ມຽນມາ - ອີຢູຫັນກາລະໂອກາດຮ່ວມມືເປັນລະອຽດ


(vovworld) – ວັນ​ທີ 5/3, ປະທານ​ນາ​ທິບໍດີ​ມຽນມາ Thein Sein ​ໄດ້​ໄປ​ຮອດ ​ແບນ​ຊິກ, ​ເຊິ່ງ​ແມ່ນ​ປະ​ເທດ​ທີ 4 ​ໃນ​ການ​ເດີນທາງ​ໄປ​ປະຕິບັດ​ງານ​ຢູ່ 5 ປະ​ເທດທີ່​ເປັນສະມາຊິກຂອງສະຫະພາບ​ເອີ​ລົບ​ຄື: ນອກ​ແວ, ​ແຟງ​ລັງ, ອົດ​ຕາ​ລິດ, ​ແບນ​ຊິກ ​ແລະ ອີ​ຕາ​ລີ, ​ນັບແຕ່​ທ້າຍ​ສັບປະດາ​ກ່ອນ. ນີ້​ແມ່ນ​ການ​ຢ້ຽມຢາມ​ເອີ​ລົບ​ຄັ້ງ​ທຳ​ອິດ​ຂອງ​ທ່ານ Thein Sein ​ໃນ​ຖານະ​ເປັນ​ປະທານາທິບໍດີ ​ເພື່ອ​ແນ​ໃສ່​ເຮັດ​ໃຫ້​ສາຍ​ພົວພັນ​ກັບ​ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​​ເລິກ​​​ເຊິ່ງກວ່າ​ອີກ. ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ການ​ຢ້ຽມຢາມ​ສາມາດ​ຕອບ​ສະໜອງຈຸດປະສົງ​ຂອງ​ມຽນມາ ໄດ້ສ່ວນ​ໃດ​ສ່ວນ​ໜຶ່ງ.

ມຽນມາ - ອີຢູຫັນກາລະໂອກາດຮ່ວມມືເປັນລະອຽດ - ảnh 1

ປະທານາທິບໍດີ Thein Sein ຊອກຫາຄູ່ຮ່ວມມືໃໝ່ເອີລົບ

(ພາບ:  The Nation)

        ການ​ຢ້ຽມຢາມ​ຂອງ​ທ່ານ Thein Sein ​ຖືກ​ຖື​ວ່າ​ ແມ່ນ​ການ​ຫັນ​​ບັນດາ​ກາລະ​ໂອກາດ​ຮ່ວມ​ມື ​ເຊິ່ງທ່ານ ​ແລະ ການ​ນຳ 5 ປະ​ເທດ​ດັ່ງກ່າວ​ໄດ້​ເຕື້ອງ​ເຖິງ​ໃນ​ການ​ພົບ​ປະ​ຕ່າງໆ​ຢູ່​ນອກ​ກອງ​ປະຊຸມ ASEM 9 ​ເຊິ່ງຈັດ​ຂຶ້ນ​ຢູ່​ວຽງ​ຈັນ (ລາວ) ​ເມື່ອ​ທ້າຍ​ປີ 2012 ​ແລະ ການ​ຢ້ຽມຢາມ​ມຽນມາ​ຫວ່າງ​ແລ້ວ​ນີ້ຂອງ​ເຈົ້າ​ໜ້າ​ທີ່​ປະ​ເທດ​ຕ່າງໆເປັນ​ລະອຽດ. ​ໂດຍ​ລະອຽດ​ແມ່ນ, ​ໃນ​ການ​ຢ້ຽມຢາມ​ນອກ​ແວ, ສອງ​ຝ່າຍ​ໄດ້​ເຕື້ອງ​ເຖິງ​ການ​ຊ່ວຍ​ເຫຼືອ​ພັດທະນາ, ການ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ. ​ໃນ​ການ​ຢ້ຽມຢາມ​ອົດ​ຕະລິດ, ປະທານາທິບໍດີ Thein Sein ​ໄດ້​ຢັ້ງຢືນ​ເຖິງ​ສາຍ​ເຫດ​ທີ່​ພາ​ໃຫ້​ມຽນມາ ​ຂາດທຶນ ​ແລະ ​ເຕັກ​ໂນ​ໂລ​ຢີທີ່​ທັນ​ສະ​ໄໝ ​ແລະ ຄຳ​ສັ່ງ​ຂວ້ຳ​ບາດ​ທາງ​ດ້ານ​ເສດຖະກິດ​ທີ່​ແກ່ຍາວ​​ໃນຕະຫຼອດ​ເວລາ 20 ປີ​ທີ່​ຜ່ານ​ມາ. ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ຄູ່​ຮ່ວມ​ມື​ອົດ​ຕະລິດ ຮ່ວມ​ມື​ໃນ​ບັນຫາ​ນີ້. ຄຳ​ຮຽກຮ້ອງ​ຂອງປະທານາທິບໍດີ Thein Sein  ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ຄູ່​ຮ່ວມ​ມື, ​ເມື່ອ​ປະທານາທິບໍດີ​ອົດ​ຕະລິດທ່ານ Heinz Fischer ​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່ວ່າ ລັດຖະບານ​ອົດ​ຕະລິດ ຈະ​ສະໜັບສະໜູນ​ບັນດາ​ປະ​ເທດ​ທີ່​ບັນລຸ​ໄດ້​ວິວັດ​ທະນາການ​ປະຕິ​ຮູບ. ​ໃນ​ຂະນະ​ນັ້ນ, ກ່ອນ​ການ​ຢ້ຽມຢາມ​ແບນ​ຊິກ, ​ເຊິ່ງ​ແມ່ນ​ແຫ່ງ​ທີ່​ປະມຸກ​ລັດ​ມຽນມາ ຈະ​ມີ​ການ​ເຈລະຈາ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ເອີ​ລົບ ກ່ຽວ​ກັບ​ຫົວ​​ເລື່ອງ​ຕ່າງໆ​ຄື: ສິດທິ​ມະນຸດ, ການ​ປະຕິ​ຮູບ​ເສດຖະກິດ ​ແລະ ​ວິວັດ​ທະນາການ​ສ້າງສັນ​ຕິ​ພາບ​ຄືນ​ໃໝ່​ຢູ່​ທາງ​ທິດ​ເໜືອ​ມຽນມາ, ປະທານາທິບໍດີ Thein Sein ​ໄດ້​ຮຽກຮ້ອງ​ໃຫ້​ສະຫະພາບ​ເອີ​ລົບຍົກ​ເລີກ​ບັນດາ​ຄຳ​ສັ່ງ​ຂວຳ້​ບາດ​ທີ່​ມີ​ຕໍ່​ປະ​ເທດ​ນີ້.

        ອາ​ດ​ເວົ້າ​ໄດ້​ວ່າ, ສຳລັບ​ມຽນມາ, ​ເລື່ອງ​ສ້າງ ​ແລະ ປັບປຸງ​ການ​ພົວພັນ​ກັບ​ອີ​ຢູ ຈະ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຫຼາຍ​ຢ່າງ, ພິ​ເສດ​ແມ່ນ​ໃນ​ສະພາບ​​ທີ່​ມຽນມາ​ພວມ​ຕ້ອງການ​ກຳລັງ​ຄວາມ​ສາມາດ​ເພື່ອ​ພັດທະນາ, ພາຍຫຼັງ​ຫຼຸດ​ພົ້ນ​ອອກ​ຈາກ​ຄຳ​ສັ່ງ​ຂວ້ຳ​ບາດ. ປະຈຸ​ບັນ, ການ​ລົງທຶນ​ຂອງ​ບັນດາປະ​ເທດ​ເອີ​ລົບ​ຢູ່​ມຽນມາ​ ແມ່ນ​ປະມານ 3,5 ຕື້ USD, ​​ເຊິ່ງ​ແມ່ນ​ຕົວ​ເລດ​ບໍ່​ຫຼາຍປານ​ໃດ. ດັ່ງ​ນັ້ນ​​ເລື່ອງ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ຝ່າຍ​ຕາ​ເວັນ​ຕົກ ຈະ​ນຳ​ມາ​ເຊິ່ງ​ແຫຼ່ງທຶນ, ​ເຕັກ​ໂນ​ໂລ​ຢີ ​ແລະ ພິ​ເສດ​ແມ່ນ​ຄວາມ​ສາມາດ​ຄຸ້ມ​ຄອງໃຫ້​ແກ່ມຽນມາ ​ເພື່ອ​ພັດທະນາ​ໃນ​ຕໍ​ໜ້າ. ກົງກັນຂ້າມ, ດ້ວຍຄວາມ​ສະດວກ​ທາງ​ດ້ານ​ພູມີ​ປະ​ເທດ, ​ແຫຼ່ງຊັບພະຍາກອນ​ທຳ​ມະ​ຊາດ, ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ຕະຫຼາດ​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຄຸດ​ຄົ້ນ​ນັ້ນ, ມຽນມາ​​ ຈະກາຍ​ເປັນ​ປະ​ເທດ​ທີ່​ດຶງ​ດູດບັນດາ​ປະ​ເທດ​ສະມາຊິກ ອີ​ຢູ ​ເຂົ້າ​ມາ​ລົງທຶນ.

        ການ​ພົວພັນ​ລະຫວ່າງ​ມຽນມາ​ ກັບ​ຝ່າຍ​ຕາ​ເວັນ​ຕົກ​ເລີ່​ມພັດທະນາ, ພາຍຫຼັງ​ທີ່ປະທານາທິບໍດີ Thein Sein ​ດຳ​ເນີນ​ການ​ປະຕິ​ຮູບ, ນັບ​ແຕ່​ຂຶ້ນ​ກຳ​ອຳນາດ​ເມື່ອ​ຕົ້ນ​ປີ 2011. ​ໃນ​ນັ້ນ​ໜ້າ​ສົນ​ໃຈ​ທີ່​ສຸດ​ນັ້ນ​ແມ່ນ​ເລື່ອງ​ອຳນາດ​ການ​ປົກຄອງ​ມຽນມາ ​ໄດ້​ປ່ອຍ​ນັກ​ໂທດ​ນັບ​ຮ້ອຍ​ຄົນ, ​ເຊິ່ງລວມມີ​ນັກ​​ໂທດ​ການ​ເມືອງ, ສົ່ງ​ເສີມ​ຄວາມ​ເສລີ​​ທາງ​ດ້ານ​ສື່ສານ, ອະນຸຍາດ​ໃຫ້​ບັນດາ​ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ​ເຂົ້າ​ຮ່ວມບັນຫາ​ການ​ເມືອງ ​ແລະ ​ເປີດ​ປະຕູ​ເພື່ອດຶງ​ດູດ​ການ​ລົງທຶນ​ຕ່າງປະ​ເທດ​ຢ່າງ​ແຮງ. ບົນ​ພື້ນຖານ​ນັ້ນ, ​ເດືອນ 4/2012, ສະຫະພາບ​ເອີ​ລົບ ​ໄດ້​ຢຸດຕິ​ທຸກ​ມາດ​ຕະການ​ລົງ​ໂທດ, ​ເວັ້ນ​ເສຍ​ແຕ່​ຂວ້ຳບາດ​ດ້ານ​ອາວຸດ​ສຳລັບ​ມຽນມາ​ ​ເທົ່າ​ນັ້ນ. ປະທານ​ຄະນະ​ກຳມະການ​ເອີ​ລົບ ທ່ານ Jose Manuel Barroso ກໍ່​ໝັ້ນ​ໝາຍ​ຊ່ວຍ​ເຫຼືອ​ປະ​ເທດ​ນີ້ 100 ລ້ານ​ກວ່າ USD ​ເພື່ອ​ພັດທະນາ, ​ເປີດ​ຫ້ອງການ​ຕາງໜ້າ​ຂອງ ອີ​ຢູ, ຢູ່ ຢາງ​ກຸນ. ​ເດືອນ 9/2012, ຄະນະ​ກຳມະການ​ເອີ​ລົບ​ ໄດ້​ຮັບຮອງ​ເອົາ​ຂໍ້​ລິ​ເລີ່​ມ​ໃຫ້​ມຽນມາ ​ໄດ້​ຊົມ​ໃຊ້​ລະບຽບ​ພິ​ເສດ​ດ້ານ​ການ​ຄ້າ ​ແລະ ຍົກ​ເວັ້ນພາສີ, ຍົກ​ເວັ້ນ ​ໂຄ​ຕາ​​ໃຫ້ປະ​ເທດ​ນີ້ ​ເມື່ອ​ສຳ​ພັດ​ກັບ​ຕະຫຼາດ​ເອີ​ລົບ, ນັບ​ແຕ່​ຕົ້ນ​ປີ 2013 ​ເປັນ​ຕົ້ນ​ໄປ. ​ໃນ​ຂະນະ​ນັ້ນ, ສະ​ໂມ​ສອນ ປາ​ຮີ ​ໄດ້​ຍົກ​ເລີກ​ບ້ວງ​ໜີ້​ສິນ 6 ລ້ານ USD ​ໃຫ້​ແກ່​ປະ​ເທດ​ນີ້.

        ສິ່ງ​ດັ່ງກ່າວ​ບໍ່​ໝາຍ​ຄວາມ​ວ່າການ​ພົວພັນ​ລະຫວ່າງ​ອີ​ຢູ ກັບ​ມຽນມາ ມີ​ຄວາມ​ສະດວກ​ສະບາຍ​ທຸກ​ຢ່າງ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ສະພາບ​ທີ່​ຍັງ​ມີ​ຄວາມ​ວິຕົກ​ກັງວົນ​ຫຼາຍ​ຢ່າງ​ ກ່ຽວ​ກັບ​ສະພາບ​ການ​ພາຍ​ໃນ​ປະ​ເທດ​ເຊັ່ນ: ການ​ປະ​ທະ​ກັນ​ທີ່​ພວມ​ດຳ​ເນີນ​ຢູ່​ລັດ Kachin ​ແລະ ຄວາມ​ຂາດ​ສະຖຽນ​ລະ​ພາບ​ລະຫວ່າງ​ພຸດທະ​ສາສະໜາ ກັບ​ສາສະໜາ​ອິດສະ​ລາມ​ຢູ່​ລັດ Rakhine.

        ​ເດືອນ 6/2012, ການ​ນຳ​ຝ່າຍ​ຄ້ານ​ຂອງ​ມຽນມາ, ທ່ານ​ນາງ Aung San Suu Kyi ​ໄດ້​ໄປ​ຢ້ຽມຢາມ​ເອີ​ລົບ. ການ​ຢ້ຽມຢາມ​ນີ້​ຖືກ​ຖື​ວ່າ​ແມ່ນ​ຂີດ​ໝາຍສຳຄັນ​ໃນ​ວິວັດທະນາ​ການ​ການ​ເມືອງ​ຂອງ​ມຽນມາ ແລະ​ ການ​ຢ້ຽມຢາມ​ເອີ​ລົບ​ເປັນ​ເວລາ 10 ກວ່າ​ວັນ​ນີ້​ ຂອງ​ທ່ານປະທານາທິບໍດີ Thein Sein  ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຈດ​ຕະນາ​ດີ​ຂອງ​ມຽນມາ ​ແມ່ນ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ເອີ​ລົບ​ໃນ​ການ​ພົວພັນ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ການ​ຢ້ຽມຢາມ​ກໍ່​ໄດ້​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ອີ​ຢູ ​ແລະ ອາ​ຊຽນ, ​ເຊິ່ງ​ໃນ​ນັ້ນ ມຽນມາ​ ​ແມ່ນ​ປະ​ເທດ​ສະມາຊິກ​ທີ່​ຕັ້ງໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ