ບັນດາບົດລາຍງານຂາດພາວະວິໄສກ່ຽວກັບສິດທິມະນຸດຢູ່ຫວຽດນາມ


(vovworld)- ວັນ​ທີ 18/4, ລັດຖະສະພາ​ເອີ​ລົບ ​ໄດ້​ອອກ​ມະຕິ​ກ່ຽວ​ກັບ​ສິດທິ​ມະນຸດ​ຂອງ​ຫວຽດນາມ,​​ ​ໃນ​ນັ້ນ ຍົກ​ອອກ​ບັນດາ​ຂໍ້​ມູນ​ຂ່າວສານ ​ແລະ ຂໍ້​ສັງ​ເກດ​ທີ່​ຖື​ວ່າ: ຫວຽດນາມ ລະ​ເມີດ​ສິດ​ເສ​ລີ​ໃນ​ການ​ປາກ​ເວົ້າ. ຕໍ່​ຈາກ​ນັ້ນ, ບົດ​ລາຍ​ງານ​ປະຈຳ​ປີ​ຂອງ​ກະຊວງ​ການ​ຕ່າງປ​ະ​ເທດ ອາ​ເມ​ລິ​ກາ ກ່ຽວ​ກັບ​ສິດທິ​ມະນຸດປີ 2012 ທີ່​ໄດ້​ຮັບ​ການປະກາດ​ພາຍຫລັງ​ມື້ຫນຶ່ງ. ນີ້​ແມ່ນ​ບັນດາ​ບົດ​ລາຍ​ງານ​ບໍ່​ຖືກ​ກັບ​ຄວາມ​ຈິງ, ​ແມ່ນ​ການ​ຈັດ​ວາງ​ແບບບັງຄັບ​ໃນ​ການ​ພົວພັນ​ສາກົນ, ບໍ່​ສອດຄ່ອງ​ກັບ​ທ່າ​ອ່ຽງ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ ຫວຽດນາມ ກັບ ອາ​ເມ​ລິ​ກາ ​ແລະ ສະຫະພາບ​ເອີ​ລົບ.

        ​ໃນ​ມະຕິ​ສະບັບ​ຫນຶ່ງ​ລວມມີ 6 ຫນ້າ, ລັດຖະສະພາ​ເອີ​ລົບ ຖື​ວ່າ: ຫວຽດນາມ ​ໄດ້​ຈັບກຸມ​ຄຸ້ມ​ຂັງ, ດຳ​ເນີນ​ການ​ພິພາກສາ​​ໂດຍບໍ່​ຍຸດຕິ​ທຳ ​ແລະ ຕັດສິນ​ລົງ​ໂທດ​ blogger ຈຳນວນ​ຫນຶ່ງ​ຂອງ​ຫວຽດນາມ. ມະຕິ​ດັ່ງກ່າວ​ໄດ້​ເຕື້ອງ​ເຖິງ​ບັນດາ​ສ່ວນ​ບຸກຄົນ​ຄື: ຫງວຽນ​ວັນ​ຫາຍ, ຕ້າ​ຟອງ​ເຕີນ ​ແລະ ຟານ​ແທນ​ຫາຍ, ຊຶ່ງ​ແມ່ນ​ບັນດາ​ບຸກ​ຄົນ​ທີ່​ຖືກ​ສານ​ຂອງ​ຫວຽດນາມ​ຕັດສິນ​ລົງ​ໂທດ​ຈຳ​ຄຸກ​ດ້ວຍ​ການ​ກະທຳ​ຜິດ “​ໂຄສະນາ​ຕ້ານ​ທຳລາຍ​ລັດ ສສ ຫວຽດນາມ” ​ແລະ ຖື​ວ່າ ຫວຽດນາມ ​ໄດ້​ຄວບ​ຄຸມ ອິນ​ເຕີ​ແນ​ັດ ​ແລະ blog ອັນ​ໄດ້​ສົ່ງ​ຜົນ​ທະ​ທ້ອນ​ເຖິງ​ເລື່ອງ​ປະຊາຊົນ​ສະ​ແດງ​ທັດສະນະ​ກໍ​ຄື​ຄວາມ​ບໍ່​ລົງ​ລອຍ​ກັນ​ຢ່າງ​ເປ​ີດ​ເຜີຍ. ສ່ວນ​ບົດ​ລາຍ​ງານ​ປະຈຳ​ປີ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ໄດ້​ອີງ​ໃສ່​ບັນດາ​ຂໍ້​ມູນ​ທີ່​ຜິດ​ເຂ​ວ​ໂດຍ​​ເຈດ​ຕະນາກ່ຽວ​ກັບ​ຫວຽດນາມ,​ສືບ​ຕໍ່​ຖື​ຫວຽດນາມ ​ແມ່ນ​ລັດ​​ແຫ່ງ​ລະບອບ​ຜະ​ເດັດ​ການ ຊື່​ງຢູ່​ນີ້ ສິດ​ການ​ເມືອງ​ຂອງ​ພົນລະ​ເມືອງ, ສິດ​ເສລີ​ໃນ​ການ​ປາກ​ເວົ້າ, ​ສິດ​ເສລີ​ທາງ​ສື່​ມວນ​ຊົນ, ສິ​ດ​ເສລີ​​ໃນ​ການ​ເຊື່ອ​ຖື​ສາສະຫນາ​ຖືກ​ຈຳກັດ.

ບັນດາບົດລາຍງານຂາດພາວະວິໄສກ່ຽວກັບສິດທິມະນຸດຢູ່ຫວຽດນາມ - ảnh 1
ໂຄສົກກະຊວງານຕ່າງປະເທດຫວຽດນາມ ເລືອງແທນຫງີ້ ຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງຫວຽດນາມຕໍ່ບົດລາຍງານ
ສິດທິມະນຸດປະຈຳປີ 2012 ຂອງກະຊວງການຕ່າງປະເທດ ອາເມລິກາ
ພາບ:baodatviet.vn

        ​ໃນ​ຂະນະ​ທີ່​ຖື​ວ່າ ຕົນ​ເອງ​ພຽງ​ມີ​ສິດພິຈາລະນາ​ກ່ຽວ​ກັບ​ສິດທິ​ມະນຸດ​ຂອງ​ປະ​ເທດ​ອື່ນ, ​ໃນ​ນັ້ນ ມີ​ຫວຽດນາມ, ​ນັບແຕ່​ກອ່ນມາ​ຮອດ​ປະຈຸ​ບັນ ອາ​ເມ​ລິ​ກາ ​ເມີນ​ເສີຍ​ຕໍ່​ບັນດາ​ການລະ​ເມີດ​ສິດທິ​ມະນຸດ​ຢູ່​ປະ​ເທດ​ຕົນ. ອາດ​ຈະ​ເຫັນ​ໄດ້​ວ່າ ຢູ່​ໃນ​ຊີວິດ​ສັງຄົມ​ອາ​ເມ​ລິ​ກາ ກໍ່​ມີ​ຫລາຍ​ບັນຫາ​ກ່ຽວ​ກັບ​ສິດທິ​ມະນຸດ, ພົ້ນ​ເດັ່ນ​ແມ່ນ​ສະພາບ​ທໍລະມານ​ທີ່​ກ່ຽວຂ້ອງ​ເຖິງ​ປືນ​ເສິກ​ພວມ​ແມ່ນ​ການ​ນາບ​ຂູ່​ຢ່າງ​ຮ້າຍ​ແຮງ​​ຕໍ່​ຊີວິດ​ການ​ເປັນ​ຢູ່ ​ແລະ ຄວາມ​ປອດ​ໄພ​​ຂອງ​ປະຊາຊົນ ອາ​ເມ​ລິ​ກາ. ​ແຕ່​ຍ້ອນ​ຖືກ​ຄອບ​ຄອງ​ຈາກ​ກຸ່ມ​ເພື່ອ​ຜົນ​ປະ​ໂຫຍ​ດ, ລັດຖະບານ​ບໍ່​ມີ​ມາດ​ຕະການ​​ເພື່ອຄວບ​ຄຸມ​ປືນຈຶ່ງ​ເຮັດ​ໃຫ້​ມີ​ຜູ້​ຖືກ​ເສຍ​ຊີວິດ​ ​ແລະ ຮັບບາດ​ເຈັບຍ້ອນ​ການ​ຍິງ​ປືນ​ຄັ້ງ​ຕ່າງໆ​ໄດ້​​ເພິ່ມຂຶ້ນ​ເຖິງນັບ​ຮ້ອຍ​ຄົນ​ໃນ​ແຕ່ລະ​ປີ. ຕາມ​ຕົວ​ເລກ​ສະຖິຕິ​ແລ້ວ, ອາ​ເມ​ລິ​ກາ ​ແມ່ນ​ປະ​ເທດນຳ​ຫນ້າກ່ຽວ​ກັບ​ຈຳນວນ​ຜູ້​ຖືກ​ເສຍ​ຊີວິດ​ຈາກ​ການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ຈຳນວນ 17 ປະ​ເທດ​ພັດທະນາ. ນອກ​ນັ້ນ, ຈຳນວນ​ຜູ້ອຶດຫິວ​ທຸກ​ຍາກ​ຢູ່ ອາ​ເມ​ລິ​ກາ ​ນັບ​ມື້​ນັບ​​ສູງ ນັບ​ແຕ່​ເມື່ອ​​ເກີດວິ​ກິດ​ການ​ການ​ເງິນ​ທ່ົວ​ໂລກ ​ໃນ 2008 ​ ​ແລະ ຊອ່ງຫວ່າງ​ລະຫວ່າງ ຜູ້​ຮັ່ງມີ​​ແລະ​ທຸກ​ຍາກສືບ​ຕໍ່​ເພີ່ມ​ຂຶ້ນ. ​ໃນ​ຂະນະ​ນັ້ນ ອາ​ເມ​ລິ​ກາລະ​ເມີດ​ສິດທິ​ມະນຸດ​ຢູ່​ບັນດາ​ປະ​ເທດ​ອື່ນ​ເປັນ​ປະຈຳ ດ້ວຍ​ການ​ແຊກ​ແຊງ​ອະທິປະ​ໄຕ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ. ​ແຕ່​ປີ 2001 - 2011, ການ​ສູ້​ຮົບ​ຕ້ານ​ກໍ​ການ​ຮ້າຍ​ຊື່​ງອາ​ເມ​ລິ​ກາ​ປຸກລະດົມ​ຢູ່ ອີຣັກ ​ແລະ ອາບ​ກາ​ນິສະຖານ ​ໄດ້​ເຮັດ​ໃຫ້ 14.000- 110.000 ຄົນ​ຖືກ​ເສຍ​ຊີວິດ​ໃນ​ແຕ່ລະ​ປີ. ອາ​ເມ​ລິ​ກາ ຖືກ​ຫລາຍ​ປະ​ເທດ​ຄັດຄ້ານ​ຢ່າງ​ແຮງ, ​ອັນ​ໄດ້ເຮັດ​ໃຫ້​ປະ​ເທດ​ນີ້​ຖືກ​ປັດ​ເຂ່ຍ​ອອກ​ຈາກ​ຄະນະ​ກຳມະການ​ສິດທິ​ມະນຸດ​ສາກົນ ທີ່​ກອງ​ປະຊຸມ​ຄັ້ງ​ທີ 57 ຂອງ​ຄະນະ​ກຳ​ມະ​ການ​ສິດທິ​ມະນຸດ ສປຊ ຢູ່ ​ເຊີ​ແນວ ​ແຕ່​ວັນ​ທີ 19/3 - 3/5/2011.

        ສ່ວນ​ບັນດາ​ບົດ​ລາຍ​ງານ ​ແລະ ມະຕິ​ຂອງ​ອາ​ເມ​ລິ​ກາ ​ແລະ ລັດຖະສະພາ​ເອີ​ລົບ ກ່ຽວ​ກັບ​ສິດທິ​ມະນຸດ​ຢູ່ ຫວຽດນາມ. ​ໃນ​ໄລຍະ​ຜ່ານ​ມາ, ຫວຽດນາມ ບັນລຸ​ໄດ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫລວງ, ​ເປັນ​ຫນ້າ​ເອກອ້າງ​ທະ​ນົງ​ໃຈ​ໃນ​ການ​ຮັບ​ປະກັນ​ສິດທິ​ມະນຸດ​​ໃນ​ທຸກ​ຂົງ​ເຂດ ຈາກ​ພົນລະ​ເຮືອນ​ຕະຫລອດ​ຮອດ​ດ້ານ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ​ສັງຄົມ. ນັ້ນ​ແມ່ນ​ບັນດາ​ຜົນງານ​ທີ່ບໍ່​ອາດ​ປະຕິ​ເສດ​ໄດ້​ໃນ​ການ​ປະຕິບັດ​ບັນດາ​ຈຸດໝາຍ​ພັດທະນາ​ສະຫັດ​ສະ​ຫວັດ, ຫລຸ​ດຜ່ອນ​ອັດຕາ​ຜູ້​ທຸກ​ຍາກ​ອຶດຫິວຢ່າງ​ວອ່ງ​ໄວ, ຍົກ​ສູງ​ລະດັບ​ຄອງ​ຊີບ​ຂອງ​ປະຊາຊົນ​ທຸກ​ດ້ານ, ປະຕິບັດ​ບັນດາ​ສົນທິສັນຍາ​ກ່ຽວ​ກັບ​ການ​ຮັບປະກັນ​ສິດ​​ແມ່ຍິງ, ​ເດັກນ້ອຍ​ຢ່າງ​ມີ​ປະສິດທິ​ຜົນ. ດັດຊະນີ​ພັດທະນາ​ມະນຸດ​ປີ 2013 ຂອງ​ໂຄງການ​ພັດທະນາ​ ສປຊ (UNDP) ປະກາດ​ເມື່ອ​ວັນ​ທີ 17/4 ສ​​ະ​ແດງ​ໃຫ້​ເຫັນ​ວ່າ ຫວຽດນາມ​ແມ່ນ​ປະ​ເທດຢືນ​ອັນ​ດັບ​ທີ 3 ​ໃນ​ອາ​ຊຽນ ກ່ຽວ​ກັບ​ດັດຊະນີ​ຄວາມ​ສະ​ເຫມີ​ພາບ​ລະຫວ່າງ​ຍິງ​ຊາຍ​, ພ້ອມ​ທັງ​ແມ່ນ​ປະ​ເທດ​ຢືນ​ອັນ​ດັບ​ທີ 48 ​ໃນ​ທົ່ວ​ໂລກ​ກ່ຽວ​ກັບ​ດັດຊະນີ​ດັ່ງກ່າວ. ນອກ​ນັ້ນ ທຸກ​ສິດ​ຂອງ​ພົນລະ​ເມືອງ​ຫວຽດນາມ,​​ໃນ​ນັ້ນ ມີ​ສິດ​ເປ​ັນ​ເຈົ້າ, ສິດ​ເສລີ​ໃນ​ການ​ປາກ​ເວົ້າ, ສິດ​ເສລີ​ທາງ​ສື່​ມວນ​ຊົນ, ສິດ​ເສລີ​​ໃນ​ການ​​ໂຮມປະຊຸມ, ສິດ​ເສລີ​​ໃນ​ການ​ເຊື່ອຖື​ສາສະຫນາ ລວ້ນ​​ແຕ່​​ໄດ້​ຮັບ​ການ​ຮັບປະກັນຈາກ​ລັດ ຫວຽດນາມ ຊື່​ງ​ໄດ້ລະ​ບຸ​ໄວ້​ໃນ​ລັດຖະທຳ​ມະ​ນູນ ​ແລະ ກົດໝາຍ.

        ຄວາມ​ຈິງ​ ລະຫວ່າງ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ແລະ ສະຫະພາບ​ເອີ​ລົບ ກໍ​ຄື​ລະຫວ່າງ ອາ​ເມລິ​ກາ, ສະຫະພາບ​ເອີ​ລົບ ກັບ​ຫລາຍ​ປ​ະ​ເທດ​ອື່ນ​ຢູ່​ໃນ​​ໂລກ ​ໄດ້ ​ແລະ ພວມ​ມີຊ່ອງ​ຫວ່າງ​ກ່ຽວ​ກັບ​ສິດທິ​ມະນຸດ. ສິ່ງ​ດັ່ງກ່າວ​ຍ້ອນ​ມີ​ຫລາຍ​ສາຍ​ເຫດ, ຍ້ອນ​ຄວາມ​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ດ້ານ​ວັດທະນະທຳ, ມູນ​ເຊື້ອ​ປະຫວັດສາດ, ລະດັບ​ການ​ພັດທະນາ. ການ​ປະຕິບັດ​ສິດທິ​ມະນຸ​ດຢູ່​ແຕ່ລະ​ປະ​ເທດ​ຕ້ອງ​ອີງ​ໃສ່​ຈຸດ​ພິ​ເສດສະ​ເພາະ​ດ້ານ​ປະຫວັດສາດ, ວັດທະນະທຳ, ສາດສະຫນາ, ການ​ເຊື່ອ​ຖື​ສາສະຫນາ, ​ເງື່ອນ​ໄຂ​ເສດ​ຖະກິດ​ສັງຄົມ​ຢູ່​ແຕ່ລະ​ປະ​ເທດ. ​ສະ​ນັ້ນ ​ໃນ​ແງ່​ມູມສາກົນ ​ແລະ ສິດອະທິປະ​ໄຕ​ຂອງ​ແຕ່ລະ​ປະ​ເທດ, ບໍ່​ມີ​ປະ​ເທດ​ໃດ​ສາມາດ​ເປັນ​ແບບຢ່າງກ່ຽວ​ກັບ​ສິດທິ​ມະນຸດ​​ໃຫ້​ແກ່​ປະ​ເທດອື່ນ​ໄດ້. ສະ​ນັ້ນ​ ອາ​ເມ​ລິ​ກາ ​ແລະ ສະຫະພາບ​ເອີ​ລົບ ມີ​ຄວາມ​ຜິດພາດ​ເມື່ອ​ຈັດ​ວາງ​ບັງ​ຄັບ​ມາດ​ຖານ​ກ່ຽວ​ກັບ​ສິດທິ​ມະນຸດ​ຂອງ​ຕົນ​ທີ່​ມີ​ຕໍ່ ຫວຽດນາມ ​. ສິ່ງ​ດັ່ງກ່າວ​ບໍ່​ສອດຄ່ອງ​ກັບ​ວິວັດ​ການ​ເພີ່ມ​ທະວີ​ການ​ໂອ້​ລົມ​ສົນທະນາ​ເພື່ອ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ສິດທິ​ມະນຸດ​ລະຫວ່າງ ຫວຽດນາມ ກັບ​ບັນດາ​ປະ​ເທດ, ກີດຂວາງ​ວິວັດ​ການ​ພັດທະນາ​ການ​ພົວພັນ​ທຸກ​ດ້ານ​ລະຫວ່າງ ຫວຽດນາມ ​ກັບ ອາ​ເມ​ລິ​ກາ ​ແລະ ສະຫະ​ພາບ​ເອີ​ລົບ.



ຕອບກັບ

ຂ່າວ/ບົດ​ອື່ນ