ບຸ​ລິ​ມະ​ສິດ​ແຫຼ່ງ​ກຳ​ລັງ​ເພື່ອ​ເພີ່ມ​ລະ​ດັບ​ຄວາມ​ໄວໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດປີ 2021

(VOVWORLD) - ວັນທີ 28 ທັນວາ, ລັດຖະບານ ຫວຽດນາມ ໄດ້ຈັດວາລະປະຊຸມນັດສາມັນຄັ້ງສຸດທ້າຍຂອງປີ 2020, ໃນນັ້ນ, ໄດ້ເຕື້ອງເຖິງໜ້າທີ່ຈຸດສຸມ ເພື່ອພັດທະນາເສດຖະກິດສັງຄົມແມ່ນ “ສືບຕໍ່ສຸມໃສ່ປະຕິບັດເປົ້າໝາຍຄວບຄູ່, ທັງປ້ອງກັນ, ຕ້ານໂລກລະບາດຢ່າງມີປະສິດທິຜົນ, ຮັກສາສຸຂະພາບຂອງປະຊາຊົນ, ທັງນຳໃຊ້ບັນດາກາລະໂອກາດໃຫ້ເປັນຢ່າງດີ, ມານະພະຍາຍາມຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມໃນສະພາບການປົກກະຕິໃໝ່” ເພື່ອແນໃສ່ບັນລຸເປົ້າໝາຍການເຕີບໂຕແຕ່ 6-7% ໃນປີ 2021”.
 
ບຸ​ລິ​ມະ​ສິດ​ແຫຼ່ງ​ກຳ​ລັງ​ເພື່ອ​ເພີ່ມ​ລະ​ດັບ​ຄວາມ​ໄວໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດປີ 2021 - ảnh 1

(ພາບປະກອບ: vov)


    ປີ 2021 ແມ່ນປີມີຄວາມໝາຍສຳຄັນ, ສ້າງຈຸດເລີ່ມຕົ້ນ, ພື້ນຖານທີ່ດີໃຫ້ແກ່ໄລຍະ 2021-2025. ເພາະສະນັ້ນ, ຫວຽດນາມ ຕ້ອງໃຫ້ບຸລິມະສິດແຫຼ່ງກຳລັງເພື່ອເພີ່ມລະດັບຄວາມໄວໃນການພັດທະນາ, ປະຕິບັດລື່ນກາຍບັນດາໜ້າທີ່ແຜນການຂອງປີສຳຄັນນີ້ໃຫ້ສຳເລັດ. ຍູ້ແຮງການລົງທຶນຂອງລັດ ຍັງສືບຕໍ່ໄດ້ຮັບການໃຫ້ບຸລິມະສິດອັນດັບໜຶ່ງ ໃນບັນດາມາດຕະການຮີບດ່ວນ ຊ່ວຍຟື້ນຟູເສດຖະກິດໃນຂະນະທີ່ໂລກລະບາດໂຄວິດ 19 ຍັງມີການຜັນແປທີ່ສັບສົນ. ຕີລາຄາສູງບັນດາມາດຕະການຮີບດ່ວນ ໃນການບໍລິຫານຂອງລັດຖະບານໃນປີ 2020, ຜູ້ຊ່ຽວຊານດ້ານເສດຖະກິດ ວໍ້ຈິແທັງ ເວົ້າວ່າ:

    ທີ່ໜຶ່ງແມ່ນ, ປະຈຸບັນຕ້ອງມີຈິດໃຈຂອງໄລຍະສົງຄາມ, ຮັບມືໄວ, ຂ້ຽວຂາດ, ຄົບຊຸດໂດຍມີການເຂົ້າຮ່ວມຂອງທຸກພາກສ່ວນ. ໃນການປະຕິບັດບັນດານະໂຍບາຍເສດຖະກິດໜູນຊ່ວຍທີ່ບໍ່ທັນໄດ້ດີ, ສະນັ້ນ ມີຫຼາຍບັນຫາຂອງບ້ວງເງິນໜູນຊ່ວຍພວກເຮົາຍັງສາມາດເຮັດໄດ້ດີກ່ວາ. ຄຽງຂ້າງນັ້ນ, ພວກເຮົາຕ້ອງຄິດເຖິງບັນດານະໂຍບາຍໃໝ່ ເພື່ອສືບຕໍ່ໜູນຊ່ວຍວິສາຫະກິດ, ປະຊາຊົນ, ຜູ້ອອກແຮງງານຜ່ານຜ່າຄວາມຫຍຸ້ງຍາກ.

ບຸ​ລິ​ມະ​ສິດ​ແຫຼ່ງ​ກຳ​ລັງ​ເພື່ອ​ເພີ່ມ​ລະ​ດັບ​ຄວາມ​ໄວໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດປີ 2021 - ảnh 2

ການປຸ່ງແຕ່ງກຸ້ງເພື່ອສົ່ງອອກຢູ່ ກ່າເມົາ (ພາບ: nhandan.com.vn)

    ທ່ານ ດຣ ຫງວຽນດິນກູງ, ອະດີດຫົວໜ້າສະຖາບັນຄົ້ນຄ້ວາຄຸ້ມຄອງເສດຖະກິດສູນກາງ ໄດ້ເນັ້ນໜັກວ່າ: “ຈິນຕະນາການບໍລິຫານ ແລະ ຂອບການບໍລິຫານ ຕ້ອງມີຂອດບຸກທະລຸ”. ຕາມນັ້ນແລ້ວ, ຕ້ອງວາງເປົ້າໝາຍຟື້ນຟູເສດຖະກິດ ກັບບັນດາມາດຕະການຊຸກຍູ້ເສດຖະກິດຢ່າງແຮງ, ລະອຽດ ແລະ ແທດຈິງກ່ວາ ເພື່ອຟື້ນຟູການເຕີບໂຕ. ທ່ານ ດຣ ຫງວຽນດິນກູງ ຍົກອອກທັດສະນະວ່າ:

   ເປັນທີ່ຈະແຈ້ງແລ້ວວ່າ: ການກະຕຸກຊຸກຍູ້ເສດຖະກິດ ຕ້ອງມີນະໂຍບາຍເງິນຕາມີຄວາມແຕກຕ່າງ, ພິເສດແມ່ນນະໂຍບາຍປີການເງິນຕ້ອງມີຄວາມແຕກຕ່າງ, ຂາດດູນງົບປະມານຕ້ອງຫຼາຍກ່ວາອີກ, ໜີ້ສາທາລະນະຕ້ອງປ່ຽນແປງ… ໄປຄຽງຄູ່ກັນນັ້ນ, ຕ້ອງສຸມໃສ່ກະຕຸກຊຸກຍູ້ເສດຖະກິດເຂົ້າແຫ່ງໃດ ແລະ ລາຍຈ່າຍຂອງລັດຕ້ອງເພີ່ມຂຶ້ນ, ພິເສດແມ່ນລາຍຈ່າຍກ່ຽວກັບການລົງທຶນ…ພວກເຮົາມີບັນດາໂຄງການລົງທຶນຂອງລັດສຳຄັນທີ່ມີຂອບຂະໜາດໃຫ່ຍ, ຄວນສຸມໃສ່ລົງທຶນໃຫ້ຫຼາຍກ່ວາຄືຢູ່ນະຄອນໂຮ່ຈິມິນ, ເຂດທົ່ງພຽງແມ່ນ້ຳຂອງ, ຫາຍຟ່ອງ…

   ກໍ່ມີທັດສະນະເຊັ່ນດຽວກັນ, ນັກຊ່ຽວງຊານເສດຖະກິດ ເລືອງວັນຄອຍ ຖືວ່າ, ການລົງທຶນຂອງລັດ ພວມແມ່ນຈຸດພົ້ນເດັ່ນໃຫ້ແກ່ການຟື້ນຟູການເຕີບໂຕເສດຖະກິດ. ພ້ອມກັບການເພີ່ມທະວີການປ່ອຍເງິນລົງທຶນຂອງລັດ ຢູ່ບັນດາໂຄງການໄດ້ກຳນົດແລ້ວໃຫ້ເປັນຢ່າງດີນັ້ນ, ທ່ານ ດຣ ເລືອງວັນຄອຍ ໄດ້ເນັ້ນໜັກເຖິງການບໍລິຫານຂອງລັດຖະບານຕ້ອງ “ຍອມຮັບການຂາດດູນງົບປະມານ ເພື່ອມີບັນດາບ້ວງເງິນລົງທຶນ ເພື່ອສ້າງທ່ວງທ່າໃຫ້ແກ່ການເຕີບໂຕຍາວນານ” ໃຫ້ແກ່ພື້ນຖານເສດຖະກິດ- ຜ່ານ “ບັນດາບ້ວງເງິນລົງທຶນທີ່ບໍ່ເສຍດາຍ”- ອາດຈະເວົ້າໄດ້ວ່າແມ່ນບ້ວງເງິນກະຕຸກຊຸກຍູ້ເສດຖະກິດພີເສດກ່ວາໝູ່ໃນປະຈຸບັນ-ນັ້ນແມ່ນບັນດາບ້ວງເງິນລົງທຶນໃຫ່ຍ, ສ້າງພື້ນຖານໃຫ້ແກ່ການພັດທະນາແບບຍືນຍົງ, ຍາວນານ, ໃນນັ້ນ, ຄວນສຸມໃສ່ບັນດາໂຄງການເປົ້າໝາຍແຫ່ງຊາດ, ພິເສດແມ່ນຢູ່ບັນດາເຂດຫ່າງໄກສອກຫລີກ, ເຂດພູດອຍ ເພື່ອຊຸກຍູ້ພື້ນຖານໂຄງລ່າງ ຕິດພັນກັບການຮັບປະກັນຊີວິດສັງຄົມ.

   ສ່ວນຕາມນັກຊ່ຽວຊານເສດຖະກິດ ຫງວຽນມິນຟອງ ແລ້ວ, ໃນສະເພາະໜ້າ ແລະ ຍາວນານ, ຫວຽດນາມ ຕ້ອງຍືດໝັ້ນການລົງທຶນຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ຄວນສຸມໃສ່ລົງທຶນເຂົ້າໃນການຫັນເປັນດີຈີຕອນ. ທ່ານ ດຣ ຫງວຽນມິນຟອງ ໃຫ້ຂໍ້ສັງເກດວ່າ:

   ໃນໄລຍະທີ່ຈະມາເຖິງ, ເປັນທີ່ຈະແຈ້ງແລ້ວວ່າ, ເພື່ອຕອບສະໜອງໄດ້ກັບສະພາບການໃໝ່, ວິວັດການຫັນເປັນໂຄງປະກອບຄືນໃໝ່ ກໍ່ຄືພັດທະນາເສດຖະກິດຂອງຫວຽດນາມ ເວົ້າລວມ ແລະ ວິສາຫະກິດເວົ້າສະເພາະ ຕ້ອງຖືເປັນສຳຄັນ 2 ຈຸດຄື: ພັດທະນາການຄ້າເອເລກໂຕນິກ, ເພີ່ມທະວີການຫັນການເຄື່ອນໄຫວຂອງວິສາຫະກິດ ເປັນດີຈີຕອນ, ແລະ ພິເສດແມ່ນສຸມໃສ່ການພັດທະນາແຮງກ່ວາອີກ ບັນດາຮູບການດຳເນີນທຸລະກິດໃໝ່ ອີງຕາມບັນດາການເຊື່ອມຕໍ່ພື້ນຖານ.

 ບັນດາມາດຕະການຫນູນຊ່ວຍສະໜອງຂໍ້ມູນຂ່າວສານກ່ຽວກັບບັນດາຕະຫຼາດນຳເຂົ້າສົ່ງອອກທີ່ມີທ່າໄດ້ປຽບ, ໂດຍສະເພາະແມ່ນບັນດາຕະຫຼາດຊື່ງຫວຽດນາມ ໄດ້ເຊັນບັນດາສັນຍາການຄ້າເສລີລຸ້ນໃໝ່, ມີຄຸນນະພາບສູງ ກໍ່ຕ້ອງໄດ້ຜັນຂະຫຍາຍ ເພື່ອໝູນໃຊ້ບັນດາກາລະໂອກາດ ຊື່ງການເຊື່ອມໂຍງເຂົ້າກັບເສດຖະກິດສາກົນນຳມາໃຫ້ຢ່າງສຸດຂີດ. ພ້ອມກັນນັ້ນ, ຫວຽດນາມ ຕ້ອງຖືຕະຫຼາດພາຍໃນເປັນສຳຄັນພິເສດ, ຖືນີ້ແມ່ນມາດຕະການພື້ນຖານ ເພື່ອຮັບປະກັນການເຄື່ອນໄຫວທຳການຜະລິດ, ສະໜອງ ແລະ ໃຊ້ສອຍຫຼັກແຫຼ່ງ. ສິ່ງດັ່ງກ່າວໄດ້ຢືນຢັນໃນຕົວຈິງ ທີ່ຫວຽດນາມ ໄດ້ຮັບມືກັບການຜັນແປຂອງໂລກລະບາດໂຄວິດ 19 ກໍ່ຄືເພື່ອຮັບປະກັນໃຫ້ແກ່ການພັດທະນາແບບຍືນຍົງ ໃນສະພາບການແກ່ງແຍ້ງນັບມື້ນັບຂ້ຽວຂາດໃນທົ່ວໂລກ.

  

         

ຕອບກັບ

ຂ່າວ/ບົດ​ອື່ນ