ປະຕິຮູບລະບຽບການບໍລິຫານ, ຂອດບຸກທະລຸເພື່ອພັດທະນາ

(vovworld) - ​ໂຄງການ​ປະຕິ​ຮູບ​ດ້ານ​ບໍລິຫານ​ໄລຍະ 2001-2011 ຂອງ ຫວຽດນາມ​ບັນລຸ​ໄດ້​ບັນດາ​ໝາກຜົນ​ດີ​ພໍ​ສົມຄວນ ​ແລະ ມີ​ບາດກ້າວ​ກະ​ໂດດ​ຂັ້ນ​ຢ່າງ​ແທ້​ຈິງ, ປະກອບສ່ວນ​ຫລາຍ​ພໍສົມຄວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ. ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ດ້ວຍ​ຈຸດໝາຍ​​ແມ່ນ​ຫັນ​ບັນດາ​ລະບຽບ​ການ​ບໍລິຫານ​​ເປັນງ່າ​ຍດ່າ​ຍ, ຫລຸດຜ່ອນ​ລາຍ​ຈ່າຍ​​ໃນ​ການ​ປະຕິບັດ​ບັນດາ​ລະບຽບ​ການ​ບໍລິຫານ​ໃຫ້​ແກ່​ປະຊາຊົນ ​ແລະ ວິ​ສາ​ຫະກິດ​ໄດ້​ຫລາຍ​ພໍ​ສົມຄວນ ​ແມ່ນ​​ເນື້ອ​ໃນ​ຕົ້ນຕໍ​ຂອງ​ວຽກ​ງານ​ປະຕິ​ຮູບ​ດ້ານ​ບໍລິຫານ​ໃນ​ໄລຍະ​​ໃຫມ່.

ປະຕິຮູບລະບຽບການບໍລິຫານ, ຂອດບຸກທະລຸເພື່ອພັດທະນາ - ảnh 1
ຫັນລະບຽບການບໍລິຫານເປັນງ່າຍດາຍຈະປະຢັດໄດ້ຈຳນວນເງິນ
ຫລາຍພໍສົມຄວນໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ
ພາບ:internet

        ​ເນື້ອ​​ໃນ​ຕົ້ນຕໍ​ຂອງ​ໂຄງການ​ສັງ​ລວມການ​ປະຕິ​ຮູບ​​ດ້ານບໍລິຫານ​ແຫ່ງ​ລັດ​ໄລຍະ 2001 - 2011 ນັ້ນ​ແມ່ນ​​ເລື່ອງ​ທ່ານ​ນາຍົກລັດຖະມົນຕີ​ໄດ້​ອະ​ນຸມັດ​ແຜນ​ຮ່າງ​ຫັນລະບຽບ​ການ​ບໍລິຫານ​​ເປັນ​ງ່າຍດາຍ​ໃນ​ບັນດາ​ຂົງ​ເຂດຄຸ້ມ​ຄອງ​ລັດ​ໄລຍະ 2007 -2010 ​ຫລື​ເອີ້ນ​ຫຍ້ໍ້ວ່າ: ​ແຜນ​ຮ່າງ​ເລກທີ 30.​ ນີ້​ເປັນ​ຄັ້ງ​ທຳ​ອິດ ລັດຖະບານ​ໄດ້​ສ້າງຊ່ອງ​ເປັນ​ທາງ​ການ​ເພື່ອ​ຮັບ​ຟັງ, ​ຮັບ​ເອົາ​ຄວາມ​ເຫັນ​ຈາກພາກ​ເອກະ​ຊົນ ດ້ວຍ​ເລື່ອງ​ສ້າງ​ຕັ້ງ​ສະພາ​ທີ່​ປຶກສາ​ປະຕິ​ຮູບ​ລະບຽບການບໍລິຫານ. ຫນຶ່ງ​ໃນ​ບັນດາ​ຂົງ​ເຂດ​​ໄດ້​ຮັບ​ຄວາມ​ສົນ​​ໃຈ​​ເປັນພິ​ເສດຈາກ​ປະຊາຊົນ ​ແລະ ວິ​ສາ​ຫະກິດ ນັ້ນ​ແມ່ນ​ຂົງ​ເຂດ​ພາສີອາກອນ​. ​​ເພື່ອ​ປະຕິບັດ​ການ​ຫັນ​ລະບຽບ​ການ​ບໍລິຫານ​​ເປັນງ່າຍດາຍ, ຂະ​ແຫນງ​ສ່ວຍ​ສາ​ອາກອນບັນລຸ​ໄດ້​ບັນດາ​ໝາກຜົນ​ດີ​ພໍ​ສົມຄວນ, ຫັນລະບຽບ​ການບໍລິຫານ 271 ຊຸດ​ໃນ​ຈຳນວນ 300 ຊຸດ​ເປັນ​ງ່າຍດາຍ, ປະ​ຢັດ​ໄດ້​ເກືອບ 2.000 ຕື້​ດົ່ງ​ໃນ​ແຕ່ລະ​ປີ, ​ໃນ​ນັ້ນ ​ຂົງ​ເຂດເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ກຸນ​ແຈ​ໃນ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ຂອງ​ຂະ​ແຫນງ. ທ່ານ​ນາງ Hoang Thi Lan Anh ຮອງ​ຫົວຫນ້າ​ຄະນະ​ປະຕິ​ຮູບ ​ແລະ ຫັນ​ເປັນ​ທັນ​ສະ​ໄຫມ ສັງກັດ​ກົມ​ໃຫຍ່ສ່ວຍ​ສາ​ອາກອນ ​ໃຫ້​ຮູ້​ວ່າ:

         “ຄຽງ​ຄູ່​ກັບ​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ລະບຽບ​ການ​ບໍລິຫານ​ເກືອບ​ທັງ​ໝົດ​ລ້ວນ​ແຕ່​​ໄດ້ຮັບ​ການຄົ້ນ​ຄ້ວາຈາກກົມ​ໃຫຍ່​ສ່ວຍ​ສາ​ອາກອນ​​ເພື່ອ​ປັບປຸງ​ໃຫ້​ງ່າຍດາຍ​, ຈະ​ແຈ້ງກວ່າ ​ເພື່ອ​ໃຫ້​ປະຊາຊົນ ​ແລະ ວິ​ສາ​ຫະກິດ​ນຳ​ໃຊ້​ຢ່າງ​ງ່າຍ​ດາຍ, ຕົວຢ່າງ​ຄື: ​ແບບ​ຟອມ ກໍ​ພວມ​​ໄດ້​ຮັບ​ການຄົ້ນ​ຄ້ວາ​ປັບປຸງ ຕາມ​ຄຳ​ສັ່ງ​ແນະນຳ​ເລກທີ 60, ພິ​ເສດ​ລະບຽບ​​ເສຍ​ອາກອນ​ລາຍ​ຮັບ​ສ່ວນ​ບຸກຄົນ.”

        ​ໃນ​ຂະນະ​ນັ້ນ, ຂະ​ແຫນງ​ປະກັນ​ສັງ​ຄົມ​ໄດ້​ຖື​ການ​ແບ່ງ​ຂັ້ນ​ເປັນ​ຂອດ​ບຸກທະລຸ​ໃນ​ການ​ປະຕິ​ຮູບ​ລະບຽບ​ການບໍລິຫານ ​ແລະ ສິ່ງ​ນີ້​ໄດ້​ນຳ​ມາ​ຊຶ່ງ​ປະສິດທິ​ຜົນ​ຢ່າງ​ຕັ້ງຫນ້າ.

        ຈາກ​ພຶດຕິ​ກຳ​ຂອງ​ຂະ​ແຫນງ​ສ່ວຍ​ສາ​ອາກອນ ​ແລະ ຂະ​ແຫນງ​ປະກັນ​ສັງຄົມ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ໂຄງການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ຢູ່ ຫວຽດນາມ ຢ່າງ​ມີ​ຊີ​ວິດຊີວາ. ມາ​ຮອດ​ປະຈຸ​ບັນ, ທົ່ວ​ປະ​ເທດ​ມີ 258 ລະບຽບ​ການ​ບຸລິມະສິດ​ຖືກ​ຫັນ​ເປັນ​ງ່າຍ​ງາຍ. ​ຈາກ​ວຽກ​ງານ​ນີ້​ໄດ້​ປະຢັດ 5.700 ຕື້​ດົ່ງ​ໃຫ້​ແກ່​ປະຊາຊົນ​ ​ແລະ ວິ​ສາ​ຫະກິດ​ໃນ​ແຕ່ລະ​ປີ. ໝາກຜົນ​ຂອງ​ບັນດາ​ຄວາມ​ມານະ​ພະຍາຍາມ​ໃນ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ເປັນ​ຄັ້ງ​ທຳ​ອິດ ຫວຽດນາມ​ມີ​ຖານ​ຂໍ້​ມູນ​ແຫ່ງ​ຊາດ​ກ່ຽວ​ກັບ​ລະບຽບ​ການ​ບໍລິຫານ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc, ຫົວຫນ້າ​ຫນ່ວຍ​ປະຕິບັດ​ງານ​ສະ​ເພາະ​ກິດ​ກ່ຽວ​ກັບ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ຂອງ​ນາຍົກລັດຖະມົນຕີ​ໃຫ້​ຮູ້​ວ່າ:

        “ພວກ​ເຮົາ​ໄດ້​ກວດກາ​ສຳ​ເລັດ​ໂດຍ​ພື້ນຖານ ​ແລະ ຮັບປະກັນ 2 ມາ​ດຕະຖານ​ສຳຄັນ,​ນັ້ນ​ແມ່ນ​ຫັນ​ລະບຽບ​ການ​ເປັນ​ງ່າຍດາຍ​ຢ່າງ​ຫນ້ອຍ​ສຸດ 30% ຈຳນວນ ລະບຽບການ. ນີ້​ແມ່ນ​ຜົນສຳ​ເລັດ​ສຳຄັນ​ຊຶ່ງ​ຫລາຍ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ​ຕ່າງໆ​ໄດ້​ສຳ​ເລັດ​ລື່ນ​ກາຍ​ລະດັບຄາດໝາຍ​ຂອງ​ນາຍົກລັດຖະມົນຕີທີ່ມອບ​ໝາຍໃຫ້.”

ປະຕິຮູບລະບຽບການບໍລິຫານ, ຂອດບຸກທະລຸເພື່ອພັດທະນາ - ảnh 2
ພາບປະກອບ:chaobuoisang.vn

        ​ໃນ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2011- 2020, ຫວຽດນາມ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ໃນ​ການ​ປະຕິ​ຮູບ, ສ້າງ​ພື້ນຖານ​ບໍລິຫານ​ໃຫ້​ສົມບູນ​ແບບ. ນັ້ນ​ແມ່ນ​ສຸມ​ໃສ່​ສ້າງ​ພື້ນຖານ​ບໍລິຫານ​ແຫ່​ງລັດ​ໃຫ້​ປອດ​​ໃສ, ​ເຂັ້ມ​ແຂງ, ຮັບປະກັນ​ການ​ຄຸ້ມ​ຄອງ​ເປັນ​ເອກະ​ພາບ, ມີ​ປະສິດທິ​ຜົນ, ມີ​ຜົນ​ສັກສິດ, ສ້າງ ​ແລະ ຊີ້​ນຳ​ການ​ປະຕິບັດ​ໂຄງການ​ສັງ​ລວມການ​ປະຕິ​ຮູບ​ບໍລິຫານ​ໄລຍະ 2011 - 2020 ​ໃນ​ທຸກ​ຂອດ​ຄື: ລະບອບ, ກົງຈັກອົງການ​ຈັດ​ຕັ້ງ​, ພະນັກງານ, ລັດຖະກອນ ​ແລະ ຫັນ​ພື້ນຖານ​ບໍລິຫານ​ແຫ່ງ​ຊາດ​​ເປັນທັນ​ສະ​ໄຫມ, ຖືກຕ້ອງ​ກັບ​ທີ່​ຕັ້ງບົດບາດ ນັ້ນ​ແມ່ນ​ຫນຶ່ງ​ໃນ​ບັນດາ​ເນື້ອ​ໃນ​ຂອງ​ຂອດ​ບຸກທະລຸ​ຍຸດ​ທະ​ສາດ.​ ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ເນັ້ນ​ຫນັກ​ວ່າ:

        “ພວກ​ຂ້າພະ​ເຈົ້າ​ສືບ​ຕໍ່​ສະ​ເຫ​ນີວ່າ:​ ລະບຽບ​ການ​ບໍລິຫານ​ແມ່ນ​ປະຕູ​ດຽວ. ​ແລ້ວ​ຕິດຕາມ​ກວດກາ, ​ເປ​ີດ​ເຜີຍ, ຫັນ​ລະບຽບ​ການ​ບໍລິຫານ​​ເປັນ​ກະຈ່າງ​ແຈ້ງ, ຈາກ​ນັ້ນ​ຕິດຕາມ​ຖັນ​​ແຖວ​ພະນັກງານ​ຢູ່​ທຸກ​ກະຊວງ, ຂະ​ແຫນງ​ການ​ເມື່ອ​ເຮັດ​ວຽກ, ພົບ​ປະ​ກັບ​ປະຊາຊົນ, ວິ​ສາ​ຫະກິດ. ​ໃນ​ໄລຍະ​ຈະ​ມາ​ເຖິງ ຕ້ອງ​ຈຳກັດ​ວິ​ສາ​ຫະກິດ​ພວມ​ເກີດ​ຂຶ້ນ​ໃນ​ວິວັດ​ການ​ສ້າງ​ລະບອບ, ນະ​ໂຍບາຍ.”

        ຫວຽດນາມ ພວມ​ສ້າງ​ພື້ນຖານ​ບໍລິຫານ​ຢ່າງມີປະຊາທິປະ​ໄຕ, ​ເຄື່ອນ​ໄຫວ​ແບບ​ອາຊີບ, ມີ​ປະສິດທິ​ພາບ ​ແລະ ມີ​ສະມັດ​ຕະພາບ​ສູງ, ປະກອບສ່ວນ​ສຳຄັນ​​ເຂົ້າໃນ​ການ​ປ້ອງ​ກັນ ​ແລະ ຕ້ານ​​ໄພ​ສໍ້​ລາດ​ບັງ​ຫລວງ, ການ​ຟຸມ​ເຟືອຍ ​ແລະ ພັດທະນາ​ເສດຖະກິດ​ສັງຄົມ, ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງ​ການ​ໃນ​ການ​ເຊ່ືອມ​ໂຍງ​​ເຂົ້າກັບ​ສາກົນ./.

ຕອບກັບ

ຂ່າວ/ບົດ​ອື່ນ