ນາມບໍ່ຊອບທຳ

(vovworld) - ຫວ່າງ​ມໍ່ໆ​ມາ​ນີ້, ຫາງ​ສຽງ​ໃນ​ສັງຄົມ​ໄດ້​ເຕື້ອງ​ເຖິງ blog ຈຳນວນ​ຫນຶ່ງ​​ໂດຍ​ບໍ່​ເຜີຍ​ນາມ​ທີ່​ມັກ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາການ​ເມືອງ, ​ໂຄສະນາບັນດາຖ້ອຍ​ທຳນອງປະຕິ​ການ, ເສັກ​ສັນ​ປັ້ນ​ແຕ່ງ... ​ ວິທະຍຸ​ກະຈາຍສຽງ ຫວຽດນາມ ມີ​ບົດ​ວິຈານ​ກ່ຽວ​ກັບ​ບັນຫາ​ດັ່ງກ່າວ​ທີ່​ພາດ​ຫົວ​​ເລື່ອງ​ວ່າ: “ນາມ​ບໍ່​ຊອບ​ທຳ...”

        ​ໂດຍ​ຢືນຢັນ​ໄດ້​ວ່າ: ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ, ລັດ ຫວຽດນາມ, ບໍ່​ຫ້າມປາມ, ຂັດ​ຂວາງ​ເລື່ອງສ່ວນ​ບຸກຄົນ ຫລື ອົງການ ​ເປີດ​ບັນດາ blog, ຫນ້າ​ເວັບ ​ເພື່ອ​ຈຸດປະສົງ​ສະຫນອງ​ຂໍ້​ມູນ​ຂ່າວສານ, ປຶ​ກສາ​ຫາລື, ສະ​ແດງ​ຄຳຄິດ​ເຫັນ, ​ແບ່ງປັນທັດສະນະກ່ຽວ​ກັບ​ບັນຫາ​ການ​ເມືອງ, ​ເສດຖະກິດ, ສັງຄົມ, ວັດທະນະທຳ, ສິລະ​ປະ... ລັດ ຫວຽດນາມ ກໍ​ບໍ່​ຫ້າມ​ປາມ​ສ່ວນບຸນ​ຄົນນຳ​ໃຊ້ ອິນ​ເຕີ​ແນ​ດ ​ເພື່ອ​ຊອກ​ຫາ, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ຕອບ​ສະຫນອງ​ຄວາມ​ຕ້ອງການ​ຂໍ້​ມູນ​ຂ່າວສານ​ອັນ​ຊອບ​ທຳ​ຂອງ​ແຕ່ລະຄົນ. ຍາມ​ໃດ ພັກ​ກອມ​ມູນິດ ຫວຽດນາມ, ລັດ, ​ແນວ​ໂຮ​ມປະ​ເທດ​ຊາດ ຫວຽດນາມ ກໍ​ຊົມ​ເຊີຍ​ທຸກ​ຄົນ, ອົງການ ປະກອບ​ຄຳ​ຄິດ​ເຫັນ​​ໃຫ້​ແກ່​ແຜນ​ພັດທະນາ​ປະ​ເທດ​ຊາດ ​ແລະ  ຍົກ​ສູງຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເມື່ອ​ປະ​ເທດ​ຊາດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ; ສົ່ງ​ເສີມ​ພົນລະ​ເມືອງ​ທຸ​ກຄົນ​ມີ​ຄຳ​ເຫັນ​ປະກອບ​​​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ກໍ່ສ້າງ ​ແລະ ປັບປຸງ​ພັກ, ນັບ​ທັງ​ຄຳ​ເຫັນ​ສ່ອງ​ແສງ​ພິຈາລະນາ, ຫລາຍ​ທິດ...

         

ນາມບໍ່ຊອບທຳ - ảnh 1

ການ​ພັດທະນາ​ຢ່າງ​ວອ່ງ​ໄວ​ຂອງ​ລະບົບ blog, ຫນ້າ​ເວັບ, ສື່​ເອ​ເລັກ​ໂຕ​ນິກ ຢູ່ ຫວຽດນາມ ​ໃນ​ຊຸມ​ປີຜ່ານມາ, ພິ​ເສດ ​ໃນ​ສອງ​ສາມ​ປີ​ມາ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ສະພາບ​​ເຄືອ​ຂ່າຍ​ຂໍ້​ມູນ​ຂ່າວສານ​ຢູ່ ຫວຽດນາມ​​ເຕີບ​ໂຕ​ວ່ອງ​ໄວ​ເກີນ​ຂອບ​ເຂດ​ແມ່ນ​ ​ຄວາມ​ຈິງ. ລະດັບ​ຄວາມ​ໄວ​ການ​ຂະຫຍາຍຕົວ​ຂອງ​ຄວາມ​ຕ້ອງການ​ຂຸດ​ຄົ້ນ, ນຳ​ໃຊ້​ອິນ​ເຕີ​ແນ​ດຂອງ​ປະຊາຊົນ​​​​ແມ່ນ​ເພີ່ມ​ຂຶ້ນ​ສູງ​ໃນ​ແຕ່ລະ​ປີ, ຍິ່ງ​ຢັ້ງຢືນ​ຄວາມ​ຈິງ​ດັ່ງກ່າວ. ລັກສະນະ​ປະຊາທິປະ​ໄຕ, ​ເປີດ​ເຜີຍ​ໃນ​ຂໍ້​ມູນ​ຂ່າວສານ​ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ​ຢ່າງ​ແທດ​ຈິງ​ໃນ​ຊີວິດ​ສັງຄົມ, ຊຸກຍູ້​ຄວາມມີຫົວຄິດ​ປະດິດ​ສ້າງ, ການປ່ຽນ​​ໃຫມ່ ​ແລະ ມຸ່ງ​​ໄປ​ເຖິງ​ສ່ິງ​ທີ່​ດີ.

          ​​ແຕ່​ຖ້າ​ສັງ​ເກດ​ຢ່າງ​ຈິງ​ຈັ່ງ ​ແລະ ພາວະ​ວິ​ໄສ, ​ໄດ້​ເກີດ​ຫລາຍ​ກໍລະນີ​ສວຍ​ໃຊ້ສະພາບ​ປ່ຽນ​ໃຫມ່, ​ເປີດ​ເຜີຍ​ເພື່ອ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ຜິດ​ກົດໝາຍ, ຂາດ​ເຈດ​ຕະນາ​ດີ, ຊ້ຳ​ບໍ່​ໜຳ​ແມ່ນການ​ຕ້ານ,​​ແບ່ງ​ແຍກ, ທຳລາຍ​ກຸ່ມ​ກ້ອນ​ມະຫາ​ສາມັກຄີທົ່ວ​ປວງ​ຊົນ​ທັງ​ຊາດ, ຕ້ານ​ພັກ, ລັດ. ຫາງ​ສຽງ​ໃນ​ສັງຄົມ​ຫວ່າງ​ມໍ່​ໆ​ມາ​ນີ້ ​ໄດ້​ເຕື້ອງ​ເຖິງ blog ຈຳ​ນວນ​ຫນຶ່ງ​ມັກປຶກສາ​ຫາລື​ເຖິງ​ເລື່ອງ​ການ​ເມືອງ.

        ທີ​ຫນຶ່ງ​ແມ່ນ, ບັນດາ blog ນີ້​ບໍ່​ມີ​ລະຫັດ​ທີ່ຢູ່ຈະ​ແຈ້ງ, ບໍ່​ມີ​ຄະນະ​ບັນນາທິການ, ບໍ່​ມີ​ຜູ້​ຮັບຜິດຊອບ. ຜູ້​ອ່ານ​ກໍ່​ບໍ່​ຮູ້​ໄດ້​ວ່າ ​ເຂົາ​ເຈົ້າ​ແມ່ນ​ສ່ວນ​ບຸກຄົນ​ຫລື​ກຸ່ມ​ຄົນ​ໃດ​ຫນຶ່ງ; ຢູ່ ພາຍ​ໃນ​ປະ​ເທດ ຫລື ຢູ່​ຕ່າງປະ​ເທດ... ສະ​ນັ້ນ ​ເຈົ້າ​ຂອງ​ບັນດາ blog ດັ່ງກ່າວ​ມີ​ເຈດ​ຈຳນົງ​ບໍ່​ເຜີຍ​ນາມ, ​ເຮັດ​ແບບ​ປິດ​ລັບ, ບໍ່​ມີ​ລະຫັດທີ່ຢູ່​ຢ່າງ​ແທ້​ຈິງ​. ສະ​ນັ້ນ ຂໍ້​ມູນ​ຂ່າວສານ​ໃນ blog ​ເຫລົ່າ​ນັ້ນ​ບໍ່​ສາມາດ​ຢັ້ງຢືນ​ວ່າ​ຊັດ​ເຈນ​ໄດ້.

        ທີ​ສອງ​​ແມ່ນ, ບັນດາ​ຂໍ້​ມູນ​ຂ່າວສານທີ່ blog ດັ່ງກ່າວ​ສະຫນອງ​ລ້ວນ​ແຕ່​ບໍ່​ໄດ້​ຮັບ​ການ​ກວດກາພິສູ​ດ, ບໍ່​ມີ​ຕົ້ນ​ກຳ​ເນີ​ດ. ຖ້າ​ຄັດສະ​ເຫ​ນີ​ແຫ​ລ່ງຂໍ້​ ມູນ​ກໍ​ແມ່ນ​​ເພີ່ມ​​​ໃສ່ ຫລື ຕັດ​ອອກ. ຫລັກ​ຄຸນສົມບັດ​ຕົ້ນ​ຕໍ​ຂອງ​ຜູ້​ເຮັດ​ວຽກ​ງານ​ຫນັງສືພິມ ຕ້ອງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບຜິດຊອບ​ຕໍ່​ກັບ​ຫາງສຽງ​ດ້ວຍ​ການ​ສະຫນອງ​ຂໍ້​ມູນ​ຂ່າວສານ​ຕ້ອງ​ມີ​​ແຫ​ລ່ງທີ່​ມາ, ຂໍ້​ມູນ​ຂ່າວສານ​ນັ້ນ​ຕ້ອງ​ໄດ້​ຮັບ​ການ​ກວດກາພິສູດ, ບໍ່​ຮັບ​ຮູ້​ແບບ​ເຜີຍ​ແຜ່, ​ໂຄສະນາ​ຂ່າວ​ຄາວ​ບໍ່​ຊັດ​​ເຈນ, ຂາດ​ຄວາມ​ຮັບຜິດຊອບ, ​ເຊື່ອ​ກໍ​ໄດ້, ບໍ່​ເຊື່ອ​ກໍ​ບໍ່​ເປັນ​ຫຍັງ.

                    ທີ​ສາມ​, ບັນດາ​ຂໍ້​ມູນ​ຂ່າ​ວສານ​ຈາກ blog ດັ່ງກ່າວ​ແມ່ນ​ສຸ​ມ​ໃສ່​ຄວາມ​ນິຍົມ​ຢາກ​ຮູ້​ຢາ​ກ​ເຫັນ​ຂອງ​ຜູ້​ອ່ານ, ລົງ​ເລິກ​ການ​ພົວພັນ​ພາຍ​ໃນ​ຂອງ​ການ​ນຳ​ຂັ້ນ​ຕ່າງໆ​, ພິ​ເສດ​ແມ່ນ​ການ​ນຳ​ຂັ້ນ​ສູງ ດ້ວຍ​​​ລາຍ​ລະອຽດ, ​ເຫດການ​ບໍ່​ໄດ້​ຮັບ​ການ​ກວດກາ, ມີ​​ເຈດ​ຕະນາ​ຊົ່ວ​ຮ້າຍ. ​ເຂົາ​ເຈົ້າ​ຍັງ​ລົງ​ເລິກ​ເລື່ອງ​ຂອງ​ສ່ວນ​ບຸກຄົນ, ​ເສກ​ສັນປັ້ນ​ແຕ່ງເລື່ອງ​ຕ່າງໆ​ດ້ວຍ​ຖ້ອຍ​ທຳນອງ​ແຕະຕ້ອງ​ເຖິງສິດ​ເສລີບຸກຄົນ​ຂອງ​ຜູ້​ອື່ນ.

        ທີ​ 4, ວິ​ທີ​ສະຫນອງ​ຂໍ້​ມູນ​ຂ່າວສານ​ຂອງ​ບັນດາ​ເຈົ້າ​ຂອງ blog ດັ່ງກ່າວ​ແມ່ນ​ມີ​ຈຸດປະສົງ​ຊົ່ວ​ຮ້າຍ. ​ແຫ​ລ່ງຂໍ້​ມູນ​ຂ່າວສານ​ບໍ່​ຈະ​ແຈ້ງ, ​ນອກ​ນັ້ນ ​ເຂົາ​ເຈົ້າ​ຍັງ​ເຊື່ອມ​ຕໍ່ຫລາຍ​ເຫດການ​ນຳ​ເກັນ, ​ເສັກ​ສັນ, ​ເຮັດ​ໃຫ້​ຜູ​້ອ່ານ​ເຂົ້າ​ໃຈ​ຕາມ​ແນວ​ຄິດ​ຂອງ​ເຂົາ​ເຈົ້າ, ບໍ່​ຮູ້​ວ່າ​ບັນຫາ​ໃດ​ແມ່ນ​ຊັດ​ເຈນ.

                    ​​ແຕ່​ສິ່ງ​ທີ່​ຊົ່ວ​ຮ້າຍ​ກວ່າ​ນັ້ນ​ແມ່ນ ບັນດາ​ blog ດັ່ງກ່າວ​ດ້ວຍ​ຂໍ້​ມູນ​ຂ່າ​ວສານ​ເສັກ​ສັນ​ປັ້ນ​ແຕ່ງ ຢາກ​ສ້າງ​ພາບ​ພົດ​ຊີວິດການ​ເມືອງ​ຂອງ​ປະ​ເທດ​ຊາດ​ໄລຍະ​ປະຈຸ​ບັນ​ແມ່ນ​ຫຍໍ້​ທໍ້​ທີ່​ສຸດ. ​ເຂົາ​ເຈົ້າ​ຢາກ​ເຮັດ​ໃຫ້​ຜູ້​ອ່ານ​ມີ​ຄວາມ​ຮູ້ສຶກ​ວ່າ ພາຍ​ໃນ​ການ​ນຳ​ຂັ້ນ​ສູງ​ພວມ​​ເກີດ​ການ​ແບ່ງ​ແຍ​ກຢ່າງ​ເລິກ​ເຊິ່ງ, ​ເຮັດ​ໃຫ້​ຜູ້​ອ່ານ​ເກີດ​ຄວາມ​ສົງ​ໄສ, ​ເບ່ືອ​ຫນ່າຍ,​ ຈາກ​ນັ້ນ​ເປັນ​ການ​ກະ​ຕຸ້ນ​ໃຫ້​ປະຊາຊົນປະລະ​ລະບອບ...

          ຜ່ານ​ພາຫະນະ​ເຕັກ​ໂນ​ໂລ​ຊີ​ສື່​ມວນ​ຊົນ​ທີ່ທັນ​ສະ​ໄຫມ​ຂອງ​ຍຸກ​ສະ​ໄຫມ, ສວຍ​ໃຊ້​ສິດ​ເສລີ​ໃນ​ການ​ປາກ​ເວົ້າ, ບັນດາ​ເຈົ້າ​ຂອງ blog ດັ່ງກ່າວ​ພວມ​ກໍ່​ໃຫ້​ເກີດ​ການ​ຜັນ​ແປ່​ໂດຍ​ສັນຕິ, ຍຸ້​ແຍ່​​​ໂຄ່ນ​ລົ້ມ​ລະບອບ.

          ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ບັນດາ blog ດັ່ງກ່າວ​ແມ່ນ​ໄປ​ຝືນ​ກັບ​ຄະ​ຕິ​ທຳຈຸດປະສົງ​ອັນ​ສູງ​ສົ່ງ​ຂອງວຽກ​ງານ​ສື່ສານ. ບັນດາ​ເຈົ້າ​ຂອງ blog ​​​ໄດ້​ສະ​ແດງ​​ໃຫ້​ເຫັນ​ການ​ກະທຳ​ມ້າງ​ເພ​ທຳລາຍ​ບ້ານ​ເມືອງ​ຂອງ​ພວກທີ່​ເປັນ​ປໍ​ລະ​ປັກ​ຕໍ່ກັບ​ຊາດ ຫວຽດນາມ ຢ່າງ​ແທ້​ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ