ວິກິດການໜີ້ສາທາລະນະທີ່ຮ້າຍແຮງຢູ່ເອີລົບ


(vovworld) - ບັນດາ​ຂໍ້​ມູນ​ທີ່ບໍ່​ປະ​ເອີ​ບ​ໃຈປານ​ໃດກ່ຽວ​ກັບ​ວິ​ກິດ​ການ​ໜີ້​ສິນຢູ່​ພາກ​ພື້ນທີ່ນຳ​ໃຊ້ສະກຸນ​ເງິນ​ລວມ​ເອີ​ລົບ  ​ໄດ້​ປະກົດ​ຂຶ້ນ​​​ໃນ​ບັນດາ​ພາຫະນະ​ສື່​ມວນ​ຊົນ​ໃນ​ຊຸມ​ມື້​ຜ່ານ​ມາຢ່າງ​ລຽນຕິດ. ນີ້​ແມ່ນ​ສັນຍານ​ສະ​ແດງ​ໃຫ້​ເຫັນ​ວ່າ, ວິ​ກິດ​ການ​ຢູ່​ທະວີບ​ນີ້​ນັບ​ມື້​ນັບ​ຊົ່ວ​ຮ້າຍ​ລົງ. ຕໍ່​ໄປ​ນີ້​ເຊີນ​ທ່ານ​ຮັບ​ຟັງ​ບົດ​ຂຽນ​ຂອງ​ນັກ​ຂ່າ​ວວິທະຍຸ​ກະຈາຍສຽງ​ຫວຽດນາມ​ທີ່​ມີ​ຫົວ​ຂໍ້​ວ່າ ”      ​​ວິ​ກິດ​ການ​ໜີ້​ສາທາລະນະ​ທີ່​ຮ້າຍ​ແຮງຢູ່​ເອີ​ລົບ”

ວິກິດການໜີ້ສາທາລະນະທີ່ຮ້າຍແຮງຢູ່ເອີລົບ - ảnh 1

ພາຍເຢາະເຢີ້ຍກ່ຽວກັບວິກິດການໜີ້ສາທາລະນະຢູ່ເອີລົບ

(ພາບ: google.com.vn)

        ປະ​ເທດ​ຫລ້າ​ສຸດທີ່​ຖືກ​ຈັດ​ເຂົ້າ​ບັນຊີ​ລາຍ​ຊື່​ບັນດາ​ປະ​ເທດ​ທີ່​ຖືກ​ຜົນ​ສະທ້ອນ​ຈາກ​ວິ​ກິດ​ການ​ໜີ້​ສາທາລະນະ​ນັ້ນ​ແມ່ນ ສາທາລະນະ​ລັດ ສະຫະພັນ​ເຢຍລະ​ມັນ, ​ເຊິ່ງ​ແມ່ນ​ປະ​ເທດ​ທີ່​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ ​ແມ່ນ​ພື້ນຖານ​ເສດຖະກິດ​ໃຫຍ່​ທີ່​ສຸດ​ຢູ່​ເອີ​ລົບ. ຕາມ​ການ​ຄາດ​ຄະ​ເນ​ຂອງ​ກະຊວງ​ເສດຖະກິດ​ເຢຍລະ​ມັນ​ແລ້ວ, ວົງ​ເງິນ​ສົ່ງ​ອອກ, ​ເສົາ​ຄ້ຳ​ຕົ້ນ​ຕໍຂອງ​ພື້ນຖານ​ເສດຖະກິດເຢຍລະ​ມັນ, ​ໄດ້​ຫຼຸດ​ລົງ 3,4% ​ໃນ​ເດືອນ 9 ຜ່ານ​ມາ. ມີ​ບາງ​ວິ​ສາ​ຫະກິດ​ໃຫຍ່​ຂອງ​ປະ​ເທດ​ນີ້ ​ເລີ່​ມປະຕິບັດ​ນະ​ໂຍບາຍ​ກຳຈັດ​ຄັດ​ເຂ່ຍ​ກຳມະກອນ. ນັບ​ທັງ​ຂະ​ແໜງ​ອຸດສາຫະກຳ​ຜະລິດ​ໂອ​ໂຕ​ກໍ່​ເລີ່​ມມີ​ສັນຍານຊຸດ​ໂຊມ​ລົງ, ​ເມື່ອ​ບັນດາ​ນັກ​ຜະລິດ​ຕ້ອງ​ຂາຍ​ຜະລິດ​ຕະພັນ​ດ້ວຍ​ລາຄາ​ຖືກ ​ເພື່ອ​ຮັກສາ​ຈຳນວນ​ຕົວ​ເລກ​ທຸລະ​ກິດ​ໄວ້. ສິ່ງ​ທີ່​ໜ້າ​ສົນ​ໃຈ​ກວ່າ​ນັ້ນ​ແມ່ນ, ກະຊວງ​ເສດຖະກິດ​ເຢຍລະ​ມັນ​ໄດ້​ກ່າວ​ເຕືອນ​ວ່າ, ລະດັບ​ເຕີບ​ໂຕ​ຂອງ​ປະ​ເທດ​ນີ້​ຈະ​ຖືກ​ຊັກ​ຊ້າ​ຢູ່​ໃນ​ໄຕ​ມາດ​ທີ 4 ປີ​ນີ້ ​ແລະ ຈະ​ແກ່ຍາວ​ໃນ 3 ​ເດືອນ​ຕົ້ນ​ປີ 2013. ​ໃນ​ຂະນະ​ນັ້ນ, ​ເສດຖະກິດ​ຝລັ່ງກໍ່​ພວມ​ຕົກ​ຢູ່​ໃນ​ສະພາບ​ຖືກ​ຊຸດ​ໂຊມ, ​ເມື່ອ​ທະນາຄານ​ຝລັ່ງ​ໄດ້​ຄາດ​ຄະ​ເນ​ວ່າ ລະດັບ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ​ຂອງ​ປະ​ເທດ​ນີ້​ໃນ​ໄຕ​ມາດ​ທີ 4 ຈະ​ສືບ​ຕໍ່​ຫຼຸດ​ລົງ 0,1% ​ເທົ່າ​ກັບ​ລະດັບ​ຂອງ​ໄຕ​ມາດ​ທີ 3.

          ​ໃນ​ສະຖານະ​ການ​​ດັ່ງກ່າວ, ບົດ​ລາຍ​ງານ​ຕີ​ລາຄາ​ກ່ຽວ​ກັບ​ສະພາບ​ເສດຖະກິດ​ເອີ​ລົບ ​ໂດຍ​ຄະນະ​ກຳມະການ​ເອີ​ລົບ (EC) ປະກາດ​ຫວ່າງ​ແລ້ວ​ນີ້ ຍິ່ງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ມືດ​ມົວ​ຂອງ​ເສດຖະກິດ​ເອີ​ລົບ. ຕາມ​ການ​ຄາດ​ຄະ​ເນ​ຂອງ EC ແລ້ວ, ​ເສດຖະກິດ ​ເອີ​ໂຮ ລວມມີ 17 ປະ​ເທດ​ສະມາຊິກ ຈະ​ຫຼຸດ​ລົງ 0,4% ​ໃນ​ປີ 2012, ​ເພາະວ່າ​ວິ​ກິດ​ການ​ໜີ້​ສາ​ທາ​ລະນະ​ຢູ່​ພາກ​ພື້ນ​ນີ້ ພວມ​ເຮັດ​ໃຫ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ຖືກ​ຫຼຸດ​ລົງ ​ແລະ ລະດັບ​ວ່າງ​ງານ​ກໍ່​ເພີ່ມ​ຂຶ້ນ​ລະດັບ​ສະຖິຕິ. ການ​ຄາດ​ຄະ​ເນ​ຂອງ EC ກໍ່​ໃຫ້​ເຫັນ​ວ່າ ການ​ຂາດ​ດຸນງົບປະມານ​ຂອງ​ແອດ​ສະ​ປາຍ​ກໍ່​ເພີ່ມ​ຂຶ້ນ​ເຖິງ 6,4% GDP ຂອງປີ 2014, ​ເມື່ອ​ທຽບ​ໃສ່​ລະດັບ 2,8% ຂອງ​ປີ 2014 ​ເຊິ່ງປະ​ເທດ​ນີ້​ໄດ້​ວາງ​ອອກ​ເມື່ອ​ຕົ້ນ​ປີ​ນີ້ ກໍ່​ຄື​ລະດັບ​ກຳນົດ​ເທົ່າ​ກັບ 3% ​ຂອງ GDPໂດຍສະຫະພາບ​ເອີ​ລົບ​ (EU) ວາງ​ອອກ. ​ເຢຍລະ​ມັນ​ພຽງ​ແຕ່ບັນລຸລະດັບ​ເພີ່ມ​ຂຶ້ນ 2% ​ໃນ​ປີ 2014, ​ເຊິ່ງ​ແມ່ນ​ລະດັບ​ຕຳ່​ກວ່າ​ຫຼາຍ ​ເມື່ອ​ທຽບ​ໃສ່​ການ​ຄາດ​ຄະ​ເນ​ກ່ອນ​ນັ້ນ​ຂອງ EC. ​ເກຼັກ, ກໍ່​ພວມ​ປະ​ເຊີນ​ໜ້າ​ກັບ​ອັດຕາ​ວ່າງ​ງານ​ສູງ​ສຸດ.1/4 ຈຳນວນ​ຜູ້​ອອກ​ແຮງ​ງານ​ຖືກ​ຫວ່າງ​ງານ, ໜີ້​ສາທາລະນະ​ຂອງ​ເກຼັກ ກວມ 170% GDP ​ແລະ ຄາດ​ວ່າ​ຕົວ​ເລກ​ດັ່ງກ່າວ​ຈະ​ເພີ່ມ​ຂຶ້ນ​ລະ​ດັບ 220% ​ໃນ​ປີ 2016.

        ທ່ານ Olli Rehn ກຳມະການ​ເສດຖະກິດ EU, ຕ້ອງ​ຍອມຮັບ​ວ່າ, ປະຈຸ​ບັນ​ຍັງ​ບໍ່​ທັນ​ມີ​ຄຳ​ຕອບ​ໃຫ້​ແກ່​ບັນດາ​ບັນຫາຂອງ​ເອີ​ລົບ​ເທື່ອ.

        ວິ​ກິດ​ການໜີ້​ສາທາລະນະ ບໍ່​ພຽງ​ແຕ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ແຕ່ລະ​ປະ​ເທດ​ສະມາຊິກ​ຂອງ​ເອີ​ລົບ​ເທົ່າ​ນັ້ນ, ຫາກ​ຍັງ​ສົ່ງ​ຜົນ​ສະທ້ອນ​ໂດຍ​ກົງ​ເຖິງ​ງົບປະມານ​ຂອງ​ສະຫະ​ປະຊາ​ຊາດ​ອີກ​ດ້ວຍ. ​​ການ​ເຈລະຈາຫວ່າງ​ແລ້ວ​ນີ້ ​ເພື່ອ​ຕົກລົງ​ກ່ຽວ​ກັບ​ງົບປະມານ​ຂອງ​ສະຫະພາບ​ເອີ​ລົບ​ໃຫ້​ແກ່​ປີ 2013 ບໍ່​ໄດ້​ຮັບ​ຜົນ ພາຍຫຼັງ​ທີ່​ບາງ​ປະ​ເທດ​ສະໜັບສະໜູນ​ນະ​ໂຍບາຍ​ຮັດ​ເຂັມຄັດ ປະຕິ​ເສດ​ຖົມ​ຂຸມຈຳນວນ​ເງິນ​ທີ່​ຂາດ​ແຄນ​ໃນ​ກອງ​ທຶນ​ທີ່​ສະຫງວນ​ໃຫ້​ແກ່​ບັນດາ​ປະ​ເທດ​ສະມາຊິກ​ທີ່​ທຸກ​ຍາກ​ກວ່າ EU  ​ແລະ ລັດຖະສະພາ​ເອີ​ລົບ (EP) ​ໄດ້​ສະ​ເໜີ​ເພີ່ມ​ງົບປະມານ​ຂຶ້ນ 6,8% (​ເທົ່າ​ກັບ 138 ຕື້​ເອີ​ໂຮ) ​ໃນ​ປີ 2013, ​ແຕ່​ບັນດາ​ປະ​ເທດ​ສະມາຊິກ​ພຽງ​ແຕ່​ຢາກ​ເພີ່ມ​ອີກ 2,8% ​ເທົ່າ​ນັ້ນ. ບໍ່​ພຽງ​ແຕ່​​ເທົ່າ​​ນັ້ນ, ຝ່າຍ​ຕ່າງໆ​ກໍ່​ບໍ່​ບັນລຸ​ໄດ້​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຖົມ​ຂຸມສ່ວນ​ທີ່​ຂາດ​ແຄນ 8,9 ຕື້​ເອີ​ໂຮ ​ເຊິ່ງ​ໄດ້​ໃຊ້​ຈ່າຍ​ໃນ​ປີ 2012 ​ແລ້ວ. ສາຍ​ເຫດ​ທີ່​ບັນດາ​ປະ​ເທດ​ອຸປະຖຳ​ຕົ້ນ​ຕໍຍົກ​ອອກ​ມາ​ນັ້ນ​ແມ່ນ, ​ເຂົາ​ເຈົ້າ​ບໍ່​ອາດ​ປະກອບ​ເງິນ​ຕື່ມ​ອີກ ​ໃນ​ຂະນະ​ທີ່​ປະຊາຊົນ​ພາຍ​ໃນ​ປະ​ເທດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ຫາງ​ສຽງມີ​ຄວາມ​ວິຕົກ​ກັງວົນວ່າ, ຖ້າ​ຫາກ​ວ່າ​ບໍ່​ບັນລຸ​ໄດ້​ຂໍ້​ຕົກລົງ ກ່ຽວ​ກັບ​ການ​ປະ​ກອບ​ເງິນ​ນັ້ນ, EU ​ເອງ​ ກໍ່​ຈະ​ບໍ່​ອາດ​ເຄື່ອນ​ໄຫວ​ໄດ້.

        ​ເລື່ອງ​ບັນຊີ​ລາຍ​ຊື່​ບັນດາ​ປະ​ເທດ​ຖືກ​ຜົນ​ສະທ້ອນ​ຈາກ​ວິ​ກິດ​ການ​ໜີ້​ສາທາລະນະ​ຢູ່​ເອີ​ລົບ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​, ພ້ອມ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ບັນລຸ​ຂໍ້​ຕົກລົງ​ຮ່ວມ​ກ່ຽວ​ກັບ​ງົບປະມານ​ຂອງ​ສະຫະພາບ​ເອີ​ລົບນັ້ນ, ​ເບິ່ງ​ຄື​ວ່າ ”ພາຍຸ​”ດ້ານ​ການ​ເງິນຍັງ​ຄົງ​ສືບ​ຕໍ່ໍກໍ່​ຄວາມ​ເສຍ​ຫາຍ​ບໍ່​ແມ່ນ​ໜ້ອຍ​ໃຫ້​ແກ່​ທະວີບ​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ