ອິນ​ເດຍ ສຳ​ເລັດ​ການ​ເລືອກ​ຕັ້ງ​ຄັ້ງ​ປະ​ຫວັດ​ສາດ

(VOVWORLD) - ວັນທີ 04 ມິຖຸນາ ອິນເດຍ ໄດ້ດຳເນີນການນັບບັດການເລືອກຕັ້ງທົ່ວປະເທດທີ່ແກ່ຍາວເປັນເວລາກວ່າ 6 ອາທິດ. ການເລືອກຕັ້ງທີ່ສັບສົນ ແລະ ມີຂອບຂະໜາດໃຫຍ່ສຸດໃນໂລກ ໄດ້ດຳເນີນໄປດ້ວຍດີ ແລະ ປະສົບຜົນສຳເລັດ, ສ້າງປະຖົມປັດໄຈເພື່ອໃຫ້ ອິນເດຍ ແກ້ໄຂບັນດາສິ່ງທ້າທາຍໃຫຍ່ທາງດ້ານເສດຖະກິດ ແລະ ສັງຄົມ ພາຍຫຼັງການເລືອກຕັ້ງ.

ໂດຍເລີ່ມແຕ່ວັນທີ 19 ເມສາ, ການເລືອກຕັ້ງທົ່ວປະເທດຢູ່ ອິນເດຍ ໄດ້ຈັດຂຶ້ນເປັນ 7 ໄລຍະ ແລະ ອັດລົງໃນວັນທີ 01 ມິຖຸນາ. ຜູ້ມີສິດເລືອກຕັ້ງ ອິນເດຍ ກວ່າ 642 ລ້ານຄົນ ໄດ້ເຂົ້າຮ່ວມການປ່ອນບັດ ເພື່ອຄັດເລືອກສະມາຊິກສະພາຕ່ຳ ອິນເດຍ 543 ທ່ານ, ຜ່ານນັ້ນ ກໍຄັດເລືອກເອົາພັກທີ່ຊີ້ນຳນຳພາ ອິນເດຍ ໃນໄລຍະ 5 ປີ ຈະມາເຖິງ.

ອິນ​ເດຍ ສຳ​ເລັດ​ການ​ເລືອກ​ຕັ້ງ​ຄັ້ງ​ປະ​ຫວັດ​ສາດ - ảnh 1ຈຸດປ່ອນບັດ ຢູ່ Jalandhar ໃນວັນທີ 1/6/2024 (ພາບ: AFP/TTXVN)

 ການເລືອກຕັ້ງຄັ້ງປະຫວັດສາດ

        ການເລືອກຕັ້ງທົ່ວປະເທດຢູ່ປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກນີ້ ໄດ້ຮັບຖືວ່າປະສົບຜົນສຳເລັດ. ໃນ 6 ເດືອນດຳເນີນການເລືອກຕັ້ງທົ່ວປະເທດ, ບໍ່ເກີດມີບັນຫາໃດເປັນໜ້າສົນໃຈ, ເຖິງວ່າມີບັນດາຄວາມວິຕົກກັງວົນໃຫຍ່ກ່ຽວກັບດ້ານຄວາມໝັ້ນຄົງ, ພິເສດແມ່ນຢູ່ບາງລັດທາງພາກໃຕ້ ແລະ ບາງລັດ ທີ່ຜູ້ມີສິດເລືອກຕັ້ງເຊື່ອຖືສາສະໜາອິດສະລາມເປັນສ່ວນໃຫຍ່. ເງື່ອນໄຂດິນຟ້າອາກາດຮ້າຍແຮງ ໄດ້ເຮັດໃຫ້ນັບໝື່ນຄົນເປັນຊອັດກັບອາກາດ ແລະ ມີຜູ້ເສຍຊີວິດຢ່າງໜ້ອຍສຸດກວ່າ 50 ຄົນ ກໍຕາມ, ແຕ່ກໍ່ບໍ່ເຮັດໃຫ້ອັດຕາຜູ້ເຂົ້າຮ່ວມການປ່ອນບັດເລືອກຕັ້ງຫຼຸດລົງຫຼາຍພໍປານໃດ. ຜ່ານການສະຖິຕິໄດ້ຊີ້ໃຫ້ເຫັນວ່າ ມີປະມານກວ່າ 66% ຂອງຈຳນວນຜູ້ມີສິດເລືອກຕັ້ງທັງໝົດເກືອບ 970 ລ້ານຄົນ ໄດ້ເຂົ້າຮ່ວມການປ່ອນບັດ, ເຊິ່ງຕ່ຳກວ່າອັດຕາຂອງການເລືອກຕັ້ງທົ່ວປະເທດປີ 2019 ພຽງແຕ່ປະມານກວ່າ 1% ເທົ່ານັ້ນ. ທ່ານ Rajiv Kumar ປະທານຄະນະກຳມະການເລືອກຕັ້ງ ອິນເດຍ ຖະແຫຼງວ່າ:

        “ພວກຂ້າພະເຈົ້າ ໄດ້ສ້າງສະຖິຕິໂລກ ດ້ວຍຈຳນວນຜູ້ມີສິດເລືອກຕັ້ງ ອິນເດຍ 642 ລ້ານຄົນ ເຂົ້າຮ່ວມການເລືອກຕັ້ງ, ເຊິ່ງເປັນຕົວເລກທີ່ຫຼາຍກວ່າທົບ 1,5 ເທົ່າ ເມື່ອທຽບໃສ່ການປ່ອນບັດຂອງບັນດາປະເທດອຸດສາຫະກຳພັດທະນາ - G7 ທັງໝົດບວກເຂົ້າ ແລະ ຫຼາຍກວ່າທົບ 2,5 ເທົ່າ ເມື່ອທຽບໃສ່ຈຳນວນຜູ້ມີສິດເລືອກຕັ້ງເຂົ້າຮ່ວມການປ່ອນບັດຂອງ 27 ປະເທດສະຫະພາບເອີຣົບ (EU). ນີ້ແມ່ນກຳລັງແຮງທີ່ບໍ່ໜ້າເຊື່ອຂອງບັນດາຜູ້ມີສິດເລືອກຕັ້ງ ອິນເດຍ ຢ່າງແທ້ຈິງ”.

        ເຂົ້າຮ່ວມການຫາສຽງເລືອກຕັ້ງປີນີ້  ມີຫຼາຍກວ່າ 750 ພັກຝ່າຍ. ເຖິງວ່າຈຳນວນບັນດາພັກຝ່າຍແມ່ນຫຼາຍທີ່ສຸດ, ແຕ່ການເລືອກຕັ້ງແຫ່ງຊາດຢູ່ ອິນເດຍ ໄດ້ເຫັນປະຈັກຕາການແກ້ງແຍ້ງລະຫວ່າງ ສະຫະພັນປະຊາທິປະໄຕແຫ່ງຊາດ (NDA) ໂດຍພັກປະຊາຊົນ ອິນເດຍ (BJP) ຂອງ ທ່ານນາຍົກລັດຖະມົນຕີ Narendra Modi ນຳພາ ກັບ ສະຫະພັນພັດທະນາປະເທດ ອິນເດຍ ຮອບດ້ານ (INDIA) ໂດຍພັກກອງປະຊຸມໃຫຍ່ແຫ່ງຊາດ ນຳໜ້າ ເປັນສ່ວນໃຫຍ່.

        ຜົນງານດ້ານເສດຖະກິດທີ່ໜ້າປະທັບໃຈຂອງ ອິນເດຍ ພາຍໃຕ້ການບໍລິຫານຂອງທ່ານນາຍົກລັດຖະມົນຕີ Narendra Modi ແລະ ພັກ BJP ແມ່ນປັດໄຈຕົ້ນຕໍ ຊ່ວຍໃຫ້ BJP ຍາດໄດ້ການສະໜັບສະໜູນຈາກຜູ້ມີສິດເລືອກຕັ້ງເປັນຈຳນວນຫຼວງຫຼາຍ. ໄລຍະຜ່ານມາ, ອິນເດຍ ຍາມໃດກໍແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດໃຫຍ່ ທີ່ມີລະດັບການເຕີບໂຕສູງທີ່ສຸດໃນໂລກ ແລະ ຂຶິ້ນເຖິງ 8,2% ໃນສົກປີການເງິນ ທີ່ຫາກໍ່ສິ້ນສຸດໃນເດືອນ ມີນາ ຜ່ານມາ. ນອກຈາກນັ້ນແລ້ວ, ພາຍໃຕ້ການຊີ້ນຳນຳພາຂອງທ່ານນາຍົກລັດຖະມົນຕີ Modi, ອິນເດຍ ກໍສະແດງໄດ້ບົດບາດທີ່ນັບມື້ນັບສຳຄັນໃນເວທີໂລກ, ກາຍເປັນເສົາຄ້ຳຂອງໂລກທາງທິດໃຕ້, ແມ່ນສະມາຊິກສຳຄັນຂອງກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັນ BRICS (ບຣາຊິນ, ລັດເຊຍ, ອິນເດຍ, ຈີນ, ອາຟະລິກາໃຕ້) ແລະ ແມ່ນຄູ່ຮ່ວມມືຍຸດທະສາດບຸລິມະສິດຂອງຫຼາຍປະເທດມະຫາອຳນາດ. ຢູ່ພາຍໃນປະເທດ, ດ້ວຍການຍູ້ແຮງລັດທິຊົນຊາດ Hindu, ພັກ BJP ຂອງທ່ານນາຍົກລັດຖະມົນຕີ Narendra Modi ກໍສ້າງພື້ນຖານຜູ້ມີສິດເລືອກຕັ້ງອັນໝັ້ນແກ່ນໃນມະຫາຊົນຈຳນວນສ່ວນຫຼາຍ.

ອິນ​ເດຍ ສຳ​ເລັດ​ການ​ເລືອກ​ຕັ້ງ​ຄັ້ງ​ປະ​ຫວັດ​ສາດ - ảnh 2ຈຸດປ່ອນບັດ ຢູ່ Varanasi, ອິນເດຍ ໃນວັນທີ 1/6/2024 (ພາບ: AFP/TTXVN)

        ສິ່ງທ້າທາຍພາຍຫຼັງການເລືອກຕັ້ງ

        ພາຍຫຼັງການເລືອກຕັ້ງ, ປະເທດທີ່ມີຈຳນວນປະຊາກອນຫຼາຍທີ່ສຸດໃນໂລກນີ້ ຕ້ອງແກ້ໄຂສິ່ງທ້າທາຍຫຼາຍຢ່າງ. ກ່ຽວກັບດ້ານເສດຖະກິດ, ເຖິງວ່າ ອິນເດຍ ໄດ້ບືນຕົວຂຶ້ນ ກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບທີ 5 ໃນໂລກ ໃນໄລຍະກຳອຳນາດເປັນເວລາ 10 ປີ ຜ່ານມາຂອງທ່ານນາຍົກລັດຖະມົນຕີ Narendra Modi ແລະ ຄາດວ່າ ສາມາດບືນຕົວຂຶ້ນ ຢືນອັນດັບທີ 3 ໃນຮອບເວລາ 2 ປີ ຈະມາເຖິງ, ອິນເດຍ ຍັງຄົງແມ່ນປະເທດທີ່ມີລາຍຮັບສະເລ່ຍຕໍ່ຫົວຄົນຕ່ຳທີ່ສຸດ ໃນຈຳນວນບັນດາພື້ນຖານເສດຖະກິດໃນກຸ່ມຫາກໍພົ້ນເດັ່ນແຖວໜ້າໂລກ - G20.

ພິເສດ, ອັດຕາຜູ້ວ່າງງານແມ່ນບັນຫາໃຫຍ່. ບັນດາຕົວເລກຂອງສູນຕິດຕາມເສດຖະກິດ ອິນເດຍ (CMIE) ສະແດງໃຫ້ເຫັນວ່າ ອັດຕາຜູ້ວ່າງງານຢູ່ ອິນເດຍໃນເດືອນເມສາແມ່ນ 8,1%. ຢູ່ບັນດາເຂດຕົວເມືອງ, ອັດຕາຜູ້ວາງງານໜຸ່ມໃນເກນອາຍຸແຕ່ 15 – 29 ປີແມ່ນ 17%. ນີ້ແມ່ນຈຸດເຊິ່ງບັນດາພັກການເມືອງຝ່າຍຄ້ານຢູ່ ອິນເດຍ ສຸມໃສ່ຕຳນິຕິຕຽນ ທ່ານນາຍົກລັດຖະມົນຕີ Narendra Modi ໃນການຫາສຽງເລືອກຕັ້ງທີ່ຜ່ານມາ. ນອກຈາກນັ້ນ, ວົງການຜູ້ສັງເກດການກໍ່ເນັ້ນໜັກເຖິງການເພີ່ມທະວີຄວາມຂາດຄວາມສະເໝີພາບ ໃນສັງຄົມອິນເດຍ, ເປັນຕົ້ນແມ່ນເຂດຕົວເມືອງ ແລະ ຊົນນະບົດ. ຕາມນັກເສດຖະກິດ Ashoka Mody ຂຶ້ນກັບມະຫາວິທະຍາໄລ Princeton (ອາເມລິກາ) ແລ້ວ, ເລື່ອງລັດຖະບານຂອງທ່ານນາຍົກລັດຖະມົນຕີ Narendra Modi ເພີ່ມທະວີການໜູນຊ່ວຍການການດຳລົງຊີວິດ ໃຫ້ແກ່ປະຊາຊົນ ມີຜົນປະໂຫຍດໃນໄລຍະສັ້ນ ແຕ່ຍັງບໍ່ທັນພຽງພໍເພື່ອສ້າງການປ່ຽນແປງກ່ຽວກັບຄຸນນະພາບ ຊ່ວຍໃຫ້ບັນດາຄອບຄົວຫຼຸດຜົ້ນອອກຈາກສະພາບການທຸກຍາກອຶດຫິວ. ແບ່ງປັນກ່ຽວກັບທັດສະນະນີ້, ທ່ານ Pushpendra Kumar Singh ນັກສັງຄົມສາດ ອິນເດຍ ໃຫ້ຂໍ້ສັງເກດວ່າ:

        ຍອດຜະລິດຕະພັນພາຍໃນປະເທດ ມີການເຕີບໂຕຢູ່ລະດັບສູງ ແລະ ສິ່ງນີ້ຈະທົດແທນໃຫ້ບັນດາຄວາມເສຍຫາຍເຊິ່ງຄົນທຸກຍາກອິນເດຍ ຕ້ອງຍອມຮັບ. ເຖິງຢ່າງໃດກໍ່ຕາມ, ນີ້ກໍ່ສະແດງໃຫ້ເຫັນການເພີ່ມວະທີການຂາດຄວາມສະເໝີພາບ ຢູ່ອິນເດຍ. ຄົນຮັ່ງມີຈະຍິ່ງຮັ່ງມີ ສ່ວນຄົນທຸກຍາກຍິ່ງທຸກຍາກກ່ວາ ແລະ ເພື່ອສະກັດກັ້ນການຫຼຸດຜ່ອນຄຸນນະພາບໃນການດຳລົງຊີວິດ, ເຂົາເຈົ້າຕ້ອງເຮັດວຽກຫຼາຍກ່ວາອີກ.

        ໄປຄຽງຄູ່ກັບບັນດາສິ່ງທ້າທາຍດ້ານເສດຖະກິດ, ລັດຖະບານອິນເດຍ ກໍ່ຕ້ອງແກ້ໄຂຫຼາຍບັນຫາສັບສົນອື່ນໆກ່ຽວກັບ ສາສະໜາ ແລະ ສັງຄົມ, ເມື່ອການແບ່ງແຍກ ລະຫວ່າງ ປະຊາຄົມຊາວອິດສະລາມ 200 ລ້ານຄົນ ກວມເອົາ 14%ປະຊາກອນ ອິເດຍ ກັບປະຊາຊົນແມ່ນຊາວ hindu ມີສັນຍານເພີ່ມຂຶ້ນໃນຊຸມປີຜ່ານມາ. ນອກຈາກຄວາມບໍ່ພໍໃຈຂອງປະຊາຊົນຍ້ອນມີລາຍຮັບຕ່ຳ, ເຊິ່ງໄດ້ສະແດງໃຫ້ເຫັນຜ່ານການແຫ່ປະທ້ວງໃຫຍ່ຄັ້ງຕ່າງໆໃນປີ 2023, ກໍ່ແມ່ນບັນຫາເຊິ່ງລັດຖະບານ ອິນເດຍ ຕ້ອງເອົາໃຈໃສ່, ເພື່ອແນໃສ່ຫຼີກລ້ຽງບັນດາຄວາມເຄັງຕຶ້ງທາງສັງຄົມ ທີ່ເກີດຂຶ້ນຢູ່ປະເທດມີປະຊາຊົນຫຼາຍທີ່ສຸດ, ມີຄວາມຫຼາຍຮູບຫຼາຍແບບກ່ຽວກັບວັດທະນະທຳ ແລະ ສາສະໜາຄື ອິນເດຍ. ພິເສດ, ອັດຕາຜູ້ວ່າງງານແມ່ນບັນຫາໃຫຍ່. ບັນດາຕົວເລກຂອງສູນຕິດຕາມເສດຖະກິດ ອິນເດຍ (CMIE) ສະແດງໃຫ້ເຫັນວ່າ ອັດຕາຜູ້ວ່າງງານຢູ່ ອິນເດຍໃນເດືອນເມສາແມ່ນ 8,1%. ຢູ່ບັນດາເຂດຕົວເມືອງ, ອັດຕາຜູ້ວາງງານໜຸ່ມໃນເກນອາຍຸແຕ່ 15 – 29 ປີແມ່ນ 17%. ນີ້ແມ່ນຈຸດເຊິ່ງບັນດາພັກການເມືອງຝ່າຍຄ້ານຢູ່ ອິນເດຍ ສຸມໃສ່ຕຳນິຕິຕຽນ ທ່ານນາຍົກລັດຖະມົນຕີ Narendra Modi ໃນການຫາສຽງເລືອກຕັ້ງທີ່ຜ່ານມາ. ນອກຈາກນັ້ນ, ວົງການຜູ້ສັງເກດການກໍ່ເນັ້ນໜັກເຖິງການເພີ່ມທະວີຄວາມຂາດຄວາມສະເໝີພາບ ໃນສັງຄົມອິນເດຍ, ເປັນຕົ້ນແມ່ນເຂດຕົວເມືອງ ແລະ ຊົນນະບົດ. ຕາມນັກເສດຖະກິດ Ashoka Mody ຂຶ້ນກັບມະຫາວິທະຍາໄລ Princeton (ອາເມລິກາ) ແລ້ວ, ເລື່ອງລັດຖະບານຂອງທ່ານນາຍົກລັດຖະມົນຕີ Narendra Modi ເພີ່ມການໜູນຊ່ວຍຄ່າໃຊ້ຈ່າຍໃນການດຳລົງຊີວິດ ໃຫ້ແກ່ປະຊາຊົນຊ່ວຍໃນໄລຍະສັ້ນ ແຕ່ຍັງບໍ່ທັນພຽງພໍເພື່ອສ້າງການປ່ຽນແປງກ່ຽວກັບຄຸນນະພາບ ຊ່ວຍໃຫ້ບັນດາຄອບຄົວຫຼຸດຜົ້ນອອກຈາກສະພາບການທຸກຍາກອຶດຫິວ. ແບ່ງປັນກ່ຽວກັບທັດສະນະນີ້, ທ່ານ Pushpendra Kumar Singh ນັກສັງຄົມສາດ ອິນເດຍ ໃຫ້ຂໍ້ສັງເກດວ່າ:

        “ຍອດຜະລິດຕະພັນພາຍໃນປະເທດ ມີການເຕີບໂຕຢູ່ລະດັບສູງ ແລະ ສິ່ງນີ້ຈະທົດແທນໃຫ້ບັນດາຄວາມເສຍຫາຍເຊິ່ງຄົນທຸກຍາກອິນເດຍ ຕ້ອງຍອມຮັບ. ເຖິງຢ່າງໃດກໍ່ຕາມ, ນີ້ກໍ່ສະແດງໃຫ້ເຫັນການເພີ່ມວະທີການຂາດຄວາມສະເໝີພາບ ຢູ່ອິນເດຍ. ຄົນຮັ່ງມີຈະຍິ່ງຮັ່ງມີ ສ່ວນຄົນທຸກຍາກຍິ່ງທຸກຍາກກ່ວາ ແລະ ເພື່ອສະກັດກັ້ນການຫຼຸດຜ່ອນຄຸນນະພາບໃນການດຳລົງຊີວິດ, ເຂົາເຈົ້າຕ້ອງເຮັດວຽກຫຼາຍກ່ວາອີກ.”

        ໄປຄຽງຄູ່ກັບບັນດາສິ່ງທ້າທາຍດ້ານເສດຖະກິດ, ລັດຖະບານອິນເດຍ ກໍ່ຕ້ອງແກ້ໄຂຫຼາຍບັນຫາສັບສົນອື່ນໆກ່ຽວກັບ ສາສະໜາ ແລະ ສັງຄົມ, ເມື່ອການແບ່ງແຍກ ລະຫວ່າງ ປະຊາຄົມຊາວອິດສະລາມ 200 ລ້ານຄົນ ກວມເອົາ 14% ປະຊາກອນ ອິນເດຍ ກັບປະຊາຊົນແມ່ນຊາວ hindu ມີສັນຍານເພີ່ມຂຶ້ນໃນຊຸມປີຜ່ານມາ. ນອກຈາກຄວາມບໍ່ພໍໃຈຂອງປະຊາຊົນຍ້ອນມີລາຍຮັບຕ່ຳ, ເຊິ່ງໄດ້ສະແດງໃຫ້ເຫັນຜ່ານການແຫ່ປະທ້ວງໃຫຍ່ຄັ້ງຕ່າງໆໃນປີ 2023, ກໍ່ແມ່ນບັນຫາເຊິ່ງລັດຖະບານ ອິນເດຍ ຕ້ອງເອົາໃຈໃສ່, ເພື່ອແນໃສ່ຫຼີກລ້ຽງບັນດາຄວາມເຄັງຕຶງທາງສັງຄົມ ທີ່ເກີດຂຶ້ນຢູ່ປະເທດມີປະຊາຊົນຫຼາຍທີ່ສຸດ, ມີຄວາມຫຼາຍຮູບຫຼາຍແບບກ່ຽວກັບວັດທະນະທຳ ແລະ ສາສະໜາຄື ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ