ຍາດແຍ່ງກາລະໂອກາດເພື່ອໃຫ້ພື້ນຖານເສດຖະກິດຈະເລີນເຕີບໂຕແບບຍືນຍົງ

(vovworld)- ປຶກສາ​ຫາລື​ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ​ສັງຄົມ​ປີ 2013 ​ແລະ 4 ​ເດືອນ​ຕົ້ນ​ປີ 2014, ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 7, ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13, ສະມາຊິກ​ສະພາ​ແຫ່ງ​ຊາດ(ສສຊ) ຫລາຍ​ທ່ານ​ຖື​ວ່າ​: ​ເສດຖະກິດ​ມີ​ບັນດາ​ສັນຍານ​ຟື້ນ​ຕົວຢ່າງ​ເຫັນ​ໄດ້​ຊັດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຫວຽດນາມ  ຄວນ​ຍາດ​ແຍ່ງ​ທ່າ​ຟື້ນ​ຕົວ​ນີ້​ເພື່ອ​ນຳ​ພື້ນຖານ​ເສດຖະກິດ​ຫລຸດ​ພົ້ນ​ອອກ​ຈາກ​ໄລຍ​ະເຕີບ​ໂຕ​​ຊັກ​ຊ້າ.

        ສິ້ນ​ສຸດ​ປີ 2013, ບັນດາ​ຄາດໝາຍ​ຊື່​ງສະພາ​ແຫ່ງ​ຊາດ​ຍົກ​ອອກ​ມາ ລ້ວນ​ແຕ່​ເພີ່ມ​ຂຶ້ນ​ເມື່ອ​ທຽບ​ໃສ່​ການ​ຄາດ​ຄະ​ເນ​​ໃນ​ເບື້ອງ​ຕົ້ນ. 4 ​ເດືອນ​ຕົ້ນ​ປີ 2014, ບັນດາ​ຂົງ​ເຂດ​ອຸດສາຫະກຳ, ກະສິກຳ ​ແລະ ບໍລິການ ລ້ວນ​ແຕ່​ມີ​ສັນຍານ​ດີ​ພໍ​ສົມຄວນ. ​ໄພ​ເງິນ​ເຟີ​້​ໄດ້​ຮັບ​ການ​ຄວບ​ຄຸມ, ການ​ຈະ​ເລີ​ນ​ເຕີບ​ໂຕ​ເສດຖະກິດ​ຍັງ​ສືບ​ຕໍ່​ຮັກສາ​ຢູ່​ໃນ​ລະດັບ​ສູງ​ພໍ​ສົມຄວນ.

        ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄຽງ​ຄູ່​ກັນ​ນັ້ນ ຍັງ​ຊອ້ນ​ແຝງຄວາມ​ຫຍຸ້ງຍາກ​​ໃຫມ່ ຄື: ພື້ນຖານ​ເສດຖະກິດ​ເຖິງ​ວ່າບັນລຸ​ການ​ຈະ​ເລີ​ນ​ເຕີບ​ໂຕ​ກໍ​ຕາມ ​ແຕ່​ບໍ່​ທັນ​ບັນລຸ​ບາດກ້າວ​ບຸກທະລຸ. ​ເຖິງ​ວ່າ ​​ໄດ້ເລີ່​ມຕົ້ນການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​​ໃນ​ລັດ​ວິ​ສາ​ຫະກິດ​ ​ແລະ ​ໃນ​ຂົງ​ເຂດ​ທະນາຄານຄືນ​ໃຫມ່ ​ແຕ່​ບັນດາ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ​ກ່ຽວ​ກັບ​ລະບອບ​ນະ​ໂຍບາຍ, ກ່ຽວ​ກັບ​ການ​ກຳນົດ​ແກ້​ໄຂ​ຂໍ້​ຕັດ​ຂັດ ຍັງ​ຊັກ​ຊ້າ​ຢູ່.

ຍາດແຍ່ງກາລະໂອກາດເພື່ອໃຫ້ພື້ນຖານເສດຖະກິດຈະເລີນເຕີບໂຕແບບຍືນຍົງ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ພາບ:baomoi.com.vn

        ປ່ຽນ​ໃຫມ່​ຮູບ​ແບບ​ການຈະ​ເລີ​ນ​ເຕີບ​ໂຕຢ່າງ​​ແຮງ

        ​ເຖິງ​ວ່າ ຮັບ​ຮູ້​ບັນດາ​ໝາກຜົນ​ຕັ້ງຫນ້າ​ຂອງ​ພື້ນຖານ​ເສດຖະກິດ​ກໍ​ຕາມ ​ແຕ່​ ສສຊ ຫລາຍ​ທ່ານ ຖື​ວ່າ:​ ຮູບ​ແບບ​ການຈະ​ເລ​ີນ​ເຕີບ​​ໂຕ​ບໍ່​ທັນ​ມີ​ການ​ປ່ຽ​ນແປງ​ຢ່າງ​ແຮງ, ສະ​ແດງ​​ໃຫ້​ເຫັນ​ຜ່ານ​ຍອດ​ວົງ​ເງິນ​ສົ່ງ​ອອກ​ໃນ​ຊຸມ​ເດືອນ​ຕົ້ນ​ປີ 2014 ​ເພີ່ມ​ຂຶ້ນ 14,1%, ​ແຕ່​ຕົ້ນຕໍ​ແມ່ນ​ບັນດາ​ໝວດ​ສິນຄ້າ​ຜະລິດ​ແບບຮັບຈ້າງເພີ່ມ​ຂຶ້ນ. ນອກ​ນັ້ນ, ຕາມ​ບົດ​ລາຍ​ງານ​ຂອງ​ລັດຖະບານ ​ແລ້ວ​, ​ໃນ 4 ​ເດືອນ​ຕົ້ນ​ປີ 2014, ຫວຽດນາມ ສົ່ງ​ອອກ​ເກີນ​ດຸ່ນ 1,7 ຕື້ USD, ​ແຕ່​ໃນ​ນັ້ນ 1,1 ຕື້ USD ​ແມ່ນ​ຂອງ​ວິ​ສາ​ຫະກິດ FDI, ສ່ວນ​ຍັງ​ເຫ​ລື​ອ​ແມ່ນ​ຂອງ​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ. ນີ້​ແມ່ນ​ຄວາມ​ຈິງ​ທີ່​ເປັນ​ຫນ້າ​ວິ​ຕົກ​ກັງວົນ. ທ່ານ​ນາງ ຫງວຽນທ​ິ​ເຫງ໋ຍ, ສສຊ ນະຄອນ ຫາຍ​ຟ່ອງ ຍົກ​ຄຳ​ເຫັນ​ວ່າ:

        “ສະ​ເຫ​ນີລັດຖະບານ ຕັ້ງຫນ້າ​ກວ່າ, ຂ້ຽວຂາດ​ກວ່າ ​ແລະ ຄົບ​ຊຸດ​ກວ່າ, ​ເປັນ​ຕົ້ນ​ໃນ​ບັນຫາ​ປ່ຽນ​ໃຫມ່​ຮູບ​ແບບ​ການຈະ​ເລ​ີນ​ເຕີບ​ໂຕ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ ​ແລະ ນຳ​ໃຊ້​ບັນດາ​ກົນ​ໄກ​ນະ​ໂຍບາຍ​ທີ່​ໄດ້​ຮັບ​ການ​ປະກາດ​ໃຊ້ຢ່າງ​ມີ​ປະສິດທິ​ຜົນ.”

        ​ໃນ​ຂະນະ​ນັ້ນ, ທ່ານ ​ເຈີ​ນຢູລີກ, ສສຊ ນະຄອນ ​ໂຮ່ຈິ​ມີນ ຖື​ວ່າ:

        “ກ່ຽວ​ກັບ​ໄລຍະ​ກາງ ​ແລະ ​ໄລຍະ​ຍາວ, ພວກ​ເຮົາ​ເຫັນ​ວ່າ ​ແຕ່​ດົນ​ນານ​ແລ້ວ ຢາກ​ສ້າງ​ໂຄງ​ປະກອບ​ຕະຫລາດ​ຄືນ​ໃຫມ່. ຂ້າພະ​ເຈົ້າ​ສະ​ເຫ​ນີ ຕ້ອງ​ມີ​ນະ​ໂຍບາຍ​ເພື່ອ​ຊ່ວຍ​ໃຫ້​ວິ​ສາ​ຫະກິດຫລຸດ​ພົ້ນ​ອອກ​ຈາກ​ສະພາບ​ນຳ​ໃຊ້ວັດຖຸ​ດິບຈາກ​ຕ່າງປະ​ເທດ. ​ແລະ​ບັນຫາ​ນີ້​​ກໍ​ກ່ຽວຂ້ອງ​ເຖິງ​ນະ​ໂຍບາຍ​ພັດທະນາ​ອຸດສາຫະກຳ​ຫນູນ​ຊ່ວຍ​.”

        ສ້າງ​ເງື່ອ​ນ​ໄຂ​ໃຫ້​ແກ່​ວິ​ສາ​ຫະກິດ​ສຳ​ພັດ​ກັບ​ແຫ​ລ່ງທຶນ​ສິນ​ເຊື່ອ

        ສສຊ ມາຍ​ຊວນ​ຮຸ່ງ, ຮອງ​ຫົວຫນ້າ​ກຳມາ​ທິການ​ເສດ​ຖະກິດ​ຂອງ​ສະພາ​ແຫ່ງ​ຊາດ ຖື​ວ່າ: ຂອດ​ບຸກທະລຸ​ປະຈຸ​ບັນ ​ແມ່ນ​ປະຕິ​ຮູບ​ລະບອບ​ນະ​ໂຍບາຍ​ພ້ອມ​ທັງ​ຄວນ​ປະຕິ​ຮູບ​ ​​ລັດວິ​ສາ​ຫະກິດຢ່າງ​ຂ້ຽວຂາດ, ສ້າງ​ເງື່ອນ​ໄຂ​ໃຫ້​ວິ​ສາ​ຫະກິດ​ພາກ​ເອກະ​ຊົນ​ພັດທະນາ​ກວ່າ​ອີກ. ​ໃນ​ຂະນະ​ນັ້ນ, ຕາມ​ທ່ານ ​ເຈີ​ນຮ່ວາງ​ເງິນ, ສສຊ ນະຄອນ ​ໂຮ່ຈິ​ມີນ ​ແລ້ວ, ຄວນ​ແກ້​ໄຂ​ບັນດາ​ຂໍ້ຄົງຄ້າງ, ​ໃນ​ນັ້ນ ມີ​ສະພາບ​ວິ​ສາ​ຫະກິດ​ຢຸດຕິ​ການ​ເຄື່ອນ​ໄຫວ, ລົ້ມ​ລະລາຍ ສືບ​ຕໍ່​ເພີ່ມ​ຂຶ້ນສະ​ເລ່ຍ​ໃນ​ແຕ່ລະ​ປີ​ແມ່ນກ​ວ່າ 50.000 ວິ​ສາ​ຫະກິດ. ນອກ​ນັ້ນ ວິ​ສາ​ຫະກິດ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ຫລາຍ​ຂົງ​ເຂດ​ຄື: ລາຍ​ຈ່າຍ​​ໃນການ​ຜະລິດ​ຍັງ​ເພີ່ມ​ຂຶ້ນ ​ໃນ​ຂະນະ​ທີ່​ກຳລັງ​ຊື້​ບໍ່​ເພີ່ມ​ຂຶ້ນ ສະ​ນັ້ນ ວິ​ສາ​ຫະກິດ​ຈຶ່ງພັດທະນາຍາກ, ຄຽງ​ຄູ່​ກັນ​ນັ້ນ ລະບຽບ​ການ​ບໍລິຫານ​ບໍ່​ສະ​ດວກ. ທ່ານ ​ເຈີ​ນຢູລີກ, ສສຊ ນະຄອນ ​ໂຮ່ຈິ​ມີນ ສະ​ເຫ​ນີວ່າ:

          “ບັນຫາ​ສຳຄັນ​ທີ່​ສຸດ​ຂອງ​ພື້ນຖານ​ເສດ​ຖະກິດ​ປະຈຸ​ບັນ ​ແມ່ນ​ເຮັດ​ແນ​ວ​ໃດ​ແກ້​ໄຂ​ສະພາບ​ຄວາມ​ຕ້ອງການ, ​ເວລາ​ນັ້ນ ພື້ນຖານ​ເສດຖະກິດຈຶ່ງ​ຟື້ນ​ຕົວ​ໄດ້. ​ແລະ ຢາກ​ແກ້​ໄຂ​ບັນຫາ​ນີ້ ຕ້ອງ​ແບ່ງ​ປະ​ເພດ​ວິ​ສາ​ຫະກິດ. ຂ້າພະ​ເຈົ້າ​ສະ​ເຫ​ນີ: ຄວນ​ສຸມ​ໃສ່​ໃຫ້​ແກ່​ບັນດາວິ​ສາ​ຫະກິດມີ​ຄວາມ​ສາມາດ​ຟື້ນ​ຕົວ​ໄດ້ ​ແຕ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ການສຳ​ພັດ​ກັ​ບ​ແຫ​ລ່ງທຶນຮອນ ຍ້ອນ​ຕິດ​ຫນີ້​ຄ້າງ​ຊຳລະ ​ໄດ້​ກູ້​ຢືມ​ທຶນຮອນ. ຄາດໝາຍ​ປີ​ນີ້ ຕ້ອງ​ເພີ່ມ​ສິນ​ເຊື່ອ ຈາກ 12-14%, ​ແຕ່​ ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ ​ເພີ່ມ​ຂຶ້ນ​ພຽງ 0,56%. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນວ່າ ຕະຫລາດ​ບໍ່​ນຳ​ໃຊ້​ແຫ​ລ່ງທຶນ​ຮອນ​ໝົດ​ໄດ້. ທີ​ສອງ ຢູ່​ເຂດ​ທີ່​ມີ​ການລົງທຶນ​ຂອງ​ລັດ, ຕ້ອງ​ເຮັດ​ແນວ​ໃດ​ປ່ຽນ​ແປງ​ລະບຽບ​ການ​ເພື່ອ​ປ່ອຍ​ເງິນ​ໄດ້.”

        ສ່ວນ ທ່ານ ຫງວຽນ​ວັນ​ເຢົາ, ຫົວຫນ້າ​ກຳມາ​ທິການ​ເສດຖະກິດ ຍົກ​ຄຳ​ເຫັນ​ວ່າ:

        “ສຸມ​ໃສ່​ບັນດາ​ມາດ​ຕະການ​ເພີ່ມ​ຄວາມ​ຕ້ອງການ​ຢູ່​ໃນ​ລະດັບ​ເໝາະ​ສົມ, ຮັບປະກັນ​ຈຸດໝາຍ​ຮັກສາ​​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ​ການຈະ​ເລີ​ນ​ເຕີບ​​ໂຕ​ຢ່າງ​ເໝາະ​ສົມ, ຈັດ​ຕັ້ງ​ການ​ປ່ອຍ​ເງິນ​ຢ່າງ​ທັນ​ການ, ​ແຫນ້ນ​ແຟ້ນ, ມີ​ປະສິດທິ​ຜົນ​ບັນດາ​ແຫ​ລ່ງ​ເງິນ​ລົງທຶນ​ຂອງ​ລັດ, ນັບ​ທັງ​ງົບປະມານ​ສູນ​ກາງ ​ແລະ ງົບປະມານ​ທ້ອງ​ຖິ່ນ.”

        ​ເສດຖະກິດ​ຫວຽດນາມ ກັບ​ຄືນ​ສູ່​ທ່າ​ເຕີບ​ໂຕ​ເທື່ອ​ລະ​ກ້າວ, ນັ້ນ​ແມ່ນ​ສັນຍານ​ທີ່​ເປັນ​ຫນ້າ​ຊື່​ນຊົມ. ຖ້າ​ຫາກ​ຫວຽດນາມ ​ເສີມ​ຂະຫຍາຍ​ໝາກຜົນ​ເບື້ອງ​ຕົ້ນ​ເປັນ​ຢ່າງ​ດີ ​ໃນ​ສະພາບ​ການ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກຫລາຍ​ຢ່າງ ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ສຳ​ເລັດ​ບັນດາ​ຈຸດໝາຍ​ພັດທະນາ​​ໃນ​ປີ 2014 ​ແລະ ຊຸມ​ປີ​ຕໍ່​ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ