ປ​ະ​ຊາ​ຄົມ​ສາກ​ົນ​ພະ​ຍາ​ຍາມສະ​ກັດ​ກັ້ນການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອ​ອກ​ກາງ

(VOVWORLD) - ຄວາມເຄັ່ງຕຶງຢູ່ພາກພື້ນຕາເວັນອອກກາງ ສືບຕໍ່ເພີ່ມຂຶ້ນໃນຊຸມວັນຜ່ານມາ, ດ້ວຍບັນດາການກະທຳການທະຫານ ແລະ ການໂຕ້ຖຽງກັນທາງການທູດລະຫວ່າງບັນດາຝ່າຍ, ບັງຄັບໃຫ້ປະຊາຄົມສາກົນ ຕ້ອງແຂ່ງຂັນກັບການເວລາ ເພື່ອສະກັດກັ້ນການປະທະກັນຢ່າງຮອບດ້ານ.

ວັນທີ 12 ສິງຫາ, ປະມຸກລັດ ອາເມລິກາ, ອັງກິດ, ຝລັ່ງ, ເຢຍລະມັນ ແລະ ອີຕາລີ ໄດ້ອອກອອກຖະແຫຼງການຮ່ວມກ່ຽວກັບສະພາບການຕາເວັນອອກກາງ, ໃນນັ້ນ ຮຽກຮ້ອງໃຫ້ ອີຣານ ຖອນບັນດາຄຳນາບຂູ່ກ່ຽວກັບການບຸກໂຈມຕີດ້ານການທະຫານເຂົ້າໃສ່ອິດສະຣາແອັນ, ພ້ອມທັງຢືນຢັນການສະໜັບສະໜູນການປົກປ້ອງ ອິດສະຣາແອັນ ຕໍ່ບັນດາການກະທຳບຸກໂຈມຕີຈາກພາຍນອກ. ນີ້ໄດ້ຮັບຖືວ່າແມ່ນບັນດາຄວາມມານະພະຍາຍາມທາງທູດສຸດທ້າຍເພື່ອສະກັດກັ້ນການປະທະກັນເກີດຂຶ້ນ.

ປ​ະ​ຊາ​ຄົມ​ສາກ​ົນ​ພະ​ຍາ​ຍາມສະ​ກັດ​ກັ້ນການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອ​ອກ​ກາງ - ảnh 1ໂຮງຮຽນແຫ່ງໜຶ່ງຖືກບຸກໂຈມຕີ (ພາບ: THX/TTXVN)

        ຄວາມສ່ຽງອາດຈະເກີດປະທະກັນໃນເວລາໃກ້ໆນີ້

       ໄປຄຽງຄູ່ກັບຖະແຫຼງການຂອງການນຳ 5 ປະເທດຝ່າຍຕາເວັນຕົກ, ທີ່ໄດ້ຍົກອອກໃນວັນທີ 12 ສິງຫາ, ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອີຣານ Masoud Pezeshkian ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ຕາເວັນອອກກາງ. ຕາມຫ້ອງວ່າການນາຍົກລັດຖະມົນຕີ ອັງກິດ, ທ່ານ Keir Starmer ໄດ້ຝາກ ສານຂອງຝ່າຍຕາເວັນຕົກ ເຖິງທ່ານປະທານາທິບໍດີ ອີຣານ ກ່ຽວກັບຄວາມຈຳເປັນຕ້ອງຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ກ່າວເຕືອນກ່ຽວກັບຜົນຕາມມາຢ່າງຮ້າຍແຮງສຳລັບຄວາມໝັ້ນຄົງຂອງພາກພື້ນ ຕາເວັນອອກກາງ ຖ້າຫາກວ່າເກີດການປະທະກັນຮອບດ້ານກັບ ອິດສະຣາແອັນ. ກ່ອນໜ້ານັ້ນ, ກໍໃນວັນທີ 12 ສິງຫາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ, Lloyd Austin ໄດ້ແຈ້ງໃຫ້ຊາບວ່າ ອາເມລິກາ ໄດ້ຈັດສົ່ງກ່ຳປັນດຳນ້ຳຂົນສົ່ງລູກສອນໄຟນຳວິຖີ Tomahawk ໄປຍັງ ຕາເວັນອອກກາງ, ພ້ອມທັງເພີ່ມຄວາມໄວໃນການຈັດສົ່ງກ່ຳປັ່ນສະໜາມບິນ, ເຮືອບິນສູ້ຮົບໄປຍັງພາກພື້ນດັ່ງກ່າວ. ນີ້ກໍໄດ້ຮັບຖືວ່າ ແມ່ນຄຳກ່າວເຕືອນນາບຂູ່ຂອງ ອາເມລິກາ ສຳລັບບັນດາກຳລັງທີ່ມີເຈດຈຳນົງບຸກໂຈມຕີເຂົ້າ ອິດສະຣາແອັນ.

ປ​ະ​ຊາ​ຄົມ​ສາກ​ົນ​ພະ​ຍາ​ຍາມສະ​ກັດ​ກັ້ນການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອ​ອກ​ກາງ - ảnh 2ໂຄສົກຂອງສະພາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ, ທ່ານ John Kirby  (ພາບ: AP)

        ຕາມວົງການນັກສັງເກດການແລ້ວ, ບັນດາການກະທຳທາງການທູດ ແລະ ການທະຫານເຊິ່ງບັນດາປະເທດໄດ້ດຳເນີນຢ່າງຕໍ່ເນື່ອງໃນຊຸມວັນຜ່ານມາ ໄດ້ຊີ້ໃຫ້ເຫັນຄວາມສ່ຽງອາດຈະເກີດໃນເວລາໃກ້ໆນີ້ປະທະກັນ ແລະ ບັນດາຝ່າຍ ຈະບໍ່ມີເວລາຫຼາຍເພື່ອສະກັດກັ້ນ. ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 12 ສິງຫາ, ໂຄສົກຂອງສະພາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ, ທ່ານ John Kirby ກໍໃຫ້ຮູ້ວ່າ ອາເມລິກາ ແລະ ອິດສະຣາແອັນ ໄດ້ແບ່ງປັນຂໍ້ສັງເກດວ່າ ການປະທະກັນອາດຈະເກີດຂຶ້ນໃນອາທິດນີ້, ພ້ອມທັງໄດ້ກຽມພ້ອມແຜນການຮັບມືແລ້ວ.

        “ຂ້າພະເຈົ້າຢາກຢ້ຳຄືນວ່າ ພວກຂ້າພະເຈົ້າໄດ້ແບ່ງປັນຄວາມວິຕົກກັງວົນ ແລະ ຕີລາຄາຂອງບັນດາຄູ່ຮ່ວມມື ອິດສະຣາແອັນ ກ່ຽວກັບເວລາທີ່ອາດຈະເກີດການບຸກໂຈມຕີຕ່າງໆແມ່ນໃນອາທິດນີ້. ພວກຂ້າພະເຈົ້າພວມຕິດຕາມສະພາບການຢ່າງໃກ້ຊິດ ແລະ ລະອຽດ. ຍາກທີ່ຈະມີຄວາມແນ່ນອນກັບສິ່ງໃດ ໃນຈຸດເວລານີ້ ແຕ່ພວກຂ້າພະເຈົ້າຕ້ອງກະກຽມຮັບມືກັບກໍລະນີເກີດການບຸກໂຈມຕີຢ່າງລຽນຕິດແລ້ວ”.

        ຕາມວົງການນັກສັງເກດການແລ້ວ, ບັນດາຄວາມມານະພະຍາຍາມທາງການທູດ ແນໃສ່ສະກັດກັ້ນຄວາມສ່ຽງເກີດການປະທະກັນເພື່ອໂຕ້ຕອບຄືນຈາກຝ່າຍ ອີຣານ ແລະ ບັນດາກຳລັງພັນທະມິດ ເບິ່ງຄືວ່າ ຖືກປະລາໄຊ ແລະ ຈຸດປະສົງຕົ້ນຕໍໃນປັດຈຸບັນຂອງບັນດາຝ່າຍແມ່ນຈຳກັດຂອບຂະໜາດຂອງບັນດາບັ້ນບຸກໂຈມຕີເລັ່ງໃສ່ ອິດສະຣາແອັນ ໃຫ້ຫຼາຍທີ່ສຸດ, ກໍຄືຈຳກັດການກະທຳໂຕ້ຕອບຂອງ ອິດສະຣາແອັນ ເພື່ອຫຼີກລ້ຽງກໍລະນີ ຍູ້ຕາເວັນອອກກາງຕົກເຂົ້າສູ່ການປະທະກັນຢ່າງຮອບດ້ານ. ທ່ານ Ismat Mansour, ນັກຊ່ຽວຊານກ່ຽວກັບ ອິດສະຣາແອັນ ຂອງສະຖາບັນຄົ້ນຄວ້າ ປາແລັດສະຕິນ, ໃຫ້ຂໍ້ສັງເກດກວ່າ:

        “ເປົ້າໝາຍຕົ້ນຕໍຂອງປະຊາຄົມສາກົນໃນປັດຈຸບັນ ແມ່ນສະກັ້ນກັນບໍ່ໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ ແລະ ບໍ່ປະໃຫ້ເກີດສົງຄາມຮອບດ້ານ. ຄວາມສ່ຽງໃຫຍ່ທີ່ສຸດແມ່ນການໂຕ້ຕອບເຊິ່ງກັນ ແລະ ກັນ ອາດຈະພາໄປເຖິງການເກີດສົງຄາມຢູ່ພາກພື້ນ, ກໍ່ຜົນກະທົບທົ່ວໂລກ ແລະ ນາບຂູ່ເຖິງສະຖຽນລະພາບຂອງທົ່ວພາກພື້ນຕາເວັນອອກກາງ”.

       ການເຈລະຈາບໍ່ມີທາງອອກ

        ໄປຄຽງຄູ່ກັບບັນດາຄວາມມານະພະຍາຍາມທາງການທູດ ເພື່ອແນໃສ່ເກ້ຍກ່ອມ ອີຣານ ແລະ ອິດສະຣາແອັນ ຈຳກັດແຜນການບຸກໂຈມຕີໂຕ້ຕອບເຊິ່ງກັນ ແລະ ກັນ, ປະຊາຄົມສາກົນ ກໍພວມມານະພະຍາຍາມຊຸກຍູ້ເພື່ອບັນລຸໄດ້ຂໍ້ຕົກລົງຢຸດຍິງໃນທັນທີຢູ່ເຂດ ກາຊາ, ຖືນັ້ນເປັນພື້ນຖານເພື່ອສ້າງໂອກາດໃຫ້ບັນດາຝ່າຍນັ່ງເຈລະຈາ, ປຶກສາຫາລືກ່ຽວກັບມາດຕະການທາງການເມືອງຍາວນານໃຫ້ແກ່ເຂດ ກາຊາ ແລະ ພາກພື້ນ. ຕາມແຜນການ, ບັນດານັກການທູດ ອາເມລິກາ, ອີຢິບ, ກາຕາ ແລະ ຜູ້ຕາງໜ້າກຳລັງ ຮາມາດສ ຈະພົບປະກັນໃນວັນທີ 15 ສິງຫາ ຢູ່ນະຄອນຫຼວງ Cairo ຂອງ ອີຢິບ ເພະສືບຕໍ່ເຈລະຈາກ່ຽວກັບຄຳສັ່ງຢຸດຍິງ - ແລກປ່ຽນຕົວປະກັນ. ໂດຍບໍ່ຫົວຊາຕໍ່ຄວາມເຄັ່ງຕຶງໃນປັດຈຸບັນ, ຝ່າຍ ອາເມລິກາ ໃຫ້ຮູ້ວ່າ ຍັງຮັກສາແຜນການກ່ຽວກັບການພົບປະຄັ້ງນີ້, ພ້ອມທັງຮຽກຮ້ອງໃຫ້ຜູ້ຕາງໜ້າຂະບວນການ ຮາມາດສ ເຂົ້າຮ່ວມ. ເຖິງຢ່າງໃດກໍຕາມ, ທ່ານ Saad Nimr, ສາດສະດາຈານວິທະຍາສາດການເມືອງ, ມະຫາວິທະຍາໄລ Birzeit ຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ (ປາແລັດສະຕິນ), ຖືວ່າ ໃນຊຸມປີຜ່ານມາ ກອງທັບ ອິດສະຣາແອັນ ພວມເພີ່ມທະວີບັ້ນບຸກໂຈມຕີຢູ່ເຂດ ກາຊາ, ພາກໃຕ້ ລີບັງ ແລະ ຊີຣີ, ໃນນັ້ນ ມີການບຸກໂຈມຕີທາງອາກາດ ໃນວັນທີ 10 ສິງຫາ ເລັ່ງໃສ່ໂຮງຮຽນຢູ່ເຂດ ກາຊາ ເຮັດໃຫ້ມີຜູ້ເສຍຊີວິດປະມານ 100 ຄົນ. ຕາມທ່ານ Saad Nimr ແລ້ວ, ການກະທຳດັ່ງກ່າວ ເຮັດໃຫ້ບັນດາຄວາມມານະພະຍາຍາມທາງການທູດແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງລະຫວ່າງ ອີຣານ - ອິດສະຣາແອັນ ຫຼື ການສ້າງຄຳສັ່ງຢຸດຍິງຢູ່ເຂດ ກາຊາ ນັບມື້ນັບຫຍຸ້ງຍາກກວ່າ.

        ໂດຍມີປະຕິກິລະຍາຕໍ່ການກະທຳດ້ານການທະຫານຈາກຝ່າຍ ອິດສະຣາແອັນ, ວັນທີ 11 ສິງຫາ, ຂະບວນການ ຮາມາດສ ໄດ້ອອກຖະແຫຼງການໂດຍໃຫ້ຮູ້ວ່າ ບໍ່ເຂົ້າຮ່ວມຮອບເຈລະຈາໃໝ່, ເມື່ອຖືວ່າ ບັນດາຮອບເຈລະຈາໃນປັດຈຸບັນ ພຽງແຕ່ແມ່ນການປົກປິດໃຫ້ແກ່ການເພີ່ມການໃຊ້ຄວາມຮຸນແຮງເທົ່ານັ້ນ. ນອກຈາກນັ້ນ, ຝ່າຍ ຮາມາດສ ກໍຮຽກຮ້ອງວ່າ ພຽງແຕ່ປຶກສາຫາລືໂດຍອີງໃສ່ຂໍ້ສະເໜີ 3 ໄລຍະໂດຍທ່ານປະທານາທິບໍດີ ອາເມລິກາ, Joe Biden ຍົກອອກມາໃນສະພາຄວາມໝັ້ນຄົງ ສປຊ ໃນວັນທີ 31 ພຶດສະພາ, ຫາກບໍ່ໄດ້ປຶກສາຫາລືກ່ຽວກັບຂໍ້ສະເໜີໃໝ່. ໃນຂະນະນັ້ນ, ວັນທີ 12 ສິງຫາ, ທ່ານ Farhan Haq, ຮອງໂຄສົກຂອງທ່ານເລຂາທິການໃຫຍ່ ສປຊ Antonio Guterres, ໃຫ້ຮູ້ວ່າ  ສປຊ ກ່າວປະນາມການບຸກໂຈມຕີເລັ່ງໃສ່ໂຮງຮຽນຢູ່ ເຂດ ກາຊາ ໃນວັນທີ 10 ສິງຫາ, ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍປະຕິບັດມະຕິເລກທີ 2735 ຂອງ ສະພາຄວາມໝັ້ນຄົງ ສປຊ ອອກວັນທີ 10 ມິຖຸນາ, ໃນນັ້ນ ຈຸດສຸມແມ່ນປ່ອຍຕົວປະກັນ ແລະ ຢຸດຍິງຢູ່ເຂດ ກາຊາ ໃນທັນທີ./.

 

ຕອບກັບ

ຂ່າວ/ບົດ​ອື່ນ