ຍົກການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນເດຍ ຂຶ້ນສູ່ລະດັບສູງໃຫມ່


(vovworld)- ການ​ຢ້ຽມ​ຢາມ​ຫວຽດ​ນາມ ຂອງ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ເດຍ Pranab Mukherjee ໃນ​ວັນ​ທີ 14-17/9/2014 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີນ​ຊາງ ແມ່ນ​ເຫດ​ການ​ສຳ​ຄັນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ເດຍ. ການ​ຢ້ຽມ​ຢາມ​ຈະ​ຊຸກ​ຍູ້​ຢ່າງ​ແຮງ​ການ​ພ​ົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ມີ​ຢູ່​ແລ້ວ​ລະ​ຫວ່າງ​ສອງ​ປະ​ເທດ. ເນື່ອງ​ໃນ​ໂອ​ກາ​ດນີ້ ນັກ​ຂ່າວ ທູ​ຮ​ວາ ມີ​ບົດ​ຂຽນ​ທີ່​ພາດ​ຫົວ​ຂໍ້​ວ່າ: ຍົກ​ການ​ພົວ​ພັນຄູ່​ຮ່ວມ​ມື​ຍຸ​ດ​ທະ​ສາດ ຫວຽດ​ນາມ - ອິ​ນ​ເດຍ ຂຶ້ນ​ສູ່​ລະ​ດັບ​ສູງ​ໃຫມ່

ຍົກການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນເດຍ ຂຶ້ນສູ່ລະດັບສູງໃຫມ່ - ảnh 1
ພິ​ທີ​ຕ້ອ​ນ​ຮັບ​ທ່ານປະ​ທາ​ນາ​ທິ​ບໍ​ດີ ອິນ​ເດຍ Pranab Mukherjee
ພາບ:dantri.com

        ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ມີ​ມາ​ແຕ່​ດົນ​ນານ​ລະ​ຫວ່າງ​ຫວຽດ​ນາມ ແລະ ອິນ​ເດຍ ແມ່ນ​ເລີ່ມ​ຕົ້ນ​ແຕ່​ທົດ​ສະ​ວັດ​ຕົ້ນ​ຂອງສັດ​ຕະ​ວັດ​ທີ 20 ໂດຍ​ທ່ານ​ປະ​ທານ​ໂຮ່​ຈິ​ມີນ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Jawaharlan Nehru ກໍ່​ຕັ້ງ ແລະ ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ​ຈາກ​ການ​ນຳ​ລຸ້ນ​ຕ່າງໆພ້ອມ​ກັບ​ປະ​ຊາ​ຊົນ​ສອງ​ປະ​ເທດ. ອິ​ນ​ເດຍ ໄດ້​ຕັ້ງ​ຫ​ນ້າ​ສະ​ຫ​ນັບ​ສະ​ຫ​ນູນ​ຫວຽດ​ນາມ​ໃນ​ບັນ​ດາ​ການ​ຕໍ່​ຕ​້ານ​ຍາດ​ເອົາ​ເອ​ກະ​ລາດ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ກ່ອນນີ້ ກໍ​ຄື​ໃນ​ພາ​ລະ​ກິດ​ປ່ຽນ​ແປງ​ໃຫມ່ ແລະ ພັດ​ທະ​ນາ​ປະ​ຈຸ​ບັນ. ປີ 1954 ອິນ​ເດຍ ເປີດ​ສະ​ຖານ​ກົງ​ສູນ​ໃຫ​ຍ່ ຢູ່​ຮ່າ​ໂນ້ຍ, ຫລັງ​ຈາກນັ້ນ ປີ 1956 ຫວຽດ​ນາມ ເປີດ​ສະ​ຖານ​ກົງ​ສູນ​ໃຫ​ຍ່ ຢູ່ ນ​ິວ​ດີ​ລີ. ວັນ​ທີ 7/1/1972, ສອງ​ປະ​ເທດ​ຍົກ​ການ​ພົວ​ພັນ​ຂຶ້ນ​ສູ່​ລະ​ດັບ​​ສະ​ຖານ​ທູດ.

        ປະ​ສິດ​ທິ​ຜົນ​ຈາກ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ

       ປະ​ຈຸ​ບັນ, ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ອິນ​ເດຍ ພວມ​ພັດ​ທະ​ນາ​ອັນ​ຈົບ​ງາມ, ສອງ​ປະ​ເທດ ແລກ​ປ່ຽນ​ຫລາຍ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ. ໃນ​ການ​ຢ້ຽມ​ຢາມ​ອິນ​ເດຍ​ຂອງ​ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ເມື່ອ​ເດືອນ 7/2007, ສອງ​ປະ​ເທດ ໄດ້​ລົງ​ນາມ​ໃນ​ຖະ​ແຫລງ​ການ​ຮ່ວມ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ. ປີ 2011, ​ການ​ຢ້ຽມ​ຢາມ ອິນ​ເດຍ ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ້​ຫັນການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ລະ​ຫວ່າງ​ສອງ​ປະ​ເທດ​​ປະ​ເທດ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ​ໃນ ດ້ວຍ ຂໍ້​ຕົກ​ລົງ​ການ​ຮ່ວມ​ມື​ສອງ​ຝ່າຍ 7 ສະ​ບັບ. ຕໍ່​ຈາກນັ້ນ, ໃນ​ການ​ຢ້ຽມ​ຢາມ ອິນ​ເດຍ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ທ້ຽນ​ເຍີນ (4/2012), ສອງ​ປະ​ເທດ ໄດ້​ລົງ​ນາມ​ໃນ​ເອ​ກະ​ສານ​ຮ່ວມ​ມື 9 ສະ​ບັບ​ກ່ຽວ​ກັບ​ການ​ຄົ້​ນ​ຄ້​ວາ ແລະ ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ ນາ​ໂນ, ເຕັກ​ໂລ​ໂລ​ຊີ​ຊີ​ວະ​ສາດ, ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ການ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ອິນ​ເດຍ, ການ​ຄົ້ນ​ຄ້​ວາ​ກ່ຽວ​ກັບຫວຽດ​ນາມ ແລກ​ປ່ຽນ​ນັກ​ຮຽນ ແລະ ​ອາ​ຈານ. ໃນ​ການ​ຢ້ຽມ​ຢາມອິນ​ເດຍ​ຂອງ​ທ່ານ ຫງວຽນ​ຟູ​ຈ້ອງ, ​ເລ​ຂາ​ທິ​ການ​ໃຫ​ຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ເມື່ອ​ເດືອນ 11/2013, ສອງ​ປະ​ເທດ​ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ ແລະ ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ກາ​ນ​ຮ່ວມ​ມື​ໃນ​ຫລາຍ​ຂົງ​ເຂດ 8 ສະ​ບັບ.

        ຄຽງ​ຄູ່​ກັນ​​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ, ບັນ​ດາ​ກົນ​ໄກ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ ກ​ໍ​ໄດ້​​ຮັບ​ການຊຸກ​ຍູ້​ຢ່າງ​ແຮງ​ໃນ​ໄລ​ຍະ​ຜ່ານ​ມາ​ຄື: ກົນ​ໄກ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ຫວຽດ​ນາມ - ອິນ​ເດຍ ກ່ຽວ​ກັບ​ວິ​ທະ​ຍາ​ສາດ, ເຕັກ​ນິກ ແລະ ວັດ​ທະ​ນະ​ທຳ, ການ​ສຶກ​ສາ; ກົນ​ໄກ​ທາບ​ທາມ​​ຄຳ​ເຫັນ​ດ້ານການ​ເມືອງ​ລະ​ຫວ່າງ​ສອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ກ​ົນ​ໄກ​ເຈ​ລະ​ຈາ​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ.

        ການ​ພົວ​ພັນ​ຮ່ວມ​ມື​ທຸກ​ດ້ານ​ພວມ​ໄດ້​ຮັບ​ການ​ຊຸ​ກ​ຍູ້

ຫວຽດ​ນາມ ແລະ ອິນ​ເດຍ ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ສຳ​ຄັນ​ຂອງ​ກັນ. ສະ​ເພາະ​ປີ 2013, ວົງ​ເງິນ​ການ​ຄ້າ​ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ເດຍ ບັນ​ລຸ 5,23 ຕື້ ໂດ​ລາ​ສະ​ຫະ​ລັດ(ເພີ່ມ​ຂຶ້ນ 32% ເມື່ອ​ທຽບ​ໃສ່​ປີ 2012) ແລະ ອາດ​ຈະ​ບັນ​ລຸ 7 ຕື້ ໂດ​ລາ​ສະ​ຫະ​ລັດ​ໃນ​ປີ 2015, ມູ່ງ​ໄປ​ເຖິງ​ຈຸດ​ໝາຍ​ບັນ​ລຸ 15 ຕື້ ໂດ​ລາ​ສະ​ຫະ​ລັດ​ໃນ​ປີ 2020. ຫວຽດ​ນາມ ສົ່ງ​ສິນ​ຄ້າ​ໄປ​ຂາຍ​ຢູ່ ອິນ​ເດຍ ສ່ວນ​ຫລາຍ​ແມ່ນ​ໂທ​ລະ​ສັບ​ປະ​ເພດ​ຕ່າງໆ ແລະ ເຄື່ອງ​ອາ​ໄຫລ່; ກົນ​ຈັກ​ອຸ​ປະ​ກອນ. ຫວຽດ​ນາມ ນຳ​ເຂົ້າ​​ສິນ​ຄ້າຈາກ​ອິນ​ເດຍ ສ່ວນ​ຫລາຍ​ແມ່ນ​ສາ​ລີ, ​ຫົວອາ​ຫານ​ສັດ ແລະ ອຸ​ປະ​ກອນ; ການ​ຢາ. ການ​ພົວ​ພັນ​ລົງ​ທຶນ​ລະ​ຫວ່າງ​ສອ​ງະ​ເທດ ຄາດ​ວ່າ ຈະ​ເພີ່ມ​ຂຶ້ນ​ຢ່າງ​ໄວ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ເມື່ອ ກຸ່ມ ​ບໍ​ລິ​ສັດ TATA ຂອງ​ອິນ​ເດຍ ປະ​ຕິ​ບັດ​ໂຄງ​ການ​ໄຟ​ຟ້າ​ໃຊ້​ພະ​ລັງ​ຄວາມ​ຮ້ອນ ລອງ​ຟູ 2 ລວມ​ມູນ​ຄ່າ 1,8 ຕື້ ໂດ​ລາ​ສະ​ຫະ​ລັດ ຢູ່ ແຂວງ ຊອກ​ຈັງ. ໄລ່​ມາ​ຮອດ​ປະ​ຈຸ​ບັນ, ອິນ​ເດຍ ມີ 73 ໂຄງ​ການ​ລົງ​ທຶນ​ໂດຍ​ກົງ​ຢູ່ ຫວຽດ​ນາມ ດ້ວຍຍອດ​ຈຳ​ນວນ​ທຶນ​ຈົດ​ທະ​ບຽນ​ແມ່ນ 273 ລ້ານ​ໂດ​ລາ​ສະ​ຫະ​ລັດ. ໃນ 3 ປີ​ຜ່ານ​ມາ, ອິນ​ເດຍ ສະ​ຫງວນ​ໃຫ້​ແກ່​ຫວຽດ​ນາມ ບ້ວງ​ສິນ​ເຊື່ອ​ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ລວມ​ມູນ​ຄ່າ 19,5 ລ້ານ ໂດ​ລາ​ສະ​ຫະ​ລັດ, ໃນ​ນັ້ນກວ່າ 10 ​ລ້ານ​ໂດ​ລາ​ສະ​ຫະ​ລັດ​ໃຫ້​ແກ່ໂຄງ​ການ​ໄຟ​ຟ້າ​​ນ້ຳ​ຕົກ ນ້ຳ​ຈາຍ (ເຊີນ​ລາ). ປະ​ຈຸ​ບັນ ສອງ​ຝ່າຍ​ພວມ​ປຶ​ກ​ສາ​ຫາ​ລື​ບັນ​ດາ​ມາດ​ຕາ​ກ່ຽວ​ກັບ​ບ້ວງ​ສິນ​ເຊື່ອ​ລວມ​ມູນ​ຄ່າ 100 ລ້ານ​ໂດ​ລາ​ສະ​ຫະ​ລັດ​ຊື່ງ ອິນ​ເດຍ ສະ​ຫງວນ​ໃຫ້​ແກ່​ຫວຽດ​ນາມ.

 ການ​ພົວ​ພັນ​ຮ່ວມ​ມື​ຂ​ຸດ​ຄົ້ນ​ນ້ຳ​ມັນ​ອາຍ​ແກ​ສ ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ເດຍ ນັບ​ແຕ່​ປີ 1988 ມາ​ຮອດ​ປະ​ຈຸ​ບັນ ຍາມ​ໃດ​ກໍ​ບັນ​ລຸ​ປ​ະ​ສິດ​ທິ​ຜົນ​ສູງ. ໃນ​ການ​ຢ້ຽມ​ຢາມ​ອິນ​ເດຍ​ເມື່ອ​ປີ 2011 ຂອງ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ສຳ​ຫລວດ, ຂຸດ​ຄົ້ນ​ບໍ່​ແຮ່, ນ້ຳ​ມັນອາຍ​ແກ​ສ ໃນ​ນັ້ນ ອິນ​ເດຍ ຢືດ​ໝັ້ນ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ສຳ​ຫລວດ ແລະ ຂຸດ​ຄົ້ນ​ບັນ​ດາບໍ່​ນ້ຳ​ມັນ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ຫວຽດ​ນາມ. ຄຽງ​ຄູ່​ກັນ​ນັ້ນ ສອງ​ປະ​ເທດ ໄດ້​ຕົກ​ລົງ, ລົງ​ນາມ​ໃນ​ສັນ​ຍາ, ຂໍ້​ຕົກ​ລົງ, ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ບັນ​ດາ​ຂົງ​ເຂດ, ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ​ກະ​ສິ​ກຳ, ການ​ເຄື່ອນ​ໄຫວ​ໄປ​ມາ​ຂອງ​ພົນ​ລະ​ເມືອງ​ສອງ​ປະ​ເທດ, ສັນ​ຍາ​ກ່ຽວ​ກັບ​ການ​ສົ່ງ​ຜູ້​ຮ້າຍ, ການ​ຄົ້ນ​ຄ້​ວາ ແລະ ບຳ​ລຸງ​ສ້າງ​ໃນ​ຂົງ​ເຂດ​ກະ​ສິ​ກຳ ແລະ ສິນ​ໃນ​ນ້ຳ, ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ຂຸດ​ຄົ້ນ​ນ້ຳ​ມັນ​ອາຍ​ແກ​ສ.

   ໃນ​ຫລາຍ​ປີ​ມານີ້, ອິນ​ເດຍ ໄດ້ຕັ້ງ​ຫ​ນ້າ ຊ່ວຍ​ຫວຽດ​ນາມບຳ​ລຸງ​ສ້າງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດມ​ີ​ຄຸນ​ນະ​ພາບ​ສ​ູງ​ໃນ​ຫລາຍ​ຂົງ​ເຂດ​ຄື: ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ເສດ​ຖະ​ກິດ, ກົດ​ໝາຍ, ພາ​ສາ​ອັງ​ກິດ… ດ້ວຍ​ທຶນ​ສຶກ​ສາ ໄລ​ຍະ​ຍາວ ແລະ ໄລ​ຍະ​ສັ້ນ 150 ທຶນ. ອິນ​ເດຍ ໄດ້​ເປີດ​ສູນ​ສອນ​ພາ​ສາ​ອັງ​ກິດ​ຢູ່ ນະ​ຄອນ ດາ​ຫ​ນັງ; ສູນ​ສອນ​ພາ​ສາ​ອັງ​ກິດ​ຢູ່ ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ ແລະ ພວມ​ຊຸກ​ຍູ້​ເປີດ​ສູນ​ວັດ​ທະ​ນະ​ທຳ ອິນ​ເດຍ ຢູ່ ຮ່າ​ໂນ້ຍ ໃນ​ປີນີ້.  ສອງ​ປະ​ເທດ ໄດ້​ຕໍ່​ກຳ​ນົດ​ເວ​ລາ​ລາຍ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ, ສິ​ລະ​ປະ​ທີ່​ຟົດ​ຟື້ນ​ຫລາຍ​ຢ່າງ​ຄື: ງານ​ບຸນ​ອາ​ຫານ​ການ​ກິນ, ການ​ພົວ​ພັນແລກ​ປ່ຽນສິ​ລະ​ປະ, ງານ​ບຸນ​​ພຸດ​ທະສາ​ສະ​ຫ​ນາ… ໃນ​ປີ 2013.

ໃນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຄັ້ງ​ນີ້​ຂອງ​ທ່ານ ປະ​ທາ​ນາ​ທິ​ບໍ​ດີ ອິນ​ເດຍ Pranab Mukherjee, ສອງ​ຝ່າຍ​ຈະ​ພ້ອມ​ກັນ​ສຳ​ຫລວດ​ການ​ຜັນ​ຂະ​ຫ​ຍາຍ​ບັນ​ດາ​ໝາກ​ຜົນ​ທີ່ບັນ​ລຸ​ໄດ້​ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ຕ່າງໆ​ຂອງ​ການ​ນຳ​ສອ​ງະ​ເທດ, ພິ​ເສດ ແມ່ນ​ການ​ຢ້ຽມ​ຢາມ ອິນ​ເດຍ ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ​ເມື​່​ອ​ເດືອນ 10/2011 ແລະ ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່ ຫງວຽນ​ຟູ​ຈ້ອງ ເມື່ອ​ເດືອນ 11/2013. ຕາມ​ລາຍ​ການ​ແລ້ວ, ມີ​ເອກ​ະ​ສານ​ຫລາຍ​ສະ​ບັບ​ຈະ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຄັ້ງ​ນີ້ ຂອງ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ເດຍ ແມ່ນ​ຫັນ​ການ​ຮ່ວມ​ມື​ໃຫ້​ເປັນ​ລະ​ອຽດ​ໃນ​ລະ​ດັບ​ສູງ​ໃຫມ່​ຂອງ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ອະ​ນາ​ຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ