ຕ້ານ​ການ​ຂຸດ​ຄົ້ນ IUU - ໜ້າ​ທີ່​ສຳ​ຄັນ ແລະ ຈຳ​ເປັນ

(VOVWORLD) - ວັນທີ 5 ມິຖຸນາ ແມ່ນວັນສາກົນຕ້ານການຫາປາແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ. ໃນໄລຍະຜ່ານມາ, ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍມາດຕະການຢ່າງຂ້ຽວຂາດ ເພື່ອແນໃສ່ປະຕິບັດການຕ້ານການຂຸດຄົ້ນສິນທະເລ ແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (ຕ້ານການຂຸດຄົ້ນ IUU) ຢ່າງມີປະສິດທິຜົນ. ນີ້ແມ່ນໜ້າທີ່ສຳຄັນ ແລະ ຈຳເປັນ, ເປັນຕົ້ນແມ່ນໃນສະພາບການ ຫວຽດນາມ ພວມມານະພະຍາຍາມ ແກ້ໄຂບັນຫາບັດເຫຼືອງ IUU ຂອງ ຄະນະກຳມະການເອີລົບ (EU).

ຕ້ານ​ການ​ຂຸດ​ຄົ້ນ IUU - ໜ້າ​ທີ່​ສຳ​ຄັນ ແລະ ຈຳ​ເປັນ - ảnh 1ພາບປະກອບ: TTXVN

ຫວຽດນາມ ກຳນົດວ່າ ການຕ້ານການຂຸດຄົ້ນ IUU ແມ່ນໜ້າທີ່ສຳຄັນ, ມີຄວາມຈຳເປັນ, ມີຄວາມໝາຍຍາວນານ ຕໍ່ການພັດທະນາແບບຍືນຍົງຂອງຂະແໜງສິນໃນນ້ຳ, ແມ່ນຄວາມຮັບຜິດຊອບຂອງທົ່ວລະບົບການເມືອງ ແລະ ທົ່ວສັງຄົມ.

ສືບຕໍ່ມານະພະຍາຍາມແກ້ໄຂບັນຫາບັດເຫຼືອງ IUU

ແຜນນະໂຍບາຍລຸລ່ວງຂອງພັກ, ລັດ ຫວຽດນາມ ແມ່ນຢຶດໝັ້ນ ໃນການຕ້ານການຂຸດຄົ້ນສິນທະເລ IUU, ປົກປັກຮັກສາມະຫາສະໝຸດ, ແຫຼ່ງຜົນປະໂຫຍດສິນທະເລ, ພັດທະນາແບບຍືນຍົງ; ສົມທົບກັນຢ່າງແໜ້ນແຟ້ນ ລະຫວ່າງການພັດທະນາເສດຖະກິດ ກັບການປົກປັກຮັກສາ ອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ; ເຄົາລົບກົດໝາຍສາກົນ.

ທີ່ກອງປະຊຸມຜັນຂະຫຍາຍການປະຕິບັດແຜນການຕ້ານການຫາປາ IUU ຫວ່າງແລ້ວນີ້, ຜູ້ຕາງໜ້າກົມສິນໃນນ້ຳ ໃຫ້ຮູ້ວ່າ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ພວມສົມທົບກັບກະຊວງຕຳຫຼວດ ຜັນຂະຫຍາຍການສຳຫຼວດກວດກາຂໍ້ມູນກ່ຽວກັບເຮືອກຳປັ່ນການຫາປາຕາມຂໍ້ມູນຂອງເຈົ້າຂອງກຳປັ່ນ ໃນໂປແກຼມ VNeID. ລັດຖະບານ ໄດ້ປະກາດໃຊ້ມະຕິເລກທີ 44 ອອກໃນວັນທີ 5 ເມສາປີ 2024 ກ່ຽວກັບບັນຫານີ້, ໃນນັ້ນໄດ້ຊີ້ແຈ້ງກ່ຽວກັບການປະມວນຂໍ້ມູນ ຈະໄດ້ປະຕິບັດສຳເລັດກ່ອນວັນທີ 1 ກໍລະກົດ ປີ 2024. ໃນຂະນະນັ້ນ, ກົມກວດກາການປະມົງໄດ້ສ້າງໃບສະເໜີ ຍືນທ່ານຮອງລັດຖະມົນຕີ ຟຸງດຶກຕຽນ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບ IUU ເພື່ອຂໍຄຳເຫັນກ່ຽວກັບການຈັດຕັ້ງຄະນະປະຕິບັດງານໄປຍັງ 28 ແຂວງ, ນະຄອນແຄມທະເລ. ຄາດວ່າໃນເດືອນນີ້, ຄະນະກວດກາລະຫວ່ງຂະແໜງ, ລວມມີກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ… ຈະໄປຕິດຕາມກວດກາຢູ່ ນິງທ້ວນ, ບິ່ງທ້ວນ, ກ໋ວາງຫງາຍ, ກ໋ວາງນາມ, ດ່ານັ້ງ. ໃນເດືອນກໍລະກົດ ແມ່ນ ເບັ້ນແຈ, ຕຽນຢາງ, ນະຄອນໂຮ່ຈີມິນ, ບ່າເຣ້ຍ - ຫວູງເຕົາ, ຊອກຈັງ, ຈ່າວິງ. ໃນເດືອນສິງຫາ ແລະ ອາດຈະແກ່ຍາວຮອດເດືອນກັນຍາ, ຄະນະຈະໄປກວດກາຄືນຢູ່ບັນດາແຂວງຍັງເຫຼືອຢູ່ເຂດທິດເໜືອ. ກ່າວຄຳເຫັນທີ່ກອງປະຊຸມຄະນະຊີ້ນຳ IUU, ໃນວັນທີ 21 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນກ໋ວາງຮຸ່ງ, ຫົວໜ້າກົມກວດກາການປະມົງ (ກະຊວງກະສິກຳ ແລະ ພັດທະນາຊົນນະບົດ), ເນັ້ນໜັກວ່າ:

ບົດບາດຂອງກຳລັງປ້ອງກັນຊາຍແດນ, ຄະນະຄຸ້ມຄອງບັນດາທ່າກຳປັ່ນຫາປາ, ອົງການຄຸ້ມຄອງສິນໃນນ້ຳທ້ອງຖິນ ມີຄວາມສຳຄັນທີ່ສຸດ. ບັນດາທ້ອງຖິ່ນ ຄວບຄຸມ ແລະ ສ້າງບັນຊີລາຍຊື່ເພື່ອຮັບປະກັນທ່າກຳປັ່ນຫາປາບໍ່ໄດ້ຂຸດຄົ້ນຢູ່ເຂດທະເລຕ່າງປະເທດ; ຮັບປະກັນວຽກງານຄົ້ນຫາຕົ້ນກຳເນີດແຫຼ່ງສິນໃນນ້ຳ; ເພີ່ມທະວີການຄວບຄຸມຢັ້ງຢືນຢູ່ບັນດາທ່າກຳປັ່ນ ກໍ່ຄືການຢັ້ງຢືນຢູ່ບັນດາອົງການກວດກາການປະມົງ. ບັນດາວິສາຫະກິດຕ້ອງຮັບປະກັນ 100%ສິນໃນນ້ຳສົ່ງອອກໄປຍັງຕະຫຼາດ EU ແລະ ບັນດາຕະຫຼາດອື່ນໆແມ່ນຜະລິດຕະພັນຖືກຕ້ອງຕາມກົດໝາຍ.

ຕ້ານ​ການ​ຂຸດ​ຄົ້ນ IUU - ໜ້າ​ທີ່​ສຳ​ຄັນ ແລະ ຈຳ​ເປັນ - ảnh 2ທ່ານ ຫງວຽນກ໋ວາງຮຸ່ງ, ຫົວໜ້າກົມກວດກາການປະມົງ  (ພາບ: haiquanonline.com.vn)

ປະສິດທິຜົນໃນເບື້ອງຕົ້ນ

ໂດຍແມ່ນປະເທດຢູ່ແຄມທະເລມີ ກຳປັ່ນຫາປາໄກຝັ່ງເປັນຈຳນວນຫຼາຍ, ຫວຽດນາມ ສວມບົດບາດສຳຄັນໃນການຜະລິດ ແລະ ສົ່ງອອກປາໃນທົ່ວປະເທດ, ກວມເອົາປະມານ 5% ປະລິມານສິນໃນນ້ຳທົ່ວໂລກ.

ດ້ວຍການເຂົ້າຮ່ວມຂອງລັດຖະບານ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ, ວຽກງານການຕ້ານການຂຸດຄົ້ນ IUU ຂອງ ຫວຽດນາມ ໃນໄລຍະຜ່ານມາ ໄດ້ບັນລຸ ບັນດາໝາກຜົນລະອຽດຄື: ກອບນິຕິກຳຂອງ ຫວຽດນາມ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງສາກົນກ່ຽວກັບການຕ້ານການຂຸດຄົ້ນ IUU ໂດຍພື້ນຖານ; ຈຳນວນກຳປັ່ນຫາປາ ແລະ ກຳລັງຂຸດຄົ້ນຫຼຸດລົງເທື່ອລະກ້າວ.

ສິ່ງທີ່ເປັນໜ້າສົນໃຈນັ້ນ, ຢູ່ແຂວງຕຽນຢາງ ນັບແຕ່ປີ 2023 ມາຮອດປັດຈຸບັນ, ບໍ່ມີກຳປັ່ນຫາປາລະເມີດເຂດທະເລຕ່າງປະເທດ ຖືກກັກຍ້ອນການຫາປາແບບຜິດກົດໝາຍ. ທ່ານ ຫງວຽນວັນເໝິ່ນ, ຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ຕຽນຢາງ ຖືວ່າ:

ສະຕິປະຕິບັດຖືກຕ້ອງຕາມກົດໝາຍໃນການຂຸດຄົ້ນສິນໃນນ້ຳຂອງຊາວປະມົງນັບມື້ນັບເພີ່ມຂຶ້ນ. ທຸກໆກຳປັ່ນເຂົ້າຮ່ວມການຂຸດຄົ້ນໄກຝັ່ງລ້ວນແຕ່ໄດ້ຕິດຕັ້ງວັດຖຸອຸປະກອນຕິດຕາມກວດກາ ການເດີນເຮືອ ແລະ ຮັກສາເມື່ອເຄື່ອນໄຫວ, ວຽກງານທຽບທ່າກຳປັ່ນ, ອອກທ່າກຳປັ່ນໄດ້ຮັບການປະຕິບັດເປັນຢ່າງດີ, ຮັບປະກັນການປະຕິບັດລະບຽບການຢ່າງຄົບຖ້ວນ ເມື່ອໄປຂຸດຄົ້ນ. ການຈົດ ບັນທຶກປະຈຳວັນໃນການຂຸດຄົ້ນໄດ້ກາຍເປັນຄວາມລຶ້ງເຄີຍສຳລັບຊາວປະມົງ. ນີ້ແມ່ນໝາກຜົນຊ່ວຍໃຫ້ແຂວງ ປະຕິບັດສຳລັດບັນດາໜ້າທີ່ຕ້ານການຂຸດຄົ້ນ IUU ໂດຍພື້ນຖານ.

ສ່ວນຢູ່ແຂວງ ກຽນຢາງ, ມາຮອດປັດຈຸບັນ, ມີ 100% ກຳປັ່ນຫາປາຂອງແຂວງ ໄດ້ຈົດທະບຽນ; ທຸກກຳປັ່ນມີລວງຍາວ 15 ແມັດຂຶ້ນໄປໄດ້ຮັບການຕິດຕັ້ງວັດຖຸອຸປະກອນຕິດຕາມການເດີນເຮືອ VMS ຕາມຂໍ້ກຳນົດ. ທ່ານ ເລຮຶວຮວານ, ຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ກຽນຢາງ ໃຫ້ຮູວ່າ:

ພວກຂ້າພະເຈົ້າໄດ້ສຸມໃສ່ແກ້ໄຂ, ກວດກາບັນດາເຫດການຢ່າງເຖິງຖອງ; ໂຄສະນາໃຫ້ພໍ່ແມ່ປະຊາຊົນຊາວປະມົງ ເຫັນໄດ້ວ່າ ຖ້າປະຕິບັດບໍ່ຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ ຈະຖືກປັບໄໝຢ່າງເຂັ້ມງວດ. ພວກຂ້າພະເຈົ້າກໍ່ສຸມໃສ່ເຂົ້າການຕິດຕາມກວດກາ, ຄົ້ນຫາຕົ້ນກຳເນີນຂອງຜະລິດຕະພັນສິນໃນນ້ຳ ທີ່ໄດ້ຂຸດຄົ້ນມາ, ພິເສດແມ່ນບັນດາທ່າກຳປັ່ນໄດ້ກຳນົດ.

ການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍປະຕິບັດຕາມຂໍ້ກຳນົດແມ່ນກຳລັງໜູນເພື່ອປ່ຽນແປງໃໝ່ອາຊີບຫາປາ ຂອງ ຫວຽດນາມ ຕາມທິດດີກວ່າ, ມີຄວາມຮັບຜິດຊອບກ່ວາ. ນີ້ກໍ່ແມ່ນເງື່ອນໄຂເພື່ອໃຫ້ EC ອາດຈະຖອນ ບັດເຫຼືອງ IUU ສຳລັບສິນໃນນ້ຳ ຫວຽດນາມ ໂດຍໄວ, ພາຍຫຼັງການກວດກາຄັ້ງທີ 5, ຄາດວ່າຈະດຳເນີນໃນເດືອນກັນຍາ, ເດືອນຕຸລາຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ