ບົດບາດຂອງວິທະຍຸກະຈາຍສຽງຫວຽດນາມໃນສະຫະສະມາຄົມ ວິທະຍຸ ກະຈາຍສຽງ - ໂທລະພາບ ອາຊີປາຊີຝິກ

(vovworld) – ​ກອງ​ປະຊຸ​ມວິທະຍຸ​ກະຈາຍສຽງອາຊີ 2013 (RadioAsia) ​ໄດ້​ດຳ​ເນີນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 29/7 ຢູ່ ຮ່າ​ໂນ້ຍ. ນີ້​ແມ່ນ​ເຫດການ​ໂດຍ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ. ດ້ວຍ​ຫົວ​ຂໍ້​ວ່າ “ວິທະຍຸກະຈາຍສຽງ ​ແລະ ສື່​ສານ​ສັງຄົມ: ທ່າ​ອ່ຽງພັດທະນາ​ໃນ​ອະນາຄົດ“. ກອງ​ປະຊຸມ​ໄດ້​ເຕື້ອງ​ເຖິງ​ບັນດາ​ບັນຫາ​ພັດທະນາ​ຕາມ​ທິດ​ ສື່ສານ​ດ້ວຍ​ຫຼາຍ​ຮູບ​ການ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມໃນ​ປະຈຸ​ບັນ. ດ້ວຍ​ເລື່ອງ​ເປັນ​ເຈົ້າພາບ​ຈັດ​ຕັ້ງກອງ​ປະຊຸ​ມວິທະຍຸ​ກະຈາຍສຽງອາຊີ 2013  ກໍ່​ຄື​ການ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ສະຫະ​ສະມາຄົມ​ວິທະຍຸ​ກະຈາຍສຽງ ​ໂທລະພາບ ອາຊີ - ປາຊີ​ຝິກ (ABU)ຢ່າງ​ຕັ້ງໜ້າ​ນັ້ນ. ບົດບາດ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ໃນ ABU ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ.

ບົດບາດຂອງວິທະຍຸກະຈາຍສຽງຫວຽດນາມໃນສະຫະສະມາຄົມ ວິທະຍຸ ກະຈາຍສຽງ - ໂທລະພາບ ອາຊີປາຊີຝິກ - ảnh 1

ກອງ​ປະຊຸ​ມວິທະຍຸ​ກະຈາຍສຽງອາຊີ 2013 (RadioAsia)

ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ເຂົ້າ​ຮ່ວມ ABU ​ໃນ​ຖານະ​ເປັນ​ສະມາຊິກ​ສົມ​ບຸນ​ຢ່າງ​ຕັ້ງໜ້າ​ນັບ​ແຕ່​ອົງການ​ນີ້​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 1964. ນັບ​ແຕ່​ນັ້ນ​ມາ​ຮອດ​ປະຈຸ​ບັນວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ສົມທົບ​ກັບ ABU ຈັດ​ຕັ້ງ​ກອງ​ປະຊຸມວິທະຍຸ​ກະຈາຍສຽງ​, ​ໂທລະພາບ​ຫຼາຍ​ຄັ້ງ. ​ໃນ​ນັ້ນ​ພົ້ນ​ເດັ່ນ​ແມ່ນ​ເຫດການ ວິທະຍຸ​ກະຈາຍສຽງ​ຫວຽດນາມ ສົມທົບ​ກັບ​ໂທລະພາບ​ຫວຽດນາມ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່ ABU ​ໃນ​ປີ 2005. ຮອດ​ປີ 2009, ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ການປະຕິບັດທົດ​ລອງ​ກະຈາຍສຽງ​ດີຈີ​ຕອນ HD Radio ພ້ອມ​ກັບ​ກອງ​ປະຊຸມ​ສຳ​ມະ​ນາ​ອື່ນໆ​ໃນ​ພາກ​ພື້ນ ​ແລະ ບາງ​ຊຸດ​ເຝິກອົບຮົມ​ຢູ່​ຮ່າ​ໂນ້ຍ. ວິທະຍຸ​ກະຈາຍສຽງ​ຫວຽດນາມກໍ່​ແມ່ນ​ສະມາຊິກ​ໃນ​ຄະນະ​ວາງແຜນ​ຍຸດ​ທະ​ສາດ​ຂອງ ABU. ທ່ານ​ນາງ Vijay Sadhu, ຜູ້​ຊ່ຽວຊານ​ຂັ້ນ​ສູງ​ຂອງ ABU, ​ໃຫ້​ຮູ້​ວ່າ:

“ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແມ່ນ​ອົງການ​ສື່ສານ​ທີ່​ມີ​ມາ​ແຕ່​ດົນ​ນານ​ຢູ່​ຫວຽດນາມ ​ແລະ ​ໄດ້​ຮັບ​ການ​ພັດທະນາ​ດ້ວຍ​ທຸກ​ຮູບ​ການ, ​ໃນ​ນັ້ນ​ມີ​ທັງ​ວິທະຍຸ, ​ໂທລະພາບ, ທັງ​ລະບົບ AM, FM ​ແລະ ປະຈຸ​ບັນ​ພວມ​ຢູ່​ໃນ​ໄລຍະ​ຫັນ​ເປັນ​ດີ​ຈີ​ຕອນ. ວິທະຍຸ​ກະຈາຍສຽງ​ຫວຽດນາມບໍ່​ພຽງ​ແຕ່​ແມ່ນ​ຊ່ອງ​ສຶກສາ, ​ໂຄສະນາ​ກ່ຽວ​ກັບ​ບັນດາ​ນະ​ໂຍບາຍ​ຂອງ​ລັດ, ລັດຖະບານ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຊ່ອງ​ບັນ​ເທິງ​ຂອງ​ປະຊາຊົນ​ອີກ​ດ້ວຍ. ຍ້ອນ​ເຫດ​ນັ້ນ, ວິທະຍຸ​ກະຈາຍສຽງ​ຫວຽດນາມ ຈຶ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ອົງການ​ສື່ສານ​ແຮງ​ກວ່າ​ໝູ່, ມີ​ທີ່​ຕັ້ງໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ທີ່​ສຸດ​ຂອງ​ຫວຽດນາມ “.

ນອກຈາກ​ການຈັດ​ຕັ້ງ​ກອງ​ປະຊຸມ, ກອງ​ປະຊຸມ​ສຳ​ມະ​ນາ​ຕ່າງໆແລ້ວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ ຍັງ​ເຂົ້າ​ຮ່ວມ​ການ​ເສັງ​ຫຼາຍ​ຄັ້ງ​ໂດຍ ABU ຈັດ​ຕັ້ງ​ອີກ. ທ່ານ ​ໂງ​ມິ​ງຫຽນ, ຫົວໜ້າ​ກົມ​ຮ່ວມ​ມື​ສາກົນ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ໃຫ້​ຮູ້​ວ່າ:

“​ໃນ​ຊຸມ​ປີຜ່ານມາ, ມີ​ນັກ​ຂ່າວ​ຫຼາຍ​ຄົນ​ຂອງວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ຮັບ​ລາງວັນ​ສູງ​ໃນ​ການ​ເສັງ​ຕ່າງໆ​ຂອງ ABU, ທ່ານ​ຮອງ​ຜູ້ອຳນວຍການ​ໃຫຍ່ວິທະຍຸ​ກະຈາຍສຽງ​ຫວຽດນາມ ດ່ວານ​ຫວຽດຈູງ ກໍ່​ໄດ້​ຮັບ​ລາງວັນ​ອຸທິດ​ສ່ວນທາງ​ດ້ານ​ເສດຖະກິດຕະຫຼອດ​ຊີວິດ ​ໂດຍ ABU ມອບ​ໃຫ້, ນອກ​ນັ້ນການ​ນຳ​ບາງ​ທ່ານ​ຂອງວິທະຍຸ​ກະຈາຍສຽງ​ຫວຽດນາມ ກໍ່​ໄດ້​ຮັບ​ລາງວັນ​ກ່ຽວ​ກັບ​ຫົວຄິດ​ປະດິດ​ສ້າງ​ທາງ​ດ້ານ​ເສດຖະກິດ ​ໂດຍ ABU ມອບ​ໃຫ້​ເຊັ່ນ​ກັນ“.

ກອງ​ປະຊຸມ​ວິທະຍຸກະຈາຍສຽງອາຊີ ​2013 ​ແມ່ນ​ກອງ​ປະຊຸມ​ລົງ​ເລິກ​ສະ​ເພາະ​ກ່ຽວ​ກັບ​ວິທະຍຸ​ກະຈາຍສຽງ, ປຶກສາ​ຫາລື​ຄວາມ​ຫຍຸ້ງຍາກ ກໍ່​ຄື​ຄວາມ​ສະດວກ​ຕ່າງໆ ​​ເຊິ່ງວິທະຍຸ​ກະຈາຍສຽງ​ຈະ​ຮັບມືໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ ​ໂງ​ມິ​ງຫຽນ ຫົວໜ້າ​ກົມ​ຮ່ວມ​ມື​ສາກົນ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ໃຫ້​ຮູ້​ວ່າ:

“ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ກອງ​ປະຊຸມ​ວິທະຍຸ​ກະຈາຍສຽງ​ສາກົນ​ຖືກ​ຈັດ​ຕັ້ງ​ຢູ່​ຫວຽດນາມ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ທີ່​ມາ​ຈາກ 63 ວິທະຍຸ​, ​ໂທລະພາບທ້ອງ​ຖີ່​ນ. ນີ້​ແມ່ນ​ກາລະ​ໂອກາດ​ທີ່​ດີ​ບໍ່​ພຽງ​ແຕ່ໃຫ້​​ພະນັກງານ, ນັກ​ຂ່າວ, ບັນນາ​ທິການ, ບັນດາ​ນັກ​ຄຸ້ມ​ຄອງ​ຂອງວິທະຍຸ​ກະຈາຍສຽງ​ຫວຽດນາມ​ ເທົ່າ​ນັ້ນ, ຫາກ​ໃຫ້​ທັງ​ນັກ​ຄຸ້ມ​ຄອງ, ວາງ​ແຜນ​ນະ​ໂຍບາຍ ຂອງ 63 ວິທະຍຸ​, ​ໂທລະພາບທ້ອງ​ຖີ່​ນອີກ​ດ້ວຍ. ​ເພື່ອ​ເຮັດ​ຄື​ແນວ​ໃດ​ທັງ​ພັດທະນາ​ ທັງ​ເໝາະ​ສົມ​ກັບ​ທ່າ​ອ່ຽງພັດທະນາ​ຂອງ​ບັນດາ​ພາຫະນະ​ສື່ສານ​ອື່ນໆ “.

ດ້ວຍ​ເລື່ອງ​ເປັນ​ເຈົ້າພາບ​ຈັດ​ຕັ້ງ ກອງ​ປະຊຸ​ມວິທະຍຸ​ກະຈາຍສຽງອາຊີ 2013, ອີກ​ເທື່ອ​ໜຶ່ງ​ບົດບາດ​ຂອງ​ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ຮັບ​ການ​ຢືນຢັນ​ໃນ ABU ກໍ່​ຄື​ໃນ​ເວທີ​ສາກົນ. ທ່ານ​ນາງ Vijay Sadhu, ຜູ້​ຊ່ຽວຊານ​ຂັ້ນ​ສູງ​ຂອງ ABU, ​ໃຫ້​ຮູ້​ຕື່ມ​ອີກວ່າ:

“ວິທະຍຸ​ກະຈາຍສຽງ ຫວຽດນາມ ບໍ່​ພຽງ​ແຕ່​ມີ​ບົດບາດ​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ບົດບາດ​ໃນ​ທົ່ວ​ພາກ​ພື້ນ​ອີກ​ດ້ວຍ, ​ວິທະຍຸ​ກະຈາຍສຽງ ຫວຽດນາມ ​ມີ​ທີ່​ຕັ້ງ​ໃຫຍ່​ຢູ່​ໃນ​ໂລກ ​ແລະ ​ແມ່ນ​ແບບຢ່າງ​ໃຫ້​ວິທະ​ຍຸ​ກະຈາຍສຽງ​ອື່ນໆ​ຮຳ່ຮຽນ​ເອົາ. ​ເພາະວ່າ​ຍາມ​ໃດ​​ວິທະຍຸ​ກະຈາຍສຽງ ຫວຽດນາມ ກໍ່​ມີ​ການ​ປ່ຽນ​ໃໝ່ ​ແລະ ພັດທະນາ​ຢ່າງ​ແຮງ. ຕາມ​ຂ້າພະ​ເຈົ້າ​ແລ້ວ, ວິທະຍຸ​ກະຈາຍສຽງ ຫວຽດນາມ ຍັງ​ຄົງ​ຮັກສາ​ບົດບາດ​ເປັນໜຶ່ງ​ໃນ​ບັນດາວິທະຍຸ​ກະຈາຍສຽງ ​ໃຫຍ່​ໃນ​ປະຈຸ​ບັນ.“

ດ້ວຍ​ເລື່ອງ​ເປັນ​ເຈົ້າພາບ​ຈັດ​ຕັ້ງກອງ​ປະຊຸ​ມວິທະຍຸ​ກະຈາຍສຽງອາຊີ 2013, ວິທະຍຸ​ກະຈາຍສຽງຫວຽດນາມ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ມານະ​ພະຍາຍາມ​ປ່ຽນ​ໃໝ່, ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ທ່ວງທັນ​ກັບ​ທ່າ​ອ່ຽງຂອງ​ຂະ​ແໜງວິທະຍຸ​ກະຈາຍສຽງ​ໂລກ ​ແລະ ຢືນຢັນ​ທີ່​ຕັ້ງ​ຂອງວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ໃນ​ເວທີ​ສາກົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ