ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ທາງ​ການ​​ທູດເປີດ​ປະ​ຕູການ​ເຈ​ລະ​ຈາ​ສັນ​ຕິ​ພາບ ລັດ​ເຊຍ-ຢູ​ແກຼນ

(VOVWORLD) -  ວັນທີ 10 ມີນາ, ການເຈລະຈາຂັ້ນລັດຖະມົນຕີການຕ່າງປະເທດລະຫວ່າງ ລັດເຊຍ-ຢູແກຼນ ບໍ່ບັນລຸໄດ້ຄວາມຄືບໜ້າກ່ຽວກັບຄຳສັ່ງຢຸດຍິງ, ເວັ້ນເສຍແຕ່ເລື່ອງລັດເຊຍ ຈະເປີດແລວມະນຸດສະທຳ ອະນຸຍາດໃຫ້ຍົກຍ້າຍຊາວ ຢູແກຼນ ອອກຈາກ 5 ນະຄອນຂອງປະເທດນີ້. ປະຈຸບັນ ຍັງໄວເກີນໄປ ເພື່ອໃຫ້ຂໍ້ສັງເກດກ່ຽວກັບແງ່ຫວັງຂອງການປະທະກັນຢູ່ ຢູແກຼນ, ແຕ່ຍັງເປັນທີ່ຈະແຈ້ງແລ້ວ, ຜູ້ຕາງໜ້າຂອງສອງຝ່າຍ ໄດ້ຈັດການເຈລະຈາ 3 ຄັ້ງຢ່າງລຽນຕິດໃນເວລາ 10 ກ່ວາວັນມານີ້, ພ້ອມດ້ວຍບັນດາຄວາມມານະພະຍາຍາມທາງການທູດ ໂດຍບັນດາຝ່າຍສົ່ງເສີມຢ່າງຂຸ້ນຂ້ຽວນັ້ນ, ໄດ້ສະແດງໃຫ້ເຫັນວ່າ ປະຕູແຫ່ງການເຈລະຈາ ເພື່ອແກ້ໄຂການປະທະກັນໂດຍສັນຕິວິທີ ຍັງບໍ່ທັນໄດ້ປິດເທື່ອ, ເຖິງວ່າ ໃນຕໍ່ໜ້າ ຍັງຈະຕ້ອງປະສົບຄວາມຫຍຸ້ງຍາກບໍ່ໜ້ອຍ.
ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ທາງ​ການ​​ທູດເປີດ​ປະ​ຕູການ​ເຈ​ລະ​ຈາ​ສັນ​ຕິ​ພາບ ລັດ​ເຊຍ-ຢູ​ແກຼນ - ảnh 1

 ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov (ຊ້າຍ)- ທ່ານລັດຖະມົນຕີການຕ່າງປະເທດ ຢູແກຼນ Dmytro Kuleba (ຂວາ) ທ່ານລັດຖະມົນຕີການຕ່າງປະເທດຕວກກີ ທີ່ການເຈລະຈາຢູ່ Antalya ປະເທດຕົວກີ ເມື່ອວັນທີ 10/3/2022 (ພາບ: AFP/ TTXVN)

   ນີ້ແມ່ນການພົບປະຄັ້ງທຳອິດລະຫວ່າງລັດຖະມົນຕີການຕ່າງປະເທດສອງປະເທດ ນັບແຕ່ເມື່ອ ລັດເຊຍ ດຳເນີນບັ້ນຮົບການທະຫານພິເສດຢູ່ ຢູແກຼນ ເມື່ອວັນທີ 24 ກຸມພາ. ສອງຝ່າຍໄດ້ປຶກສາຫາລືບັນດາເນື້ອໃນຕົ້ນຕໍຄື ແລວທາງມະນຸດສະທຳ, ຄຳສັ່ງຢຸດຍິງ, ບັນຫານິວເຄຼຍ ແລະ ຫຼັກໝັ້ນເປັນກາງຂອງ ຢູແກຼນ. ເຖິງແນວນັ້ນກໍ່ຕາມ, ສອງຝ່າຍບໍ່ເຫັນດີເປັນເອກະພາບ ກ່ຽວກັບບັນຫາລະອຽດໃດໜຶ່ງ, ນອກຈາກເລື່ອງຢືນຢັນ ລັດເຊຍ ເປີດແລວທາງມະນຸດສະທຳ ອະນະຍາດໃຫ້ຍົກຍ້າຍຊາວ ຢູແກຼນ ອອກຈາກ 5 ນະຄອນ, ພ້ອມທັງຈະສືບຕໍ່ດຳເນີນການພົບປະຄັ້ງຕ່າງໆຄ້າຍຄືກັນນີ້ ເພື່ອຊອກຫາບັນດາມາດຕະການໃຫ້ແກ່ສະພາບການປະຈຸບັນ.

ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ທາງ​ການ​​ທູດເປີດ​ປະ​ຕູການ​ເຈ​ລະ​ຈາ​ສັນ​ຕິ​ພາບ ລັດ​ເຊຍ-ຢູ​ແກຼນ - ảnh 2

 ຄະນະຜູ້ແທນລັດເຊຍ ແລະ ຢູແກຼນ ທີ່ຮອບເຈລະຈາທີ 3 ຢູ່ Belovezhskaya Pushcha, Belarus ເມື່ອ (ພາບ: THX/TTXVN)

ຍັງບໍ່ບັນລຸໄດ້ໝາກຜົນລະອຽດເຖິງວ່າມີເຈດຕະນາດີແລ້ວກໍ່ຕາມ

   ໃນ 10 ມືື້ຢ່າງລຽນຕິດທີ່ຜ່ານມາ, ມົດສະກູ ແລະ ກີແອບ ໄດ້ດຳເນີນ 3 ຮອບເຈລະຈາ ແຕ່ຕາມການຕີລາຄາເອງຈາກທັງສອງຝ່າຍແລ້ວ, ບັນດາຄວາມຄືບໜ້າທີ່ບັນລຸໄດ້ ແມ່ນບໍ່ໄດ້ພໍເທົາໃດ.

   ຕົວຈິງຂອງການເຈລະຈາ 3 ຄັ້ງຢູ່ ເບລາຣຸດ ສະແດງໃຫ້ເຫັນວ່າ, ລັດເຊຍ  ໄດ້ຍົກອອກບັນດາບັນຫາກ່ຽວຂ້ອງເຖິງ “ບັນດາແງ່ມູມດ້ານການເມືອງ, ບັນຫາປອດການທະຫານ ແລະ ຮັບປະກັນສະພາບເປັນກາງຂອງ ຢູແກຼນ. ໃນຂະນະທີ່ຝ່າຍ ຢູແກຼນ ໃຫ້ຮູ້ວ່າ, ກີແອບ ແລະ ມົດສະກູ ສາມາດບັນລຸໄດ້ຂໍ້ຕົກລົງກ່ຽວກັບທຸກບັນຫາ, “ເວັ້ນເສຍແຕ່ສະພາບການຂອງ Crimea ແລະ Donbass” ໝາຍຄວາມວ່າ ຢູແກຼນ ຈະບໍ່ຮັບຮູ້ຂໍ້ກຳນົດຂອງບັນດາເຂດນີ້ ຕາມຄຳຮຽກຮ້ອງຂອງລັດເຊຍ. ນັກສັງເກດການຫຼາຍທ່ານ ໄດ້ໃຫ້ຂໍ້ສັງເກດວ່າ, ເປັນທີ່ຈະແຈ້ງແລ້ວ, ໝາກຜົນຂອງບັນດາການເຈລະຈານີ້ ຍັງຖືກຊັ່ງຊາ ເຖິງວ່າທັງສອງຝ່າຍລ້ວນແຕ່ມີເຈດຕະນາດີ ຢາກພົ້ນອອກຈາກວິກິດການ ແຕ່ຍັງຮັກສາຫຼັກໝັ້ນຂອງຕົນຢູ່.

ບັນດາຄວາມມານະພະຍາຍາມທາງການທູດສືບຕໍ່ໄດ້ຮັບການຊຸກຍູ້

   ໃນສະພາບທີ່ບັນດາຄວາມເສຍຫາຍຈາກສົງຄາມ ພ້ອມດ້ວຍບັນດາການກະທົບຈາກຄຳສັ່ງລົງໂທດ-ໂຕ້ຕອບລະຫວ່າງ ລັດເຊຍ-ຝ່າຍຕາເວັນຕົກ ນັບມື້ນັບເພີ່ມຂຶ້ນນັ້ນ, ບັນດາຝ່າຍໄດ້ ແລະ ພວມສືບຕໍ່ຮີບເຮັ່ງຊຸກຍູ້ຄວາມມານະພະຍາຍາມແກ້ໄຂສະພາບການດ້ວຍທາງການທູດ.

   ຝະລັ່ງ ແລະ ເຢຍລະມັນ ສືບຕໍ່ສະແດງໃຫ້ເຫັນບົດບາດນຳພາ. ໃນໄລຍະເກີດການປະທະກັນໃນເກືອບ 2 ອາທິດມານີ້, ທ່ານປະທານາທິບໍດີຝະລັ່ງ Emmanuel Macron ໄດ້ໂທລະສັບຫາຄູ່ຮ່ວມຕຳແໜ່ງລັດເຊຍ ທ່ານ Vladimir Putin ກ່ຽວກັບບັນຫາ ຢູແກຼນ ເຖິງ 4 ເທື່ອ. ໃນຂະນະທີ່ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ຍາມໃດກໍ່ພະຍາຍາມຮັກສາຊ່ອງຕິດຕໍ່ພົວພັນກັບບັນດາການນຳ ລັດເຊຍ. ສ່ວນ ອິດສະຣາແອນ, ຕວກກີ, ອິນໂດເນເຊຍ ກໍ່ສະແດງຄວາມປາດຖະໜາ ຢາກເປັນກາງໃນການໄກ່ເກ່ຍລະຫວ່າງ ມົດສະກູ ແລະ ກີແອບ.

 ສປຊ ກໍ່ຕັ້ງໜ້າດຳເນີນການພົບປະຫຼາຍຄັ້ງ, ໃນນັ້ນ ມີບັນດາທ່ານຫົວໜ້າຄະນະຜູ້ຕາງໜ້າ ບັນດາປະເທດປະຈຳ ສປຊ, ໂດຍສະເພາະແມ່ນ ລັດເຊຍ ແລະ ຢູແກຼນ ເພື່ອຊອກຫາມາດຕະການໃຫ້ແກ່ວິກິດການ ຢູແກຼນ.

   ຄວາມເສຍຫາຍຈາກສົງຄາມນັບມື້ນັບເພີ່ມຂຶ້ນ ແລະ ແຜ່ລາມອອກໃນວົງກ້ວາງ ໄດ້ຮຽກຮ້ອງຕ້ອງມີມາດຕະການສັນຕິພາບ ໃຫ້ແກ່ບັນດາການປະທະກັນ ທີ່ນັບມື້ນັບກາຍເປັນບັນຫາຮີບດ່ວນ, ໄດ້ສ້າງກຳລັງດັນຕໍ່ຄວາມມານະພະຍາຍາມທາງການທູດ. ຄວາມສາມາດບັນລຸໄດ້ຂໍ້ຕົກລົງຢຸດຍິງ ຍັງບໍ່ທັນຈະແຈ້ງເທື່ອ, ແຕ່ບັນດາການຜັນແປໃໝ່ໃຫ້ເຫັນວ່າ ປະຕູສ້າງສັນຕິພາບຍັງບໍ່ທັນປິດລົງເທື່ອ. ເລື່ອງລັດເຊຍ ແລະ ຢູແກຼນ ໄດ້ເຂົ້າຮ່ວມໂຕະເຈລະຈາ ແຕ່ຍັງຮັກສາບັນດາທັດສະນະ, ສະນັ້ນ ຍັງບໍ່ທັນບັນລຸຄວາມເຫັນດີເຫັນພ້ອມເທື່ອ, ສະນັ້ນ, ວົງຄະນາຍາດສາກົນຫວັງວ່າ ບັນດາຄວາມມານະພະຍາຍາມເຈລະຈາ ຈະຖືກຍູ້ແຮງກ່ວາອີກ ເພື່ອມຸ່ງໄປເຖິງມາດຕະການສັນຕິພາບໃຫ້ແກ່ວິກິດການ ຢູແກຼນ, ເພື່ອຜົນປະໂຫຍດຂອງບັນດາຝ່າຍທີ່ກ່ຽວຂ້ອງ ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການພັດທະນາຂອງທົ່ວໂລກ./.

ຕອບກັບ

ຂ່າວ/ບົດ​ອື່ນ