ບັນ​ດາ​ຂີດ​ໝາຍ​ຂອງ Olympic Paris

(VOVWORLD) - ພາຍຫຼັງໄດ້ແຂ່ງຂັນເປັນວາເລ 2 ອາທິດ Olympic Paris ໄດ້ສ້າງຄວາມປະທັບໃຈກ່ຽວກັບດ້ານຂອບຂໜາດ, ຈຸດພິເສດສະເພາະໃນບັນດາສະຖານທີ່ແຂ່ງຂັນ ພ້ອມກັນນັ້ນກໍ່ໄດ້ນຳມາເຊິ່ງບັນຍາກາດທີ່ປະເອີບໃຈ, ຕັ້ງໜ້າໃຫ້ແກ່ປະເທດ ຝະລັ່ງ. ເຫດການກິລາໃຫ່ຍກ່ວາໝູ່ໃນໂລກ ຍັງໄດ້ເຫັນປະຈັກຕາການສ້າງສະຖິຕິໂລກໃໝ່ຈຳນວນໜຶ່ງ.
ບັນ​ດາ​ຂີດ​ໝາຍ​ຂອງ Olympic Paris - ảnh 1

ການສະແດງແສງສະຫວ່າງຢູ່ທາດ Eiffel ໃນພິທີໄຂ Olympic Paris 2024 (ພາບ: THX/TTXVN)

  ໂດຍໄດ້ເລີ່ມແຂ່ງຂັນນັບແຕ່ວັນທີ 26 ກໍລະກົດ, Olympic Paris ພວມກ້າວເຂົ້າສູ່ຊຸມວັນແຂ່ງຂັນສຸດທ້າຍ ກ່ອນທີ່ຈະດຳເນີນພິທີອັດໃນຕອນຄ່ຳວັນທີ 11 ສິງຫາ ທີ່ຈະມາເຖິງ.

ບັນ​ດາ​ຂີດ​ໝາຍ​ຂອງ Olympic Paris - ảnh 2

ທ່ານນາຍົກລັດຖະມົນຕີ ຝະລັ່ງ Gabriel Attal (ພາບ: AFP/TTXVN)

 ຜົນສຳເລັດເກີນຄວາມລໍຄອຍສຳລັບປະເທດ ຝະລັ່ງ

 Olympic Paris ໄດ້ເປີດສາກດ້ວຍພິທີໄຂທີ່ເຕັມໄປດ້ວຍຄວາມຮູ້ສຶກພາກພູມໃຈ. ນີ້ແມ່ນຄັ້ງທຳອິດໃນປະຫວັດສາດບັນດາສະໄໝ Olympic ທີ່ທັນສະໄໝ, ພິທີໄຂບໍ່ໄດ້ຈັດຂຶ້ນຢູ່ສະໜາມກິລາ ແລະ ເລື່ອງປະເທດ ຝະລັ່ງ ເລືອກເອົາແມ່ນ້ຳ Seine ແລະ ຫຼາຍກິດຈະກຳປະຫວັດສາດທີ່ໂດງດັງຂອງນະຄອນຫຼວງ  Paris ນອນໃນ 2 ຝັ່ງແມ່ນ້ຳຄື: ຂົວໃໝ່ (Pont-Neuf), ຂົວ Alexandre III, ທາດ Eiffel, ສະໜາມຫຼວງ Trocadero… ເປັນເວທີສະແດງໃຫ້ແກ່ພິທີໄຂ ໄດ້ສ້າງໃຫ້ມີຄວາມປະທັບໃຈພິເສດ. ຕໍ່ຈາກນັ້ນ, ບັນດາສະຖານທີ່ຈັດການແຂ່ງຂັນກິລາປະເພດຕ່າງໆ ກໍ່ນຳມາເຊິ່ງບັນດາພາບພົດທີ່ສວຍງາມໃຫ້ແກ່ປະເທດ ຝະລັ່ງ ຂະນະທີ່ຫຼາຍກິດຈະກຳຊື່ງແມ່ນທັດສະນີຍະພາບທ່ອງທ່ຽວ ໄດ້ຫັນເປັນສະຖານທີ່ແຂ່ງຂັນຄື: ວັງ Versailles, ວັງໃຫ່ຍ, ສະໜາມຫຼວງ Concorde, ເດີ່ນເທນນິສ Roland Garros… ທຸກຢ່າງໄດ້ຊ່ວຍໃຫ້ Olympic Paris ໄດ້ຮັບການຕີລາຄາວ່າ ແມ່ນສະໄໝ Olympic ທີ່ມີບັນດາສະຖານທີ່ແຂ່ງຂັນງາມກ່ວາໝູ່ໃນປະຫວັດສາດຂະບວນການ Olympic ທັນສະໄໝ. ນອກຈາກນັ້ນແລ້ວ, ຝະລັ່ງ ຍັງໄດ້ຮັບປະກັນວຽກງານປ້ອງກັນຄວາມສະຫງົບໄດ້ເປັນຢ່າງດີ ຢູ່ທຸກສະຖານທີ່ແຂ່ງຂັນໃນບັນດາເຂດດິນແດນຂອງຕົນ. ທ່ານ ນາຍົກລັດຖະມົນຕີ ຝະລັ່ງ Gabriel Attal, ຕີລາຄາວ່າ:

  ການປ້ອງກັນຄວາມສະຫງົບແມ່ນປັດໄຈພື້ນຖານສ້າງເປັນຜົນສຳເລັດຂອງງານມະຫາກຳກິລາ Olympic ແລະ ມາຮອດຈຸດເວລານີ້ , Olympic Paris ໄດ້ປະສົບຜົນສຳເລັດໃນທຸກດ້ານ, ພິເສດແມ່ນດ້ານານປ້ອງກັນຄວາມສະຫງົບ.

 ສຳລັບຄະນະນັກກິລາ ຝະລັ່ງ ກໍ່ໄດ້ປະສົບຜົນສຳເລັດອັນໃຫ່ຍຫຼວງ ຂະນະທີ່ຄ້ວາໄດ້ຈຳນວນຫຼຽນຫຼາຍທີ່ສຸດໃນການເຂົ້າຮ່ວມ Olympic ຄັ້ງຕ່າງໆ, ໄລ່ຮອດວັນທີ 8 ສິງຫາ, ຝະລັ່ງ ຄ້ວາໄດ້ 51 ຫຼຽນ, ໃນນັ້ນມີຫຼຽນຄຳ 13 ຫຼຽນ. ຕາມທ່ານ Patrick Mignon ນັກສັງຄົມສາດຄົ້ນຄ້ວາສະເພາະດ້ານກິລາ ແລະ ວັດທະນະທຳ, ສັງກັດສະຖາບັນກິລາ ແລະ ຜົນງານແຫ່ງຊາດ ຝະລັ່ງ (INSEP) ແລ້ວ, ຜົນສະເລັດໃນຫຼາຍດ້ານຂອງ Olympic Paris ແມ່ນໄດ້ປຸກລຸກຄວາມເອກອ້າງທະນົງໃຈຂອງ ປຊຊ ຝະລັ່ງ ແລະ ສ້າງຄວາມສາມັກຄີກັນໃນຈຸດເວລາທີ່ປະເທດ ຝະລັ່ງ ຖືກແບ່ງແຍກທີ່ສຸດ ນັບແຕ່ປີ 1968, ພາຍຫຼັງບັນດາການຜັນແປດ້ານການເມືອງຂະໜາດໃຫ່ຍ (ຝ່າຍຂວາຈັດ ໄດ້ຮັບໄຊຊະນະໃນການເລືອກຕັ້ງ ເອີລົບ, ສະພາແຫ່ງຊາດ ຝະລັ່ງ ຖືກຍຸບເລີກ) ຊື່ງໄດ້ດຳເນີນກ່ອນພຽງ 2,3 ອາທິດທີ່ Olympic Paris ຈະເລີ່ມດຳເນີນການແຂ່ງຂັນ.

ສະຖິຕິໂລກ ແລະ ບັນດາຂີດໝາຍທີ່ມະຫັດສະຈັນ

   ທີ່ Olympic Paris ແນ່ນອນວ່າ Leon Marchand ນັກກິລາປະເພດລອຍນ້ຳຂອງປະເທດເຈົ້າພາບ ແມ່ນຜູ້ພົ້ນເດັ່ນກ່ວາໝູ່, ບໍ່ພຽງແຕ່ຄ້ວາໄດ້ 4 ຫຼຽນຄຳ ແລະ 1 ຫຼຽນທອງໃຫ້ແກ່ຄະນະນັກກິລາ ຝະລັ່ງ ເທົ່ານັ້ນ, Léon Marchand ຍັງໄດ້ສ້າງບັນດາສະຖິຕິອີກດ້ວຍ ໃນຂະນະທີ່ຄ້ວາໄດ້ຄູ່ຫຼຽນຄຳໃນເນື້ອໃນລອຍກົບ 200 ແມັດ ແລະ ລອຍແມງກະເບື້ອ 200 ແມັດໃນວັນແຂ່ງຂັນດຽວ ພ້ອມທັງທຳລາຍສະຖິຕີ Olympic ໃນເນື້ອໃນລອຍປະສົມຊາຍ. Idol ກິລາໃໝ່ຂອງປະເທດ ຝະລັ່ງ ແບ່ງປັນວ່າ:

  ຜົນງານນີ້ເກືອບຄືວ່າດີເລີດສຳລັບຂ້າພະເຈົ້າ ແລະ ສ້າງຄວາມຕັ້ງໜ້າສຳລັບທິມຊາດ ຝະລັ່ງ. ພວກຂ້າພະເຈົ້າມີລຸ້ນນັກກິລາເກັ່ງຢ່າງແທ້ຈິງ ແລະ ບັນລຸໄດ້ຜົນງານທີ່ດີໃນ 3-4 ປີທີ່ຜ່ານມາ. ສຳລັບຂ້າພະເຈົ້າເອງກໍ່ແມ່ນສິ່ງທີ່ດີທີ່ສຸດ, ເລື່ອງຄ້ວາໄດ້ຫຼຽນຄຳ 4 ຫຼຽນແມ່ນຜົນງານເກີນຄວາມຝັນຂອງຂ້າພະເຈົ້າແລ້ວ.

   ນອກຈາກນັ້ນແລ້ວ, ນັກກິລາຍິງ Katie Ledecky ປະເພດລອຍນ້ຳຂອງ ອາເມລິກາ ກໍ່ໄດ້ສ້າງສະຖິຕິ ເມື່ອຄ້ວາໄດ້ຫຼຽນຄຳທີ 9 ຂະນະທີ່ໄດ້ເຂົ້າຮ່ວມງານ Olympic 4 ຄັ້ງຍ້ອນໄດ້ຮັບໄຊຊະນະທີ່ເນື້ອໃນລອຍເສລີ (ຟຼີສະຕາຍ໌) 800 ແມັດ. ສະຖິຕິອື່ນອີກອັນໜຶ່ງທີ່ີ່ໜ້າສົນໃຈໃນການແຂ່ຂັນລອຍນ້ຳ ແມ່ນຜົນງານ 46 ວິນາທີ 40 ລິບດາໃນເນື້ອໃນລອຍເສລີຊາຍ 100 ແມັດຂອງນັກກິລາ Pan Zhanle ຊາວ ຈີນ. ນີ້ບໍ່ພຽງແຕ່ສະຖິຕິໂລກໃໝ່ ໃນເນື້ອໃນນີ້ເທົ່ານັ້ນ ຫາກຍັງແມ່ນຜົນງານທີ່ກ່ອນນີ້ ຜູ້ຊ່ຽວຊານຫຼາຍທ່ານຖືວ່າ ມະນຸດຍາກທີ່ຈະສາມາດບັນລຸໄດ້ອີກດ້ວຍ.

   ໃນກິລາປະເພດຕ່າງໆ, ກໍ່ມີນັກກິລາຫຼາຍຄົນສ້າງຂີດໝາຍທີ່ດີ. ນັກກິລາປະເພດ ເທນນິສ Novak Djokovic ຊາວ Serbia ໄດ້ສຳເລັດທຸກນາມມະຍົດໃຫ່ຍ ໃນພາລະກິດຂອງຕົນ ຂະນະທີ່ໄດ້ຮັບຫຼຽນຄຳ ເນື້ອໃນຕີດຽວຊາຍ ຜ່ານນັ້ນກໍ່ໄດ້ຢັ້ງຢືນຕຳແໜ່ງແມ່ນນັກກິລາເທນນິສທີ່ມີຜົນງານຫຼາຍກ່ວາໝູ່ໃນປະຫວັດສາດແຂ່ງຂັນກິລາປະເພດນີ້. ສ່ວນໃນປະເພດຕີມວຍ, ນັກກິລາຊາວ ກູບາ Mijain Lopez ກໍ່ເຂົ້າສູ່ປະຫສັດສາດ ຂະນະທີ່ກາຍເປັນຜູ້ທຳອິດທີ່ຄ້ວາໄດ້ຫຼຽນຄຳໃນງານ Olympic 5 ຄັ້ງ./.

ຕອບກັບ

ຂ່າວ/ບົດ​ອື່ນ