ຢູແກຼນຕໍ່ໜ້າບັນດາການທ້າທາຍໃໝ່

(vovworld) - ຕາມ​ການ​ຄາດຄະ​ເນ​ແລ້ວ, ປະຊາຊົນ​​ສ່ວນ​ຫຼາຍຢູ່ Lugansk ​ແລະ Donetsk, ທາງ​ທິດຕາ​ເວັນ​ອອກ​ຂອງ ຢູ​ແກຼນ, ລ້ວນ​ແຕ່​ສະໜັບສະໜູນ​ການ​ປົກຄອງ​ດ້ວຍ​ຕົນ​ເອງ, ພາຍຫຼັງ​ການ​ປ່ອນ​ບັດລົງ​ປະຊາ​ມະຕິ​ເມື່ອທ້າຍອາທິດ​ຜ່ານ​ມາ. ໝາກຜົນ​ນີ້​ຍິ່ງເຮັດ​ໃຫ້​ຄວາມ​ຂັດ​ແຍ້ງ​ພາຍ​ໃນ​ປະ​ເທດ​ຢູ່ ຢູ​ແກຼນ ​ເພີ່ມ​ຂຶ້ນ ພ້ອມ​ທັງ​ເຮັດ​ໃຫ້​ລັດຖະບານ​ຊົ່ວຄາວ​ຂອງ​ປະ​ເທດ​ນີ້ຕ​້ອງປະ​ເຊີນ​ໜ້າ​ກັບ​ການ​ທ້າທາຍ​ທາງ​ດ້ານ​ການ​ເມືອງ​​ຄັ້ງໃໝ່ ​ໃນ​ສະພາບ​ພື້ນຖານ​ເສດຖະກິດ​ຖືກ​ຊຸດ​ໂຊມ ​ແລະ ການ​ເລືອກ​ຕັ້ງ​ປະທານາທິບໍດີ ຈະ​ຖືກ​ຈັດ​ຂຶ້ນ​ໃນ​ 2 ສັບປະດາຈະ​ມາ​ເຖິງ.

ຢູແກຼນຕໍ່ໜ້າບັນດາການທ້າທາຍໃໝ່ - ảnh 1

ລັດຖະບານໃໝ່ຈະຕ້ອງປະເຊີນໜ້າກັບໜ້າທີ່ຟື້ນຟູສະຖຽນລະພາບຢູ່ຢູແກຼນ

  (ພາບ: Getty)

        ການ​​ລົງປະຊາ​ມະຕິ​ໄດ້​ດຶງ​ດູດ​ຜູ້​ມີ​ສິດ​ເລືອກ​ຕັ້ງ​​ໃນທ້ອງ​ຖີ່​ນ​ໄປ​ປ່ອນ​ບັດດ້ວຍ​ອັດຕາ​ສູງ​ສຸດ​ທີ່​ບໍ່​ເຄີຍ​ມີ​ມາກ່ອນ. ໝາກຜົນ​ຂອງ​ການ​ນັບ​ບັດ​ໃນ​ເບື້ອງ​ຕົ້ນ​ທີ່​ປະກາດ​ເມື່ອ​ວັນ​ທີ 12/5 ​ໃຫ້​ເຫັນ​ວ່າ: ປະຊາຊົນຢູ່ 2 ​ແຂວງ Lugansk ​ແລະ Donetsk ສ່ວນ​ຫຼາຍ​ລ້ວນ​ແຕ່​ສະໜັບສະໜູນ​ການ​ປົກຄອງ​ດ້ວຍ​ຕົນ​ເອງ. ຢູ່ Lugansk ຜູ້​ມີ​ສິດ​ເລືອກ​ຕັ້ງ 96% ​ໄດ້ປ່ອນ​ບັດ​ສະໜັບສະໜູນ, ສ່ວນ​ຢູ່ Donetsk, ​ເມືອງ​ເອກ​ອຸດສາຫະກຳ​ຢູ່​ທາງ​ທິດຕາ​ເວັນ​ອອກ ຢູ​ແກຼນ, ບັນລຸ​ເກືອບ 90%.

        ປະຕິກິລິຍາ​ທີ່​ກົງ​ກັບ​ຂ້າມໃນ​ປະຊາ​ຄົມ​ໂລກ

       ໝາກຜົນ​ຂອງ​ການ​ເອົາ​ປະຊາ​ມະຕິ​ຢູ່ 2 ​ແຂວງ​ທາງ​ທິດຕາ​ເວັນ​ອອກຂອງ ຢູ​ແກຼນ ​ໄດ້​ເປ​ັນສາຍ​ເຫດ ​ໃຫ້ການ​ຖົກ​ຖຽງ​ກັນ​ລະຫວ່າງ​ຝ່າຍ​ຕາ​ເວັນ​ຕົກ ​ແລະ ລັດ​ເຊຍ.

        ວັງ Kremlin ຖະ​ແຫຼ​ງວ່າ: ລັດ​ເຊຍ ​​ເຄົາ​ລົບ ການລົງ​ປະຊາ​ມະຕິ​ກ່ຽວ​ກັບ​ກົດ​ລະບຽບ​ປົກຄອງ​ດ້ວຍ​ຕົນ​ເອງ​ຂອງ 2 ​ແຂວງ​ທາງ​ທິດຕາ​ເວັນ​ອອກ ຢູ​ແກຼນ. ມົດ​ສະ​ກູ ຮຽກຮ້ອງ​ປະຕິບັດ​ໝາກຜົນ​​ດັ່ງກ່າວ​ຕາມ​ວິທີ​​ພົນລະ​ເຮືອ​ນ, ບໍ່​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ຜ່ານ​ການ​ໂອ້​ລົມ​ສົນທະນາ​ລະຫວ່າງ​ບັນດາ​ຜູ້ຕາງໜ້າ​ຂອງ Kiev, Donetsk ​ແລະ Lugansk. ລັດ​ເຊຍ ກໍ່​ຮຽກ​ຮ້ອງ​ໃຫ້​ລັດຖະບານ​ຊົ່ວຄາວ ຢູ​ແກຼນ ດຳ​ເນີນ​ການ​ປຶກສາ​ຫາລື​​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດກ່ຽວ​ກັບ​ໂຄ​ງປະກອບ​ອະນາຄົດ​ຂອງ​ປະ​ເທດ​ນີ້.

        ກົງກັນຂ້າມ​ກັບ​ຖະ​ແຫຼ​ງການ​ຂອງ​ລັດ​ເຊຍ, ອຳນາດ​ການ​ປົກຄອງ Kiev ​ແລະ ຝ່າຍ​ຕາ​ເວັນ​ຕົກ​ເອີ້ນ​ການ​ປ່ອນ​ບັດ​ລົງ​ປະຊາ​ມະຕິ​ແມ່ນ​ເລື່ອງ​ຕະຫຼົກ​ທາງ​ດ້ານ​ການ​ເມືອງ. ກະຊວງ​ການ​ຕ່າງປະ​ເທດ ຢູ​ແກຼນ ຢືນຢັນ​ວ່າ: ການ​ເອົາ​ປະຊາ​ມະຕິ​ຈະ​ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ຜືນ​ແຜ່ນ​ດິນອັນ​ຄົບ​ຖ້ວນ​ຂອງ​ຢູ​ແກຼນ. ອາ​ເມ​ລິ​ກາ ຖະ​ແຫຼ​ງ: ບໍ່​ຮັບ​ຮອງການ​ເອົາ​ປະຊາ​ມະຕິ​ທີ່ຜິດ​ກົດໝາຍ​​ເຊິ່ງ​ຈັດ​ຂຶ້ນ​ໃນ​ທ້າຍ​ອາທິດ​ຜ່ານ​ມາ​ຢູ່​ທາງ​ທິດຕາ​ເວັນ​ອອກ ຢູ​ແກຼນ. ທ່ານ​ນາງ Jen Psaki, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ຢືນຢັນ​ວ່າ: ການ​ປ່ອນ​ບັດ​ລົງປະຊາ​ມະຕິ​ໂດຍ​ບັນດາ​ພາກ​ສ່ວນ​ແຍກ​ຕົວ​ອອກຈັດ​ຕັ້ງຂຶ້ນ​ຢູ່ Donetsk ​ແລະ Lugansk ​ນັ້ນແມ່ນ​ຄວາມ​ມານະ​ພະຍາຍາມ​ເພື່ອ​ແນ​ໃສ່​ແບ່ງ​ແຍກ​ຢູ່ ຢູ​ແກຼນ. ​ໃນ​ຂະນະ​ນັ້ນ, ທ່ານ​ປະທານ​ສະພາ ​ເອີ​ລົບ Van Rompuy ພັດຖື​ການ​ລົງ​ປະຊາ​ມະຕິ​ຢູ່ Donetsk ​ແລະ Lugansk ​ແມ່ນ​ຜິດ​ກົດໝາຍ, ບໍ່​ເປັນ​ທຳ ​ແລະ ບໍ່​ໜ້າ​ໄວ້​ເນື້ອ​​ເຊື່ອ​ໃຈ.

        ວິ​ກິດ​ການ​ການ​ເມືອງ​ຢູ່ ຢູ​ແກຼນ ນັບ​ມື້​ນັບ​ເພີ່ມ​ຂຶ້ນ
ພາຍຫຼັງ​ປະກາດ​ຜົນ​ຂອງ​ການ​ປ່ອນ​ບັດ​ລົງ​ປະຊາ​ມະຕິ​ກ່ຽວ​ກັບ​ສິດ​ປົກຄອງ​ດ້ວຍ​ຕົນ​ເອງ​ໃຫ້​ແກ່​ສອງ​ແຂວງ Donetsk ​ແລະ Lugansk ພຽງ​ສອງ​ສາມ​ຊົ່ວ​ໂມງ​ເທົ່າ​ນັ້ນ, ການ​ນຳ ”ສາທາລະນະ​ລັດ ປະຊາຊົນ Donetsk” ​ແລະ ”ສາທາລະນະ​ລັດ ປະຊາຊົນ Lugansk” ​ໄດ້​ອອກຖະ​ແຫຼ​ງອະທິປະ​ໄຕ ​ແລະ ​ເອກະລາດ​ຈາກ ຢູ​ແກຼນ. ທ່ານ Dennis Pushilin, ປະທານ​ຮ່ວມ​ຂອງ ”ສາທາລະນະ​ລັດ ປະຊາຊົນ Donetsk”, ​ໄດ້ຢືນຢັນ​ອະທິປະ​ໄຕ​ຂອງ​ລັດ ”ສາທາລະນະ​ລັດ ປະຊາຊົນ Donetsk”, ພ້ອມ​ທັງ​ສະ​ເໜີ​ໃຫ້​ລັດ​ເຊຍ​ຮັບຮອງ Donetsk ​ເປັນ​ພາກສ່ວນ​ໜຶ່ງ​ຂອງ​ສະຫະພັນ​ລັດ​ເຊຍ. ທ່ານ Pushilin ກໍ່​ໃຫ້​ຮູ້​ວ່າ, ອົງການ​ແຫ່ງ​ລັດ​ສູງ​ສຸດ​ຂອງ​ອຳນາດ​ການ​ປົກຄອງ ”ສາທາລະນະ​ລັດ ປະຊາຊົນ Donetsk” ຈະ​ແມ່ນ​ສະພາ​ສູງ​ສຸດ, ມີ​ຄວາມ​ຮັບຜິດຊອບ​ສ້າງ​ຕັ້ງ​ລັດຖະບານ​ຂອງ ”ສາທາລະນະ​ລັດ ປະຊາຊົນ Donetsk” ​ແລະ ສະພາ​ປ້ອງ​ກັນ​ຄວາມ​ສະຫງົບ.

        ​ໃນ​ຂະນະ​ນັ້ນ, ”ຜູ້​ວ່າການ​ປະຊາຊົນ” ຂອງ​ເຂດ Lugansk, ທ່ານ Valery Bolotov, ພັດ​ຖະ​ແຫຼ​ງວ່າ​ເສັ້ນທາງ​ຂອງ ”ສາທາລະນະ​ລັດ ປະຊາຊົນ Lugansk” ​ແມ່ນ​ລັດທິ​ຊົນ​ຊາດ, ​ອິດສະຫຼະພາບ ​ແລະ ​ແມ່ນ​ການ​ກະທຳ​ຕາມ​ກົດໝາຍ, ທ່ານ​ຍັງ​ໃສ່​ໃຈ​ວ່າ ”ສາທາລະນະ​ລັດ ປະຊາຊົນ Lugansk” ຈະ​ບໍ່​ປະຕິບັດຕາມ​ຄຳ​ສັ່ງ​ຂອງ​ອຳນາດ​ການ​ປົກຄອງ Kiev. ການ​ນຳ​ຊົ່ວຄາວ ”ສາທາລະນະ​ລັດ ປະຊາຊົນ Lugansk” ພວມ​ມີ​ແຜນການຝາກ​ຈົດໝາຍ​ເຖິງ​ສະຫະ​ປະຊາ​ຊາດ​ສະ​ເໜີ​​ໃຫ້​ມີກົດ​ລະບຽບ​ເອກະລາດ ​ແລະ ຮຽກຮ້ອງ​​ ການຮັບຮອງຈາກ​ປະຊາ​ຄົມ​ໂລກ.

​        ເຖິງຢ່າງ​ໃດ​ກໍ່ຕາມ, ສິ່ງ​ທີ່​ພາ​ໃຫ້​ອຳນາດ​ການ​ປົກຄອງ​ຊົ່ວຄາວ ຢູ​ແກຼນ ​ເຈັບ​ຫົວ​ກວ່າ​ນັ້ນ​ແມ່ນ ກຳລັງ​ທວງ​ໃຫ້​ປົກຄອງ​ດ້ວຍ​ຕົນ​ເອງ​ຢູ່ Lugansk ​ແລະ Donetsk ລ້ວນ​ແຕ່​ປະກາດ​ບໍ່​ເຂົ້າຮ່ວມ​ການ​ເລືອກ​ຕັ້ງ​ປະທາ​ນາ​ທິບໍດີ ຢູ​ແກຼນ ​ໃນ​ວັນ​ທີ 25/5, ​ເຊິ່ງ​ແມ່ນ​ເຫດການ​ທີ່​ລັດຖະບານ​ຊົ່ວຄາວ  ຢູ​ແກຼນ ຖື​ເປັນ​ເງື່ອນ​ໄຂ​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ໃນ​ປະຈຸ​ບັນ. ຫາກ​ພິຈາລະນາ​ເລື່ອງ​ເຂົ້າ​ເປັນ​ສະມາຊິກ​ຂອງ​ລັດ​ເຊຍ.

        ບໍ່​ພຽງ​ແຕ່​ຄື​ແນວ​ນັ້ນ, ​ເລື່ອງ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ລົງ​ປະຊາ​ມະຕິ​ຢູ່ Lugansk ​ແລະ Donetsk ຍັງ​​ເປັນ​ການກະທົບ ​ເພື່ອໃຫ້​ເຂດ​ອື່ນໆ​ຂອງ ຢູ​ແກຼນ ຄື: Kharkiv ​ແລະ Odessa ດຳ​ເນີນ​ການ​ລົງ​ປະຊາ​ມະຕິ​ທີ່​ຄ້າຍຄື​ກັນ. ຖ້າ​ສິ່ງ​ດັ່ງກ່າວ​ເກີດ​ຂື້ນ. ​ ຢູ​ແກຼນ ຈະ​ຖືກ​ຕັດ​ແຍກ ​ແລະ ​ແຕກ​ທະລາ​ຍ​ໄປ.

        ​ແຕ່​ດ້ວຍ​ພື້ນຖານ​ເສດຖະກິດ​ທີ່​ຊຸດ​ໂຊມ​ໃນ​ປະຈຸ​ບັນ, ຢູ​ແກຼນ ພວມ​ປະ​ເຊີນ​ໜ້າ​ກັບຄວາມ​ຂັດ​ແຍ້​ງກັນ​ຢ່າ​ງຮ້າຍ​ແຮງ​ລະຫວ່າງ​ອຳນາດ​ການ​ປົກຄອງ ​ແລະ ບັນດາ​ແຂວງ​ທາງ​ທິດຕາ​ເວັນ​ອອກ. ​ໃນ​ສະພາບ​ການ​ນີ້, ຮຽກຮ້ອງ​ໃຫ້ Kiev ຕ້ອງ​ມີ​ໄຫວ​ພິກ ​ເພື່ອ​ສາມາດ​ຄວບ​ຄຸມ​ສະພາບການ​. ​ແຕ່​ນີ້​ແມ່ນ​ວຽກ​ງານ​ທີ່​ປະຕິບັດ​ຍາກ ​ແລະ ຢູ​ແກຼນ  ບໍ່​ສາມາດ​ຫຼຸດ​ພົ້ນ​ອອກ​ຈາກ​ວິ​ກິດ​ການ​ໃນ​ໄວໆ​ນີ້​ໄດ້. ​

ຕອບກັບ

ຂ່າວ/ບົດ​ອື່ນ