ຊຸກຍູ້ການພົວພັນຮ່ວມມື 2 ຝ່າຍຫວຽດນາມ - ວານົວຕູ

​ໂດຍ​ຮັບ​ຄຳ​ເຊີນ​ຈາກ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້ິ້ນຢຸງ, ທ່່ານນາຍົກລັດຖະມົນຕີ​ແຫ່ງ ສ. ວາ​ນົວ​ຕູ Joe Natuman ​ແລະ ພັນ​ລະ​ຍາ​ພ້ອມ​ດ້ວຍ​ຄະນະ​ໄດ້​ມາ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 5 -9/10/2014. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່ ທ່່ານນາຍົກລັດຖະມົນຕີ​ແຫ່ງ ສ. ວາ​ນົວ​ຕູ Joe Natuman ມາ​ຢ້ຽມຢາມ​ຫວຽກ​ນາມ​ຂັ້ນນາຍົກລັດຖະມົນຕີ​ ຄັ້ງ​ທີ 2ຂອງວາ​ນົວ​ຕູ. ຜ່ານ​ການ​ຢ້ຽມຢາມ​ຄັ້ງ​ນີ້, ຫວຽດນາມ​ມີ​ໂອກາດຢັ້ງຢືນນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງຕົນ​ແມ່ນ​ຢາກ​ເປີດ​ກ້ວາງ​ການ​ພົວພັນ​ກັບ​ທຸກໆ​ປະ​ເທດ​ໃນ​ໂລກ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ປະ​ເທດ, ພ້ອມ​ທັງ​ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ​ລວມຂອງ​ໂລກ.

  ​ໂດຍ​ຖືກ​ຕັ້ງ​ຢູ່​ທາງ​ຕິດຕາ​ເວັນ​ຕົກ​ສ່ຽງ​ໃຕ້​ມະຫາ​ສະ​ມຸດ​ປາຊີ​ຝິກ, ວາ​ນົວ​ຕູແມ່ນປະ​ເທດ​ໝູ່​ເກາະ​ໃກ້​ກັບ​ອົດ​ສະ​ຕາ​ລີ​ໄປ​ທາງ​ທິດຕາ​ເວັນ​ອອກ, ​ໃກ້​ກັບ​ຟີ​ຢີ ທາງ​ທິດຕາ​ເວັນ​ຕົກ, ​ໃກ້​ກັບ​ໝູ່​ເກາະ ​ໂຊ​ໂລ​ມົນ ທາງ​ທິດ​ໃຕ້ ​ແລະ ​ໃກ້​ກັບ​ເກາະ ນິວກາ​ເລ​ໂດ​ເນຍ ​ໄປ​ທາງ​ທິດ​ເໜືອ. ວາ​ນົວ​ຕູ ມີ​ເນື້ອ​ທີ​ເກືອ​ບ 12.000 ຕາລາງ​ກິ​ໂລ​ແມດ ລວມມີ ​ເກາະ​ໃຫຍ່​ນ້ອຍ 83 ​ແຫ່ງ. ວາ​ນົວ​ຕູ ມີ​ພື້ນຖານ​ເສດຖະກິດ​ອາ​ໄສ​ຕົ້ນ​ຕໍດ້ານ​ກະ​ສີ​ກຳ​ຂອບ​ຂະໜາດ​ນ້ອຍ. ການ​ປະມົງ, ການ​ບໍລິການ​ການ​ເງິນ​ຕ່າງປະ​ເທດ, ການ​ກໍ່ສ້າງ ​ແລະ ທ່ອງ​ທ່ຽວ ກໍ​ແມ່ນ​ບັນດາ​ຂະ​ແໜງ​ຕົ້ນຕໍ​ອື່ນໆ​ຂອງ​ປະ​ເທດ ວາ​ນົວ​ຕູ .

ຊຸກຍູ້ການພົວພັນຮ່ວມມື 2 ຝ່າຍຫວຽດນາມ - ວານົວຕູ - ảnh 1
ທ່່ານນາຍົກລັດຖະມົນຕີ​ແຫ່ງ ສ. ວາ​ນົວ​ຕູ Joe Natuman

   ປະ​ເທດ​ໝູ່​ເກາະ​ພວມ​ດຳ​ເນີນ​ການ​ປະຕິ​ຮູບ​ພື້ນຖານ​ເສດຖະກິດ​ຢ່າງ​​ແຂງ​ແຮງ

   ວາ​ນົວ​ຕູ ມີ​ພື້ນຖານ​ເສດຖະກິດ​ອາ​ໄສ​ຕົ້ນ​ຕໍ​ດ້ານ​ກະ​ສີ​ກຳ, ສ່ວນ​ດ້ານ​ອຸດສາຫະກຳ​ແມ່ນ​ຍັງ​ຖື​ກຈຳກັດ​ຢູ່. ນອກຈາກ​ນັ້ນ, ຍັງ​ມີ​ຂະ​ແໜງ​ອື່ນໆ​ຄື ຈັບ​ຫາ​ສິນ​ໃນ​ນ້ຳ, ຂຸດ​ຄົ້ນ​ແຮ່​ທາດ ​ແລະ ທ່ອງ​ທ່ຽວ. ລະດັບ​ເພີ່ມ ຈີ​ດີ​ພີ ຄິດ​ສະ​ເລຍ​ແມ່ນ​ປະມານ 2,9%. ວາ​ນົວ​ຕູ ນຳ​ເຂົ້າ​ເຄື່ອງ​ຈັກ​, ຍານພາຫະນະ​ຂົນ​ສົ່ງ, ອາຫານ, ນ້ຳມັນ, ທາດ​ເຄມີ... ຄູ່​ຄ້າ ​ແລະ ກໍ​ແມ່ນ​ປະ​ເທດ​ສະໜອງ​ໃຫ້ການ​ຊ່ວຍ​ເຫຼືອ​ຕົ້ນ​ຕໍ​ແມ່ນ ອົດ​ສະ​ຕາ​ລີ, ອັງກິດ, ຝະລັ່ງ, ສະຫະພາບ​ເອີ​ລົບ EU , ຍີ​ປຸ່ນ, ນິວຊີ​ແລນ​.

    ນັບ​ແຕ່​ກາງ​ປີ 2002, ລັດຖະບານ ວາ​ນົວ​ຕູ ​ໄດ້​ກຳນົດ 2 ກຳລັງ​ຊຸກຍູ້ການ​ເຕີບ​ໂຕ​ຕົ້ນຕໍ​ໃຫ້​ແກ່​ພື້ນຖານ​ເສດຖະກິດ, ນັ້ນ​ແມ່ນ​ການ​ສ່ົງອອກ​ສັດລ້ຽງ ​ແລະ ຊຸກຍູ້​ການທ່ອງທ່ຽວ​ໂດຍ​ຜ່ານ​ການ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ກັບ​ບໍລິສັດ​ການບິນ​ຕ່າງປະ​ເທດ, ຂະຫຍາຍ​ບັນດາ​ເຂດ​ພັກຜ່ອນ​ລະດັບ​ສູງ ​ແລະ ​ເພີ່ມ​ທະວີ​ພາຫະນະ​ເຄື່ອງ​ຈັກ​ກຳ​ປ່ັນ​ທ່ອງ​ທ່ຽວ. ວາ​ນົວ​ຕູ ພວມ​ດຳ​ເນີນ​ການ​ປະຕິ​ຮູບ​ເສດຖະກິດ​ຢ່າງຮອບດ້ານ​ດ້ວຍ​ຄວາມ​ປາຖະໜາ ​ນຳພື້ນຖານ​ເສດຖະກິດ​ພັດທະນາ​ຢ່າງ​ແຂງ​ແຮງ​ກວ່າ .

   ກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ, ວາ​ນົວ​ຕູ ປະຕິບັດນະ​ໂຍບາຍ​ການ​ຕ່າງປະ​ເທດສັນຕິພາບ, ບໍ່​ຮ່ວມ​ສຳພັນ, ຕ້ານ​ອາວຸດ​ນິວ​ເຄຼຍ. ມາ​ຮອດ​ປະຈຸ​ບັນ, ວາ​ນົວ​ຕູມີ​ການ​ພົວພັນ​ທາງ​ການ​ທູດ​ກັບ​ເກືອບ 80 ປະ​ເທດ. ວາ​ນົວ​ຕູ ມີ​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ ວັດທະນະທຳ​ຢ່າ​ງ​ແໜ້ນ​ແຟ້ນກັບ​ອົດ​ສະ​ຕາ​ລີ, ນິວຊີ​ແລນ, EU, ປາຊີ​ຝິກ​ໃຕ້. ປະຈຸ​ບັນ, ວາ​ນົວ​ຕູ ກໍ​ພວມ​ເອົາ​ໃຈ​ໃສ່​ພັດທະນາ​ການ​ພົວພັນ​ກັບ​ຫຼາຍ​ປະ​ເທດ​ອື່ນໆ, ພິ​ເສດ​ແມ່ນ​ບັນດາ​ປະ​ເທດ​ໃຫຍ່ ທີ່​ໃຫ້ການ​ຊ່ວຍ​ເຫຼືອ​ຢ່າງ​ຫຼວງ​ຫຼາຍ​ຄື ຈີນ, ອາ​ເມ​ລິ​ກາ, ບັນດາ​ປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ​ໃນ​ພາກ​ພື້ນ. ວາ​ນົວ​ຕູ ​ແມ່ນ​ສະມາຊິກຂອງ​ສະຫະ​ປະຊາ​ຊາດ, ກຸ່ມ​ປະ​ເທດ​ວັດທະນາ​ຖາວອນ, ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ, ກຸ່ມປະ​ເທດ​ໃຊ້​ພາສາ​ຝະລັ່ງ, WB, IMF, SPF ……

   ຫວັງ​ຊຸກຍູ້​ການ​ພົວພັນ​ກັບ​ຫວຽດນາມ

  ຫວຽດນາມ ​ແລະ ວາ​ນົວ​ຕູ ມີ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ, 2 ປະ​ເທດ​ໄດ້​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ເມື່ອ​ວັນ​ທີ 3/3/1982. ວາ​ນົວ​ຕູ ຍາ​ມ​ໃດ​ກໍ​ຖື​ເປັນ​ສຳຄັນ​ການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ກັບ​ຫວຽດນາມ. 2 ປະ​ເທດ​ໄດ້​ແລກປ່ຽນ​ຄະນະ​ຜູ້​ແທນ​ຈຳນວນ​ໜຶ່ງ. ປີ 1997, ທ່ານ​ນາຍົກລັດຖະມົນຕີ ວາ​ນົວ​ຕູ Serge Vohor ມາ​ຫວຽດນາມ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ ກຸ່ມປະ​ເທດ​ໃຊ້​ພາສາ​ຝະລັ່ງຢູ່​ຮ່າ​ໂນ້ຍ, ປະກອບ​ສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ. ​ເດືອນ 4 ປີ 2007, ຄະນະ​ປະຕິບັດ​ງານ​ລະຫວ່າງ​ຂະ​ແໜງ​ກ່ຽວ​ກັບ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ໂດຍ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຫງວຽນ​ຟູ້ບີ​ງ ນຳ​ໜ້າ​ໄດ້​ໄປ​ຢ້ຽມ​ຢາ​ມ ​ແລະ ​ເຮັດ​ວຽກ​ຢູ່ ວາ​ນົວ​ຕູ. ​ໃນ​ປີ​ດຽວ​ກັນ, ທ່ານ ລັດຖະມົນຕີ​ການ​ຕ່າງປະ​ເທດ​ ​ແລະ ການ​ຄ້າ​ຕ່າງປະ​ເທດ ວາ​ນົວ​ຕູ George Andre Wells ​ໄດ້​ມາ​ຢ້ຽມຢາມ​ຫວຽດ​ນາມຢ່າງ​ເປັນ​ທາງ​ການ. ​ເດືອນ 4 / 2014, ທ່ານ Toara Daniel Kala , ຮອງ​ປະທານ​ພັກ​ຂຽວ​ຊຶ່ງ​​ແມ່ນ​ພັກ​ກຳ​ອຳນາດ​ຂອງ ວາ​ນົວ​ຕູ ​ໄດ້​ມາ​ຫວຽດນາມ​ເຂົ້າ​ຮ່ວມ​ເວ​ທີ່​ປາ​ໄສ​ພາກ​ພື້ນ ​ແລະ ຮ່ວມ​ມື​ເສດຖະກິດກຸ່ມປະ​ເທດ​ໃຊ້​ພາສາ​ຝະລັ່ງ.

        ຍ້ອນ​ສະພາບ​ພູມິ​ປະ​ເທດ ​ແລະ ​ເສດຖະກິດ​ຂອງວາ​ນົວ​ຕູຍັງ​ແມ່ນ​ຂອບ​ຂະໜາດ​ນ້ອຍ, ດັ່ງ​ນັ້ນ​ການ​ຮ່ວມ​ມື​ລະຫວ່າງ 2 ​ປະ​ເທດ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນຍັງ​ບໍ່​ທັນ​ຂະຫຍາຍຕົວ. ວົງ​ເງິນ​ການ​ຄ້າ 2 ສົ້ນ​ປີ 2011 ບັນລຸ 2,058 ລ້ານ USD , ​ໃນ​ນັ້ນ​ຫວຽດນາມ​ສົ່ງ​ອອກ​ຊີ້ນ, ທັນ​ຍາ​ຫານ, ສິນ​ໃນ​ນ້ຳ, ​ເຄື່ອງ​ເຄືອບ​ໄປ​ຂາຍ​ໃຫ້ ວາ​ນົວ​ຕູ ລວມມູນ​ຄ່າ​​ເຖິງ​ເກືອບ 1,9 ລ້ານ USD . 2 ປະ​ເທດ​ມີ​ຫຼາຍ​ຈຸດ​ຄ້າຍຄື​ກັນ, ມີ​ພື້ນຖານ​ເສດຖະກິດ​ກະ​ສີ​ກຳ, ຈັບ​ຫາ​ສິນ​ໃນ​ນ້ຳ, ດັ່ງ​ນັ້ນ, ວາ​ນົວ​ຕູຫວັງ​ຢາກ​​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການຮ່ວມ​ມື​ກັບ​ຫວຽດນາມ. ປະຊາ​ຄົມຊາວ​ຫວຽດນາມ​ຢູ່ ວາ​ນົວ​ຕູ​ໃນ​ປະຈຸ​ບັນ​ມີ​ປະມານ 500 ຄົນ​ໃນ​ຍອດ​ຈຳນວນ​ປະຊາກອນ​ຂອງ ວາ​ນົວ​ຕູ ​ແມ່ນ 267.000 ຄົນ. ນອກຈາກ​ການ​ຮ່ວມ​ມື​ໃນ​ຂອບ​ເຂດ​ອົງການ​ພາສາ​ຝະລັ່ງ​ສາກົນນັ້ນ, ຫວຽດນາມ ແລະ ວາ​ນົວ​ຕູຍັງມີການຮ່ວມມືຢູ່ບັນດາເວທີ່ປາໄສສາກົນຄື ສ.ປ.ຊ. ເດືອນ 6 ທີ່ຜ່ານມາ, ວາ​ນົວ​ຕູໄດ້ຮັບຮູ້ຫວຽດນາມມີພື້ນຖານເສດຖະກິດ ການຕະຫຼາດ.

  ບົນພື້ນຖານການພົວພັນທີ່ດີງາມດັ່ງກ່າວ, ການຢ້ຽມຢາມຫວຽດນາມຂອງ ທ່່ານນາຍົກລັດຖະມົນຕີ​ແຫ່ງ ສ. ວາ​ນົວ​ຕູ Joe Natuman ຄັ້ງນີ້, ແມ່ນເພື່ອແນໃສ່ ຊຸກຍູ້ການພົວພັນຮ່ວມມື 2 ຝ່າຍໃນບັນດາຂົງເຂດຊຶ່ງທັງ 2 ຝ່່າຍມີຄວາມສາມາ ບົ່ງຊ້ອນ ແລະ ແລກປ່ຽນກ່ຽວກັບບາງບັນຫາສາກົນ ແລະ ພາກພື້ນທີ່ຕ່າງ ຝ່າຍຕ່່າງມີ​ຄວາມ​ສົນ​ໃຈ. ​ໃນ​ສະພາບ​ຫັນ​ເປັນ​ໂລກາ​ພິວັດ, ການຊຸກຍູ້ການ​ພົວພັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດນັ້ນ ​ແມ່ນ​ສິ່ງ​ທີ່​ທັງຫວຽດນາມ ​ແລະ ວາ​ນົວ​ຕູ ພ້ອມ​ກັນ​ມີ​ຄວາມ​ຫວັງມຸ່ງ​ໄປ​ເຖິງ./.

 

   


ຕອບກັບ

ຂ່າວ/ບົດ​ອື່ນ