ຍູ້​ແຮງ​ການ​ຜັນ​ຂະ​ຫຍາ​ຍ​ການ​ວາງ​ແຜນ​ຜັງ​ເຂດ, ສ້າງ​ບຸ​ກ​ທະ​ລຸ​ໃໝ່​ໃນ​ການ​ພັດ​ທະ​ນາ​ເຂດ​ເສດ​ຖະ​ກິດ

(VOVWORLD) - ພັດທະນາເຂດແມ່ນແຜນນະໂຍບາຍລຸລ່ວງ ແລະ ສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ຫວຽດນາມ ໃນວິວັດການພັດທະນາປະເທດຊາດເພື່ອແນໃສ່ຂຸດຄົ້ນ, ເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງບັນດາເຂດ ແລະ ທ້ອງຖິ່ນໃນທົ່ວປະເທດ. ວິວັດການສ້າງເຂດ ແລະ ຈັດແບ່ງເຂດຊຸກຍູ້ວິວັດການລົງທຶນພາກສາທາລະນະຢ່າງແຮງ, ດຶງດູດເງິນລົງທຶນເຂົ້າການພັດທະນາເສດຖະກິດ ແລະ ສ້າງກຳລັງໜູນໃນການພັດທະນາເສດຖະກິດ - ສັງຄົມ. ໜຶ່ງໃນບັນດາໜ້າທີສຳຄັນຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໃນປີນີ້  ແລະ ຊຸມປີຕໍ່ໄປແມ່ນຍູ້ແຮງການຜັນຂະຫຍາຍການວາງແຜນຜັງແຕ່ລະເຂດ, ຈາກນັ້ນ ສ້າງບຸກທະລຸໃໝ່ໃນການພັດທະນາເຂດເສດຖະກິດ, ປະກອບສ່ວນເຂົ້າໃນການບັນລຸໄດ້ເປົ້າໝາຍໂດຍການວາງແຜນຜັງສັງລວມແຫ່ງຊາດ ໄລຍະ 2021 – 2030, ວິໄສທັດຮອດປີ 2050 ທີ່ໄດ້ວາງອອກ.

ຍູ້​ແຮງ​ການ​ຜັນ​ຂະ​ຫຍາ​ຍ​ການ​ວາງ​ແຜນ​ຜັງ​ເຂດ, ສ້າງ​ບຸ​ກ​ທະ​ລຸ​ໃໝ່​ໃນ​ການ​ພັດ​ທະ​ນາ​ເຂດ​ເສດ​ຖະ​ກິດ - ảnh 1ເສີມຂະຫຍາຍທ່າໄດ້ປຽບຂອງແຕ່ລະເຂດເສດຖະກິດ - ສັງຄົມ (ພາບປະກອບ: baochinhphu.vn)

ມະຕິຂອງສະພາແຫ່ງຊາດກ່ຽວກັບການວາງແຜນຜັງສັງລວມແຫ່ງຊາດໄລຍະ 2021 – 2030, ວິໄສທັດຮອດປີ 2050 ກຳນົດທິດການພັດທະນາເຂດເສດຖະກິດ - ສັງຄົມ, ຈັດຕັ້ງເຂດພັດທະນາປະເທດກາຍເປັນ 6 ເຂດເສດຖະກິດ - ສັງຄົມລວມມີ: ເຂດພູດອຍ ແລະ ເຂດພູສູງທາງທິດເໜືອ, ເຂດທົ່ງພຽງແມ່ນ້ຳແດງ; ເຂດຕອນເໜືອພາກກາງ ແລະ ເຂດແຄມທະເລພາກກາງ; ເຂດໄຕງວຽນ; ເຂດທາງທິດຕາເວັນອອກພາກໃຕ້; ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້; ໃນນັ້ນ ດ້ວຍ 6 ແຂວງ, ນະຄອນຂຶ້ນກັບສູນກາງ, ເຂດທາງທິດຕາເວັນອອກພາກໃຕ້ແມ່ນເຂດມີເນື້ອທີນ້ອຍອັນດັບທີ 2 ຂອງທົ່ວປະເທດ, ແຕ່ແມ່ນເຂດນຳໜ້າເສດຖະກິດ, ມີການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການເຕີບໂຕເສດຖະກິດ, ການສົ່ງອອກ, ລາຍຮັບງົບປະມານແຫ່ງລັດ ແລະ ແກ້ໄຂບັນຫາວຽກເຮັດງານທຳຂອງທົ່ວປະເທດ.

ຜັນຂະຫຍາຍການວາງແຜນຜັງ ເຂດທາງທິດຕາເວັນອອກພາກໃຕ້ຕິດພັນກັບການວາງແຜນຜັງສັງລວມແຫ່ງຊາດ

ຕາມການວາງແຜນຜັງເຂດທາງທິດຕາເວັນອອກພາກໃຕ້ ໂດຍນາຍົກລັດຖະມົນຕີປະກາດໃຊ້ໃນເດືອນ ພຶດສະພາຜ່ານມາແລ້ວ, ບັນດາທ້ອງຖິ່ນໃນເຂດລ້ວນແຕ່ມີໂອກາດເພື່ອພັດທະນາຢ່າງມີຄວາມປະທັບໃຈ. ການກຳນົດທິດຂອງການວາງແຜນຜັງເຂດທາງທິດຕາເວັນອອກພາກໃຕ້ ໄລຍະ 2021 – 2030, ວິໄສທັດຮອດປີ 2050 ແມ່ນມຸ່ງໄປເຖິງການສ້າງບຸກທະລຸ, ເພີ່ມທະວີການເຊື່ອມຕໍ່ເຂດ, ຈຸດສຸມແມ່ນການພັດທະນາລະບົບເຊື່ອມຕໍ່ທາງດ້ານຄົມມະນາຄົມ ຢ່າງຄົບຊຸດ ແລະ ທັນສະໄໝ ຢູ່ເຂດທາງທິດເວັນອອກພາກໃຕ້ ລວມມີທັງ 5 ວິທີການຂົນສົ່ງ, ແມ່ນເງື່ອນໄຂສະດວກເພື່ອເຊື່ອມຕໍ່ການຄ້າພາຍໃນປະເທດ ແລະ ສາກົນ. ກ່າວຄຳເຫັນທີ່ກອງປະຊຸມຄັ້ງທີ 4 ຂອງສະພາປະສານງານເຂດຕາເວັນອອກພາກໃຕ້ໃນວັນທີ 10 ສິງຫາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປະທານສະພາ, ຮຽກຮ້ອງວ່າ:

ຕ້ອງຜັນຂະຫຍາຍການວາງແຜນຜັງຢ່າງໄວ ແລະ ລະອຽດ, ສົມທົບກັນລະຫວ່າງບັນດາທ້ອງຖິ່ນ, ກະຊວງ, ຂະແໜງການໃນເຂດຢ່າງແໜ້ນແຟ້ນ ເພື່ອພ້ອມກັນແກ້ໄຂບັນດາຄວາມຫຍຸ້ງຍາກ, ເປີດການເຊື່ອມຕໍ່ໃນເຂດ. ຂ້າພະເຈົ້າສະເໜີ ສຸມໃສ່ໃຫ້ແກ່ 3 ການຍູ້ແຮງ. ທີໜຶ່ງ, ຍູ້ແຮງການປ່ອຍເງິນລົງທຶນສາທາລະນະ ເພື່ອຊັກນຳ ແລະ ດຶງດູດແຫຼ່ງເງິນລົງທຶນທົ່ວສັງຄົມ ໃຫ້ແກ່ການພັດທະນາເຂດໂດຍໄວ ແລະ ຍືນຍົງ. ທີສອງ, ຍູ້ແຮງນະວັດຕະກຳ, ການໝູນໃຊ້ການປະຕິວັດວິທະຍາສາດ 4.0 ຢ່າງມີປະສິດທິຜົນ, ໃນນັ້ນສຸມໃສ່ເຂົ້າບັນດາຂົງເຂດຫາກໍ່ພົ້ນເດັ່ນຂຶ້ນຄື: ຫັນເປັນດີຈີຕອນ, ຫັນປ່ຽນສູ່ສີຂຽວ, ເສດຖະກິດໝູນວຽນ, ບັນດາຂົງເຂດພວມພັດທະນາຄື: ເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ, cloud computing, hydrogen… ທີສາມ, ຍູ້ແຮງການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ບັນດານັກຊ່ຽວຊານແຖວໜ້າເພື່ອສ້າງກຳລັງໜູນໃໝ່, ປະກອບສ່ວນປະຕິບັດ 1 ໃນ 3 ບຸກທະລຸຍຸດທະສາດໂດຍກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ ວາງອອກ.

ຊຸກຍູ້ການເຊື່ອມຕໍ່ເຂດ, ສ້າງບຸກທະລຸໃນການພັດທະນາ ເຂດເສດຖະກິດ

ມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມະນູດ ຫວຽດນາມ ເນັ້ນໜັກເຖິງ: ການສ້າງແຜນຜັງ, ຈັດສັນຜືນດິນແດນຂອງປະເທດຊາດຢ່າງເໝາະສົມເພື່ອເສີມຂະຫຍາຍໄດ້ທ່າໄດ້ປຽບທີ່ເປັນເອກະລັກສະເພາະຂອງແຕ່ລະເຂດພາກ, ທ້ອງຖິ່ນໃຫ້ເປັນຢ່າງດີທີ່ສຸດ ແລະ ເພີ່ມທະວີລັກສະນະເຊື່ອມຕໍ່ພາຍໃນເຂດພາກ ແລະ ເຊື່ອມຕໍ່ເຂດພາກເພື່ອເຂົ້າຮ່ວມບັນດາລະບົບມູນຄ່າທົ່ວໂລກ, ສ້າງເຂດພັດທະນາໃໝ່. ຂຸດຄົ້ນທ່າໄດ້ປຽບຂອງເຂດຕ່າງໆກ່ຽວກັບໂຄງປະກອບພື້ນຖານໂຄງລ່າງ, ເງື່ອນໄຂທຳມະຊາດ, ທີ່ຕັ້ງພູມີສາດການເມືອງ, ແຫຼ່ງຊັບພະຍາກອນມະນຸດໃຫ້ເປັນຢ່າງດີໃນສະພາບການ ແລະ ຄວາມຮຽກຮ້ອງຕ້ອງການພັດທະນາໃໝ່. ພັດທະນາສັງລວມ, ມີລັກສະນະ ອົງຄະທາດ, ເຊື່ອມຕໍ່ບັນດາທ້ອງຖິ່ນໃນເຂດພາກຢ່າງແໜ້ນແຟ້ນເພື່ອກາຍເປັນ ເອກະພົບ.

ຍູ້​ແຮງ​ການ​ຜັນ​ຂະ​ຫຍາ​ຍ​ການ​ວາງ​ແຜນ​ຜັງ​ເຂດ, ສ້າງ​ບຸ​ກ​ທະ​ລຸ​ໃໝ່​ໃນ​ການ​ພັດ​ທະ​ນາ​ເຂດ​ເສດ​ຖະ​ກິດ - ảnh 2ທ່ານນາຍົກລັດຖະມົຕີ ຟ້າມມິງຈິງ  ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP )

ເພື່ອບັນລຸໄດ້ເປົ້າໝາຍພັດທະນາເຂດທີ່ໄດ້ວາງອອກ, ໃນໄລຍະຜ່ານມາ, ບັນດາທ້ອງຖິ່ນໃນເຂດທາງທິດຕາເວັນອອກພາກໃຕ້ ເວົ້າສະເພາະ ແລະ 5 ເຂດເສດຖະກິດ - ສັງຄົມທີ່ຍັງເຫຼືອໃນທົ່ວປະເທດເວົ້າລວມ ໄດ້ ແລະ ພວມສຸມໃສ່ແຫຼ່ງກຳລັງເພື່ອປະຕິບັດສຳເລັດລະບົບພື້ນຖານໂຄງລ່າງເຂດຕາມທິດຄົບຊຸດ ແລະ ທັນສະໄໝ. ປັດຈຸບັນ, ຍອດຈຳນວນໂຄງການເສັ້ນທາງຄວາມໄວສູງ ພວມໄດ້ຮັບການຜັນຂະຫຍາຍມີຄວາມຍາວປະມານ 1.700 ກີໂລແມັດຢູ່ທຸກແຫ່ງໃນທົ່ວປະເທດ, ຈາກບັນດາໂຄງການເສັ້ນທາງຄວາມໄວສູງຂຶ້ນສູງເສັ້ນທາງ ເໜືອ - ໃຕ້, ບັນດາໂຄງການເຊື່ອມຕໍ່ເຂດທາງທິດຕາເວັນຕົກພາກເໜືອ, ເຂດໄຕງວຽນ, ໃນນັ້ນມີປະມານ 1.200 ກີໂລແມັດ ຄາດວ່າຈະສຳເລັດໃນປີ 2025, ຍົກຍອດຄວາມຍາວເສັ້ນທາງຄວາມໄວ້ສູງໄດ້ຮັບການກໍ່ສ້າງສຳເລັດໃນທົ່ວປະເທດຂຶ້ນເຖິງກ່ວາ 3000 ກີໂລແມັດ. ກ່າວຄຳເຫັນຊີ້ນຳກອງປະຊຸມຄັ້ງທີ 13, ຄະນະຊີ້ນຳແຫ່ງລັດ ບັນດາອໂຄງການ, ກິດຈະກຳສຳຄັນແຫ່ງຊາດ, ຈຸດສຸມຂະແໜງຄົມມະນາຄົມ ແລະ ຂົນສົ່ງໃນວັນທີ 8 ສິງຫາ. ທ່ານນາຍົກລັດຖະມົຕີ ຟ້າມມິງຈິງ ຫົວໜ້າຄະນະຊີ້ນຳເນັ້ນໜັກວ່າ:

ບັນດາໂຄງການພວມຜັນຂະຫຍາຍ ແລະ ກໍ່ສ້າງສຳເລັດ ໄດ້ປະກອບສ່ວນພັດທະນາ ເສດຖະກິດ - ສັງຄົມ, ສ້າງເຂດພັດທະນາໃໝ່, ສ້າງເຂດອຸດສາຫະກຳ, ເຂດການບໍລິການ, ເຂດທ່ອງທ່ຽວ, ເພີ່ມທະວີມູນຄ່າເພີ່ມຂອງດິນ, ຫຼຸດຜ່ອນລາຄາ ບໍລິການ Logistic, ເພີ່ມທະວີຄວາມສາມາດໃນການແກ້ງແຍ້ງຂອງສິນຄ້າ, ເປັນຕົ້ນແມ່ນສ້າງວຽກເຮັດງານທຳ, ການຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນ. ຕ້ອງມີຄວາມຕັດສິນໃຈຢ່າງສູງກ່ວາ, ມານະພະຍາຍາມຢ່າງສູງກ່ວາ, ມີການກະທຳຢ່າງຂ້ຽວຂາດກ່ວາ, ມີຈຸດສຸມ ຕ້ອງກຳນົດຢ່າງລະອຽດ ແລະ ມີການຊີ້ນຳນຳພາສຸມໃສ່ເຂົ້າບັນດາບັນຫາຈຸດສຸມ.

ການວາງແຜນຜັງ 06 ເຂດໄລຍະ 2021 – 2030 ວິໄສທັດຮອດປີ 2050 ໂດຍນາຍົກລັດຖະມົນຕີ ປະກາດໃຊ້ແມ່ນບາດກ້າວລະອຽດຫັນການວາງແຜນຜັງສັງລວມແຫ່ງຊາດເປັນລະອຽດ, ສະແດງໃຫ້ເຫັນບັນດາການກຳນົດທິດໃຫຍ່ ແລະ ພື້ນຖານຂອງບັນດາການວາງແຜນຜັງຂະແໜງທົ່ວປະເທດກ່ຽວກັບການຈັດຕັ້ງເຂດພັດທະນາ, ເປີດຊ່ອງທາງ, ສ້າງກຳລັງໜູນພັດທະນາ, ກຳລັງຄວາມສາມາດໃນການພັດທະນາ, ເຂດພັດທະນາໃໝ່ຂອງປະເທດຊາດ, ຂອງເຂດ ແລະ ສະແດງໃຫ້ເຫັນໂດຍລະອຽດໃນເຂດພັດທະນາຂອງແຕ່ລະທ້ອງຖິ່ນ. ການຜັນຂະຫຍາຍການວາງແຜນຜັງຈະປະກອບສ່ວນເຂົ້າໃນການແກ້ໄຂຂໍ້ຄົງຄ້າງ, ຈຸດອຸດຕັນ, ສ້າງບັນດາບາດກ້າວບຸກທະລຸໃໝ່ໃນການພັດທະນາ ບັນດາເຂດເສດຖະກິດຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ