຼືບໍ່ ?
ຖະແຫຼງການຮ່ວມສະບັບໜຶ່ງໄດ້ຮັບການລົງນາມ, ກ້າວໄປເຖິງການຢຸດຍິງ ແລະ ອາດຈະສ້າງພື້ນຖານແກ່ການພົວພັນຕ່າງປະເທດແມ່ນສິ່ງທີ່ໄດ້ຮັບຄວາມຄອງຄ່ອຍທີ່ກອງປະຊຸມຄັ້ງນີ້. ກ່ຽວກັບພື້ນຖານ, ວິທີການແກ້ໄຂທີ່ດີສຸດ, ນັ້ນແມ່ນຕ້ອງຢຸດຍິງໃນທັນທີ່, ສ້າງຕັ້ງເຂດປອດທະຫານ, ຖອນກຳລັງອາວຸດປະເພດໜັກທັງໝົດ, ຍົກອອກກົນໄກໃຫ້ແກ່ບັນດາເຂດໂດຍກຳລັງລຸກຮື້ຂຶ້ນສັງກັດ 2 ປະເທດສາທາລະນະລັດໂດຍຂະໜານນາມເອງ Donestk ແລະ Lougansk ໃນຂະນະທີ່ຍັງຄົງຮັກສາຜືນແຜ່ນດິນອັນຄົບຖ້ວນໃຫ້ແກ່ ຢູແກຼນ. ແຜນການສັນຕິພາບໃໝ່ຈະຕ້ອງລະອຽດກ່ວາ, ຜູກມັດກ່ວາ, ເພາະບັນຫາທີ່ຍາກຈະແກ້ໄຂກວ່າໝູ່ນັບແຕ່ກ່ອນເປັນຕົ້ນມາລະຫວ່າງບັນດາຝ່າຍພັດນອນຢູ່ໃນບັນດາລາຍລະອຽດ.
ກ່ອນອື່ນໝົດ, ບັນດາຄວາມເຄັ່ງຕຶງໃນປະຈຸບັນທີ່່ສາມາດແກ້ໄຂໄດ້ນັ້ນ ແມ່ນຂຶ້ນກັບຂໍ້ຕົກລົງຂອງ ປະທານາທິບໍດີອາເມລິກາ Barack Obamaກ່ຽວກັບເລື່ອງຈະສະໜອງອາວຸດໃຫ້ຢູແກຼນຫຼືບໍ່. ແຕ່ປະທານາທິບໍດີອາເມລິກາ Barack Obama ເອງກໍພວມຖືກກຳລັງດັນຢ່າງໃຫຍ່ຫຼວງຈາກຫຼາຍທາງ, ກ່ອນອື່ນໝົດແມ່ນບັນດາສຽງເວົ້າໃນສະພາແຫ່ງຊາດອາເມລິກາ ສະເໜີອຳນາດການປົກຄອງຂອງທ່ານຕ້ອງກະທຳຢ່າງເດັດດ່ຽວກ່ວາ.
ບັນຫາທີ່ສັບສົນອີກບັນຫາໜຶ່ງ, ນັ້ນແມ່ນກົນໄກຂອງບັນດາເຂດລຸກຮື້ຂຶ້ນ. ຂໍ້ຕົກລົງສັນຕິພາບ Minsk ໄດ້ຮັບການລົງນາມເມື່ອເດືອນ 9/2014, ໃນນັ້ນ, ສົ່ງເສີມການສົນທະນາແຫ່ງຊາດ ແລະ ສ້າງລະບອບຈັດແບ່ງສິດອຳນາດ. ແຕ່ກຳລັງແຍກຕົວພັດປະຕິເສດຂໍ້ສະເໜີນີ້ ແລະ ດຳເນີນການເລືອກຕັ້ງສະພາແຫ່ງຊາດ ແລະ ປະທານາທິບໍດີດ້ວຍຕົນເອງໃນເດືອນ 11/2014, ກ່ອນທີ່ສະເໜີໂຮມເຂົ້າດິນແດນລັດເຊຍ, ມົດສະກູໄດ້ປະຕິເສດວິທີການແກ້ໄຂນີ້ຢ່າງກະທັນຫັນ, ແຕ່ຍັງຄົງເຫັນດີຕໍ່ທັດສະນະຢາກໃຫ້ກຳລັງລຸກຮື້ຂຶ້ນຢູ່ ຢູແກຼນ ປົກຄອງຢູ່ຕາມເຂດດິນທີ່ຫາກໍຢຶດຄອງໄດ້, ແທນທີ່ສະພາບເດີມ. ກ່ອນທີ່ດຳເນີນກອງປະຊຸມ 4 ຝ່າຍ, ອາເມລິກາຢືນຢັນການສະໜັບສະໜູນຕໍ່ຂໍ້ລິເລີ່ມຮ່ວມເຢັຍລະມັນ ແລະ ຝະລັ່ງ ແຕ່ພັດບໍ່ເຊື່ອໝັ້ນຕໍ່ຄວາມສຳເລັດຜົນ. ອາເມລິກາໄດ້ສະແດງຄວາມລະແວງສົງໄສຕໍ່ຂໍ້ຕົກລົງສັນຕິພາບຖ້າຫາກບັນລຸໄດ້ນັ້ນ, ລັດເຊຍຈະບໍ່ຈິງໃຈປະຕິບັດ.
ມາຮອດປະຈຸບັນ, ຍັງບໍ່ທັນມີສັນຍານໃດໆທີ່ສະແດງໃຫ້ເຫັນວ່າ ມີວິທີແກ້ໄຂຢ່າງເຖິງຖອງໃຫ້ແກ່ການປະທະກັນຢູ່ຝ່າຍຕາເວັນຕົກ ນັບແຕ່ພາຍຫຼັງສົງຄາມເຢັນທີ່ໄດ້ເຮັດໃຫ້ມີຜູ້ເສຍຊີວິດກວ່າ 5.300 ຄົນ. ກອງປະຊຸມສຸດຍອດ 4 ຝ່າຍຄັ້ງນິ້ີ ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາກາລະໂອກາດສຸດທ້າຍ, ເພາະຖ້າຫາກບໍ່ສາມາດຊອກຫາຂໍ້ຕົກລົງສັນຕິພາບໄດ້ນັ້ນ, ການປະທະກັນດ້ວຍອາວຸດປີນຂັ້ນໄດ ແມ່ນອາດຈະເກີດຂຶ້ນກໍເປັນໄດ້.