ວັກ​ຊີນ ​ທີ່​ມີຢ​ູ່​ແລ​້ວ​ຂອງ ຫວຽດ​ນາມ ແມ່ນ​ ​ຈິດ​ໃຈ​ອົງ​ອາດກ້າ​ແກ່ນ, ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ

(VOVWORLD) - ບັນດາແຂວງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ພວມຕົກເຂົ້າສູສະພາບໄພນ້ຳທະເລຊຶນຢ່າງຮ້າຍແຮງເຊິ່ງໄດ້ຖືວ່າແມ່ນຂີດໝາຍປະຫວັດສາດປີ 2016. ມີທ້ອງຖິ່ນຫຼາຍແຫ່ງໄດ້ປະກາດສະພາບການຮີບດ່ວນ ແລະ ສຸມໃສ່ການຮັບມື. ຕໍ່ໜ້າສະພາບການດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາແຂວງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມເສີມຂະຫຍາຍ ວັກຊີນທີ່ມີຢູ່ແລ້ວຂອງ ຫວຽດນາມແມ່ນເນື້ອໃນຈິດໃຈອົງອາດຂອງຊາດ, ຍິ່ງຫຍຸ້ງຍາກລຳບາກ, ຍິ່ງເຂັ້ມແຂງເພື່ອກ້າວໜ້າ.
ວັກ​ຊີນ ​ທີ່​ມີຢ​ູ່​ແລ​້ວ​ຂອງ ຫວຽດ​ນາມ ແມ່ນ​ ​ຈິດ​ໃຈ​ອົງ​ອາດກ້າ​ແກ່ນ, ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກກ່າວຄຳເຫັນທີ່ການເຮັດວຽກກັບ 5 ແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ (ພາບ: VGP) 

ນັບແຕ່ວັນທີ 7 – 15 ມີນາ, ສະພາບນ້ຳທະເລຊຶມຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຄາດວ່າ ບັນລຸລະດັບສູງສຸດ ຂະນະທີ່ນ້ຳທະເລຊຶນເລິກເຂົ້າດິນຕໍ່ແຜ່ນປະມານ 100 – 110 km. ສະພາບການຂາດນ້ຳຈືດ, ນ້ຳທະເລຊຶມກໍ່ຜົນກະທົບເຖິງຕົ້ນໄມ້ກິນໝາກ ແລະ ນ້ຳໃຊ້ໃນຊີວິດການເປັນຢູ່ຂອງປະຊາຊົນ.

ພ້ອມກັບການປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຂຶ້ນ, ບັນດາຜົນກະທົບຕໍ່ຊັບພະຍາກອນນ້ຳແມ່ນເຫດຜົນຕົ້ນຕໍພາໄປເຖິງສະພາບການດັ່ງກ່າວ.

ສຸມໃສ່ດ້ວຍຄວາມຕັດສິນໃຈສູງ

ນ້ຳທະເລຊຶມຄາດວ່າຈະສືບຕໍ່ເພີ່ມຂຶ້ນສູງ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ບັນດາທ້ອງຖິ່ນທີ່ກ່ຽວຂ້ອງ ສືບຕໍ່ປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີໃຫ້ເປັນຢ່າງດີກ່ຽວກັບວິທີການແກ້ໄຂຢ່າງຮີບດ່ວນໃນການປ້ອງກັນ, ຕ້ານ ໄພແຫ້ງແລ້ງ, ຂາດນ້ຳຈືນ, ນ້ຳທະເລຊຶມ, ຫຼຸດຜ່ອນຜົນເສຍຫາຍຂອງການຜະລິດໃຫ້ຫຼາຍກ່ວາອີກ, ສ້າງສະຖຽນລະພາບໃນການດຳລົງຊີວິດ.

        ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ກະຊວງກະສິກຳ ແລະ ພັດທະນາຊົນນະບົດສືບຕໍ່ຕິດຕາມ, ຄາດຄະເນແຫຼ່ງນ້ຳຈາກຍອດນ້ຳຂອງແມ່ນ້ຳຂອງ, ແຫຼ່ງນ້ຳໄຫຼ່ຮອດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ເພື່ອລາຍງານເຖິງບັນດາກະຊວງ, ຂະແໜງການຢ່າງທັນການ. ສົມທົບກັບທ້ອງຖິ່ນຕີລາຄາສະພາບການຂອງແຫຼ່ງນ້ຳໃນບໍລິເວນເພື່ອສົມດຸນລະຫວ່າງແຫຼ່ງນ້ຳໃຫ້ແກ່ການດຳລົງຊີວິດ ແລະ ການຜະລິດ. ບໍ່ປະໃຫ້ຄອບຄົວໃດມີຄວາມສ່ຽງຂາດນ້ຳໃຊ້, ພິເສດແມ່ນຄອບຄົວປະສົບກັບຄວາມທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ:

        ຜ່ານລະດູແຫ້ງ, ນ້ຳທະເລຊຶມຂອງປີນີ້ອາດຈະຖອດຖອນບົດຮຽນດ້ວຍທິດນຳທີ່ວ່າ ນີ້ແມ່ນບັນຫາຍາກ, ຊ້ຳບໍ່ໜຳຍາກທີ່ສຸດ, ແຕ່ວ່າ ລັດຖະບານ, ອຳນາດການປົກຄອງທຸກຂັ້ນ, ບັນດາພາກສ່ວນເສດຖະກິດ ແລະ ທົ່ວປວງຊົນທັງຊາດ ພ້ອມກັນສຸມໃສ່ດ້ວຍຄວາມຕັດສິນໃຈຢ່າງສູງ ແມ່ນພວກເຮົາຈະແກ້ໄຂໄດ້ບັນດາ ແລະ ຍາດເອົາໄຊຊະນະ. ດັ່ງນັ້ນ, ວັກຊີນທີ່ມີຢູ່ແລ້ວຂອງ ຫວຽດນາມແມ່ນຈິດໃຈອົງອາດກ້າແກ່ນຂອງຊາດພວກເຮົາ ຜ່ານຜ່າຄວາມຫຍຸ້ງຍາກ, ຍິ່ງຫຍຸ້ງຍາກຍິ່ງເຂັ້ມແຂງ ແລະ ກ້າວໜ້າ. ປະເທດຊາດ ຫວຽດນາມ, ເຈດຈຳນົງ ຫວຽດນາມແມ່ນຄືແນວນັ້ນ ແລະ ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກທີ່ສຸດຂອງດິນແດນແຫ່ງນີ້ ຊຶ່ງແມ່ນແຫ່ງທີ່ມີຄວາມສາມາດບົ່ມຊ້ອມຫຼາຍຢ່າງ ແລະ ປະເຊີນໜ້າກັບທຳມະຊາດອັນຮ້າຍແຮງນີ້.

        ເມື່ອເນັ້ນໜັກເຖິງຈິດໃຈເຝິ່ງຕົວເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນແອງຂອງອຳນາດການປົກຄອງທຸກຂັ້ນແມ່ນສຳຄັນທີ່ສຸດ, ເປັນຕົ້ນແມ່ນການນຳໃຊ້ວິທະຍາສາດ - ເຕັກໂນໂລຢີ, ຊອກຫາແຫຼ່ງກຳລັງພັດທະນາ. ທ່ານນາຍົກລັດຖະມົນຕີ ຖືວ່າ:

ຄົ້ນຄ້ວາສ້າງອ່າງເກັບນ້ຳຈືດຈຳນວນໜຶ່ງໃນເຂດທີ່ຈຳເປັນ. ສ້າງອ່າງເກັບນ້ຳຈືດຂອບຂະໜາດໃດ, ຢູ່ໃສຕ້ອງໄດ້ຮັບການກຳນົດ, ເປັນຕົ້ນແມ່ນຢູ່ແຂວງເບັ້ນແຈ, ອານຢາງ ແລະ ໂຄງການຕ່າງໆ. ບັນດາໂຄງການນີ້ຕ້ອງໄດ້ຮັບການຄົ້ນຄ້ວາຢ່າງລະອຽດເພື່ອໃຫ້ພວກເຮົາກະກຽມໃຫ້ແກ່ໄລຍະ 2021 – 2025.

ຈິດໃຈຜ່ານຜ່າຄວາມຫຍຸ້ງຍາກຂອງບັນດາທ້ອງຖິ່ນ

        ຕໍ່ໜ້າສະພາບປະສົບກັບຄວາມຫຍຸ້ງຍາກຍ້ອນໄພແຫ້ງແລ້ງ, ນ້ຳເຄັມຊຶມ, ແຂວງ ກ່າເມົາ ໄດ້ຍູ້ແຮງການໂຄສະນາເພື່ອແນໃສ່ສ້າງຄວາມເຫັນດີເຫັນພ້ອມ, ການແບ່ງປັນຂອງປະຊາຊົນໃນການສົມທົບກັນ, ນຳໃຊ້ແຫຼ່ງນ້ຳຈືດຢູ່ບັນດາຄອງເໝືອງເພື່ອກູ້ເອົາເນື້ອທີ່ເຂົ້າ, ຜັກພືດທີ່ພວມຢູ່ໃນໄລຍະເຕີບໂຕ.

        ແຂວງເບັ໊ນແຈ ພວມສຸມໃສ່ກໍ່ສ້າງບັນດາເຂື່ອນຊົ່ວຄາວ ເພື່ອແນໃສ່ສະກັດກັ້ນນ້ຳເຄັມຢູ່ແມ່ນ້ຳ ຮ່າມລວງ ໄຫຼເຂົ້າເຂດສະຖານີຈັດສູບນ້ຳ ກ໊າຍກໍ (ຕາແສງ ເກີຍແທັ່ງ, ເມືອງ ເຈົາແທັ່ງ) ຂອງບໍລິສັດຫຸ້ນສ່ວນສະໜອງ, ລະບາຍນ້ຳ ເບັ໊ນແຈ. ມາດຕະການດັ່ງກ່າວແມ່ນເພື່ອແນໃສ່ “ກູ້ເອົາ” ປະຊາຊົນນັບພັນໆຄອບຄົວ, ວິສາຫະກິດ, ໂຮງຮຽນ, ຮາກຖານການແພດ… ຂຶ້ນກັບ 2 ເມືອງ ເຈົາແທັ່ງ, ມໍໄກ່ບັ໊ກ ແລະ ນະຄອນ ເບັ໊ນແຈ.

        ຢູ່ແຂວງ ກຽນຢາງ, ທ່ານ ຫງວຽນຮິວຮ່ວາຍເຟືອງ, ຜູ້ອຳນວຍການໃຫຍ່ບໍລິສັດ MTV ສະໜອງ, ລະບາຍນ້ຳ ກຽນຢາງ ຈຳກັດ, ໃຫ້ຮູ້ວ່າ.

        “ທາງແຂວງໄດ້ຊີ້ນຳການລະບ່າຍລະບົບສະໜອງນ້ຳຈືດໃຫ້ຄົບຖ້ວນກວ່າ, ທີ 2 ແມ່ນໄດ້ມີນ້ຳບາດານສຳຮອງ ເພື່ອຮັບໃຊ້ໃຫ້ແກ່ຍາມແຫ້ງແລ້ງນ້ຳເຄັມຊຶມ, ນີ້ແມ່ນແຜນການໄດ້ຮັບການກະກຽມກ່ອນໜ້ານັ້ນ ເພື່ອຮັບປະກັນແຫຼ່ງສະໜອງນ້ຳໃຫ້ນະຄອນ ແຣກຢ໊າ. ພ້ອມກັນນັ້ນ, ກໍ່ສົ່ງເສີມໃຫ້ປະຊາຊົນນຳໃຊ້ນ້ຳໃຫ້ປະຢັດ”.

        ພ້ອມກັບອຳນາດການປົກຄອງ, ປະຊາຊົນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ກໍ່ໄດ້ມີຄວາມຮັບຮູ້ຢ່າງຈະແຈ້ງ, ຖືໄພແຫ້ງແລ້ງຍ້ອນນ້ຳເຄັມແມ່ນສະພາບຕົວຈິງຕ້ອງປະເຊີນໜ້າ, ເພື່ອພ້ອມກັບອຳນາດການປົກຄອງມີມາດຕະການຮັບມືກັບການປ່ຽນແປງວິທີການຜະລິດ, ເກັບນ້ຳຈືດໄວ້… ທ່ານ ເຟີມວັນຕ໊ຽວ, ຢູ່ແຂວງ ວິ້ງລອງ, ໃຫ້ຮູ້ວ່າ, ຍ້ອນມີລະບົບຊົນລະປະທານຂອງລັດ ພ້ອມກັບເລື່ອງເປັນເຈົ້າການຂອງຄອບຄົວ, ສະນັ້ນຄອບຄົວຂອງທ່ານຈຶ່ງເປັນເຈົ້າການສະສົມແຫຼ່ງນ້ຳເພື່ອຫົດນ້ຳ.

        ການຊີ້ນຳຂອງລັດຖະບານຢ່າງໃກ້ຊິດ ພ້ອມກັບເລື່ອງເປັນເຈົ້າການ, ຈິດໃຈບໍ່ຍອມຈຳນົນ, ຜ່ານຜ່າຄວາມຫຍຸ້ງຍາກຂອງບັນດາທ້ອງຖິ່ນ ແລະ ປະຊາຊົນນັ້ນແມ່ນວິທີທີ່ມີປະສິດທິຜົນທີ່ສຸດເພື່ອໃຫ້ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ຜ່ານຜ່າສະພາບນ້ຳເຄັມຊຶມຢ່າງຮ້າຍແຮງໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ