ຜົນສຳເລັດຂອງການປະຕິວັດເດືອນສິງຫາ ແມ່ນກຳລັງໜູນເພື່ອສ້າງສາປະເທດຊາດ

(VOVWORLD) - ໄຊຊະນະຂອງການປະຕິວັດເດືອນສິງຫາກ່ອນນີ້ເກືອບ 80 ປີນັ້ນ, ຍາມໃດກໍ່ແມ່ນກຳລັງໜູນໃຫ້ແກ່ບັນດາຜົນສຳເລັດຂອງ ຫວຽດນາມ ໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ.
ຜົນສຳເລັດຂອງການປະຕິວັດເດືອນສິງຫາ ແມ່ນກຳລັງໜູນເພື່ອສ້າງສາປະເທດຊາດ - ảnh 1ມີຊາວ ຫວຽດນາມ ຫຼາຍກວ່າ 20 ລ້ານຄົນໄດ້ລຸກຮື້ຂຶ້ນ, ສ້າງເປັນໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດເດືອນສິງຫາ
(ພາບ: TTXVN)

        ວັນທີ 19 ສິງຫາ, ຄົບຮອບ 79 ປີແຫ່ງວັນການປະຕິວັດເດືອນສິງຫາປະສົບຜົນສຳເລັດ (19 ສິງຫາ 1945 – 19 ສິງຫາ 2024). ມີຊາວ ຫວຽດນາມ ຫຼາຍກວ່າ 20 ລ້ານຄົນໄດ້ລຸກຮື້ຂຶ້ນ, ສ້າງເປັນໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດເດືອນສິງຫາ, ຍາດເອົາອຳນາດການປົກຄອງມາໃຫ້ປະຊາຊົນ. ໄຊຊະນະຂອງການປະຕິວັດເດືອນສິງຫາກ່ອນນີ້ເກືອບ 80 ປີນັ້ນ, ຍາມໃດກໍ່ແມ່ນກຳລັງໜູນໃຫ້ແກ່ ບັນດາຜົນສຳເລັດຂອງ ຫວຽດນາມ ໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ.

        ການປະຕິວັດເດືອນສິງຫາ ແມ່ນໜຶ່ງໃນບັນດາໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດ ຫວຽດນາມ ໃນສະຕະວັດທີ 20. ບົດເພງວິລະຊົນເດືອນສິງຫານັ້ນ ແມ່ນໝາກຜົນແຫ່ງການເຕົ້າໂຮມກຳລັງແຮງ ດ້ານຄຸນນະທາດ, ພູມປັນຍາ, ບັນຍາກາດສະຫງ່າອົງອາດຂອງຊາດ ຫວຽດນາມ ໃນຍຸກສະໄໝ ໂຮ່ຈີມິນ ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ.

ນຳຊາດ ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່

        ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ ແລະ ປະທານ ໂຮ່ຈີມິນ, ປະຊາຊົນ ຫວຽດນາມ ພ້ອມກັນລຸກຮື້ຂຶ້ນ, ດຳເນີນການລຸກຮື້ຂື້ນຕໍ່ສູ້ຄັ້ງໃຫຍ່, ຍາດເອົາສິດອຳນາດປົກຄອງ. ພຽງແຕ່ໃນຮອບເວລາ 15 ວັນ ທ້າຍເດືອນສິງຫາປີ 1945, ການລຸກຮື້ຂຶ້ນຄັ້ງໃຫຍ່ກໍ່ຍາດໄດ້ໄຊຊະນະຢ່າງສົມບູນ, ຍາດເອົາອຳນາດການປົກຄອງມາໃຫ້ປະຊາຊົນ.

ຜົນສຳເລັດຂອງການປະຕິວັດເດືອນສິງຫາ ແມ່ນກຳລັງໜູນເພື່ອສ້າງສາປະເທດຊາດ - ảnh 2(ທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນແມ້ງຮ່າ, ອະດີດຫົວໜ້າສະຖາບັນປະຫວັດສາດພັກ)

        ໄຊຊະນະຂອງການປະຕິວັດເດືອນສິງຫາປີ 1945 ໄດ້ນຳຊາດ ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່: ສັງກາດເອກະລາດຊົນຊາດ ຕິດພັນກັບສັງຄົມນິຍົມ. ຈາກປະຊາຊົນ ຫວຽດນາມ ທີ່ເປັນຂ້າທາດ, ໄດ້ກາຍເປັນເຈົ້າຂອງປະເທດຊາດ, ເປັນເຈົ້າຊາຕະກຳຂອງຕົນ. ການປະຕິວັດເດືອນສິງຫາໄດ້ຮັບໄຊຊະນະ ໄດ້ພິສູດໃຫ້ເປັນແນວທາງປະຕິບັດທີ່ຖືກຕ້ອງ, ການນຳພາທີ່ສະຫຼາດສ່ອງໃສ, ວິໄສທັດທີມີຍຸດທະສາດຂອງພັກ ແລະ ປະທານ ໂຮ່ຈີມິນ. ການປະຕິວັດເດືອນສິງຫາ ປະສົບຜົນສຳເລັດນັ້ນ, ກໍ່ເປັນການຢືນຢັນກຳລັງແຮງຂອງ ຄວາມມະຫາສາມັກຄີທົ່ວປວງຊົນທັງຊາດ. ທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນແມ້ງຮ່າ, ອະດີດຫົວໜ້າສະຖາບັນປະຫວັດສາດພັກ, ຖືວ່າ:

 “ນອກຈາກນ້ຳໃຈຮັກຊາດແລ້ວ, ແມ່ນເຈດຈຳນົງເປັນເຈົ້າປະເທດຊາດ, ສະນັ້ນ, ປະຊາຊົນນັບໝື່ນໆຄົນໄດ້ຕັດສິນໃຈນຳເອົາຈິດໃຈ ແລະ ກຳລັງ, ຊີວິດອິນຊີ, ຊັບສິນ ເພື່ອຮັກສາສິດເສລີ ແລະ ເອກະລາດ. ເຂົາເຈົ້າຂໍປະຕິຍານຕົວຄືແນວນັ້ນກັບລັດຖະບານ. ສິ່ງດັ່ງກ່າວສະແດງໃຫ້ເປັນ ຄວາມເປັນຈິດໜຶ່ງໃຈດຽວກັນ, ເຫັນດີເປັນເອກະພາບລະຫວ່າງສູນກາງ ແລະ ທ້ອງຖິ່ນ, ລະຫວ່າງລັດຖະບານ ແລະ ປະຊາຊົນ, ລະຫວ່າງພັກກັບປະຊາຊົນ”.

ສ້າງຄວາມໄວ້ເນື້ອເຊື່ອໃຈ, ກຳລັງໜູນໃນພາລະກິດແຫ່ງການສ້າງສາ, ພັດທະນາປະເທດຊາດຕື່ມອີກ

        79 ປີຜ່ານມາ, ຫວຽດນາມ ບັນລຸໄດ້ຜົນງານໃຫຍ່ຫຼວງຫຼາຍຢ່າງ, ມີຄວາມໝາຍປະຫວັດສາດໃນທຸກຂົງເຂດ: ຂອບຂະໜາດ ແລະ ກຳລັງບົ່ມຊ້ອນດ້ານເສດຖະກິດເພີ່ມຂຶ້ນຢ່າງວ່ອງໄວ; ຈາກປະເທດທຸກຍາກ, ດ້ອຍພັດທະນາ, ຫວຽດນາມ ໄດ້ກາຍເປັນປະເທດພວມພັດທະນາ, ມີລາຍຮັບປານກາງ. ສູ້ຊົນຮອດປີ 2045, ຫວຽດນາມ ກາຍເປັນປະເທດພັດທະນາ, ມີລາຍຮັບສູງ ຄືດັ່ງມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ທີ່ໄດ້ວາງອອກ.

        ພິເສດ, ພາຍຫຼັງໄລຍະ 38 ປີແຫ່ງການປະຕິບັດກິດຈະການປ່ຽນແປງໃໝ່ (1986 – 2024) “ປະເທດ ຫວຽດນາມ ບໍ່ມີຍາມໃດມີພາລະກິດໃຫຍ່ຫຼວງ, ກຳລັງບົ່ມຊ້ອນ, ມີທີ່ຕັ້ງ ແລະ ອິດທິພົນຊື່ສຽງສາກົນຄືໃນທຸກວັນນີ້”. ຫວຽດນາມ ພວມສືບຕໍ່ຍູ້ແຮງການຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ, ເຊື່ອມໂຍງເຂົ້າກັບສາກົນຢ່າງແຮງ ແລະ ເລິກເຊິ່ງກວ້າງຂວາງ. ເສດຖະກິດບັນລຸການເຕີບໂຕສູງ ແລະ ມີສະຖຽນລະພາບ; ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການປັບປຸງ; ເອກະລາດ, ອະທິປະໄຕ, ທ້ອນໂຮມປະເທດຊາດ ແລະ ຜືນແຜ່ນດິນອັນຄົບຖ້ວນໄດ້ຮັກສາໄວ້ຢ່າງໝັ້ນຄົງ. ບັນດາຜົນງານທີ່ມີຄວາມໝາຍປະຫວັດສາດນັ້ນ ແມ່ນສິ່ງພິສູດໃຫ້ເຫັນຄຳສາບານຕົວເອກະລາດປີ 1945 ແລະ ກໍ່ເປັນການຢັ້ງຢືນນ້ຳໃຈສາມັກຄີ, ເຈດຈຳນົງບໍ່ຍອມຈຳນົນ ແລະ ຄວາມຄາດຫວັງບືນຕົວຂຶ້ນຂອງທົ່ວປວງຊົນທັງຊາດ ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ.

ຜົນສຳເລັດຂອງການປະຕິວັດເດືອນສິງຫາ ແມ່ນກຳລັງໜູນເພື່ອສ້າງສາປະເທດຊາດ - ảnh 3ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ
(ພາບ: VGP)

        ປະຈຸບັນ, ຫວຽດນາມ ພວມອອກແຮງແຂ່ງຂັນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ 2021 – 2025, ສູ້ຊົນປະຕິບັດສຳເລັດບັນດາເປົ້າໝາຍຍຸດທະສາດເຊິ່ງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ວາງອອກ, ສ້າງທ່ວງທ່າຢ່າງໝັ້ນແກ່ນໃຫ້ແກ່ໄລຍະທາງຕໍ່ໜ້າ. ກ່າວຄຳເຫັນທີ່ພິທີສາບານຕົວຮັບດຳລົງຕຳແໜ່ງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໃນວັນທີ 03 ສິງຫາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ເຊື່ອໝັ້ນວ່າ:

        “ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ກົມການເມືອງ, ຄະນະເລຂາທີການສູນກາງພັກຊຸດທີ 13 ຈະແມ່ນບັນດາໝູ່ຄະນະທີ່ໝັ້ນຄົງເຂັ້ມແຂງ, ເປັນແກ່ນສານເຕົ້າໂຮມກຳລັງແຮງ, ຊີ້ນຳນຳພາທົ່ວພັກ, ທົ່ວປວງຊົນ, ທົ່ງກອງທັບປະຕິບັດແຜນນະໂຍບາຍ, ແນວທາງຂອງພັກຢ່າງມີໄຊ, ກ່ອນອື່ນໝົດແມ່ນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ, ສ້າງພື້ນຖານຢ່າງໝັ້ນແກ່ນເພື່ອປະຕິບັດສຳເລັດເປົ້າໝາຍຂອງປະເທດຊາດ 100 ປີພາຍໃຕ້ການຊີ້ນຳນຳພາຂອງພັກ, 100 ປີປະເທດ ປະຊາທິປະໄຕສາທາລະນະລັດ ຫວຽດນາມ, ປະຈຸບັນແມ່ນປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ, ຮອດກາງສະຕະວັດທີ 21, ປະເທດ ຫວຽດນາມ ກາຍເປັນປະເທດພັດທະນາ ຕາມການກຳນົດທິດສັງຄົມນິຍົມ”.

        79 ປີຜ່ານມາ, ດ້ວຍ ບັນຍາກາດສະຫງ່າອົງອາດຂອງການປະຕິວັດເດືອນສິງຫາ 1945, ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ຫວຽດນາມ ພວມຮ່ວມແຮງຮ່ວມໃຈ, ຕັດສິນໃຈສ້າງບັນດາຜົນງານທີ່ມະຫັດສະຈັນໃນໄລຍະທາງປະຕິວັດໃໝ່, ສັງກາດໃໝ່ຂອງຊາດ ຫວຽດນາມ ວິລະຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ