(vovworld)- ພາຍຫລັງເກືອບ 1 ເດືອນ ທີ່ກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ດຳເນີນການລົງຄະແນນສຽງໄວ້ວາງໃຈສຳລັບ 47 ຕຳແຫນ່ງ ໂດຍສະພາແຫ່ງຊາດເລືອກຕັ້ງຫລືໃຫ້ສັດຕະຍາບັນ, ໃນສັບປະດາທຳອິດຂອງເດືອນ 7, ສະພາປະຊາຊົນທຸກຂັ້ນ, ອົງການອຳນາດແຫ່ງລັດຢູ່ທ້ອງຖິ່ນເລີ່ມຕົ້ນການຜັນຂະຫຍາຍວຽກງານສຳຄັນດັ່ງກ່າວ. ນີ້ແມ່ນການປ່ຽນໃຫມ່ການເຄື່ອນໄຫວຂອງສະພາປະຊາຊົນຢູ່ທ້ອງຖິ່ນ, ຫັນສິດຕິດຕາມກວດກາສຳລັບບັນດາຕຳແຫນ່ງໂດຍສະພາປະຊາຊົນເລືອກຕັ້ງເປັນລະອຽດ.
ກ່ອນທີ່ລົງຄະແນນສຽງໄວ້ວາງໃຈໂດຍສະພາປະຊາຊົນທຸກຂັ້ນຜັນຂະຫຍາຍ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊີງຮຸ່ງ ໄດ້ສົ່ງຈົດໝາຍເຖິງຄະນະປະຈຳສະພາປະຊາຊົນແຂວງ, ນະຄອນຂຶ້ນກັບສູນກາງ; ເມືອງ, ເທດສະບານ, ຕາແສງ, ນະຄອນ ຂຶ້ນກັບແຂວງ, ນະຄອນຂຶ້ນກັບສູນກາງ. ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ຊີ້ແຈງວ່າ: ການລົງຄະແນນສຽງໄວ້ວາງໃຈ ແມ່ນວຽກງານສຳຄັນຍິ່ງ ແລະ ມີຄວາມໝາຍໃນການປະຕິບັດແຜນນະໂຍບາຍຂອງພັກ ແລະ ລັດ ກ່ຽວກັບການປ່ຽນໃຫມ່ການເຄື່ອນໄຫວຂອງສະພາປະຊາຊົນ ຊື່ງໄດ້ຮັບຄວາມມຸ້ງຫວັງ ແລະ ເຊື່ອໝັ້ນຈາກປະຊາຊົນ.
ໂດຍແມ່ນອົງການຕາງຫນ້າໃຫ້ເຈດຈຳນົງ, ຄວາມມຸ້ງມາດປາດຖະຫນາ ແລະ ສິດເປັນເຈົ້າຂອງປະຊາຊົນຢູ່ທ້ອງຖິ່ນ, ສະພາປະຊາຊົນທຸກຂັ້ນດຳເນີນການລົງຄະແນນສຽງໄວ້ວາງໃຈສຳລັບບັນດາຕຳແຫນ່ງໂດຍອົງການນີ້ເລືອກຕັ້ງຄື: ປະທານສະພາປະຊາຊົນ, ຮອງປະທານສະພາປະຊາຊົນ, ປະທານຄະນະກຳມະການປະຊາຊົນ, ຮອງປະທານຄະນະກຳມະການປະຊາຊົນ, ບັນດາສະມາຊິກອື່ນຂອງຄະນະກຳມະການປະຊາຊົນ. ກໍເຊັນດຽວກັນກັບຢູ່ສະພາແຫ່ງຊາດ, ນີ້ເປັນຄັ້ງທຳອິດການລົງຄະແນນສຽງໄວ້ວາງໃຈຢູ່ສະພາປະຊົນ, ສະນັ້ນ ວຽກງານນີ້ສະພາປະຊາຊົນທຸກຂັ້ນຕ້ອງເອົາໃຈໃສ່ຊີ້ນຳເປັນພິເສດ ເພື່ອໃຫ້ການລົງຄະແນນສຽງໄວ້ວາງໃຈສຳເລັດຜົນ. ທ່ານນາງ ໂງທີຢວານແທງ, ປະທານສະພາປະຊາຊົນນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:
“ຄະນະປະຈຳສະພາປະຊາຊົນນະຄອນໄດ້ພະຍາຍາມຢູ່ໃນລະດັບສູງສຸດເພື່ອສະຫນອງໃຫ້ຜູ້ແທນ ສະພາປະຊາຊົນ ບໍ່ພຽງແຕ່ບົດລາຍງານໝາກຜົນແຫ່ງການປະຕິບັດພາລະບົດບາດທີ່ໄດ້ຮັບການມອບໝາຍຈາກຜູ້ໄດ້ຮັບການລົງຄະແນນສຽງໄວ້ວາງໃຈເທົ່ານັ້ນ ຫາກຍັງລາຍງານຕີລາຄາສະພາບການປະຕິບັດຫນ້າທີ່ເສດຖະກິດສັງຄົມ ການປ້ອງກັນຊາດປ້ອງກັນຄວາມສະຫງົບຢູ່ນະຄອນໃນໄລຍະຜ່ານມາອີກດ້ວຍ. ຂ້າພະເຈົ້າຄິດວ່າ ໝາກຜົນແຫ່ງການລົງຄະແນນສຽງໄວ້ວາງໃຈຍັງອີງໃສ່ຫລາຍປັດໃຈ.”
ນະຄອນຮ່າໂນ້ຍ ດຳເນີນການລົງຄະແນນສຽງໄວ້ວາງໃຈ
ພາບ:vneconomy.vn
|
ເລື່ອງລົງຄະແນນສຽງໄວ້ວາງໃຈແມ່ນສຸມໃສ່ຕີລາຄາ 2 ມາດຖານພື້ນຖານ ນັ້ນແມ່ນກຳລັງຄວາມສາມາດຊີ້ນຳນຳພາ, ການບໍລິຫານ, ຄຸນນະທາດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດ. ຫາງສຽງຕີລາຄາວ່າ ນີ້ແມ່ນວຽກງານທີ່ແທດຈິງ, ທັງຮັບປະກັນການເປີດກວ້າງ, ເສີມຂະຫຍາຍປະຊາທິປະໄຕ ທັງສ້າງຊ່ອງຕິດຕາມກວດກາ, ປະກອບສ່ວນຕີລາຄາພະນັກງານຢ່າງພາວະວິໄສ, ຊັດເຈນ. ທ່ານ ຫງວຽນມີນຕວນ, ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງ ກວ໋າງຫງາຍ ໃຫ້ຮູ້ວ່າ: ຜູ້ມີສິດເລືອກຕັ້ງມີຄວາມຫວັງ ຜູ້ແທນສະພາປະຊາຊົນ ຍົກສູງສະຕິຄວາມຮັບຜິດຊອບດ້ານການເມືອງຕໍ່ຫນ້າຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນເພື່ອໃຫ້ການລົງຄະແນນສຽງໄວ້ວາງໃຈດຳເນີນໄປຢ່າງແທດຈິງ, ປະກອບສ່ວນສ້າງຖັນແຖວພະນັກງານການນຳອຳນາດການປົກຄອງໃຫ້ມີກຳລັງຄວາມສາມາດ, ມີຄຸນສົມບັດດີ, ເປັນແບບຢ່າງ, ມີນ້ຳໃຈເດັດດ່ຽວຕໍ່ສູ້ປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ, ການຟຸມເຟືອຍ. ຜ່ານໝາກຜົນລົງຄະແນນສຽງໃນເບື້ອງຕົ້ນຢູ່ສະພາປະຊາຊົນທຸກຂັ້ນຈຳນວນຫນຶ່ງ, ຜູ້ມີສິດເລືອກຕັ້ງ ບຸ່ຍກົງຢວຽດ ຢູ່ເມືອງ ງອກໂຮ່ຍ ແຂວງ ກອນຕູມ ໃຫ້ຮູ້ວ່າ:
“ຜ່ານກອງປະຊຸມຄັ້ງນີ້, ພວກຂ້າພະເຈົ້າເຫັນວ່າ ການຈັດຕັ້ງກອງປະຊຸມແມ່ນລອບຄອບຖີ່ຖ້ວນ, ເຫັນແກ່ຜົນປະໂຫຍດສ່ວນລວມ ແລະ ພາວະວິໄສ. ພ້ອມກັນນັ້ນ ກໍສະແດງໃຫ້ເຫັນນ້ຳໃຈຮັບຜິດຊອບຂອງບັນດາຜູ້ແທນ ສະພາປະຊາຊົນແຂວງ ໂດຍປະຊາຊົນເລືອກຕັ້ງ. ຜ່ານນັ້ນ ພວກຂ້າພະເຈົ້າເຫັນວ່າ ແມ່ນເພ່ີ່ມຄວາມຮັບຜິດຊອບໃຫ້ແກ່ຜູ້ພວມທີ່ດຳລົງຕຳແຫນ່ງສຳຄັນເພື່ອສຳເລັດຫນ້າທີ່ໃນໄລຍະຈະມາເຖິງ.”
ການລົງຄະແນນສຽງໄວ້ວາງໃຈຢູ່ສະພາປະຊາຊົນທຸກຂັ້ນ ແມ່ນບາດກ້າວເພື່ອສຳຫລວດລະດັບໄວ້ວາງໃຈ, ແມ່ນພື້ນຖານເພື່ອຈັດແບ່ງປະເພດ, ຕີລາຄາ, ສັບຊ້ອນພະນັກງານຂອງອົງການມີສິດອຳນາດ. ເມື່ອຕີລາຄາກ່ຽວກັບໝາກຜົນການລົງຄະແນນສຽງໄວ້ວາງໃຈສຳລັບ 14 ຕຳແຫນ່ງ ໂດຍສະພາປະຊາຊົນແຂວງ ດົ່ງທາບ ເລືອກຕັ້ງໃນກອງປະຊຸມຄັ້ງທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ 8 ດຳເນີນໄປແຕ່ວັນທີ 3-5/7, ທ່ານເລຮ່ວາງດຶກ, ຮອງປະທານສະພາປະຊາຊົນແຂວງ ຖືວ່າ:
“ໃນການລົງຄະແນນສຽງໄວ້ວາງໃຈຄັ້ງນີ້ ແມ່ນຊ່ວຍໃຫ້ຜູ້ໄດ້ຮັບການລົງຄະແນນສຽງໄວ້ວາງໃຈມີຄວາມເຂົ້າໃຈຢ່າງຈະແຈ້ງຕໍ່ລະດັບໄວ້ວາງໃຈຂອງຕົນ. ຖ້າລະດັບໄວ້ວາງໃຈສູງ ຄວນເສີມຂະຫຍາຍຕື່ມອີກ. ສ່ວນລະດັບໄວ້ວາງໃຈຕຳ່ ຕ້ອງສູ້ຊົນເພື່ອສາມາດປະຕິບັດວຽກງານໃຫ້ດີກ່ວາ ແລະ ສຳເລັດຫນ້າທີ່ຢູ່ໃນລະດັບສູງກວ່າ.”
ການລົງຄະແນນສຽງໄວ້ວາງໃຈຈະສືບຕໍ່ໄດ້ຮັບການປະຕິບັດຢູ່ສະພາປະຊາຊົນທຸກຂັ້ນໃນຊຸມມື້ຈະມາເຖິງ. ແລະ ຕາມມະຕິຂອງສະພາແຫ່ງຊາດແລ້ວ, ນັບແຕ່ນີ້ເປັນຕົ້ນໄປ ການລົງຄະແນນສຽງໄວ້ວາງໃຈຈະກາຍເປັນວຽກງານທີ່ໄດ້ຮັບການປະຕິບັດເປັນປະຈຳຂອງບັນດາສະພາປະຊາຊົນ. ເຖິງວ່າວຽກງານນີ້ແມ່ນໃຫມ່ອ່ຽມ ແຕ່ດ້ວຍການກະກຽມຢ່າງລອບຄອບຖີ່ຖ້ວນ, ຜັນຂະຫຍາຍຢ່າງສຳເລັດ ຈະປະກອບສ່ວນ ເພີ່ມທະວີຄວາມສາມັກຄີໃນໝູ່ປະຊາຊົນ, ເພີ່ມປະສິດທິຜົນການເຮັດວຽກງານຂອງອຳນາດການປົກຄອງ, ສ້າງຄວາມເຫັນດີເຫັນພ້ອມເພື່ອປະຕິບັດບັນດາຈຸດໝາຍພັດທະນາເສດຖະກິດສັງຄົມ.