(vovworld)-ຄືດັ່ງພວກເຮົາໄດ້ໃຫ້ຂ່າວໄປແລ້ວ, ກະສັດ ມາເລເຊຍ Abdul Halim Mu’adzam Shah ແລະ ພະລາຊານີ Tuanku Hajah Haminah ພວມຢ້ຽມຢາມທາງລັດຖະກິດ ຫວຽດນາມ ແຕ່ວັນທີ 5-8/9/2013. ການຢ້ຽມຢາມຂອງກະສັດມາເລເຊຍ ດຳເນີນໄປໃນສະພາບການພົວພັນມິດຕະພາບ ແລະ ການຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ ແລະ ມາເລເຊຍພວມພັດທະນາອັນດີງາມ ແລະ ຈະເປັນການຊຸກຍູ້ການພົວພັນນີ້ໃຫ້ຂຶ້ນສູ່ຂີດໝາຍໃຫມ່.
ຫວຽດນາມ ແລະ ມາເລເຊຍ ສ້າງສາຍພົວພັນທາງການທູດເມື່ອວັນທີ 30/3/1973. ສອງຝ່າຍໄດ້ແລກປ່ຽນຄະນະຜູ້ແທນຂັ້ນສູງຫລາຍຄະນະ ແລະ ໄດ້ລົງນາມໃນຖະແຫລງການຮ່ວມກ່ຽວກັບຂອບເຂດການຮ່ວມມືຮອບດ້ານໃນສັດຕະວັດທີ 21 ໃນໂອກາດການຢ້ຽມຢາມ ມາເລເຊຍ ຂອງທ່ານ ນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍ ເມື່ອເດືອນ 4/2004. ເດືອນ 9/2011, ໃນໂອກາດຢ້ຽມຢາມ ມາເລເຊຍ ຂອງທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບຫລັກການນຳການພົວພັນລະຫວ່າງສອງປະເທດໃຫ້ພັດທະນາຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ.
ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ມາເລເຊຍ ໃນໄລຍະຜ່ານມາໄດ້ພັດທະນາເປັນຫລາຍຮູບຫລາຍແບບໃນຫລາຍຂົງເຂດ, ພິເສດ ກ່ຽວກັບດ້ານການຄ້າ, ການລົງທຶນ. ວົງເງິນການຄ້າລະຫວ່າງ ຫວຽດນາມ ແລະ ມາເລເຊຍ ບັນລຸການຈະເລີນເຕີບໂຕຢ່າງວ່ອງໄວ ແລະ ເປັນປົກກະຕິ. ປະຈຸບັນ ມາເລເຊຍ ແມ່ນຄູ່ຮ່ວມມືດ້ານການຄ້າຢືນອັດດັບ 3 ໃນ ອາຊຽນ ແລະ ຢືນອັນດັບ 9 ໃນໂລກຂອງຫວຽດນາມ. ວົງເງິນການຄ້າສອງສົ້ນບັນລຸ 4,2 ຕື້ USD ໃນປີ 2009 ແລະ 5,5 ຕື້ USD ໃນປີ 2010, 6,7 ຕື້ USD ໃນປີ 2011, 7,9 ຕື້ USD ໃນປີ 2012. ກ່ຽວກັບການລົງທຶນ, ໄລ່ມາຮອດເດືອນ 6/2013 ມາເລເຊຍ ມີ 443 ໂຄງການ ດ້ວຍຍອດທຶນຈົດທະບຽນແມ່ນ 10,2 ຕື້ USD, ຢືນອັນດັບ 8 ໃນຈຳນວນປະເທດ ແລະ ເຂດແຄ້ວນລົງທຶນເຂົ້າຫວຽດນາມ. ບັນຊີລາຍຊື່ການລົງທຶນຂອງມາເລເຊຍເຂົ້າຫວຽດນາມ ແມ່ນສຸມໃສ່ຂົງເຂດຂຸດຄົ້ນບໍ່ແຮ່, ສື່ສານໂທລະຄົມ ແລະ ບັນດາຂົງເຂດບໍລິການ. ຫວຽດນາມ ມີ 10 ໂຄງການລົງທຶນຢູ່ ມາເລເຊຍ ດ້ວຍຍອດຈຳນວນເງິນລົງທຶນບັນລຸ 745,6 ລ້ານ USD.
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ກະສັດ ມາເລເຊຍ
|
ຫວຽດນາມ ແລະ ມາເລເຊຍ ຍັງມີບັນດາການເຄື່ອນໄຫວຮ່ວມມືກ່ຽວກັບການປ້ອງກັນຊາດ ປ້ອງກັນຄວາມສະຫງົບ. ປີ 2008, ສອງປະເທດໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືປ້ອງກັນຊາດສອງຝ່າຍ, ແລກປ່ຽນຄະນະຜູ້ແທນເປັນປະຈຳ, ແລະພວມເຈລະຈາເພື່ອລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືຕໍ່ສູ້ປ້ອງກັນ ແລະ ຕ້ານອາດຊະຍາກຳຂ້າມຊາດ, ເປີດຫ້ອງການທູດທະຫານຢູ່ສະຖານທູດຂອງແຕ່ລະປະເທດ… ສອງຝ່າຍກໍໄດ້ລົງນາມໃນຂໍ້ຕົກລົງຮ່ວມມືການສຶກສາ. ແຕ່ລະປີ, ລັດຖະບານ ຫລືບັນດາກຸ່ມບໍລິສັດເສດຖະກິດໃຫຍ່ຂອງມາເລເຊຍຄື: Petronas ໄດ້ສະຫນອງທຶນສຶກສາມະຫາວິທະຍາໄລ ແລະ ປະລິຍາໂທໃຫ້ແກ່ນັກສຶກສາຫວຽດນາມ. ແຕ່ປີ 2002, ລັດຖະບານ ມາເລເຊຍ ໄດ້ເປີດຕະຫລາດແຮງງານໃຫ້ແກ່ຫວຽດນາມຢ່າງເປັນທາງການ ແລະ ເຫັນດີ ນຳບັນຫາແຮງງານກາຍເປັນຂົງເຂດຮ່ວມມືໃຫມ່ລະຫວ່າງສອງປະເທດ. ມາເລເຊຍ ແມ່ນຫນຶ່ງໃນບັນດາຕະຫລາດທີ່ມີຄວາມສາມາດບົ່ມຊ້ອນ, ດຶງດູດຄົນງານຫວຽດນາມ ໄປເຮັດວຽກຢູ່ມາເລເຊຍເປັນຈຳນວນຫລວງຫລາຍ. ເດືອນ 12/2003, ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງຂັ້ນລັດຖະບານກ່ຽວກັບການຮ່ວມມືແຮງງານ. ປະຈຸບັນ ມີຄົນງານຫວຽດນາມ ປະມານ 80.000 ຄົນພວມເຮັດວຽກຢູ່ ມາເລເຊຍ.
ໃນຂົງເຂດອື່ນຈຳນວນນຫນຶ່ງ, ການຮ່ວມມືລະຫວ່າງ ຫວຽດນາມ ແລະ ມາເລເຊຍ ກໍເປັນຂີດໝາຍພໍສົມຄວນ. ກ່ຽວກັບຂົງເຂດນ້ຳມັນອາຍແກສ, Petro ຫວຽດນາມ ແລະ Petronas ມາເລເຊຍ ມີການພົວພັນຮ່ວມມືນັບແຕ່ປີ 1991. ສອງຝ່າຍໄດ້ຜັນຂະຫຍາຍ 10 ໂຄງການຮ່ວມມືຂຸດຄົ້ນນ້ຳມັນຢູ່ ຫວຽດນາມ, ນອກນັ້ນ ຍັງຮ່ວມມືໃນບັນດາຂົງເຂດປຸງແຕ່ງ, ສຳຫລວດ ແລະ ຊອກຫານ້ຳມັນ… ນັບແຕ່ເມື່ອສອງປະເທດໄດ້ຍົກເວັ້ນວິຊາໃຫ້ພົນລະເມືອງ ຖືຫນັງສືຜ່ານແດນທຳມະດາ, ຈຳນວນນັກທ່ອງທ່ຽວມາເລເຊຍ ມາຢ້ຽມຢາມຫວຽດນາມ ໄດ້ເພີ່ມຂຶ້ນຢ່າງໄວ, ປີ 2006 ບັນລຸ 106.000 ເທື່ອຄົນ, ປີ 2011 ໄດ້ເພີ່ມຂຶ້ນ 211.000 ເທື່ອຄົນ. ລັດຖະບານ ມາເລເຊຍ ກໍໄດ້ຫນູນຊ່ວຍບັນດາຜູ້ປະສົບເຄາະຮ້າຍຈາກພາຍຸນ້ຳຖ້ວມຢູ່ພາກກາງ ຫວຽດນາມ ເມື່ອເດືອນ 3/2010.
ການຢ້ຽມຢາມຫວຽດນາມຂອງ ກະສັດ ມາເລເຊຍ ແມ່ນສະແດງໃຫ້ເຫັນການຖືການພົວພັນມິດຕະພາບ ແລະ ການຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ ແລະ ມາເລເຊຍ ເປັນສຳຄັນ, ເປັນຂີດໝາຍ 40 ປີແຫ່ງວັນສ້າງສາຍພົວພັນທາງການທູດ ແລະ ແລກປ່ຽນບາງທິດທາງໃຫຍ່ຂອງການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ. ການຢ້ຽມຢາມກໍເພື່ອແນໃສ່ຊຸກຍູ້ການພົວພັນສອງຝ່າຍລະຫວ່າງ ຫວຽດນາມ ແລະ ມາເລເຊຍ, ພິເສດ ໃນບັນດາຂົງເຂດຫລັກແຫລ່ງຄື: ເສດຖະກິດ, ການຄ້າ, ການລົງທຶນ, ແຮງງານ, ປະກອບສ່ວນມຸ່ງໄປເຖິງຈຸດໝາຍສ້າງຄູ່ຮ່ວມມືຍຸດທະສາດຫວຽດນາມ - ມາເລເຊຍ ໃນອະນາຄົດ.