ມູ່ງໄປເຖິງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ບູນກາຣີ

(vovworld)-ປະທານາທິບໍດີ ສ.ບູນກາຣີ Rosen Pievneliev ພວມ​ຢ້ຽມຢາມ​ທາງ​ລັດຖະກິດ​ຫວຽດນາມ ​ແຕ່​ວັນ​ທີ 27-31/10/2013. ການ​ຢ້ຽຢາ​ມ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ ລະຫວ່າງ ບູນກາ​ຣີ ​ແລະ ຫວຽດນາມ ໃນ​ກວ່າ 63 ປີ​ ຜ່ານ​ມາຢ່າງ​ແຂງ​ແຮງ​ກວ່າ, ພິ​ເສດ​ແມ່ນຂົງ​ເຂດ​ເສດຖະກິດ, ຂະນະ​ທີ່​ທັງ​ສອງ​ຝ່າຍ​ພວມ​ມານະ​ພະຍາຍາມ​ສ້າງ“ຮູບ​ແບບ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃຫມ່” ​ໃນ​ສະພາບ​ທົ່ວ​ໂລກ​ພວມ​ມີ​ການ​ຜັນ​ແປ​ຫລາຍ​ຢ່າງ. ​ເນື່ອງ​ໃນ​ໂອກາດ​ນີ້ ບັນ​ນາ​ທິການ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ລວບລວມຄວາມ​ຈິງ​ຂອງ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ ​ແລະ ​ແງ່​ຫວັງ​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ. ​

ມູ່ງໄປເຖິງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ບູນກາຣີ - ảnh 1
ປະທານາທິບໍດີ ສ.ບູນກາຣີ Rosen Pievneliev
ພາບ:internet

        ບູນກາຣີ ​ແມ່ນ​ປະ​ເທດ​ຕັ້ງ​ຢູ່​ທາງ​ທິດຕາ​ເວັນ​ອອກສຽງ​ໃຕ້​ຂອງ​ເອີ​ລົບ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ​ເຖິງ​ວ່າ​ຖືກ​ຜົນ​ສະທ້ອນ​ຈາກ​ວິ​ກິດ​ການ​ການ​ເງິນ​ໂລກ​ກໍ​ຕາມ, ​ແຕ່​ບູນກາ​ຣີ ຍັງ​ຄົງ​ມີ​ບັນດາ​ບາດກ້າວ​ພັດທະນາ​​ດ້ານ​ເສດຖະກິດດີ​ພໍ​ສົມຄວນ. ບູນກາຣີ ​ໄດ້​ປະຕິບັດ​ການ​ຫລຸດຜ່ອນ​ຫນີ້​ສາທາລະນະ​ໃນ 10 ປີຜ່ານມາ​ສຳ​ເລັດ​ຜົນ(ຈາກ 100% GDP ລົງ​ເຫລືອພຽງ 16% GDP), ຮັກສາການຂາດດຸນງົບປະມານກໍຄືໄພ​ເງິນ​ເຟີ້​ຕຳ່​ກວ່າລະດັບ​ສະ​ເລ່ຍ​ໂດຍສະຫະພາບ​ເອີ​ລົບ (EU) ​ໄດ້ວາງ​ອອກ​ໃນ 3 ປີຜ່ານມາ ​ແລະ ​ແມ່ນ​ປະ​ເທດ​ຫນຶ່ງ​ດຽວ​ໃນ EU ​ໄດ້​ຮັບ​ການ​ຍົກ​ອັນ​ດັບ​ໄວ້​ວາງ​ໃຈ​ໃນ​ໄລຍະ​ວິ​ກິດ​ການ. ​ໃນ​ນະ​ໂຍບາຍ​ການ​ພົວພັນຕ່າງປະ​ເທດ, ຄຽງ​ຄູ່​ກັບ​ການ​ບຸລິມະສິດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ EU ຢ່າງຮອບດ້ານ, ບູນກາ​ຣີ ກໍ​ຖື​ການ​ພັດທະນາ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ຢູ່​ ​​ອາຊີ ​ເປັນ​ສຳຄັນ, ​ໃນ​ນັ້ນ​ບຸລິມະສິດ​ການ​ພົວພັນ​ກັບ​ຫວຽດນາມ.

        ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກ່ຽວ​ກັບ​ດ້ານ​ການ​ເມືອງ.

        ຫວຽດນາມ ​ແລະ ບູນກາຣີ ມີ​ສາຍ​ພົວພັນ​ມິ​ດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫລາຍ​ດ້ານ​​ໃນ​ໄລຍະ​ກວ່າ 60 ປີ(1950-2013). ການ​ພົວພັນ​ດ້ານ​ການ​ເມືອງ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ​​ພັດທະນາ​ຢ່າງ​ຈົບງາມ. ບູນກາຣີ ​ແມ່ນ​ຫນຶ່ງ​ໃນຈຳນວນ 10 ປະ​ເທດ​ທຳ​ອິດ​ໃນ​ໂລກ ຮັບ​ຮູ້ ​ແລະ ສ້າງສາ​ຍພົວພັນ​ທາງ​ການ​ທູດ​ກັບ​ຫວຽດນາມ(8/2/1950), ​​ເລີ່​ມຕົ້ນ​ໃຫ້​ແກ່​ສາຍ​ພົວພັນ​ມິດ​ຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຍາວ​ນານ​ລະຫວ່າງ​ສອງ​ປະ​ເທດ.

        ​ໃນ​ພາລະກິດ​ແຫ່ງ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ບູນກາຣີ ​ໄດ້​ສະຫນັບສະຫນູນ ​ແລະ ຊ່ວຍ​ເຫລືອ​ອັນ​ລ້ຳ​ຄ່າ​ກ່ຽວ​ກັບ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ໃຫ້​ແກ່ຫວຽດນາມ. ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ​ໃນ​ນະ​ໂຍບາຍ​ເປີດ​ກວ້າງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ຊີ, ບູນກາຣີ ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​​​ເຖິງ​ເພີ່ມ​ທະວີການ​ພົວພັນ​ກັບ​ຫວຽດນາມ. ກົງກັນຂ້າມ, ຍາມ​ໃດ ຫວຽດນາມ ກໍ​ຖື​ເປ​ັນສຳຄັນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫລາຍ​ດ້ານ​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ​ຢູ່​ພາກ​ພື້ນ ​ເອີ​ລົບຕາ​ເວັນ​ອອກກາງ, ​ໃນ​ນັ້ນ ບູນກາຣີ ​ແມ່ນ​ການ​ໃຫ້ບຸລິມະສິດ. ທ່ານ ​ເລດືກລື​ວ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ຢູ່ ບູນກາຣີ ​ໄດ້​ຢືນຢັນ​ວ່າ:

        “ປະຈຸ​ບັນ ສອງ​ປະ​ເທດ​ພວມ​ສືບ​ຕໍ່​ໂອ້​ລົມ​ສົນທະນາ​ດ້ານ​ການ​​ເມືອງ​ຂັ້ນ​ສູງ ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແບ່ງປັນ​ຂໍ້​ມູນ​ຂ່າວສານ, ສົມທົບ​ກັນ​ໃນ​ບັນດາ​ຂອບ​ເຂດ​ພາກ​ພື້ນ, ສາກົນ ​ແລະ ບັນດາ​ບັນຫາ​ຊື່​ງສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ສອງ​ປະ​ເທດ ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ບັນດາ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ໄປ​ຢ້ຽມຢາມ​ເຊິ່ງກັນ ​ແລະ​ກັນ ​ໃນ​ປີ 2013 ​ແລະ ​ໃນ​ຊຸມ​ປີ​ຕໍ່​ໄປ. ບູນກາຣີ ​ແລະ ຫວຽດນາມ ພ້ອມ​ກັນ​ປາດ​ຖະຫນາ​ຢາກ​ຍົກ​ການ​ພົວພັນ​ດ້ານ​ການ​ເມືອງ​ລະ​ຫວ່າງສອງ​ປະ​ເທດ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ.”

        ມານ​ະພະຍາຍາມ​ຍົກ​ລະດັບການ​ພົວພັນ​ສອງ​ຝ່າຍ.

        ​ເພື່ອ​ຍົກລະດັບ​ການ​ພົວພັນ​ສອງ​ຝ່າຍ​ຫວຽດນາມ- ບູນກາຣີ, ສອງ​ຝ່າຍ​ພວມ​ມານະ​ພະຍາຍາມ​ຄົ້ນ​ຄ້ວາ, ກຳນົດ ​ແລະ ສ້າງ​ບັນດາ​ກົນ​ໄກ​ຕື່ມ​ອີກ​ໃຫ້​ສອດ​ຄອ່ງ, ​ເພື່ອ​​ເປີດ​ກວ້າງ ​ແລະ ຍົກ​ສູງປະສິດທິ​ຜົນການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​, ພິ​ເສດ ​ແມ່ນ​ຂົງ​ເຂດ​ການ​ຮ່ວມ​ມື​ເສດຖະກິດ- ການ​ຄ້າ. ​ໃນ​ຊຸມ​ປີ​ມໍ່​ມາ​ນີ້ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນີ້​ມີ​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງຫນ້າ, ​ໄລ່​ລວມ, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນລຸ 70-80 ລ້ານ USD/ປີ. ປະຈຸ​ບັນ ບູນກາຣີ ມີ 7 ​ໂຄງການ FDI ຢູ່ ຫວຽດນາມ ດ້ວຍ​ຍອດ​ຈຳນວນ​ທຶນ​ປະມານ 30 ລ້ານ USD, ​ໃນ​ນັ້ນ ພົ້ນ​ເດັ່ນ ​ແມ່ນ​ໂຄງການ​ປຸງ​ແຕ່ງ​ກາ​ເຟ ຢູ່​ ​ເລີມ​ດົງ, ​ໂຄງການ​ຕຳ່​ແຜ່ນ​ຕັດຫຍິບ​ຢູ່ ​ນະຄອນເຫ້ວ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕາມ​ການ​ຕີ​ລາຄາ​ແລ້ວ, ບັນດາ​ຜົນງານ​ດັ່ງກ່າວ ບໍ່​ທັນ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ ​ແລະ ຄວາມ​ປາດ​ຖະຫນາ​ຂອງ​ທັງສອງ​ຝ່າຍ. ສະ​ນັ້ນ ຄວນ​ມີ​​ແຜນການ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ ​ແມ່ນ​ສິ່ງ​ທີ່​ທັງ​ສອງ​ຝ່າຍ​ພວມ​ມູ່ງ​ໄປ​ເຖິງ. ທ່ານ ເລດືກລື​ວ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ບູນກາຣີ ​ໃຫ້​ຮູ້​ຕື່ມ​ອີກ:

        “ສອງ​ຝ່າຍ​ປາດ​ຖະຫນາ​ຢາກສ້າງ“ຮູບ​ແບບ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃຫມ່” ບົນ​ພື້ນຖານ​ສະ​ແຫວງຫາ​ທ່າ​ແຮງ​ຂອງ​ສອງ​ປະ​ເທດ ​ແລະ ພ້ອມ​ທັງ​ສົ່ງ​ອອກ​ສິນຄ້າ ​ຫວຽດນາມ ​ໄປ​ຍັງ​ ບູນກາຣີ ​ເພ່ືອ​ປຸງ​ແຕ່ງ ​ແລະ ຫລັງ​ຈາກ​ນັ້ນ​ຈະ​ສົ່ງ​​ໄປ​ຂາຍ​ຢູ່​ບັນດາ​ຕະຫລາດ​ເອີ​ລົບ. ນີ້​ແມ່ນ​ແນວ​ຄວາມ​ຄິດ​ການ​ຮ່ວມ​ມື​ທີ່​​ເປັນຫນ້າ​ເອົາ​ໃຈ​ໃສ່, ມີ​ຄວາມ​ເປັນ​ໄປ ​ແລະ ມີປະສິດທິ​ຜົນ, ​ເສີມ​ຂະຫຍາຍ​ທ່າ​ແຮງ​ສອງ​ຝ່າຍ​ໄດ້. ສະ​ນັ້ນ ສອງ​ຝ່າຍ​ຄວນ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ຢ່າງ​ຄົບ​ຊຸດ​ຄື: ສ້າງ​ກົນ​ໄກ​ນະ​ໂຍບາຍ​ຢ່າງ​ສົມບູນ​ແບບ, ​ແກ້​ໄຂ​ຮົ້ວ​ກີດ​ຂວາງ​ກ່ຽວ​ກັບ​ລະບຽບ​ການ​ບໍລິຫານ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ບັນດາ​ໂຄງການ​ສົ່ງ​ເສີມ​ການ​ຄ້າ, ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ. ນອກ​ນັ້ນ, ​ເພື່ອ​ສະ​ແຫວ​ງຫາ​ການ​ອຸປະຖຳ​ຂອງ​ບັນດາ​ກອງ​ທຶນ EU, ສອງ​ຝ່າຍ​ຄົ້ນ​ຄ້ວາ​ສ້າງ​ບັນດາ​ໂຄງການ​ລວມ, ລະອຽດ ​ໃນ​ບັນດາຂົງ​ເຂດ​ຄື: ກະສິກຳ, ອຸດສາຫະກຳ, ຄົມມະນາຄົມ​ຂົນ​ສົ່ງ​ເພື່ອ​ສ້າງ​ບາດກ້າວ​ບຸກທະລຸ​ໃນ​ການ​ພົວພັນ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ, ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ.”

        ຄຽງ​ຄູ່​ກັບ​ຂົງ​ເຂດ​ເສດຖະກິດ, ຫວຽດນາມ ​ແລະ ບູນກາຣີ ​ໄດ້​ລົງ​ນາມ ​ແລະ ພວມ​ຕັ້ງຫນ້າ​ຜັນ​ຂະຫຍາຍ“​ໂຄງການ​ຮ່ວມ​ມື​ດ້ານ​ສຶກສາ​ໄລຍະ 2012-2016”. ​ໃນ​ຂົງ​ເຂດ​ວັດທະນະທຳ, ສອງ​ຝ່າຍ​ໄດ້​ກຳນົດ​ໄລຍະຈຸດ​ສຸມ​ໃຫມ່ ​ໃນ​ການ​ຮ່ວມ​ມື ນັ້ນ​ແມ່ນ​ຂົງ​ເຂດ​ອະນຸລັກ​ຮັກສາ​ມໍລະດົກ, ປະຕິສັງ​ຂອນ​ບັນດາ​ປູຊະນີຍະສະຖານ​ປະຫວັດາ​ສາດ​ຂອງ​ຫວຽດນາມ. ປະຊາ​ຄົມ​ຊາວ​ຫວຽດນາມ ກວ່າ 1.000 ຄົນ​ທີ່ອາ​ໄສ​ຢູ່ ບູນກາຣີ ພວມ​ແມ່ນ​ຂົວ​ເຊື່ອມ​ຕໍ່ ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງຊາດ.

        ບົນພື້ນຖານການພົວພັນອັນດີງາມນັ້ນ, ການຢ້ຽມຢາມຫວຽດນາມຄັ້ງນີ້ຂອງ ທ່ານ ປະທານາທິບໍດີ ສ.ບູນກາຣີ Rosen Pievneliev ​ແນ່ນອນ​ວ່າ​ຈະ​ນຳ​ມາ​ເຊິ່ງບັນດາ​ໝາກຜົນ​ລະອຽດ. ການ​ຢ້ຽມຢາມ​ບໍ່​ພຽງ​ແຕ່​ຊຸກຍູ້​ການ​ພົວພັນ​ມິ​ດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຫລາຍ​ດ້ານ​ກັບ​ຫວຽດນາມ​ເທົ່າ​ນັ້ນ ຫາກ​ຍັງ​ຊຸກຍູ້​       ດຳ​ເນີນຮູບ​​ແບບ​ຮ່ວມ​ມື​ດ້ານ​ເສດຖະກິດ​ໃຫມ່​ລະຫວ່າງ​ສອງ​ປະ​ເທດ​ອີກ​ດ້ວຍ, ນຳ​ການ​ພົວພັນ​ສອງ​ຝ່າຍ​ຫວຽດນາມ - ບູນກາຣີ ຫັນ​ໄປ​ສູ່​ໄລຍະ​​ໃຫມ່, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ