ປະຕິບັດນະໂຍບາຍຕໍ່ຜູ້ມີຄຸນງາມຄວາມດີໃຫ້ດີກວ່າເກົ່າ

(vovworld) - ວັນ​ທີ 27/7, ພັກ, ລັດ, ກອງທັບ ​ແລະ ປະຊາຊົນ ຫວຽດນາມ ​ໄດ້​ສະ​ເຫລີ​ມສະຫລອງ 65 ປີ​ແຫ່ງ​ວັນ​ປະທານ​ໂຮ່ຈິ​ມີນຕົກລົງ​ຖືເອົາ​ວັນ​ທີ 27/7 ປະຈຳ​ປີ​ແມ່ນ​ວັນທະ​ຫາຍ​ເສຍ​ອົງຄະ ນັກຮົບ​ເສຍສະຫລະ​ຊີວິດ​ເພື​່ອຊາດ. ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​​ໃນ​ການເບິ່ງ​ແຍງ​ດູ​ແລ ຜູ້​ມີ​ຄຸນງາມຄວາມດີຖືກ​ຈັດ​ຂຶ້ນ. ກົງ​ກັບ​ໂອກາດ​ນີ້, ລັດຖະບັນຍັດ​ສະບັບ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ລັດຖະບັນຍັດ​ບຸລິ​ມະ​ສິດ ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ໂດຍ​ທ່ານ​ປະ​ທານ​ປະ​ເທດ​ເຊັນ​ຄຳ​ສັ່ງ​ປະກາດ, ສ້າງ​ລະບົບ​ນະ​ໂຍບາຍ​ທີ່​ມີ​ຕໍ່ ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ຂອງ​ພັກ ​ແລະ ລັດ ຫວຽດນາມ​ສຳ​ເລັດ​ຜົນ. ​

ປະຕິບັດນະໂຍບາຍຕໍ່ຜູ້ມີຄຸນງາມຄວາມດີໃຫ້ດີກວ່າເກົ່າ - ảnh 1
ເບິ່ງແຍງທະຫານເສຍອົງຄະ
ພາບປະກອບ:internet

        ​ໃນ​ຈຳນວນ 23 ​ຂໍ້​ມາດຕາທີ່​ໄດ້​ຮັບ​ການ​ປັບປຸງ​ຂອງ​ລັດຖະບັນຍັດ​ສະບັບ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ລັດຖະບັນຍັດ​ບຸລິມະສິດຜູ້​ມີ​ຄຸນງາມຄວາມດີ , ​​ເນື້ອ​ໃນ​ສຳຄັນ​ທີ່​ສຸດ​ນັ້ນ​ແມ່ນຜູ້​ເຄື່ອນ​ໄຫວ​ປະຕິວັດ ຫລື​ເຂົ້າຮ່ວມ​ການ​ຕໍ່ຕ້ານ​ຖືກ​ສັບ​ຕູ​ຈັບກຸ່ມ​ຄຸ້ມ​ຂັງ​ແລະ ທໍລະມານ ກ່ອນ​ນີ້​ໄດ້​ຮັບ​ການ​ຫນູນ​ຊ່ວຍ​ເທື່ອ​ຫນຶ່ງ ປະຈຸ​ບັນ​​​ໄດ້​ຮັບ​ການອຸດ​ຫນູນ​​ຊ່ວຍ​ເປັນ​ລາຍ​ເດ​ືອນ. ລັດ​ກໍ​ປະຕິບັດ​ການອຸດ​ຫນູນ​ໃຫ້​ແກ່​ຜູ້​ຮັບ​ໃຊ້​ແມ່​ຫວຽດນາມ​ວິລະ​ຊົນ, ຜູ້​ເຂົ້າຮ່ວມ​ການ​ຕໍ່ຕ້ານ​ທີ່ຖືກ​ຕິດ​ທາດ​ພິດ​ສີ​ສົ້ມ, ບໍ່​ສາມາດ​ອອກແຮງ​ງານ​ໄດ້​ຈາກ 81% ຂຶ້ນ​ໄປ. ຕາມ​ການ​ຄິດ​ໄລ່, ມີ ຜູ້​ມີ​ຄຸນງາມຄວາມດີ​ປະມານ 90.000 ຄົນ​ຈະ​ໄດ້​ຮັບ​ບ້ວງ​ເງິນ​ອຸດ​ຫນູນ​ດັ່ງກ່າວ. ນອກ​ນັ້ນ ຍັງ​ມີ​ລະບອບ​ບຸລິ​ມະ​ສິດ​ໃຫມ່​ຄື: ລະບອບ​ຫນູນ​ຊ່ວຍ​​ໃຫ້​ແກ່​ຍາດຕິ​ພີ່ນ້ອງ​ນັກຮົບ​ເສຍສະຫລະ​ຊີວິດ​ເພື່ອ​ຊາດ, ລະບອບ​ປະ​ກັນ​ສຸຂະພາບ​ທີ່​ມີ​ຕໍ່​ຍາດ​ຕິ​ພີ່ນ້ອງ​ຂອງ ຜູ້​ມີ​ຄຸນງາມຄວາມດີ ກໍ​ໄດ້​ເພີ່ມ​ເຕີມ, ​ເປີດ​ກວ້າງ, ຕາມ​ການ​ກຳນົດ​ຂອງ​ລັດຖະບັນຍັດສະບັບ​ນີ້.

        ຢູ່ ຫວຽດນາມ ປະຈຸ​ບັນ​ມີ​ ຜູ້​ມີ​ຄຸນງາມຄວາມດີກວ່າ 8,8 ລ້ານ​ຄົນ, ກວມ​ເກືອບ 10%ຈຳນວນ​ພົນລະ​ເມືອງ. ​ໄລ່​ມາ​ຮອດ​ປະຈຸ​ບັນ, ລະບົບ​ນະ​ໂຍບາຍ​ທີ່​ມີ​ຕໍ່ ຜູ້​ມີ​ຄຸນງາມຄວາມດີ ຢູ່ ຫວຽດນາມ ​ໄດ້​ສ້າງ​ສຳ​ເລັດ​ຜົນ, ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຕອບ​ບຸນ​ແທນ​ຄຸນ​ທີ່​ນັບ​ມື້​ນັບ​ຂະຫຍາຍ​ອອກ​ສູ່​ວົງ​ກວ້າງ ​ແລະ ​ເຂົ້າ​ສູ່​ລວງເລິກ. ມາ​ຮອດ​ປະຈຸ​ບັນ, ມີ 95% ຈຳນວນ​ຕາ​ແສງບັນລຸ​ມາດຕະຖານ​ຕາ​ແສງ​ປະຕິບັດ​ວຽກ​ງານ​ເບິ່ງ​ແຍງ​ດູ​ແລ​ທະ​ຫານ​ເສຍ​ອົງຄະ​, ນັກຮົບ​ເສຍສະ​ຫລະ​ຊີວິດ​ເພື່ອ​ຊາດ ​ແລະ ຜູ້​ມີ​ຄຸນງາມຄວາມດີ. ມີ​ຫລາຍ​ອົງການ, ຫົວຫນ່ວຍ, ວິ​ສາ​ຫະກິດ, ຜູ້​ໃຈ​ບຸ​ນ​ໃຈ​ກຸສົນ​ໄດ້​ຮັບ​ລ້ຽງ​ດູ​ແມ່​ຫວຽດນາມ​ ວິລະ​ຊົນ, ອຸ້ມ​ຊູຊ່ວຍ​ເຫລືອລູກ​ຂອງ​ທະຫານ​ເສຍ​ອົງຄະ, ຍາດຕິ​ພິ່ນ້ອງ​ນັກຮົບ​ເສຍສະຫລະ​ຊີວິດ​ເພື່ອ​ຊາດ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ​ແຂວງ ກວ໋າງນາມ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ທ້ອງ​ຖິ່ນ​ມີ ຜູ້​ມີ​ຄຸນງາມຄວາມດີ​ຫລາຍ​ກວ່າ​ໝູ່​ ມາ​ຮອດ​ປະຈຸ​ບັນ ​ແມ່ນ​ແຂວງ​ທີ່​ປະຕິບັດ​ວຽກ​ງານ​ເບິ່ງ​ແຍງ​ດູ​ແລຜູ້​ມີ​ຄຸນງາມຄວາມດີ ຕາມ​ການ​ກຳນົດ ​ແລະ ຖື​ວ່າ ​ແມ່​ນບັນຫາ​ຂອງ​ທົ່ວ​ສັງຄົມຢ່າງ​ເລິກ​ເຊິ່ງ. ທ່ານ Nguyen Duc Hai ​ເລຂາ​ຄະນະ​ພັກ​ແຂວງ ກວ໋າງນາມ ​ໃຫ້​ຮູ້​ວ່າ:

        “​ແຂວງ​ກວ໋າງນາມ ​ໄດ້​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຕອບ​ບຸນ​ແທນ​ຄຸນ​ຫລາຍ​ຢ່າງ, ​ເອົາ​ໃຈ​ໃສ່​ໂດຍ​ກົງ​ເຖິງ​ເປົ້າ​ໝາຍ​ນະ​ໂຍບາຍ, ຜູ້​ມີ​ຄຸນງາມຄວາມດີ ຢູ່ ບັນດາ​​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ກ່ອນ​ອື່ນ​ໝົດ ພວກ​ຂ້າພະ​ເຈົ້າ​ຊຸກຍູ້​ໂຄງການ​ຫນູນ​ຊ່ວຍ​ດ້ານ​ເຮືອນ​ຢູ່​ໃຫ້​ແກ່ ຜູ້​ມີ​ຄຸນງາມຄວາມດີ ຢ່າງ​ວອ່ງ​ໄວ, ກວດກາ​ຄືນ​ນະ​ໂຍບາຍ​ທັງ​ໝົດ, ພິ​ເສດ ຢູ່ ຮາກ​ຖານ, ​ເຮັດ​ແນວ​ໃດ​​ໃຫ້​ຖື​ກຕ້ອງຕາມ​ການ​ກຳນົດ.”

ປະຕິບັດນະໂຍບາຍຕໍ່ຜູ້ມີຄຸນງາມຄວາມດີໃຫ້ດີກວ່າເກົ່າ - ảnh 2
ແຈກຢ່າຍຢຸກຢາໃຫ້ແກ່ເປົ້ນໝາຍນະໂຍບາຍ
ພາບ:tienphong.vn

        ຄຽງ​ຄູ່​ກັບ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ, ລັດ ​ແລະ ການ​ອຸ້ມ​ຊູ​ຊ່ວຍ​ເຫລືອ​ຂອງ​ປະຊາຊົນ, ທະຫານ​ເສຍ​ອົງຄະ​, ຍາດຕິ​ພີ່​ນ້ອງ ​ແລະ ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ລັດ ​ໄດ້​ບືນ​ຕົວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ການ​ຮຳ່ຮຽນ, ວຽກ​ງານ, ​ການ​ອອກ​ແຮງ​ງານ. ສະ​ນັ້ນ ມີ​ຫລາຍ​ຄອບຄົວ​ນະ​ໂຍບາຍ​ມີ​ລະດັບ​ຄອງ​ຊີບ​​ເຫນືອປານ​ກາງ​​ເມື່ອ​ທຽບ​ໃສ່​ກັບ​ຊຸມ​ຊົນ​ຢູ່​ບໍລິ​ເວນ​ອາ​ໄສ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ບັນລຸ​ກວ່າ 96%. ທ່ານ​ນາງ Duong Thi Mong ຜູ້​ມີ​ຄຸນງາມຄວາມດີ ຢູ່​ແຂວງ ອຽນ​ບາຍ ​ໄດ້​ຢືນຢັນ​ວ່າ:

        “ພັກ ​ແລະ ລັດ​​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ຜູ້​ມີ​ຄຸນງາມຄວາມດີ ສະ​ນັ້ນ ພວກ​ຂ້າພະ​ເຈົ້າ​ກໍ​ເຂົ້າ​ໃຈ​ໄດ້​ວ່າ ຕ້ອງ​ເຮັດ​​ແນວ​ໃດ​ເພື່ອ​ຕອບ​ແທນໃຫ້​ເຂົາ​ເຈົ້າ. ພວກ​ຂ້າພະ​ເຈົ້າກໍ​ພະຍາຍາມ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ທີ່​ມີ​ຢູ່​ແລ້ວ​ຂອງ​ຄອບຄົວ ​ແລະ ຂົນຂວາຍ, ສຶກສາ​ລູກ​ຫລານ​ປະຕິ​ດບັນ​ວຽກ​ງານ​ຕອບ​ບຸນ​ແທນ​ຄຸນ​​ໃຫ້​ດີກ​ວ່າ​ເກົ່າ.”

        ​ໃນ​ຊຸມ​ປີຜ່ານມາ, ​ພັກ, ລັດ ຫວຽດນາມ ​ໄດ້ ​ແລະ ພວມ​ສືບ​ຕໍ່​ສ້າງ​ລະບົບ​ນະ​ໂຍບາຍ​ບຸລິ​ດມະ​ສິດ ຜູ້​ມີ​ຄຸນງາມຄວາມດີ​ຕາມ​ທິດ​ສອດ​ຄອ່ງກັບ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ, ສົ່ງ​ເສີມ​ວົງ​ຄະນະ​ຍາດ​ຍູ້​ແຮງ ​ແລະ ​ເປີດ​ກວ້າງ​ຂະ​ບວນການ​ຕອບ​ບຸນ​ແທນ​ຄຸນ​ກວ່າ​ອີກ.

ທີ່​ກອງ​ປະຊຸມ​ຍ້ອງຍໍ​ສັນລະ​ເສີນຜູ້​ມີ​ຄຸນງາມຄວາມດີ ຈັດ​ຂຶ້ນ​ຫວ່າງ​ແລ່​ວນີ້, ທ່ານ​ປະທານ​ປະ​ເທດ ຫວຽດນາມ Truong Tan Sang ຊີ້​ແຈງ​ວ່າ:

        “​ເຖິງ​ວ່າ​ມີ​ຄວາມ​ເອົາ​ໃຈ​ໃສ່​ຊ່ວຍ​ເຫລືອ​, ຫນູນ​ຊ່ວຍ ຜູ້​ມີ​ຄຸນງາມຄວາມດີ, ​ແຕ່​ມີ​ທະຫານ​ເສຍ​ອົງຄະ, ຄອບຄົວ​ຂອງ​ນັກຮົບ​ເສຍສະຫລະ​ຊີວິດ​ເພື່ອ​ຊາດ, ຜູ້​ມີ​ຄຸນງາມຄວາມດີ ສ່ວນ​ຫນຶ່ງ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ວາງ​ອອກ​ຫນ້າ​ທີ່​ຄວນ​ສືບ​ຕໍ່​ສຸມ​ທຸກ​​ແຫຼ່ງກຳລັງ ພ້ອມ​ກັບ​ລັດ ​ເບິ່​ງ​ແຍງ​ດູ​ແລ​ໃຫ້​ ຜູ້​ມີ​ຄຸນງາມຄວາມດີ ​ແລະ ຄອບຄົວ​ນັກຮົບ​ເສຍສະຫລະ​ຊີວິດ ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ໃຫ້​ດີກ​ວ່າ, ​ແກ້​ໄຂ​ຂໍ້ຄົງຄ້ງຂອງ​ນະ​ໂຍບາຍ​ທີ່​ມີ​ຕໍ່ຜູ້​ມີ​ຄຸນງາມຄວາມດີ, ສ້າງ​ເງື່ອນ​ໄຂ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ຮ່ວມ​ການ​ພັດທະນາ​ເສດຖະກິດ​ເພື່ອ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່, ຍົກ​ສູງລະດັບ​ຄອງຊີບ.”

          ​ນັບ​ແຕ່​ປີ 2013 ​ເປັນ​ຕົ້ນ​ໄປ, ນະ​ໂຍບາຍ​ບຸລິມະສິດ​ທີ່​ມີ​ຕໍ່ ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ຈະ​ໄດ້​ຮັບ​ການ​ປະຕິບັດ​ຢ່າງຮອບດ້ານ​ຢູ່ ຫວຽດນາມ. ນອກ​ຈາກ​ເນື້ອ​​ໃນ​ບຸລິະມະ​ສິດ​ທີ່​ໄດ້​ລະບຸ​ໄວ້​ໃນ​ລັດຖະບັນຍັດ​ດັ່ງກ່າວ, ລັດ​ຈະ​ມີ​ລາຍການ​ຈ່າຍ​ຕື່ມ​ອີກ​ 700 ຕື້​ດົ່ງ ​ເພື່ອ​ຫນູນ​ຊ່ວຍ ຜູ້​ມີ​ຄຸນງາມຄວາມດີທີ່​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ດ້ານ​ເຮືອນ​ຢູ່. ຄາດ​ວ່າ, ຍອດ​ງົບປະມານ​ແຫ່ງ​ລັດ​ທີ່​ຈ່າຍ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ປີ 2013 ​ແມ່ນກວ່າ 36.000 ຕື້​ດົ່ງ. ດ້ວຍ​ຫລາຍ​ຮູບ​ການ, ມາດ​ຕະການ ​ແລະ ວິທີ​ປະຕິບັດ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ​ຂອງ​ທຸກ​ຂັ້ນ, ຂະ​ແຫນງ​ການ​ຕ່າງໆ ​ແລະ ທ້ອງ​ຖິ່ນ, ການ​​ເບິ່ງ​ແຍງ​ດູ​ແລ​ຊີວິດ​ການ​ເປັນ​ຢູ່​ຂອງ​ ຜູ້​ມີ​ຄຸນງາມຄວາມດີຕໍ່​ການ​ປະຕິວັດ​ຈະ​ໄດ້​ຮັບ​ການ​ປະຕິບັດ​ເປັນ​ຢ່າງ​ດີກ​ວ່າ, ປະກອບສ່ວນ​ຮັບປະກັນ​ຊີວິດ​ສັງຄົມ, ຍູ້​ແຮງ​ພາລະກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​​ໄຫມ./.

         

 

ຕອບກັບ

ຂ່າວ/ບົດ​ອື່ນ