ຜົນຢ້ອນຫຼັງຈາກກໍລະນີຈູດປຶ້ມຄຳພີ

ຜົນຢ້ອນຫຼັງຈາກກໍລະນີຈູດປຶ້ມຄຳພີ - ảnh 1
ການໃຊ້ຄວາມຮຸນແຮງຢູ່ອາບການິສະຖານ,ພາຍຫຼງອາເມລິກາຈູດປຶ້ມຄຳພີ
 (ພາບ: AFP)

ກໍລະນີ​ທະຫານ​ອາ​ເມ​ລິ​ກາ ຢູ່​ຖານ​ທີ່​ໝັ້ນ​ການ​ທະຫານ Bagram ​ແຫ່ງ ອາບ​ກາ​ນິສະຖານ ຈູດປື້​ມຄຳ​ພີໂກ​ຮານ ນັ້ນ, ບໍ່​ພຽງ​ແຕ່ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ເຖິງການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ - ອາບ​ກາ​ນິສະຖານ​ເທົ່າ​ນັ້ນ, ຫາກ​ຍັງ​ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ເຖິງ​ອຳນາດ​ການ​ປົກຄອງອາ​ເມ​ລິ​ກາ ​ແລະ ອາບ​ກາ​ນິສະຖານ ​ໃນ​ປະຈຸ​ບັນ​ອີກ​ດ້ວຍ.

        ພາຍຫຼັງ​ທີ່​ໄດ້​ຮັບ​ຂ່າວ​ວ່າ, ປື້​ມຄຳ​ພີ​ຂອງ​ຊາວ​ມຸດ​ສະ​ລິມ​ຖືກ​ຈູດ​ຢູ່​ຖານ​ທີ່​ໝັ້ນ Bagram - ​ເຊິ່ງ​ແມ່ນ​ຖານ​ທີ່​ໝັ້ນ​ການ​ທະຫານ​ໃຫຍ່​ກວ່າ​ໝູ່​ຂອງອາ​ເມ​ລິ​ກາ​ ຢູ່ອາບ​ກາ​ນິສະຖານ ນັ້ນ, ວັນ​ທີ 21/2, ຊາວ​ທ້ອງ​ຖີ່​ນຢູ່​ນອກ​ຖານ​ທີ່​ໝັ້ນ​ນີ້​ປະມານ 2.000 ຄົນ ​ໄດ້​ດຳ​ເນີນ​ການ​ແຫ່​ຂະ​ບວນປະ​ທ້ວງ. ມາ​ຮອດ​ປະຈຸ​ບັນ, ການ​ແຫ່​ຂະ​ບວນປະ​ທ້ວງ​ຂອງ​ຊາວອາບ​ກາ​ນິສະຖານ​​ໄດ້​ແຜ່​ຂະ​ຫຍາ​ຍຢ່າງ​ກວ້າງຂວາງ, ​ແລະ ກໍ່​ໃຫ້​ເກີດ​ການ​ໃຊ້​ຄວາມ​ຮຸນ​ແຮງ, ​ເຖິງ​ວ່າ​ວົງ​ການ​ເຈົ້າ​ໜ້າ​ທີ່ອາ​ເມ​ລິ​ກາ, ​ໃນ​ນັ້ນ​ມີ​ປະທານາທິບໍດີ Barack Obama, ຜູ້​ບັນຊາ​ການ​ທະຫານ​ອາ​ເມ​ລິ​ກາ​ຢູ່​ອາບ​ກາ​ນິສະຖານ, ນາຍ​ພົນ John Allen ​ໄດ້​ອອກສຽງ​ຂໍ​ໂທ​ດຕໍ່​ກໍລະນີ​ຈູດ​ປື້​ມຄຳ​ພີໂກ​ຮານ ​ແລະ​ ຖື​ວ່ານີ້​ແມ່ນ ”ອຸບັດ​ຕິ​ເຫດ”, ພ້ອມ​ທັງ​ຢືນຢັນ​ວ່າ, ບັນດາ​ການ​ກະທຳ​ດັ່ງກ່າວ​ບໍ່​ແມ່ນ​ທັດສະນະ, ທ່າ​ທີ​ຂອງ​ທະຫານ​ອາ​ເມ​ລິ​ກາ ທີ່​ມີ​ຕໍ່​ການ​ເຄື່ອນ​ໄຫວ​ທາງ​ສາສະໜາ​ຂອງ​ປະຊາຊົນ​ອາບ​ກາ​ນິສະຖານ. ນອກ​ນັ້ນ, ​ແມ່ນ​ບັນດາ​ກໍລະນີ​ບຸກ​ໂຈມ​ຕີ​ໃສ່​ຖານ​ທີ່​ໝັ້ນ​ການ​ທະຫານ​ຂອງ​ອາ​ເມ​ລິ​ກາ ​ໃນ​ດິນ​ແດນ​ອາບ​ກາ​ນິສະຖານ, ພິ​ເສດ​ແມ່ນ​ກໍລະນີ​ທີ່​ປຶກສາ​ດ້ານ​ການ​ທະຫານ​ອາ​ເມ​ລິ​ກາ 2 ຄົນ​ຖືກ​ສັງຫານ. ມາ​ຮອດ​ປະຈຸ​ບັນ, ການ​ປະ​ທະ​ກັນ​ຕ່າງໆ​ລະຫວ່າງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ​ ປະຊາຊົນອາບ​ກາ​ນິສະຖານ ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ເຖິງ 10 ຄົນ. ການ​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ແຜ່​ຂະຫຍາຍ​ໄປ​ສູ່​ປະ​ເທດ​ບ້ານ​​ໃກ້​ເຮືອນ​ຄຽງ ປາ​ກິ​ສະຖານ, ຂະນະ​ທີ່​ວັນ​ທີ 24/2, ຢູ່​ນະຄອນຫຼວງ Islamabad ​ແລະ​ບັນດາ​ນະຄອນ​ໃຫຍ່​ຄື: Karachi ຫຼື Multan ຢູ່​ພາກ​ກາງ ປາກິ​ສະຖານ, ​ບາດ​ຫຼວງນັບ​ຮ້ອຍ​ຄົນ, ​ແລະ ບັນດານັກ​ເຄື່ອນ​ໄຫວທີ່​ມີ​ແນວ​ຄິດ​ແຂງ​ແກ່ນ ​ໄດ້​ລົງ​ຖະໜົນ​ແຫ່​ຂະ​ບວນປະ​ທ້ວງ, ​ເພື່ອ​ຄັດຄ້ານ​ກໍລະນີ​ຈູດ​ປື້​ມຄຳ​ພີ​ໂກ​ຮານ. ນີ້​ບໍ່​ແມ່ນ​ເທື່ອ​ທຳ​ອິດ​ທີ່​ເກີດກໍລະນີ​ຈູດ​ປື້​ມຄຳ​ພີ​ໂກ​ຮານ. ກ່ອນ​ນັ້ນ, ​ຄື​ຕົ້ນ​ເດືອນ 4/2011, ​ເລື່ອງ​ບາດ​ຫຼວງ Wayne Sapp ​ໃນໂບດ​ແຫ່ງ​ໜຶ່ງ​ຢູ່​ລັດ Florida (​ແຫ່ງ​ອາ​ເມ​ລິ​ກາ) ຈູດ​ປື້​ມຄຳ​ພີ​ໂກ​ຮານນັ້ນ, ໄດ້​ກໍ່ໃຫ້​​ເກີດ​ຄວາມຄຽດ​ແຄ້ນລະຫວ່າງຊາວ​ມຸດ​ສະລີ​ມ ​ແລະ ອາ​ເມ​ລິ​ກາ​​. ດັ່ງ​ນັ້ນ, ​ເຖິງ​ວ່າກໍລະນີ​ຈູດ​ປື້​ມຄຳ​ພີ​ໂກ​ຮານ​ ໃນ​ຄັ້ງ​ນີ້​ບໍ່​ແມ່ນ​​ເຈຕະນາ, ​ແຕ່​ໄດ້​ພາ​​ໃຫ້​ເກີດ​ການ​ປະ​ທະ​ກັນ​ດ້ວຍ​ການ​ໃຊ້​ຄວາມ​ຮຸນ​ແຮງ ​ເພື່ອ​ຄັດຄ້ານ​ອາ​ເມ​ລິ​ກາ​ຢູ່​ອາບ​ກາ​ນິສະຖານ, ອັນ​ໄດ້​ຍູ້​ກຳລັງ​ຕ່າງປະ​ເທດ​ຢູ່ອາບ​ກາ​ນິສະຖານ ​ຕົກ​ເຂົ້າ​ສູ່​ສະພາບ​ອັນຕະລາຍ, ​ແລະ​​ເພີ່ມ​ຄວາມ​ຂັດ​ແຍ້​ງກັນ​ລະຫວ່າງ​ອາ​ເມ​ລິ​ກາ ກັບ​ບັນດາ​ປະ​ເທດ​ອິດສະ​ລາມ ກວ່າ​ອີກ. ຍິ່ງ​​ໄປກວ່າ​ນັ້ນ, ​ເຫດການ​ຄັ້ງ​ນີ້​ເກີດ​ຂຶ້ນ​ກົງ​ກັບ​ຈຸດ​ເວລາ​ທີ່ອາ​ເມ​ລິ​ກາ​ ພວມ​ມານະ​ພະຍາຍາມ​ເຮັດ​ໃຫ້​ສະພາບ​ການ​ຢູ່ ອາບ​ກາ​ນິສະຖານ​ມີ​ສະຖຽນ​ລະ​ພາບ, ກ່ອນ​ທີ່​ຈະ​ຖອນ​ທະຫານ​ອອກ​ຈາກ​ປະ​ເທດ​ນີ້​ໃນ​ປີ 2014 ​ແລະ ອາ​ເມ​ລິ ກໍ່​ພວມ​ກ້າວ​ເຂົ້າ​ສູ່​ການ​ເລືອກ​ຕັ້ງ​ປະທານາທິບໍດີ, ສິ່ງ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ອາ​ເມ​ລິ​ກາ ​ແລະ NATO ຕົກ​ເຂົ້າ​ສູ່​ສະພາບ​ຫຍຸ້ງຍາກ​ໃໝ່. ​ໃນ​ຂະນະ​ທີ່ອາ​ເມ​ລິ​ກາ ພວມ​ຕ້ອງການ​ກຳລັງ NATO ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ, ​ເພື່ອ​ສາມາດ​ສ້າງ​​ສະຖຽນ​ລະ​ພາບຢູ່​ອາບ​ກາ​ນິສະຖານ​ໂດຍ​ໄວນັ້ນ, ວັນ​ທີ 23/2, ​ເຢຍລະ​ມັນ-​ເຊິ່ງ​ແມ່ນ​ປະ​ເທດ​ທີ່​ມີ​ກຳລັງ​ທະຫານ​ຫຼາຍ​ອັນ​ດັບ​ສາມ​ຖັດຈາກອາ​ເມ​ລິ​ກາ ​ແລະ ອັງກິດທີ່ພວມ​ເຄື່ອນ​ໄຫວ​ຢູ່ອາບ​ກາ​ນິສະຖານ, ​ພາຍ​ໃຕ້​ການ​ນຳພາ​ຂອງ NATO, ​ໄດ້​ຖອນ​ກຳລັງ​ທະຫານ​​ອອກ​ຈາກ​ຖານ​ທີ່​ໝັ້ນ Taluqan, ພາຍຫຼັງ​ທີ່​ຊາວ​ອາບ​ກາ​ນິສະຖານ ​ປະມານ 300 ຄົນ ດຳ​ເນີນ​ການ​ແຫ່​ຂະ​ບວນປະ​ທ້ວງ​​ດ້ວຍຄວາມ​ສັນຕິ​​ວິທີຢູ່​ນອກ​ຖານ​ທີ່​ໝັ້ນ​ດັ່ງກ່າວ. ກຳລັງ​ທີ່​ຍັງ​ເຫຼືອ​ຂອງ​ເຢຍລະ​ມັນ ກໍ່​ຈະ​ຖອນ​ອອກ​ຈາກ​ອາບ​ກາ​ນິສະຖານ​ກ່ອນ​ທ້າຍ​ເດືອນ 3. ວັນ​ທີ 25/2, ກຳລັງ​ໜູນ​ຊ່ວຍ​ປ້ອງ​ກັນ​ຄວາມ​ສະຫງົບ​ສາກົນ (ISAF)ຢູ່​ອາບ​ກາ​ນິສະຖານ ກໍ່​ຖອນ​ກຳລັງ​ທັງ​ໝົດ​ອອກ​ຈາກ​ອົງການ​ຂັ້ນ​ກະຊວງ​ຢູ່ Kabul ​ແລະ​ບັນດາ​ເຂດ​ອ້ອມ​ຂ້າງ, ດ້ວຍ​ສາຍ​ເຫດທີ່​ວ່າ ”​ເພື່ອ​ຮັກສາ​ກຳລັງ” ພາຍຫຼັງ​ເກີດ​ກໍລະນີ​ທີ່​ປຶກສາ​ດ້ານ​ການ​ທະຫານ​ຂອງ​ອາ​ເມ​ລິ​ກາ 2 ຄົນ ຖືກ​ເຂັ່ນຂ້າ​ຢູ່​ກະຊວງ​ພາຍ​ໃນອາບ​ກາ​ນິສະຖານ. ສ່ວນ​ຢູ່ອາ​ເມ​ລິ​ກາ, ​ວັນ​ທີ 25/2 ຜ່ານ​ມາ, ທຳນຽບຂາວ​ຕ້ອງ​ອະພິປາຍ​ກ່ຽວ​ກັບເລື່ອງ, ຜູ້​ອອກ​ຮັບ​ສະໝັກ​ຮັບເລືອກ​ຕັ້ງ​ປະທານາທິບໍດີ​ຂອງ​ພັກສາ​ທາ​ລະນະ ທ່ານ Newt Gingrich ​ໄດ້ອອກສຽງ​ຕຳ​ນິຕິຕຽນ​ທ່ານ Obama ວ່າ: ”ມັນ​ເປັນ​ເລື່ອງ​ຜິດ​ພາດ ​ແລະ ອັບອາຍ​ຂາຍໜ້າ​ແທ້ໆ ​ເພາະວ່າ​ກົງ​ກັບ​ວັນ​ທີ່​ທະຫານອາບ​ກາ​ນິສະຖານ​ຍິງ​ທະຫານ​ອາ​ເມ​ລິ​ກາ 2 ຄົນ​ຕາຍ​ນັ້ນ, ປະທານາທິບໍດີອາ​ເມ​ລິ​ກາ ພັດ​ຝາກ​ຈົດໝາຍ​ຂໍ​ໂທດ​ຊາວອາບ​ກາ​ນິສະຖານ”. ສະພາບ​ການ​ຢູ່ ອາບ​ກາ​ນິສະຖານ ​ມີ​ຄວາມ​ສັບສົນ​ຍິ່ງ​ຂຶ້ນ, ຂະນະ​ທີ່​ກຳລັງ Taliban ສວຍ​ໃຊ້​ເຫດການ​ນີ້​ເພື່ອ​ຮຽກຮ້ອງ​ຊາວ​ອາບ​ກາ​ນິສະຖານ​ດຳ​ເນີນ​ການ​ແຫ່​ຂະ​ບວນປະ​ທ້ວງ, ບຸກ​ໂຈມ​ຕີ ​ແລະ​ເຂັ່ນຂ້າ​ທະຫານ​ຕ່າງປະ​ເທດ​ເພື່ອ​ແກ້​ແຄ້ນ.

        ກວ່າ 10 ປີ, ນັບ​ແຕ່​ອາ​ເມ​ລິ​ກາ ​ແລະ ກຳລັງ NATO ​ໂຄ່ນ​ລົ້ມ Taliban ສະພາບ​ຄວາມ​ສະຫງົບ​ປອດ​ໄພ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຟື້ນ​ຟູ ​ແລະ ຊາວ​ອາບ​ກາ​ນິສະຖານ​ຍັງບໍ່​ທັນ​ໄດ້​ດຳລົງ​ຊີ​ວິດ​ໃນ​ຄວາມສະຖຽນລະ​ພາບ​ເທື່ອ. ຄວາມ​ສົງ​ໃສ ​ແລະ ​ການ​ປະ​ທະ​ກັນ​ລະຫວ່າງ​ຊາວ​ອາບ​ກາ​ນິສະຖານ​ກັບ​ກຳລັງ​​ຕ່າງປະ​ເທດຢູ່ອາບ​ກາ​ນິສະຖານ​​ໃນປະຈຸ​ບັນ​​ໄດ້​ມີໂອກາດ​​ລະ​ເບີດ​ຂຶ້ນ ພາຍຫຼັງ​ການ​ກະທຳ​ຈູດ​ປື້​ມຄຳ​ພີ​ໂກ​ຮານ​ຜ່ານ​ມາ. ​ແລະ​ ບັນດາຮັກສາຄວາມ​ສະຫງົບ​ປອດ​ໄພ​ຢູ່ອາບ​ກາ​ນິສະຖານ​ໃນປະຈຸ​ບັນ, ພວມ​ຕົກ​ຢູ່​ໃນ​ສະພາບ​ຍາກ​ທີ່​ຈະ​ຄວບ​ຄຸ​ມ​ໄດ້

ຕອບກັບ

ຂ່າວ/ບົດ​ອື່ນ