ຊຸກຍູ້ການຮ່ວມມື APEC ເພື່ອຄາດໝາຍສ້າງເຂດອາຊີ - ປາຊີຟິກ ໃຫ້ເຂັ້ມແຂງ

(VOVWORLD) - ກອງປະຊຸມຂັ້ນສູງຄັ້ງທີ 7 ກ່ຽວກັບສາທາລະນະສຸກ ແລະ ເສດຖະກິດ ໃນຂອບເຂດລາຍການກອງປະຊຸມຄັ້ງທີ 3 ບັນດາເຈົ້າໜ້າທີ່ ອາວຸໂສ (SOM3) ແລະ ບັນດາກອງປະຊຸມກ່ຽວຂ້ອງຂຶ້ນກັບເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC 2017) ໄດ້ສິ້ນສຸດລົງໃນວັນທີ 24 ສິງຫາ ດ້ວຍໝາກຜົນສຳຄັນຫຼາຍຢ່າງ. 

ຊຸກຍູ້ການຮ່ວມມື APEC ເພື່ອຄາດໝາຍສ້າງເຂດອາຊີ - ປາຊີຟິກ ໃຫ້ເຂັ້ມແຂງ - ảnh 1 ກອງປະຊຸມຄັ້ງທີ 7 ກ່ຽວກັບສາທາລະນະສຸກ ແລະ ເສດຖະກິດ

(ພາບ: ສຳນັກຂ່າວສານ ຫວຽດນາມ)

ໝາກຜົນນີ້ໄດ້ຢັ້ງຢືນອີກຄັ້ງໜຶ່ງວ່າບັນດາຄວາມມານະພະຍາຍາມປະກອບສ່ວນຂອງ ຫວຽດນາມ ໃນປີ APEC 2017, ມຸ່ງໄປເຖິງຄາດໝາຍຄືດັ່ງຫົວຂໍ້ຂອງປີ APEC ໄດ້ວາງອອກ, ນັ້ນແມ່ນ “ສ້າງກຳລັງໜູນໃໝ່, ພ້ອມກັນເພີ່ມພູນຄູນສ້າງອະນາຄົດລວມ”

ນີ້ແມ່ນກອງປະຊຸມສຳຄັນໃນປີ ດ້ວຍບັນດາເນື້ອໃນໂດຍ ຫວຽດນາມ ສະເໜີ ແລະ ໄດ້ຮັບຄວາມເຫັນດີເປັນເອກະສັນຈາກບັນດາພື້ນຖານເສດຖະກິດສະມາຊິກຮັບຮອງເອົາ. ກອງປະຊຸມຂັ້ນສູງຄັ້ງທີ 7 ກ່ຽວກັບສາທາລະນະສຸກ ແລະ ເສດຖະກິດ ແມ່ນການກະທຳລະອຽດ ເພື່ອແນໃສ່ປະຕິບັດຄຳໝັ້ນສັນຍາຂອງການນຳຂັ້ນສູງ APEC ເພື່ອຄາດໝາຍສ້າງພາກພື້ນ ອາຊີ - ປາຊີຟິກ ໃຫ້ເຂັ້ມແຂງ.

ຫົວຂໍ້ຕອບສະໜອງຄວາມເອົາໃຈໃສ່ລວມຂອງບັນດາປະເທດສະມາຊິກ APEC

       ພາຍໃຕ້ຄວາມກົດດັນຂອງການປະຕິວັດອຸດສາຫະກຳ, ມີຫຼາຍພື້ນຖານເສດຖະກິດພວມພັດທະນາຂອງ APEC ລ້ວນແຕ່ຕ້ອງປະເຊີນໜ້າກັບບັນດາບັນຫາກ່ຽວກັບການເງິນສາທາລະນະສຸກ, ຄື: ການໃຊ້ຈ່າຍເງິນຂອງຕົນເອງໃຫ້ແກ່ສາທາລະນະສຸກສູງ, ເຂດບໍ່ເປັນທາງການຢ່າງໃຫຍ່ຫຼວງ, ການສຳຜັດກັບການບໍລິການສາທາລະນະສຸກຢູ່ເຂດຊົນນະບົດຍັງອ່ອນດ້ອຍ, ລະບົບສຸມໃສ່ເຂົ້າໂຮງໝໍ, ປະສິດທິຜົນການນຳໃຊ້ບັນດາແຫຼ່ງກຳລັງສົ່ງເສີມສຸຂະພາບຍັງຕ່ຳຢູ່. ບັນດາແຫຼ່ງກຳລັງບໍ່ພຽງພໍເພື່ອສະໜອງໃຫ້ບັນດາການເຄື່ອນໄຫວສຳຮອງ, ຍົກສູງສຸຂະພາບ ແລະ ສົ່ງເສີມສຸຂະພາບ. ດັ່ງນັ້ນ, ກອງປະຊຸມຂັ້ນສູງຄັ້ງທີ 7 ກ່ຽວກັບສາທາລະນະສຸກ ແລະ ເສດຖະກິດ ໄດ້ສຸມໃສ່ປຶກສາຫາລືບັນດາເນື້ອໃນຄື: ຕີລາຄາປະສິດທິຜົນຂອງການລົງທຶນພາກລັດໃນຂົງເຂດສາທາລະນະສຸກ, ສ້າງບັນດາກົນໄກການເງິນສາທາລະນະສຸກເພີ່ມເຕີມໃນພາກພື້ນ APEC, ການໂອ້ລົມສົນທະນານະໂຍບາຍ ກ່ຽວກັບການເພີ່ມທະວີສຸຂະພາບໃຫ້ຜູ້ອາຍຸສູງ ແລະ ປ້ອງກັນ, ຕ້ານໂລກພະຍາດ, ກຳນົດບັນດາມາດຕະການ, ນະໂຍບາຍທີ່ເໝາະສົມເພື່ອສ້າງການເງິນສາທາລະນະສຸກແບບຍືນຍົງໃຫ້ສຸຂະພາບວົງຄະນະຍາດ, ມຸ່ງໄປເຖິງການເບິ່ງແຍງດູແລສຸຂະພາບທົ່ວປວງຊົນໄດ້ຢ່າງທົ່ວເຖິງ. ທ່ານ ເລກວາງເກື່ອງ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ເນັ້ນໜັກວ່າ:

        “ຫົວຂໍ້ ແລະ ບັນດາບຸລິມະສິດນີ້ໄດ້ຮັບການຕີລາຄາສູງຈາກບັນດາຜູ້ແທນຂອງ 21 ພື້ນຖານເສດຖະກິດສະມາຊິກ ແລະ ບັນລຸໄດ້ຄວາມຮັບຮູ້ລວມ, ຄຳໝັ້ນສັນຍາຊຸກຍູ້ການຮ່ວມມືປະຕິບັດວິວັດທະນາການໃນຊຸມປີຈະມາເຖິງ. ທີ່ວາລະປະຊຸມຄັ້ງນີ້, APEC ພ້ອມກັນກວດກາຄືນແຜນການເຄື່ອນໄຫວກຸ່ມປະຕິບັດງານກ່ຽວກັບສາທາລະນະສຸກ 2017, ປຶກສາຫາລືບັນດາບຸລິມະສິດ ແລະ ການຜັນຂະຫຍາຍ “ວິວັດທະນາການເພື່ອ ອາຊີ - ປາຊີຟິກ ເຂັ້ມແຂງໃນປີ 2020””

ບັນດາເນື້ອໃນປຶກສາຫາລື ໄດ້ຮັບການຕີລາຄາສູງຍ້ອນໄດ້ມຸ່ງໄປເຖິງມາດຕະການພັດທະນາແບບຍືນຍົງ, ຖືການລົງທຶນພັດທະນາສາທາລະນະສຸກແມ່ນການລົງທຶນໃຫ້ການພັດທະນາພື້ນຖານເສດຖະກິດຂອງແຕ່ລະປະເທດ,. ທ່ານນາງ Ric Rocio Casido, ປະທານກຸ່ມປະຕິບັດງານສາທາລະນະສຸກ APEC 2017, ຖືວ່າ:

“ກອງປະຊຸມຄັ້ງນີ້ໄດ້ສວມບົດບາດສຳຄັນທີ່ສຸດ, ແມ່ນຂໍ້ລິເລີ່ມຊຸກຍູ້ການໂອ້ລົມສົນທະນາຂອງປະເທດເຈົ້າພາບ ຫວຽດນາມ ໃນປີນີ້. ກອງປະຊຸມເພື່ອແນໃສ່ຊຸກຍູ້ການຮ່ວມມືພັດທະນາກວມລວມກ່ຽວກັບດ້ານເສດຖະກິດ, ການເງິນ ແລະ ສັງຄົມ, ມຸ່ງໄປເຖິງການນຳໃຊ້ບັນດາແຫຼ່ງກຳລັງລົງທຶນໃຫ້ແກ່ສາທາລະນະສຸກໃຫ້ມີປະສິດທິຜົນ, ບົດຮຽນໃນການສົ່ງເສີມສຸຂະພາບໃນເບື້ອງຕົ້ນໃຫ້ແກ່ປະຊາຊົນ, ຮັບມືກັບບັນດາໂລກລະບາດທີ່ເກີດຂຶ້ນໃໝ່”

ຊຸກຍູ້ການຮ່ວມມື APEC ເພື່ອຄາດໝາຍສ້າງເຂດອາຊີ - ປາຊີຟິກ ໃຫ້ເຂັ້ມແຂງ - ảnh 2 ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ເຂົ້າຮ່ວມກອງປະຊຸມ

(ພາບ: ສຳນັກຂ່າວສານ ຫວຽດນາມ)

ສາທາລະນະສຸກແມ່ນລູກກະແຈໃຫ້ແກ່ການເຕີບໂຕເສດຖະກິດຮອບດ້ານ ແລະ ຍືນຍົງຢູ່ພາກພື້ນ

        ໃນສະພາບການເຊື່ອມໂຍງ, ຮ່ວມມື, ພົວພັນແລກປ່ຽນລະຫວ່າງ 21 ພື້ນຖານເສດຖະກິດສະມາຊິກ ທີ່ນັບມື້ນັບພັດທະນານັ້ນ, ການສົມທົບເພື່ອຄວບຄຸມໂລກລະບາດ, ສະກັດກັ້ນ ແລະ ຍູ້ຖອຍບັນດາໂລກລະບາດນັບມື້ນັບມີຄວາມຈຳເປັນ. ໂດຍແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດນຳໜ້າ ແລະ ປະສົບຜົນສຳເລັດໃນວຽກງານປ້ອງກັນ, ຕ້ານບັນດາໂລກລະບາດທີ່ຫາກໍ່ເກີດຂຶ້ນໃໝ່ ແລະ ເກີດຂຶ້ນຄືນໃໝ່, ທີ່ກອງປະຊຸມຄັ້ງນີ້, ຫວຽດນາມ ກໍ່ຕັ້ງໜ້າແບ່ງປັນບັນດາບົດຮຽນ, ຊຸກຍູ້ການຮ່ວມມືດ້ານສາທາລະນະສຸກໃນ APEC. ສະຫະປະຊາຊາດໄດ້ຈັດ ຫວຽດນາມ ເຂົ້າໃນບັນຊີລາຍຊື່ແມ່ນໜຶ່ງໃນ 10 ປະເທດນຳໜ້າໃນໂລກ ບັນລຸໄດ້ຄາດໝາຍພັດທະນາສະຫັດສະຫວັດກ່ຽວກັບການຫລຸດຜ່ອນອັດຕາການຕາຍຂອງແມ່ ແລະ ເດັກ, ຫລຸດຜ່ອນອັດຕາເດັກຂາດທາດບຳລຸງ. ຫວຽດນາມ ກໍ່ແມ່ນໜຶ່ງໃນບັນດາປະເທດນຳໜ້າໃນການສະກັດກັ້ນໂລກພະຍາດ SARS ໃນປີ 2003 ແລະ ຄວບຄຸມໂລກພະຍາດຕ່າງໆຄື: ໄຂ້ຫວັດ H5N1, H1N1, H7N9, Ebola ສຳເລັດຜົນ. ທ່ານນາງ ຮອງສາດສະດາຈານ - ປອ ເຈີ່ນທິຢ໋າງເຮືອງ, ຫົວໜ້າກົມຮ່ວມມືສາກົນ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ:

        “ເມື່ອພວກເຮົານຳເນື້ອໃນນີ້ເຂົ້າໂຄງການດຳເນີນງານນັ້ນ, ບັນດາພື້ນຖານເສດຖະກິດສະມາຊິກໄດ້ສະໜັບສະໜູນທີ່ສຸດ ໃນສະພາບເກີດບັນດາໂລກພະຍາດ ແລະ ເກີດຂຶ້ນຄືນໃໝ່ໃນພາກພື້ນ. ບັນດາພື້ນຖານເສດຖະກິດ ສະມາຊິກພວມມີໂລກພະຍາດຈຳນວນໜຶ່ງ, ພວກເຮົາໄດ້ນຳບັນຫາການຮ່ວມມືປ້ອງກັນໂລກພະຍາດນີ້ເຂົ້າໂຄງການດຳເນີນງານຈະປະກອບສ່ວນຍົກສູງບົດບາດຂອງ ຫວຽດນາມ ໃນພາກພື້ນກ່ຽວກັບບັນຫານີ້.”

        ສາທາລະນະສຸກ ແມ່ນພາກສ່ວນສຳຄັນໃນການພັດທະນາເສດຖະກິດ ແລະ ການຄ້າ, ການຮ່ວມມືໃນພາກພື້ນ ອາຊີ - ປາຊີຟິກ. ການລົງທຶນໃຫ້ແກ່ສາທາລະນະສຸກແມ່ນລູກກະແຈໃຫ້ແກ່ການເຕີບໂຕເສດຖະກິດຮອບດ້ານ ແລະ ແບບຍືນຍົງ. ສຸຂະພາບດີຈະນຳມາເຊິ່ງຄວາມຮັ່ງມີ ແລະ ແມ່ນກຳລັງໜູນທີ່ຈຳເປັນໃຫ້ແກ່ການພັດທະນາ ແລະ ການເຕີບໂຕເສດຖະກິດໃນໄລຍະຍາວໃຫ້ແກ່ແຕ່ລະພື້ນຖານເສດຖະກິດສະມາຊິກ. ກອງປະຊຸມຂັ້ນສູງຄັ້ງທີ 7 ກ່ຽວກັບສາທາລະນະສຸກ ແລະ ເສດຖະກິດໃນຂອບເຂດໂຄງການກອງປະຊຸມຄັ້ງທີ 3 ບັນດາເຈົ້າໜ້າທີ່ອາວຸໂສ (SOM 3) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຂຶ້ນກັບເວທີປາໄສເສດຖະກິດ ອາຊີ - ປາຊີຟິກ (APEC 2017) ປະສົບຜົນສຳເລັດຢ່າງຈົບງາມ, ເປີດກາລະໂອກາດຮ່ວມມືຢ່າງແໜ້ນແຟ້ນກ່ວາອີກກ່ຽວກັບສາທາລະນະສຸກໃນພາກພື້ນ, ສະແດງໃຫ້ເຫັນບົດບາດຕັ້ງໜ້າຂອງ ຫວຽດນາມ, ປະກອບສ່ວນໃຫ້ແກ່ອະນາຄົດຂອງ APEC.

ຕອບກັບ

ຂ່າວ/ບົດ​ອື່ນ