ບັນ​ດາ​ໜ້າ​ທີ່​ການພົວ​ພັນ​ຕ່າງ​ປະ​ເທດຂອງ​ຫວຽດ​ນາມ​ໃນ​ປີ 2021

(VOVWORLD) - ທ່ວງທາ ແລະ ກຳລັງໃໝ່ຂອງປະເທດຊາດ ພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່, ຄວາມໝັ້ນຄົງເຂັ້ມແຂງ, ຄວາມສາມັກຄີຂອງທົ່ວລະບົບການເມືອງ, ຄວາມໄວ້ເນື້ອເຊື່ອໃຈ, ການຮ່ວມເດີນທາງ, ການສະໜັບສະໜູນຈາກປະຊາຊົນກໍ່ຄືການເຕີບໃຫຍ່, ຄວາມສຸດຈິດສຸດໃຈຂອງຖັນແຖວພະນັກງານເຮັດວຽກງານພົວພັນຕ່າງປະເທດ. ບັນດາປັດໄຈທັງໝົດເຫຼົ່ານີ້ ແມ່ນປະຖົມປັດໄຈຢ່າງໝັ້ນແກ່ນເພື່ອໃຫ້ ຫວຽດນາມກ້າວເຂົ້າສູ່ປີ 2021 ແລະຊຸມປີຕໍ່ໄປ ດ້ວຍຈິດໃຈໃໝ່

ບັນ​ດາ​ໜ້າ​ທີ່​ການພົວ​ພັນ​ຕ່າງ​ປະ​ເທດຂອງ​ຫວຽດ​ນາມ​ໃນ​ປີ 2021 - ảnh 1ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ
(ພາບ: nhandan.com.vn)

ປີ 2021 ແມ່ນປີທຳອິດທີ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ແຜນການພັດທະນາເສດຖະກິດ - ສັງຄົມ 2021 – 2025 ແລະຍຸດທະສາດພັດທະນາເສດຖະກິດ - ສັງຄົມ 2021 – 2030, ສ້າງພື້ນຖານເພື່ອປະຕິບັດຄາດຫວັງພັດທະນາ, ຍົກສູງທີ່ຕັ້ງບົດບາດຂອງຫວຽດນາມໃນເວທີສາກົນ.

ຜັນຂະຫຍາຍແນທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ

ໜ້າທີ່ຈຸດສຸມຂອງການພົວພັນຕ່າງປະເທດຫວຽດນາມໃນປີ 2021 ແມ່ນຈັດຕັ້ງຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ສືບຕໍ່ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ເຮັດໃຫ້ການພົວພັນກັບບັນດາປະເທດເລິກເຊິ່ງກ່ວາອີກ, ປົກປັກຮັກສາອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຢ່າງໝັ້ນຄົງ, ປະກອບສ່ວນປັບປຸງສະພາບແວດລ້ອມແຫ່ງສັນຕິພາບ,  ລະດົມບັນດາກຳລັງພາຍນອກເພື່ອຮັບໃຊ້ການພັດທະນາ, ຍົກສູງທີ່ຕັ້ງບົດບາດຂອງປະເທດຊາດ.

ໃນສະພາບການໂລກແລະພາກພື້ນມີບັນດາການຜັນແປຢ່າງສັບສົນແບບບໍ່ເຄີຍມີມາກ່ອນ, ເປັນຕົ້ນແມ່ນໂລກລະບາດໂຄວິດ - 19 ຊຶ່ງໄດ້ກໍ່ຜົນກະທົບຕໍ່ທຸກດ້ານໃນການດຳລົງຊີວິດແລະການພົວພັນສາກົນຢ່າງເລິກເຊິ່ງແລະຮອບດ້ານ, ວຽກງານການພົວພັນຕ່າງປະເທດຂອງຫວຽດນາມແມ່ນສືບຕໍ່ມານະພະຍາຍາມຜ່ານຜ່າສິ່ງທ້າທາຍ, ສ້າງແລະຍາດແຍ່ງກາລະໂອກາດ, ຜັນຂະຫຍາຍຢ່າງຄົບຊຸດແລະຮອບດ້ານ, ມີການຮັບມືຢ່າງຂະຫຍັນຂັນເຄື່ອນ, ຍາດແຍ່ງບັນດາແຫຼ່ງກຳລັງພາຍນອກຢ່າງສຸດຂີດເພື່ອຮັບໃຊ້ໃຫ້ແກ່ເປົ້າໝາຍກ່ອນອື່ນໝົດແມ່ນ ປີ 2025 ຕ້ອງຜ່ານຜ່າດັກການຕົກບ້ວງລາຍຮັບປານກາງ, ສ້າງປະຖົມປັດໄຈເພື່ອປະຕິບັດຮອດປີ 2030, 2045 ກາຍເປັນປະເທດພັດທະນາທີ່ມີລາຍຮັບສູງ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມຫງວຽນມິງຫວູເນັ້ນໜັກວ່າ:

ເພື່ອປະຕິບັດ, ມີ 3 ຈຸດສຸມໃນການພົວພັນຕ່າງປະເທດຕ້ອງຜັນຂະຫຍາຍ. ກ່ອນອື່ນໝົດ, ນຳການພົວພັນລະຫວ່າງຫວຽດນາມກັບບັນດາຄູ່ຮ່ວມມືຍຸດທະສາດ, ຮອບດ້ານເຂົ້າສູ່ລວງເລິກ, ແທດຈິງ, ຍືນຍົງກ່ວາອີກ, ໃນນັ້ນຕ້ອງເອົາໃຈໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ວິທະຍາສາດເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດຄິດສ້າງ, ຫັນເປັນດີຈີຕອນ, ການສຶກສາບຳລຸງສ້າງ… ທີ 2 ແມ່ນການສົມທົບກັນລະຫວ່າງການພົວພັນທາງດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບການຕ່າງປະເທດ ແລະ ລະຫວ່າງບັນດາຊ່ອງທາງການພົວພັນຕ່າງປະເທດຂອງພັກ, ລັດ, ປະຊາຊົນຕ້ອງຮ່ວມແຮງຮ່ວມໃຈໃນການປະຕິບັດຍຸດທະການຢ່າງໝັ້ນຄົງ ເພື່ອປົກປ້ອງຜົນປະໂຫຍດຂອງພວກເຮົາ, ຊຸກຍູ້ຄວາມໝັ້ນຄົງ, ເສີມຂະຫຍາຍທ່າແຮງຂອງການພົວພັນຕ່າງປະເທດເພື່ອແກ້ໄຂບັນດາຄວາມສ່ຽງຕໍ່ຄວາມສະຫງົບແຫ່ງຊາດ, ບັນດາສິ່ງທ້າທາຍຕໍ່ຄວາມສະຫງົບແບບເກົ່າແລະແບບໃໝ່ໂດຍໄວ,

ເພື່ອສືບຕໍ່ຍົກສູງບົດບາດຂອງຫວຽດນາມບົນເວທີສາກົນຄືຄຳເວົ້າຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມຫງວຽນຝູຈ້ອງທີ່ວ່າ: “ບໍ່ມີຍາມໃດທີ່ພາລະກິດຂອງຫວຽດນາມບົນເວທີສາກົນພັດສູງຄືປັດຈຸບັນ”, ໜ້າທີ່ຂອງການພົວພັນຕ່າງປະເທດຫວຽດນາມໃນປີ 2021 ແມ່ນສືບຕໍ່ຜັນຂະຫຍາຍບົດບາດຂອງການພົວພັນຕ່າງປະເທດຫຼາຍຝ່າຍ, ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມເປັນເຈົ້າການແລະຄວາມຮັບຜິດຊອບຂອງປະຊາຄົມສາກົນ ເພື່ອພ້ອມກັບສາກົນແກ້ໄຂບັນດາສິ່ງທ້າທາຍລວມຂອງພາກພື້ນ ແລະທົ່ວໂລກຢ່າງມີປະສິດທິຜົນ. ທ່ານຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ:

ຫວຽດນາມສືຕໍ່ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນຜ່ານບັນດາການເຄື່ອໄຫວຢູ່ສະພາຄວາມໝັ້ນຄົງ . ແຕ່ວ່າໃນອາຊຽນ, ພວກເຮົາຕ້ອງເຮັດແນວໃດເພື່ອເສີມຂະຫຍາຍໄດ້ບັນດາໝາຜົນຂອງປີປະທານອາຊຽນທີ່ຜ່ານມາ, ສືບຕໍ່ຮັກສາທ່າພັດທະນາຂອງອາຊຽນກໍ່ຄືບັນດາຂໍ້ລິເລີ່ມ, ເນື້ອໃນຂອງອາຊຽນໃນປີ 2020. ຫວຽດນາມໄດ້ເຂົ້າຮ່ວມ, ລົງນາມບັນດາສັນຍາການຄ້າເສລີແລະ ສືບຕໍ່ຈະມີບັນດາສັນຍາການຄ້າເສລີທີ່ໄດ້ຮັບການໃຫ້ສັດຕະຍາບັນ. ເພາະສະນັ້ນ, ຕ້ອງເຮັດແນວໃດເພື່ອປະຕິບັດ ແລະ ຍາດແຍ່ງບັນດາກາລະໂອກາດຈາກບັນດາສັນຍາການຄ້າເສລີຢ່າງມີປະສິດທິຜົນ. ແລະໜ້າທີ່ສຳຄັນທີ່ສຸດ, ນັ້ນແມ່ນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ປົປັກຮັກສາເອກະລາດ, ອະທິປະໄຕເຂດທະເລໝູ່ເກາະຂອງປະເທຊາດ. ນັ້ນແມ່ນເປົ້າໝາຍທີ່ໃຫຍ່ຫຼວງ  ແລະ ລຸລ່ວງ

ຕາມບົດລາຍງານການເມືອງເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ທີ່ຫາກໍ່ໄດ້ເຕື້ອງເຖິງຫຼາຍບັນຫາສຳຄັນ, ໃນນັ້ນໄດ້ຕີລາຕາວ່າ ວຽກງານການພົວພັນຕ່າງປະເທດໃນໄລຍະທີ່ຜ່ານມາບັນລຸໄດ້ຜົນງານທີ່ມີຄວາມໝາຍສຳຄັນຫຼາຍຢ່າງ, ສ້າງໄດ້ບັນດາຂີດໝາຍທີ່ພົ້ນເດັ່ນ. ຫວນຄືນປີ 2020, ເຊິ່ງແມ່ນປີທີ່ເຕັມໄປດ້ວຍສິ່ງທ້າທາຍ, ຫວຽດນາມໄດ້ຮັບຕຳແໜ່ງຄວບຄູ່ ທັງເປັນປະທານ ອາຊຽນ 2020, ທັງເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ. ຄຽງຄູ່ກັນນັ້ນ, ໂດຍບໍ່ຫົວຊາຕໍ່ໂລກລະບາດໂຄວິດ - 19, ທ່າຮ່ວມມືລະຫວ່າງຫວຽດນາມແລະບັນດາປະເທດຍັງໄດ້ຮັບການຮັກສາແລະພັດທະນາ, ຊ້ຳບໍ່ໜຳຍັງກ້າວກະໂດດຂັ້ນດ້ວຍບັນດາສັນຍາ FTA ທີ່ໄດ້ຮັບການລົງນາມແລະມີຜົນສັກສິດ. ອາດເວົ້າໄດ້ວ່າ, ໃນຍາມຍິ່ງມີຄວາມຫຍຸ້ງຍາກ, ບັນດາຂີດໝາຍທີ່ເຂັ້ມຂຸ້ນໄປດ້ວຍຈິດໃຈຫວຽດນາມກໍ່ຍິ່ງໄດ້ຮັບການທະວີຄູນແລະພົ້ນເດັ່ນຂຶ້ນ, ເພື່ອຢັ້ງຢືນບົດບາດແລະທີ່ຕັ້ງຂອງປະເທດຊາດ, ທັງປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບແລະພັດທະນາຢູ່ພາກພື້ນແລະໂລກ.

ດ້ວຍບັນດາຂີດໝາຍແຫ່ງຜົນສຳເລັດນັ້ນ, ຫວຽດນາມສາມາດມີຄວາມເອກອ້າງທະນົງໃຈກ້າວເດີ່ນບົນເສັ້ນທາງເຊື່ອມໂຍງແລະພັດທະນາພ້ອມກັບປະຊາຄົມສາກົນຢ່າງໝັ້ນຄົງ. ຫວຽດນາມຈະປະຕິບັດບັນດາໜ້າທີ່ການພົວພັນຕ່າງປະເທດໃນປີ 2021 ຢ່າງມີໄຊ, ຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຢ່າງມີປະສິດທິຜົນ, ເພື່ອໃຫ້ທີ່ຕັ້ງບົດບາດຂອງຫວຽດນາມນັບມື້ນັບສູງຂຶ້ນ, ສະແດງໃຫ້ເຫັນກຳລັງແຮງຂອງປະເທດຊາດແລະຄວາມມຸ່ງຫວັງໃນການພັດທະນານັບມື້ນັບເຕີບໃຫຍ່ເຂັ້ມແຂງ, ວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ