ວິທີການແກ້ໄຂສະພາບການເມືອງໄທແມ່ນຄືແນວໃດ


(vovworld)-  ວັນ​ທີ 27/2, ທ່ານນາງຍິ່ງ​ຮັກ ຊີ​ນນະ​ວັດ, ນາຍົກລັດຖະມົນຕີ​ໄທ ຕ້ອງ​ອະພິປາຍ​ຕໍ່ໜ້າ​ຄະນະ​ກຳມະການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ປະ​ເທ​ດນີ້ ກ່ຽວ​ກັບ​ບັນດາ​ຄຳ​ກ່າວ​ຫາວ່າ ບໍ່​ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ຜັນ​ຂະຫຍາຍ​ນະ​ໂຍບາຍ​ໜູນ​ຊ່ວຍ​ລາຄາ​ຊື້​ເຂົ້າສານ​ໃຫ້​ຊາວ​ກະສິກອນ, ພ້ອມ​ທັງ​ປະ​ໃຫ້ເກີດການ​ສໍ້​ລາດ​ບັງ​ຫຼວງ ​ແລະ ກໍ່​ຜົນ​ເສຍ​ຫາຍ​ອັນ​ໃຫ່ຍຫຼວງ​ໃຫ້​ແກ່​ງົບປະມານ​ແຫ່ງ​ຊາດ​ ​ໃນ​ຂະນະ​ທີ່​ການ​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ​ຄັ້ງຕ່າງໆ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ສູງ ​ແລະ ບໍ່​ສາມາດ​ຄວບ​ຄຸມ​ໄດ້, ບັນດາ​ຄຳ​ກ່າວ​ຫາໃໝ່​ເຮັດ​ໃຫ້​ລັດຖະບານ​ໄທ​ ພວມ​ປະ​ເຊີນ​ໜ້າ​ກັບ​ບັນດາ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ ​ແລະ ສະພາບ​ຂາດ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ​ຢູ່​ປະ​ເທດ​ນີ້​ບໍ່​ທັນ​ຊອກ​ຫາ​ວິທີ​ການ​ແກ້​ໄຂ​ໄດ້​ເທື່ອ.

  ​ໂດຍ​ໄດ້​ຖືກ​ຜັນ​ຂະຫຍາຍ​ກ່ອນ​ນີ້ 2 ປີ, ນະ​ໂຍບາຍ​ໜູນ​ຊ່ວຍ​ລາຄາ​ເຂົ້າສານ​ຖືກ​ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ບັນດາ​ໂຄງການ​ການ​ເມືອງ​ສຳຄັນ​ທີ່​ສຸດ​ຂອງ ທ່ານນາງນາຍົກລັດຖະມົນຕີ​ໄທ ຍິ່ງ​ຮັກ ຊີ​ນນະ​ວັດ, ​ເພື່ອ​ແນ​ໃສ່​ຍາດ​ແຍ່ງ​ການ​ສະໜັບສະໜູນ​ຂອງ​ຊາວ​ກະສິກອນ, ປະກອບສ່ວນ​ນຳ​ມາ​​ເຊິ່ງໄຊຊະນະ​ໃຫ້​ແກ່​ທ່ານ​ນາງ ຍິ່ງ​ຮັກ ​ໃນ​ການ​ເລືອກ​ຕັ້ງ​ເມື່ອ​ປີ 2011. ຕາມ​ນັ້ນ​ແລ້ວ, ລັດຖະບານ​ຈະ​ຊື້​ເຂົ້າສານ​ຂອງ​ຊາວ​ກະ​ສິກ​ອນດ້ວຍ​ລາຄາ​ສູງ​ກ່ວາ 50% ​ເມື່ອ​ທຽບ​ກັບ​ລາຄາ​ຕະຫຼາດ​ພາຍ​ໃນ​ປະ​ເທດ.

ວິທີການແກ້ໄຂສະພາບການເມືອງໄທແມ່ນຄືແນວໃດ - ảnh 1

 ຜູ້ແຫ່​ຂະ​ບວນປະ​ທ້ວງ​ຢູ່​ບາງກອກ

(ພາບ: . Reuters)

​ການ​ກະທົບ​ຄືນຈາກ​ນະ​ໂຍບາຍ

​   ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ນະ​ໂຍບາຍ​ໜູນ​ຊ່ວຍ​ລາຄາ​ນີ້​ຖືກ​ລົ້ມລະ​ລາຍ​ຍ້ອນ​ວ່າ​ບັນດາ​ປະ​ເທດ​ແກ່ງ​ແຍ້​ງ​ໄດ້​​ເພີ່ມ​ລາຄາ​ສົ່ງອອກ​ເຂົ້າສານ​ຢ່າງ​ກະທັນຫັນ ຊື່​ງ​ໄດ້​​ເປັນການ​ກະທົບ​ບໍ່​ດີ​​ເຖິງທ່ານ​ນາງ ຍິ່ງ​ຮັກ, ຊ້ຳບໍ່​ໜຳ​ໄດ້​ສົ່ງຜົນ​ທະ​ທ້ອນ​ທີ່ໃຫ່ຍຫຼວງ​​ເຖິງ​ທີ່​ຕັ້ງດ້ານ​ການ​ເມືອງ​ຂອງ​ທ່ານ​ນາງ. ລັດຖະບານ​ຂອງທ່ານ​ນາງ ຍິ່ງ​ຮັກ ພວມ​ມີ​ປະລິມານ​ເຂົ້າສານ​ຄ້າງ​ສາງ​ຫຼາຍ​ທີ່​ສຸດ, ບໍ່​ສາມາດ​ຂາຍ​ໄດ້​ໃນ​ຂະນະ​ທີ່​ລາຄາ​ເຂົ້າສານ​ໂລກ​ບໍ່​ເພີ່ມ​ຂຶ້ນ​ດັ່ງ​ຄວາມ​ມຸ່ງ​ຫວັງ. ນະ​ໂຍບາຍ​ໜູນ​ຊ່ວຍ​ນີ້ ຍັງ​ເຮັດ​ໃຫ້​ລັດຖະບານ​ໄທ ຕ້ອງ​ເສຍ​ເງິນ​ເກືອບ 10 ຕື້​ໂດ​ລາ​ສະຫະລັດຕໍ່​ປີ ​ແລະ ສົ່ງ​ຜົນ​ສະທ້ອນ​ອັນ​ໃຫ່ຍຫຼວງ​​ເຖິງ​ຄວາມ​ດຸ່ນດ່ຽງ​ງົບປະມານ​ແຫ່ງ​ຊາດ. ການ​ຜັນ​ຂະຫຍາຍ​ໂຄງ​ການ​ຍັງ​ຖືກ​ກ່າວ​ຫາ​ວ່າ​ໄດ້ກໍ່​ໃຫ້​​ເກີດ​ການ​ສໍ້​ລາດ​ບັງ​ຫຼວງ​ອີກ. ປະຈຸ​ບັນ, ​ໂຄງການ​ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ຈຸດ​ອ່ອນ​ຊື່​ງຝ່າຍ​ຄ້ານ​ໄດ້​ສວຍ​ໃຊ້​ເພື່ອ​ຈັດການ​ແຫ່​ຂະ​ບວນປະ​ທ້ວງ, ທ່ວງ​ໃຫ້​ປົດ​ຕຳ​ແໜ່​ງນາຍົກລັດຖະມົນຕີ.

   ສະພາບ​ການ​ຄັດຄ້ານ​ຍັງ​ເກີດ​ຂຶ້ນ​ໃນ​ໝູ່​ຊາວ​ກະສິກອນ ຊື່​ງ​ແມ່ນ​ຊົນ​ຊັ້ນທີ່ຍາມ​ໃດ​ກໍ່​​ໄດ້​ຮັບ​ຖື​ວ່າ​​ເປັນກຳລັງ​ໜູນ​ຊ່ວຍ​ໃຫ້​ພັກ​ເພື່ອ​ໄທ ໃນ​ການ​ເລືອ​ກຕັ້ງຄັ້ງຕ່າງໆ​ໃນ​ຫຼາຍ​ປີຜ່ານມາ ​ຢ່າງ​ແຮງ​ທີ່​ສຸດ​. ​ໃນ​ອາທິດ​ຜ່ານ​ມາ, ຊາວ​ກະສິກອນ​ໄທ​ກ່ວາ 2000 ຄົນ​ໄດ້​ຂີ່​ລົດ​ໄຖ​ນັບ​ຮ້ອຍ​ຄັນ​ພ້ອ​ມກັບ​ລົດ​ປະ​ເພດ​ອື່ນໆ​ໄປ​ຍັງ​ນະຄອນຫຼວງ​ບາງກອກ​ ເພື່ອ​ທ່ວງເອົາ​ເງິນ​ໜູນ​ຊ່ວຍການ​ປູກ​ເຂົ້າຈາກລັດຖະບານ. ​ແຕ່​​ໃນ​ສະພາບ​ການ​ປະຈຸ​ບັນ, ລັດຖະບານ​ຊົ່ວຄາວ​ໄທ ບໍ່​ມີຄວາມສາມາດ ​ແລະ ສິດ​ອຳນາດ​ຢ່າງ​ພຽງພໍເພື່ອ​ແກ້​ໄຂ​ຍບັນຫາໜູນ​ຊ່ວຍ​ລາຄາ​ໃຫ້​ແກ່​ຊາວ​​ໄດ້.

ວິທີການແກ້ໄຂສະພາບການເມືອງໄທແມ່ນຄືແນວໃດ - ảnh 2

(ພາບ:AP)

ສະພາບ​ການ​ບໍ່​ມີ​ທາງ​ອອກບໍ່​ສາມາດ​ແກ້​ໄຂ​ໄດ້

​ ​ເລື່ອງບໍ່​ມີ​ເງິນ​ເບີກ​ຈ່າຍ​ໃຫ້​​ແຫ່ຊາວ​ກະສິກອນ​ໄດ້​ເຮັດ​ໃຫ້ການ​ສະໜັບສະ​ໜູນຂອງບັນດາ​ຜູ້​ມິ​ສິດ​ເລືອກ​ຕັ້ງ​ເຄີຍ​ຈົ່ງ​ຮັກ​ພັກດີ​ຕໍ່​ລັດຖະບານນີ້​ຖືກ​ຫລຸດ​ລົງ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ມາ​ຮອດ​ປະຈຸ​ບັນ​ນີ້, ບໍ່​ທັນ​ສາມາດ​ຕີ​ລາຄາ​ໄດ້​ວ່າ, ບັນດາ​ຄວາມ​ຫຍຸ້ງຍາກ​ໃນ​ການ​ປະຕິບັດ​ໂຄງການ​ໜູນ​ຊ່ວຍ​ລາຄາ​ເຂົ້າສານ ຈະ​ມີ​ການ​ກະທົບ​ຄື​ແນວ​ໃດ​​ເຖິງ​​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປຊຊ ທີ່​ມີ​ຕໍ່ລັດຖະບານ​ຂອງ​ທ່ານ​ນາງ​ຍິ່ງ​ຮັກ. ປະຈຸ​ບັນ, ທ່ານນາງນາຍົກ ລັດຖະມົນຕີ​ໄທ ຍິ່ງ​ຮັກ ຊີ​ນນະ​ວັດ ຍັງ​ບໍ່​ທັນ​ມີ​ການ​ກະທຳ​ປາບ​ປາມທີ່ ແຂງ​ກະດ້າງຕໍ່ຂະ​ບວນການ​ຄັດຄ້ານ​ເ​ທື່ອ.

  ກ່ຽວ​ກັບ​ວິທີ​ການ​ແກ້​ໄຂສະພາບ​ການ​ເມືອງ​ຢູ່​ປະ​ເທດ​ໄທ​ນັ້ນ, ບັນດາ​ຜູ້​ຊ່ຽວຊານ​ໄດ້​ໄຈ້​ແຍກ​ວ່າ, ຍາກ​ທີ່​ຈະ​ມີ​ສັນຍານ​ປັບປຸງ​ໄດ້, ຍ້ອນ​ວ່າ, ລັດຖະບານ​ຂອງທ່ານນາງນາຍົກລັດຖະມົນຕີ​ໄທ ຍິ່ງ​ຮັກ ຊີ​ນນະ​ວັດ ພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ການ​ປະຕິ​ເສດ​ຂອງ​ຝ່າຍ​ຄ້ານ ຊື່​ງນຳ​ໜ້າ​ແມ່ນ​ທ່ານ​ສຸ​ເທບ ​ເທືອ​ກສຸບັນ, ທວງ​ໃຫ້ທ່ານນາງນາຍົກລັດຖະມົນຕີ​ໄທ ຍິ່ງ​ຮັກ ຊີ​ນນະ​ວັດ ຕ້ອງ​ລາ​ອອກ​ຈາກ​ຕຳ​ແໜ່​ງ ​ແລະ ມອບ​ສິດ​ໃຫ້​ສະພາ​ໜຶ່ງ ລວມມີ​ບັນດາ​ຜູ້​ຖືກ​ບົ່ງ​ຕົວ​ເພື່ອ​ປະຕິບັດ​ການ​ປະຕິ​ຮູບ ​ແນ່​ໃສ່​ປັດ​ເຂ່ຍ​ການ​ສໍ້​ລາດ​ບັງ​ຫຼວງ. ບັນຫາ​ຢູ່​ບ່ອນ​ວ່າ, ບໍ່​ມີ​ໃຜ​ຮູ້​ວ່າ, ສະພາ​ດັ່ງກ່າວ​ຈະ​ຖືກ​ແຕ່ງຕັ້ງຄື​ແນວ​ໃດ ກໍ່​ຄື​ບັນດາ​ການ​ປະຕິ​ຮູບ​ລະອຽດ​ຖືກ​ສະ​ເໜີ​ແມ່ນ​ຫຍັງ. ຫວ່າງ​ແລ້ວ​ນີ້, ການ​ນຳ​ຂະ​ບວນຝ່າຍ​ເສື້ອ​ແດງ​ສະໜັບສະໜູນ​ລັດຖະບານ​ໃນ​ທົ່ວ​ປະ​ເທດ​ 4000 ຄົນ​ໄດ້​ຈັດການ​ປະຊຸມ ​ແລະ ​ເຫັນ​ດີ​ປ່ຽນ​ແປງ​ຈຸດໝາຍຍຸດ​ທະ​ສາດ. ຜູ້​ສະ​ຫນັບ​ສະ​ໜູນ​ນັບ​ພັນ​ຄົນ​ພ້ອມ​ແລ້ວ​ທີ່​ຈະ​ພາກັນ​ໄປ​ຍັງ​ບາງກອກ ​ເພື່ອປະ​ເຊີນ​ໜ້າກັບ​ກຳລັງຝ່າຍຄ້ານ. ອີກ​ຢ່າງ​ໜຶ່ງ, ຖ້າ​ຫາກ​ລັດຖະບານ​ໄທ ​ແລະ ທ່ານນາງນາຍົກລັດຖະມົນຕີ​ໄທ ຍິ່ງ​ຮັກ ຊີ​ນນະ​ວັດ ຖືກ​ສານ​ສູ​ງສຸດ​ຕັດສິນ​ລົງ​ໂທດ​ສໍ້​ລາດ​ບັງ​ຫຼວງ​ໃນ​ໂຄງການ​ໜູນ​ຊ່ວຍ​ລາຄາ​ເຂົ້າສານ, ​ເຮັດ​ໃຫ້​ລັດຖະບານລົ້ມລະລາຍ​ນັ້ນ, ສະພາບ​ຂາດ​ສະຖຽນ​ລະ​ພາບ​ຢູ່​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ນີ້​ຍິ່ງ​ມີ​ຄວາມ​ສັບສົນ​ວຸ້ນວາຍ, ບໍ່​ມີ​ທາງ​ອອກ. ຍ້ອນ​ວ່າ​ໃນ​ເວລາ​ນັ້ນ, ຝ່າຍ​ເສື້ອ​ແດງ​ອາດ​ຈະຈັດການ​ແຫ່​ຂະ​ບວນປະ​ທ້ວງ​ ແລະ ​ ​ເສິກ​ກາງ​ເມືອງ​ຢູ່​ປະ​ເທດ​ນນີ້ຈະ​ເກີດ​ຂຶ້ນ​ຢ່າງ​ງ່າຍດາຍ./.

 

 

ຕອບກັບ

ຂ່າວ/ບົດ​ອື່ນ