ຊຸກຍູ້ການພົວພັນ ລະຫວ່າງ ຫວຽດນາມ ແລະ ອີຕາລີ

(vovworld)- ທ່ານ​ນາຍົກລັດຖະມົນຕີ Matteo Renzi ​ແມ່ນ​ນາຍົກລັດຖະມົນຕີ   ອີ​ຕາ​ລີ ຜູ້ທຳ​ອິດ ມາ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ນັບ​ແຕ່​ເມື່ອ​ສອງະ​ເທດ ສ້າງ​ຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ເມື່ອ​ປີ 1973. ການ​ຢ້ຽມຢາມ​ດຳ​ເນີນ​ໄປ​ໃນ​ສະພາວະ​ການທີ່ສອງ​ປະ​ເທດ ຫາ​ກໍ​ຈັດພິທີສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ​ແລະ ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເປັນ​ທາງ​ການ, ການ​ຢ້ຽມຢາມ​ຫວຽດນາມ ຂອງ​ນາ​ຍົກ​ລັດຖະມົນຕີ ອີ​ຕາລີ ຄັ້ງ​ນີ້ ສືບ​ຕໍ່​ປັບປຸງ ​ແລະ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອີ​ຕາ​ລີ ​ເລິກ​ເຊິ່ງກວ່າ.

ຊຸກຍູ້ການພົວພັນ ລະຫວ່າງ ຫວຽດນາມ ແລະ ອີຕາລີ - ảnh 1
ທ່ານ​ນາຍົກລັດຖະມົນຕີ Matteo Renzi

        ຫວຽດນາມ ​ແລະ ອີ​ຕາ​ລີ ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ​ເມື່ອ​ວັນ​ທີ 23/3/1973. ການ​ພົວພັນ​ດ້ານ​ການ​ເມືອງ​ລະຫວ່າງ​ສອງ​ປະ​ເທດ ນັບ​ແຕ່​ຊຸມ​ປີ  90 ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ​ຢ່າງ​ເຫັນ​ໄດ້​ຊັດ. ອີ​ຕາ​ລີ ​ແມ່ນ​ປະ​ເທດ ​ເອີ​ລົບ​ຕາ​ເວັນ​ຕົກ ທຳ​ອິດ ທີ່​ໄດ້​ຕັ້ງຫນ້າ​ສະຫນັບສະຫນູນ​​ເພີ່ມ​ທະວີ​ການ​ຮ່ວມມື​ລະຫວ່າງ ຫວຽດນາມ ​ແລະ ສະຫະພາບ​ເອີ​ລົບ, ຢູ່​ບັນດາ​ເວທີ​ປ​າ​ໄສ​ສາກົນ​ໃຫຍ່​ກໍ​ຄືເລື່ອງ ສ້າງ​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ບັນດາ​ອົງການການ​ເງິນ, ການ​ຄ້າ, ​ເງິນຕາ​ສາກົນ​ໃນ​ຊຸມ​ປີ 90 ​ເປັນ​ປົກກະຕິ. ສອງ​ປະ​ເທດ ຮັກສາ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ເປັນ​ປະຈຳ. ​ໃນ​ການ​ພົບ​ປະ​ຄັ້ງ​ຕ່າງໆ, ການ​ນຳ​ຂັ້ນ​ສູງ ອີ​ຕາ​ລີ ຍາມ​ໃດ​ກໍ​ຢືນຢັນ​ຄວາມ​ຕັດສິນ​ໃຈ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຫລາຍ​ດ້ານ​ກັບ​ຫວຽດນາມ,​ ຖື​ຫວຽດນາມ ​​ແມ່ນ​ປະ​ເທດ​ໃຫ້​ບຸລິມະສິດ​ພັດທະນາ​ກາ​ນພົວພັນ​ຢູ່​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ​ແມ່ນ​ຈຸດ​ນັດ​ພົບ​ຂອງ​ບັນດາ​ວິ​ສາ​ຫະກິດ ອີ​ຕາ​ລີ ນັບ​ແຕ່​ນີ້​ຮອດ​ປີ 2020.

        ຍົກ​ການ​ພົວພັນ​ຂຶ້ນ​ສູ່​ລະດັບ​ສູງ​ໃຫມ່

        ​ເພື່ອ​ຜັນ​ຂະຫຍາຍ​ຄວາມ​ຕັດສິນ​ໃຈ​ຂອງ​ການ​ນຳ​ສອງ​ປະ​ເທດ ນຳ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອີ​ຕາ​ລີ ກ້າວ​ເຂົ້າ​ສູ່​ໄລຍະ​ໃຫມ່, ວັນ​ທີ 21/1/2013, ຫວຽດນາມ ​ແລະ ອີ​ຕາ​ລີ ​ໄດ້​ລົງ​ນາມ​ໃນ​ຖະ​ແຫລ​ງການ​ຮ່ວມ ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ ອີ​ຕາ​ລີ​ຂອງ​ທ່ານ ​ເລຂາທິການ​ໃຫຍ່ ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ. ຕໍ່​ຈາກ​ນັ້ນ ສອງ​ຝ່າຍ ​ໄດ້​ລົງ​ນາມ​ໃນ​ແຜນການ​ດຳ​ເນີນ​ງານ ​ເພື່ອ​ຜັນ​ຂະຫຍາຍ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໄລຍະ 2013-2014. ​ເມື່ອ​ຕີ​ລາຄາ​ກ່ຽວ​ກັບ​ຂີດ​ໝາຍ​ສຳຄັນ​ ລະຫວ່າງ​ສອງ​ປະ​ເທດ, ທ່ານ Lorenzo Angeloni, ​ເອກ​ອັກຄະ​ລັດ​ຖະທູດ ອີ​ຕາ​ລີ ປະຈຳ​ຫວຽດນາມ ຢືນຢັນ​ວ່າ:

        “ສັນຍາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແມ່ນ​ສັນຍາ​ສະບັບສຳຄັນ​ທີ່​ສຸດ ​ເພາະວ່າ ປະ​ເທດ​ທີ່​ລົງ​ນາ​ມ​ໃນ​ສັນຍາ​ນີ້​ບໍ່​ມີ​ຫລາຍ. ກ່ອນ ອີ​ຕາ​ລີ ມີ​ພຽງ​ອັງກິດ ​ແລະ ​ເຢຍລະ​ມັນ​ລົງ​ນາມ​​ໃນ​ສັນຍາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ຫວຽດນາມ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ: ບັນດາ​ຜົນສຳ​ເລັດ​ຊື່​ງສັນຍານີ້​ນຳ​ມາ​ໃຫ້​​ສອງ​ຝ່າຍ​ໃນ​ທຸກ​ຂົງ​ເຂດ. ຕາມ​ຂ້າພະ​ເຈົ້າ​ແລ້ວ, ສັນຍາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ບໍ່​ພຽງ​ແຕ່​ວາງ​ອອກ​ບັນດາ​ຂົງ​ເຂດ​ຊື່​ງພວກ​ເຮົາ​ພ້ອມ​ກັນ​ຮ່ວມ​ມື​ເທົ່າ​ນັ້ນ ຫາກ​ຍັງສ້າງ​ສະພາບ​ແວດ​ລ້ອມ​ທີ່​​​ໂປ່​ງ​ໃສ, ມີ​ຄວາມ​ເຊື່ອ​ໝັ້ນ​ເຊິ່ງກັນ ​ແລະ ກັນ. ບົນ​ພື້ນຖານ​ນັ້ນ, ການ​ຮ່ວມ​ມື ​ແລະ ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ອີ​ຕາ​ລີ ຈະ​ສະດວກ​ກວ່າ.”

​ເຖິງ​ວ່າວົງ​ເງິນ​ການ​ຄ້າ 2 ສົ້ນ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ໃນ​ຊຸມ​ປີຜ່ານມາກໍ່ຕາມ, ​ແຕ່​ວ່າ ຕາມ​ການ​ຕີ​ລາຄາ​ຂອງທັງ 2 ຝ່າຍ ​ແມ່ນ​ຍັງ​ບໍ່​ທັນ​ສົມ​ກັບ​ຄວາມ​ສາມາດ​ບົມຊ້ອນ​ດ້ານ​ເສດຖະກິດ​ຂອງ​ແຕ່ລະ​ປະ​ເທດ​ເທື່​ອ. ປີ 2013, ວົງ​ເງິນ​ການ​ຄ້າ 2 ສົ້ນ​ລະຫວ່າງ​ຫວຽດນາມ - ອີ​ຕາ​ລີ ບັນລຸ 3,5 ຕື້ USD (​ເມື່ອ​ທຽບ​​ໃສ່​ລະດັບ 2,8 ຕື້ USD ​ໃນ​ປີ 2012). ກ່ຽວ​ກັບ​ການ​ລົງທຶນ, ​ໄລ​່ຮອດ​ປີ 2013, ອີ​ຕາ​ລີ ຢືນ​ອັນ​ດັບ​ທີ 29 ​ໃນ​ຈຳນວນ 100 ປະ​ເທດ ​ແລະ ​ເຂດ​ແຄວ້ນ​ທີ່​ລົງທຶນ​ເຂົ້າ​ຫວຽດນາມ ດ້ວຍ 53 ​ໂຄງການ​ລົງທຶນ ລວມ​ຍອດ​ຈຳນວນ​ທຶນ​ເກືອບ 295 ລ້ານ USD, ​ເປັນຕົ້ນ​ແມ່ນ​ໃນ​ບັນດາ​ຂະ​ແໜງ​ອຸດສາຫະກຳ​ຜະລິດປຸ້ງ​ແຕ່ງ, ປະດິດ​ສ້າງ, ​ເກີບ​ໜັງ, ກໍ່ສ້າງ… ​ເພື່ອ​ຫັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເປັນ​ລະອຽດ, ​ຫວ່າງ​ມໍ່ໆ​ມາ​ນີ້, ອີ​ຕາ​ລີ ​ໄດ້​ນຳ​ຫວຽດນາມ ​ເຂົ້າ​ບັນຊີລາຍ​ຊື່ຕະຫຼາດ 10 ​ແຫ່ງ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ ​ເຊິ່ງຈະ​​ໄດ້ຮັບ​ບຸລິມະສິດ​ພັດທະນາ​ດ້ານ​ກາ​ນຄ້າ ​ແລະ ການ​ລົງທຶນ. ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ​ອີ​ຕາ​ລີ ​ປະຈຳ​ຫວຽດນາມ Lorenzo Angeloni ​ແລ້ວ, ​ແນ່ນອນ​ວ່າ ມີ​ວຽກ​ງານ​ຫຼາຍ​ຢ່າງ​​ເຊິ່ງ 2 ປະ​ເທດ​ຕ້ອງ​ເຮັດ​ໃນ​ໄລຍະ​ຈະ​ມາ​ເຖິງ ​ເພື່ອ​ຊຸກຍູ້​ການ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ.

        “ປະຈຸ​ບັນ, ພວກ​ເຮົາ​​ໄດ້ມີ​ເງື່ອນ​ໄຂ​ຢ່າງ​ພຽງພໍ ​ເພື່ອ​​ມີ​ບັນດາ​ບາດກ້າວ​ພັດທະນາ​​ກວ່າ​ອີກໃນການ​ພົວພັນ​ລະຫວ່າງ​ຫວຽດນາມ - ອີ​ຕາ​ລີ. ​ໃນ​ຂົງ​ເຂດ​ເສດຖະກິດ, ທັງ ຫວຽດນາມ ​ແລະ ອີ​ຕາ​ລີ ລ້ວນ​ແຕ່​ມີ​ຈຸດ​ທີ່​ຄ້າຍຄື​ກັນ ນັ້ນ​ແມ່ນ ​ເສດຖະກິດ​ຫວຽດນາມ ​ແລະ ອີ​ຕາ​ລີ ລ້ວນ​ແຕ່​ອີງ​ໃສ່​ພື້ນຖານ​ພັດທະນາ​ຂອງ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ. ພວກ​ຂ້າພະ​ເຈົ້າ​ໄດ້​ມີ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ ທີ່​​ພວມ​ປະສົບ​ຜົນສຳ​ເລັດ​ໃນ​ໂລກ ​ແລະ ​ເຂົາ​ເຈົ້າຈະ​ມຸ່ງ​ໄປ​ສູ່​ຫວຽດນາມ ຄື​ຕະຫຼາດ​ໃໝ່.          

“ພວກ​ເພື່ອນກໍ່​ມີ​ບັນດາ​ວິ​ສາ​ຫະກິດ​ພັດທະນາ​ສະ​ເພາະ​ຂອງ​ຕົນ ​ແຕ່​ເຂົາ​ເຈົ້າ​ກໍ່​ຕ້ອງ​ມີ​ບັນດາ​ເຄື່ອງໝາຍ​ການ​ຄ້າ ກໍ່​ຄື​ມີ​ເຕັກ​ໂນ​ໂລ​ຊີ​ສະ​ເພາະ​ຂອງ​ຕົນ. ດັ່ງ​ນັ້ນ, ​ເລື່ອງ​ສ້າງ​ຂົວ​ເຊື່ອມ​ຕໍ່​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ອີ​ຕາ​ລີ ​ແລະ ວິ​ສາ​ຫະກິດ ຫວຽ​ດນາມ ພົບ​ປະກັນ, ພ້ອມ​ກັນ​ເຮັດ​ວຽກ​ແມ່ນ​ຈຳ​ເປັນ. ສິ່ງ​ດັ່ງກ່າວ​ກໍ່​ມີ​ຄວາມ​ໝາຍ​ວ່າ: ບັນດາ​ວິ​ສາ​ຫະກິດ ອີ​ຕາ​ລີ ອາດ​ຈະ​ຊອກ​ຫາ​ບັນດາ​ຄູ່​ຮ່ວມ​ມື​ຢູ່ ຫວຽດນາມ ​ແລະ ບັນດາ​ຜະລິດ​ຕະພັນ​ໄດ້​ຮັບ​ການ​ຜະລິດ​ຢູ່ ຫວຽດນາມ ຈະ​ມີ​ເຄື່ອງໝາຍ​ການ​ຄ້າ​ຂອງ​ບໍລິສັດ​ທີ່​​ມີ​ຊື່​ສຽງ​ຂອງ​ພວກ​ຂ້າພະ​ເຈົ້າ ​ແລະ ສົ່ງ​ອອກ​​ເຖິງ​ບັນດາ​ປະ​ເທດ ​ເອີ​ລົບ”

ຜັນ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໂດຍ​ໄວ

        ການພັວພັນ ຫວຽດນາມ - ອີ​ຕາ​ລີ ​ໃນ​​ຂ​ົງ​ເຂດ​ອື່ນໆ​ຄື: ວັດ​ທະນະ​ທຳ, ການທ່ອງທ່ຽວ, ການ​ສຶກສາ ລ້ວນ​ແຕ່​​ໄດ້​ຮັບ​ການຮັບ​ຮູ້​ດ້ວຍບັນດາ​ຜົນງານທີ່​ຕັ້ງໜ້າ. ລັດຖະບານ ອີ​ຕາ​ລີ ສົມທົບ​ກັບ UNESCO ຊ່ວຍ​ເຫຼືອ ຫວຽດນາມ ບູລະນະ​ປະຕິສັງຂອນ​ເຂດ​ປູຊະນີຍະສະຖານ​ ໝີ​ເຊີນ ດ້ວຍ​ຍອດ​ຈຳນວນ​ທຶນ​ກ່ວາ 435.000 USD, ພ້ອມທັງ​ຊ່ວຍ​ບຳລຸງ​ສ້າງ​ ​ແລະ ສຶກສາຄວາມ​ຮູ້ກ່ຽວ​ກັບການ​​ອະນຸລັກ​ຮັກສາ​ມໍລະດົກ​ວັດທະນະທຳ​ຕາມ​ມາດຖານ​ສາກົນ​ໃຫ້​ພະນັກງານ ຄົ້ນ​ຄ້ວາ​ປະຫວັດສາດ​ເດີມ, ນັກ​ສະຖາ​ປາ​ນິກ, ນັກ​ຊ່ຽວຊານ ​ແລະ ພະນັກງານ​ຄຸ້ມ​ຄ​ອງ. ​​ໜ້າ​​ເອົາ​ໃຈ​ໃສ່​ນັ້ນ​ແມ່ນ, ​ເລື່ອງ 2 ປະ​ເທດ​ຈັດ​ຕັ້ງ​ເຫດການ​ປີ ຫວຽດນາມ ຢູ່ ອີ​ຕາ​ລີ ​ແລະ ປີ ອີ​ຕາ​ລີ ຢູ່ ຫວຽດນາມ ປີ 2013 ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (1973 – 2013) ສຳ​ເລັດ​ຜົນ, ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ໃຫ້​ປະຊາຊົນ 2 ປະ​ເທດ.

        ບົນ​ພື້ນຖານ​ການ​ພົວພັນ​ມ​ິດຕະພາບ​ອັນ​ດີງາມ​ນັ້ນ, ການ​ຢ້ຽມຢາມ​​ເປັນ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ນາຍົກ​ລັດຖະມົນຕີ ອີ​ຕາ​ລີ ​ເຖິງ ຫວຽດນາມ ນັ້ນ​ໄດ້​ສ້າງ​ກຳລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ 2 ປະ​ເທດ. ​ແນ່ນອນ​ວ່າ​ການ​ເຈລະຈາ, ພົບ​ປະ​ຄັ້ງ​ຕ່າງໆໃນ​ການ​ຢ້ຽມຢາມຄັ້ງ​ນີ້​ຂອງ ທ່ານ​ນາຍົກລັດຖະມົນຕີ Matteo Renzi ກັບ​ບັນດາ​ຜູ້ນຳ ຫວຽດນາມ ​​ເຮັດ​​ໃຫ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​​ໝັ້ນຄົງ​ກ່ວາ​ອີກໃນ​​ໄລຍະ​ຈະ​ມາ​ເຖິງ.

   

 

               

ຕອບກັບ

ຂ່າວ/ບົດ​ອື່ນ