ວິກິດການຢູ່ອີຢີບ ແລະ ບັນດາຜົນພາຍຫຼັງ

​  ​(vovworld)-  ການ​ຜັນ​ແປຫຼ້າ​ສຸດ​ໃນ​ເວທີ​ການ​ເມືອງ​ອີ​ຢີບ​ ໃນ​ຊຸມ​ວັນ​ຜ່ານ​ມາ​ພວມ​ເຮັດ​ໃຫ້​ວິ​ກິດ​ການ​ຢູ່​ປະ​ເທດ​ອາ​ຟຼິກກາ​ເໜືອ​ນີ້​ໜັກໜ່ວງ​ກ່ວາ. ຂໍ້​ຂັດ​ແຍ້​ງລະຫວ່າງ​ບັນດາ​ພັກ​ຝ່າຍ​ກໍ່​ນັບ​ມື້​ນັບ​ຮ້າຍ​ແຮງ​ຂຶ້ນ​ຕື່ມ. ສະພາບ​ການ​ດັ່ງກ່າວ​ບໍ່ພຽງ​ແຕ່​ກໍ່​ຜົນ​ຮ້າຍ​ໃຫ້​ແກ່​ອະນາຄົດ​ຂອງ​ອີ​ຢີບ ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ຜົນ​ສະທ້ອນ​ຕໍ່​ຄວາມ​ສະຖຽນລະ​ພາບ​ຂອງ​ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ​ອີກ​ດ້ວຍ.

ວິກິດການຢູ່ອີຢີບ ແລະ ບັນດາຜົນພາຍຫຼັງ - ảnh 1

(ພາບ:vov.vn)

​  ໃນ​ຊຸມ​ມື້​ຜ່ານ​ມ​າ, ການ​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງຕ່າງໆລະຫວ່າງ​ຜູ້​ສະໜັບສະໜູນ​ກອງທັບ ​ແລະ ກຳລັງ​ສະໜັບສະໜູນ​ອະດີດ​ປະທານາທິບໍດີ Mohamed Morsi ​ໄດ້​ດຳ​ເນີນ​ໄປ​ໃນ​ທົ່ວ​ທຸກ​ຖະໜົນ​ຢູ່​ອີ​ຢີບ. ​ການ​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ພາ​ໄ​ປເຖິງ​ການ​ປະ​ທະ​ກັນ​ລະຫວ່າງ​ຕຳຫຼວດ ​ແລະ ຜູ້ສະໜັບສະໜູນ​ອະດີດ​ປະທານາທິບໍດີ Mohamed Morsi ອັນ​ໄດ້​ເຮັດ​ໃຫ້ 75 ຄົນ​ເສຍ​ຊີວິດ ​ແລະ ນັບ​ຮ້ອຍ​ຄົນ​ຖືກ​ບາດ​ເຈັບ. ​ໃນ​ຂະນະ​ທີ່​ຝ່າຍ​ຕ່າງໆ​ອອກສຽງ​ຖິ້ມ​ໂທດ​ໃຫ້​ແກ່​ກັນ​ກ່ຽວ​ກັບ​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ນີ້, ປະທານາທິບໍດີ​ຊົ່ວຄາວ​ອີ​ຢີບ ທ່ານ Adly Mansour ​ໄດ້​ອະນຸຍາດ​ໃຫ້​ກອງທັບ​ອີ​ຢີບ ດຳ​ເນີນ​ການ​ຈັບ​ຕົວ​ສາມັນ​ຊົນ ຊື່​ງ​ແມ່ນ​ການ​ກະທຳ​ຖືກ​ຖື​ວ່າ​ຮຸນ​ແຮງ​ທີ່​ສຸດ​ເພື່ອ​ແນ​ໃສ່​ປາບ​ປາມ​ການ​ແຫ່​ຂະ​ບວນປະ​ທ້ວງ.

  ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ເບີ່​ງຄື​ວ່າ: ການ​ກະທຳ​ຂອງ​ອຳນາດ​ການ​ປົກຄອງ​ກ່ຽວ​ກັບ​ການ​ປາບ​ປາມ​ບັນດາ​ການ​ກະທຳ​ນາບ​ຂູ່​ເຖິງ​ຄວາມ​ສະ​ຫງົບ​ປອດ​ໄພ ​ແລະ ສະຖຽນ​ລະ​ພາບ​ສັງຄົມ​ອີ​ຢີບ ລ້ວນ​ແຕ່​ໄຮ້​ຄວາມ​ໝາຍ ​ໃນ​ຂະນະ​ທີ່​ອົງການ​ອ້າຍ​ນ້ອງ​ຊາວ​ມຸດ​ຊະ​ລິ​ມ ສືບ​ຕໍ່​ປຸກລະດົມ​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງ​ໃໝ່​ທີ່​ມີ​ການ​ເຂົ້າຮ່ວມ​ຂອງ​ນັບ​ລ້ານ​ຄົນ​ນັບ​ແຕ່​ຄ່ຳ​ຄືນ​ວັນ​ທີ 29/7 ​ແລະ ​ແກ່ຍາວ​ຮອດ​ວັນ​ທີ 30/7.

ວິກິດການຢູ່ອີຢີບ ແລະ ບັນດາຜົນພາຍຫຼັງ - ảnh 2

(ພາບ:phapluatxahoi.vn)

  ​ໃນ​ຂະນະ​ທີ່​ອີ​ຢີບ ພວມ​ແກ້​ໄຂ​ສະພາບ​ການ​ພາຍ​ໃນ​ປະ​ເທດ, ບັນດາປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງກໍ່​ມີ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ຕໍ່​ສະພາບ​ການ​ອີ​ຢີບ. ສາດສະດາຈານ Noha Bark ນັກຄົ້ນຄ້ວາ​ການ​ເມືອງ​ຢູ່​ມະຫາວິທະຍາ​ໄລ​ອາ​ເມ​ລິ​ກາ ຢູ່​ກາຍ​ໂຣ ຖື​ວ່າ: ບັນດາ​ບັ້ນປ້ອງ​ກັນ​ຄວາມ​ສະຫງົບ​ຊື່​ງປະຈຸ​ບັນ​ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢູ່​ແຫຼມ​ຊີ​ນາຍ ​ແນ່ນອນ​ວ່າ​ຈະ​ມີ​ຜົນ​ສະທ້ອນ​ເຖິງ​ອິດ​ທິພົນ​ຊື່​ສຽງ​ຂອງ​ຮາ​ມາດ ​ໃນ​ພາກ​ພື້ນ​ນີ້ ຍ້ອນ​ວ່າ​ກອງທັບ​ອາດ​ຈະ​ຮັກສາ​ມາດ​ຕະການ​ປ້ອງ​ກັນ​ຄວາມ​ສະຫງົບ ​ເຮັດ​​ໃຫ້​ເຂດ​ກາຊາ ຖືກ​ຕົກ​ຢູ່​ໂດ​ດດຽວຄື: ປິດ​ປະຕູ​ທຸກໆ​ເສັ້ນທາງ​ອຸ​ມົງ​ໃຕ້​ດິນ ​ແລະ ດ່າ​ນ Rafah ​ໃນ​ໄລຍະ​ຍາວ​ນານ. ສຳລັບ​ອິດສະ​ລາ​ແອນ, ການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຄັ້ງຕ່າ​ງໆ​ຂອງ​ບັນດາ​ບຸກຄົນ​ທຳ​ສົງຄາມ​ສັກສິດອິດ​ຊະລາ​ມ ຢູ່​ແຫຼມ​ຊີ​ນາຍ ​ເພື່ອ​ແນ​ໃສ່​ກໍ່​ກຳລັງ​ດັນ ບັງຄັບ​ໃຫ້​ກອງທັບ​ຕ້ອງ​ຟື້ນ​ຟູ​ຕຳ​ແໜ່​ງ​ໃຫ້​ແກ່​ທ່ານ Mohamed Morsi ​ໄດ້​ກໍ່​ຜົນ​ສະທ້ອນ​ບໍ່​ແມ່ນ​ໜ້ອຍ​ເຖິງ​ສະພາບ​ຄວາມ​ສະຫງົບ​ປອດ​ໄພ​ຂອງ​ອິດສະ​ລາ​ແອນ. ສະພາບ​ຂາດ​ສະຖຽນ​ລະ​ພາບ​ຢູ່​ອີ​ຢີບ ກໍ່​ເຮັດ​ໃຫ້​ບັນດາ​ປະ​ເທດ​ເຂດ​ອ່າວ​ເປີ​ເຊຍ ຄື: ຄູ​ເວດ, ອາຣາບີ ຊາ​ອູ​ດີ ​ແລະ ສະຫະລັດ ອາ​ຮັບ ​ເອມມີ​ເລດ, ບັນດາ​ປະ​ເທດ​ສະໜັບສະ​ໜູນທ່າ​ອ່ຽງປະຈຸ​ບັນ​ຢູ່​ອີ​ຢີບ ຢ່າງ​ເປີດ​ເຜີຍ ກໍ່​ມີ​ຄວາມ​ຮູ້​ສຶກຂາດ​ສະຖຽນລະ​ພາບ.

  ຕໍ່​ໜ້າ​​ເລື່ອງ​ວິ​ກິດ​ການ​ຢູ່​ອີ​ຢີບ ອາດ​ຈະ​ຮ້າ​ຍ​ແຮງ​ກ່ວາ​ອີກ, ທ່ານ ​Ban Ki moon ​ເລຂາທິການ​ໃຫ່ຍ ສປຊ ​ໄດ້​ດຳ​ເນີນ​ການ​ເຈລະຈາ​ກັບ​ທ່ານ Mohamed ElBaradei ຮອງ​ປະທານາທິບໍດີ​ອີ​ຢີບ ​ແລະ ບັນດາ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຕວກກີ, ກາ​ຕາ ພ້ອມ​ກັບ​ຜູ້ນຳ​ໜ້າ​ສະຫະພັນ​ອາຣັບ ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຄວາມ​ວິຕົກ​ກັງວົນ​ອັນ​ເລິກ​ເຊິ່ງຕໍ່ສະພາບ​ການ​ຂາດ​ສະຖຽນ​ລະ​ພາບ​ນັບ​ມື້​ນັບ​ຮ້າຍ​ແຮງ​ຢູ່​ອີ​ຢີບ. ​ໃນ​ຂະນະ​ນັ້ນ, ວັນ​ທີ 29/7, ຂ້າ​ຫຼວງ​ໃຫ່ຍຜູ້​ຮັບຜິດຊອບ​ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ຕ່າງປະ​ເທດ​ສະຫະພາບ​ເອີ​ລົບ, ທ່ານ​ນາງ Catherine Ashton  ​ໄດ້​ມີ​ການ​ໂອ້​ລົມ​ສົນທະນາ​ກັບ​ຝ່າຍ​ຕ່າງໆ​ຢູ່​ອີ​ຢີບ, ​ໃນ​ນັ້ນມີ​ຜູ້​ບັນຊາ​ກຳລັງ​ປະກອບ​ອາວຸດ​ອີ​ຢີບ Abdel Fattah el Sisi, ປະທານາທິບໍດີ​ຊົ່ວຄາວ​ອີ​ຢີບ  Adli Mansour ພ້ອມ​ດ້ວຍ​ຜູ້ຕາງໜ້າ​ພັກ​ເສລີ ​ແລະ ຍຸດຕິ​ທຳ ຊື່​ງ​ແມ່ນ​ອົງການ​ການ​ເມືອງ​ອົງການ​ໜຶ່ງ​ຂອງ​ອົງການ​ອ້າຍ​ນ້ອງ​ຊາວ​ມຸດ​ກຊະ​ລິ​ມ. ອີກ​ເທື່ອ​ໜຶ່ງ, ທ່ານ​ນາງ Catherine Ashton  ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ ຈົ່ງ​ມີ​ຄວາມ​ລະງັບ​ໃຈ ​ແລະ ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ, ທ່ານ​ນາງ​ຍັງ​ສະ​ແດງ​ໃຫ້​ເຫັນ​ການ​ສະໜັບ​ສະ​ໜູນ​ຂອງ​ສະຫະພາບ​ເອີ​ລົບ ທີ່​ມີ​ຕໍ່ ປຊຊ ອີ​ຢີບ ​ໃນ​ການ​ສ້າງ​ສະຖຽນ​ລະ​ພາບ ​ແລະ ຊຸກຍູ້​ພື້ນຖານ​ປະຊາທິປະ​ໄຕ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຕາມ​ການ​ໃຫ້​ຂໍ້​ສັງ​ເກດ​ຂອງ​ວົງ​ການ​ນັກ​ໄຈ້​ແຍກ​ແລ້ວ, ຄວາມ​ສາມາດ​ບັນລຸ​ຜົນສຳ​ເລັດການ​ໄກ່​ເກ່ຍປອງດ​ອງຂອງ​ສະຫະພາບ​ເອີ​ລົບ ຫລື​ບໍ່​ວ່າ​ຝ່າຍ​​ໃດນອກຈາກ​ອີ​ຢີບ ​ໃນ​ວິ​ກິດ​ການ​ປະຈຸ​ບັນ ​ແມ່ນ​ໜ້ອຍ​ທີ່​ສຸດ.

  ສະພາບ​ການ​ຢູ່​ອີ​ຢີບ ​ໃນ​ຊຸມ​ວັນ​ຈະ​ມາ​ເຖິງ​ຍັງ​ຈະ​ມີ​ບັນດາ​ການ​ຜັນ​ແປຍາກ​ທີ່ຈະ​ຄາດ​ຄະ​ເນ​ໄດ້. ການ​ແບ່ງ​ແຍກ​ດ້ານ​ການ​ເມືອງ​ນັບມື້​ນັບປີນຂັ້ນ​ໄດ ພຽງ​ແຕ່​ຈະ​ພາ​ໄປ​ເຖິງ​ບັນດາ​ຜົນ​ຮ້າຍ​ບໍ່​ດີ​ໃຫ້​ແກ່ ປຊຊ ອີ​ຢີບ ກໍ່​ຄື​ທັງ​ພາກ​ພື້ນ​ເທົ່າ​ນັ້ນ. ​ເບີ່​ງຄື​ວ່າ, ສະຖຽນລະ​ພາບ​ຢູ່​ອີ​ຢີບ ຍັງ​ເປັນ​ສິ່ງ​ທີ່​ບໍ່​ຄາດ​ຝັນ.

ຕອບກັບ

ຂ່າວ/ບົດ​ອື່ນ