ວັນໃຫມ່ວຽນມາແລ້ວ

(VOVWORLD) -

ຂໍເຊີນທ່ານຮັບຟັງ ແລະ ຮັບຊົມລາຍການກະຈາຍສຽງພິເສດ ໃນມື້ທີ 2 ຂອງບຸນເຕັດ, ປີ ຂານ 2022 ຂອງວິທະຍຸກະຈາຍສຽງຫວຽດນາມ ພາກພາສາລາວຂອງພວກເຮົາ ດ້ວຍຫົວຂໍ້ “ວັນໃຫມ່ວຽນມາແລ້ວ”

 ທ່ານຜູ້ຟັງຜູ້ອ່ານທີ່ເຄົາລົບ, ລະດູບານໃໝ່ໄດ້ວຽນມາ, ທຸກຄົນໄດ້ຕ້ອນຮັບປີໃໝ່ດ້ວຍຄວາມຄາດຫວັງທີ່ດີງາມ ແລະ ມີຄວາມເຊື່ອໝັ້ນຕໍ່ອະນາຄົດທີ່ສົດໃສ. ຄວາມເຊື່ອໝັ້ນດັ່ງກ່າວໄດ້ມາຈາກບັນດາໝາກຜົນທີ່ຕັ້ງໜ້າຊື່ງຫວຽດນາມ ບັນລຸໄດ້ໃນປີຜ່ານມາ.

ວັນໃຫມ່ວຽນມາແລ້ວ - ảnh 1

ທ່ານນາຍົກລັດຖະມົນຕີຟ້າມມິນຈິງ ກ່າວຄຳເຫັນທີ່ກອງປະຊຸມຄັ້ງທຳອິດປີ 2022 ຂອງລັດຖະບານ ກັບບັນດາທ້ອງຖິ່ນ (ພາບ: baochinhphu.vn)

       ຫວຽດນາມ ຄວບຄຸມໂລກລະບາດໄດ້ເທື່ອລະກ້າວ, ຟື້ນຟູການເຄື່ອນໄຫວເສດຖະກິດໄດ້ໂດຍພື້ນຖານ ແລະ ສິ່ງສຳຄັນທີ່ສຸດແມ່ນ ຈັງຫວະການດຳລົງຊີວິດເປັນກະຕິ ໄດ້ຄ່ອຍໆກັບຄືນຢູ່ທຸກທ້ອງຖິ່ນ…ດ້ວຍບັນດາໝາກຜົນທີ່ບັນລຸໄດ້ນັ້ນ, ຫວຽດນາມ ມີຄວາມເຊື່ອໝັ້ນວ່າຈະກ້າວເຂົ້າສູ່ປີໃໝ່ 2022 ດ້ວຍທ່ວງທ່າໃໝ່. ເຊີນທ່ານຮັບຟັງບົດສາລະຄະດີ “ເຊື່ອໝັ້ນຕໍ່ວັນໃໝ່ທີ່ສົດໃສ”.

    ໂດຍໄດ້ຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງໃນປີ 2021, ຫວຽດນາມ ກ້າວເຂົ້າສູ່ປີໃໝ່ 2022 ດ້ວຍຄວາມຕັດສິນໃຈ ຄວບຄຸມໂລກລະບາດໂຄວິດ 19 ຢ່າງມີປະສິດທິຜົນ, ພັດທະນາເສດຖະກິດສັງຄົມ, ຮັກສາການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຊີວິດຂອງ ປຊຊ ໄດ້ຮັບປະກັນ, ການພົວພັນຕ່າງປະເທດໄດ້ຮັບການປັບປຸງ ແລະ ນັບມື້ນັບພັດທະນາ, ອິດທິພົນຊື່ສຽງ ແລະ ທີ່ຕັ້ງບົດບາດໃນເວທີສາກົນໄດ້ຍົກສູງຂຶ້ນ

        ທີ່ກອງປະຊຸມລັດຖະບານກັບບັນດາທ້ອງຖິ່ນຄັ້ງທຳອິດຂອງປີ 2022, ທ່ານນາຍົກລັດຖະມົນຕີ ຟ້າມິນຈິງ ໄດ້ຢືນຢັນວ່າ, ໂດຍສືບທອດ ແລະ ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ປີ 2022, ຫວຽດນາມ ສູ້ຊົນຄວບຄຸມໂລກລະບາດໃຫ້ສຳເລັດ, ຟື້ນຟູເສດຖະກິດ, ຊີວິດການເປັນຢູ່ຂອງ ປຊຊ ໄດ້ຮັບປະກັນ. ເປົ້າໝາຍເຕີບໂຕ GDP ແມ່ນ 6-6,5%, GDP ສະເລ່ຍຕໍ່ຫົວຄົນໃຫ້ບັນລຸ 3.900 USD

     ສາມັກຄີ, ຮ່ວມແຮງຮ່ວມໃຈ, ມານະພະຍາຍາມສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ປະຕິບັດບັນດາເປົ້າໝາຍໄດ້ມອບໝາຍໃຫ້ຢ່າງມີໄຊ. ສູ້ຊົນໃຫ້ປີ 2022 ເປັນປີໄຊຊະນະຕໍ່ໂລກລະບາດ, ຟື້ນຟູເສດຖະກິດ ແລະ ພັດທະນາ, ປົກປັກຮັກສາອະທິປະໄຕແຫ່ງຊາດໃຫ້ໝັ້ນຄົງ, ມີສະຖຽນລະພາບດ້ານການເມືອງ, ປຊຊ ມີຊີວິດການເປັນຢູ່ຢ່າງສະຫງົບ ແລະ ຜາສຸກ.

     ເປົ້າໝາຍ ແລະ ຄວາມຕັດສິນໃຈຂອງລັດຖະບານ ກໍ່ແມ່ນຄວາມປາດຖະໜາ, ຄວາມເຊື່ອມໝັ້ນຂອງ ປຊຊ ຫວຽດນາມ ທຸກຄົນ ໃນປີ 2022. ທ່ານ ເຈິ່ນກວັກເຟືອງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ເຊື່ອໝັ້ນວ່າ:

     ຜ່ານ 2 ປີ 2020-2021 ພວກເຮົາກໍ່ຖອດຖອນໄດ້ຫຼາຍບົດຮຽນ ກໍ່ຄືມີບັນດາກຳລັງໜູນໃໝ່, ບັນຍາກາດໃໝ່ໃຫ້ແກ່ການເຕີບໂຕ ແລະ ການພັດທະນາ. ພວກເຮົາມີຄວາມສາມັກຄີ ເປັນເອກະພາບໃນທົ່ວລະບົບການເມືອງ ແລະ ຍາມໃດກໍ່ກຽມພ້ອມຮັບມືກັບບໍ່ວ່າກໍລະນີຫຍຸ້ງຍາກໃດ. ພວກເຮົາຍັງຮັກສາພື້ນຖານທີ່ດີໄດ້ ເພື່ອຟື້ນຟູເສດຖະກິດຢ່າງໄວວາ, ເພື່ອພັດທະນາແບບຍືນຍົງ, ສ້າງເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້….

      ບຸ່ຍທິ່ທູຮ່ວຽນ ຊາວຫວຽດນາມ ອາໄສຢູ່ ອີຢີບ ແບ່ງປັນວ່າ:

           ຂ້າພະເຈົ້າອາໄສຢູ່ ອີຢີບ ໄດ້ 20 ກ່ວາປີແລ້ວ, ເຖິງວ່າຢູ່ໄກຈາກບ້ານເກີດເມືອງນອນກໍ່ຕາມ ແຕ່ຂ້າພະເຈົ້າຍັງໄດ້ຕິດຕາມສະພາບການໃນແຕ່ລະວັນ. ຂ້າພະເຈົ້າເຫັນວ່າລັດຖະບານ ມີຄວາມມານະພະຍາຍາມທີ່ສຸດໃນການປ້ອງກັນ, ຕ້ານໂລກລະບາດ ແລະ ເອົາໃຈໃສ່ຕໍ່ຊີວິດຂອງ ປຊຊ. ຂ້າພະເຈົ້າເຊື່ອໝັ້ນວ່າ ຫວຽດນາມ ຈະຄວບຄຸມໂລກລະບາດໄດ້ໂດຍໄວ ແລະ ການເຄື່ອນໄຫວເສດຖະກິດຈະໄດ້ຟື້ນຟູ, ພັດທະນາດີໃນປີ 2022.

***************************

    ບັນດາອົງການມີອິດທິພົນຊື່ສຽງສາກົນກໍ່ໃຫ້ຂໍ້ສັງເກດວ່າ ເສດຖະກິດຫວຽດນາມ ໃນປີ 2022 ຈະພັດທະນາດີ.  ໂດຍເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈ, ການຮ່ວມແຮງຮ່ວມໃຈຂອງລັດຖະບານ, ບັນດາກະຊວງ, ຂະແໜງການ ແລະ ປຊຊ ຫວຽດນາມ ທຸກຄົນ, ແນ່ນອນວ່າ ປະເທດຊາດຈະຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍທຸກປະການ, ສືບຕໍ່ບັນລຸໄດ້ຫຼາຍໝາກົນທີ່ສຳຄັນໃນປີ 2022.

    ເພື່ອເຂົ້າໃຈແຈ້ງກ່ຽວກັບບັນດາກຳລັງໜູນ ກໍ່ຄືແງ່ຫວັງຂອງພື້ນຖານເສດຖະກິດຫວຽດນາມ ໃນປີນີ້, ນັກຂ່າວ VOV ໄດ້ ສຳພາດຂອງນັກຊ່ຽວຊານດ້ານເສດຖະກິດ, ກຳມະການປະຈຳກຳມາທິການເສດຖະກິດ ສະພາແຫ່ງຊາດ ຟານດຶກຮຽວ.

ວັນໃຫມ່ວຽນມາແລ້ວ - ảnh 2

ຜູ້ຊ້ຽວຊານເສດຖະກິດຟານດຶກຮຽວ (ພາບ: doanhnghiephoinhap.vn)

 ຂໍຮຽນຊ່ຽວຊານ ຟານດຶກຮຽວ, ບັນດາອົງການການເງິນສາກົນໃໝ່ຄືທະນາຄານພັດທະນາອາຊີ ADB, HSBC, Standard Chatered, ລ້ວນແຕ່ໃຫ້ຂໍ້ສັງເກດການເຕີບໂຕ GDP ຂອງຫວຽດນາມ ໃນປີ 2022 ອາດຈະບັນລຸລະດັບເທົ່າກັນ ຫຼືສູງກ່ວາເປົ້າໝາຍຂອງລັດຖະບານແມ່ນ 6-6,5%. ທັດສະນະຂອງທ່ານກ່ຽວກັບບັນຫານີ້ແມ່ນຄືແນວໃດ?

         ຂ້າພະເຈົ້າເອກະພາບຕໍ່ການຄາດຄະເນ ກ່ຽວກັບລະດັບການເຕີບໂຕ ແຕ່ກໍ່ຕ້ອງເວົ້າວ່າ, ໃນສະພາບການປະຈຸບັນ, ການຄາດຄະເນນີ້ ອາດຈະມີການປ່ຽນແປງ, ຈະເພີ່ມຂຶ້ນ ຫຼືຫລຸດລົງ ແຕ່ກໍ່ສາມາດຢັ້ງຢືນໄດ້ຢ່າງແນ່ນອນວ່າ ປີ 2022 ຈະມີແງ່ຫວັງດີກ່ວາປີ 2021. ຫວຽດນາມ ມີຫຼາຍກາລະໂອກາດທີ່ດີ ເພື່ອພັດທະນາເສດຖະກິດໃນປີ 2022

ຕາມທ່ານແລ້ວ ກຳລັງໜູນຫຼັກຂອງພື້ນຖານເສດຖະກິດຫວຽດນາມ ໃນປີ 2022 ແມ່ນຫຍັງແດ?

       ທີ່ໜຶ່ງແມ່ນ ຫວຽດນາມ ມີບັນດາບົດຮຽນຮັບມືກັບໂລກລະບາດໂຄວິດ 19, ແລະ ຄວາມຈິງກໍ່ມີບັນດາມາດຕະການຮັບມືຢ່າງມີປະສິດທິຜົນ. ຂ້າພະເຈົ້າຖືວ່າການດຸ່ນດ່ຽງລະຫວ່າງການຄວບຄຸມໂລກລະບາດ ແລະ ການພັດທະນາເສດຖະກິດຈະເຮັດໄດ້ດີກ່ວາອີກ.  ທີສອງແມ່ນລັດຖະບານກໍ່ມີຫຼາຍມາດຕະການໜູນຊ່ວຍວິສາຫະກິດ ເພື່ອຟື້ນຟູການຜະລິດ ດຳເນີນທຸລະກິດ, ຟື້ນຟູ ແລະ ພັດທະນາເສດຖະກິດ. ພິເສດ, ໃນກອງປະຊຸມວິສາມັນຫວ່າງແລ້ວນີ້ ສະພາແຫ່ງຊາດໄດ້ຮັບຮອງເອົາບ້ວງເງິນນະໂຍບາຍປີການເງິນ ແລະ ເງິນຕາ ເພື່ອໜູນຊ່ວຍການສ້າງໂຄງການ ຟື້ນຟູ ແລະ ພັດທະນາເສດຖະກິດ ແລະ ໃນນັ້ນ ຫຼາຍນະໂຍບາຍປີການເງິນໄດ້ໜູນຊ່ວຍວິສາຫະກິດໂດຍກົງ ນັບທັງບັນຫາແຮງງານ, ແຫຼ່ງທຶນ, ຫລຸດຜ່ອນອາກອນ, ຄ່າທຳນຽມ…

ມີກຳລັງໜູນທີ່ດີ ແຕ່ຍັງມີສິ່ງທ້າທາຍ, ໂລກລະບາດຍັງມີການຜັນແປຢ່າງສັບສົນ, ຕາມທ່ານແລ້ວ, ຄວນສຸມໃສ່ບັນດາມາດຕະການໃດແດ່ ເພື່ອພວກເຮົາຈຶ່ງສາມາດຜ່ານຜ່າສິ່ງທ້າທາຍ ແລະ ບັນລຸໄດ້ເປົ້າໝາຍທີ່ວາງອອກ?

    ທີ 1 ແມ່ນ, ໃນປີ 2022, ການດຸ່ນດ່ຽງລະຫວ່າງການຄວບຄຸມໂລກລະບາດ ແລະ ການພັດທະນາເສດຖະກິດແມ່ນສຳຄັນທີ່ສຸດ. ຫວັງວ່າ ລັດຖະບານຈະປະກາດໃຊ້ຍຸດທະສາດສັງລວມ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ ແລະ ບັງຄັບໃຫ້ມີຄວາມດຸ່ນດ່ຽງລະຫວ່າງການຄວບຄຸມໂລກລະບາດ ແລະ ການພັດທະນາເສດຖະກິດ. ທີ 2 ແມ່ນການປະຕິບັດບັນດາມາດຕະການ ແລະ ບ້ວງເງິນໜູນຊ່ວຍຢ່າງມີປະສິດທິຜົນ ທັນການນັ້ນ ຈະມີການປະກອບສ່ວນ ແລະ ກະທົບຢ່າງແຮງຕໍ່ການຟື້ນຟູ ແລະ ພັດທະນາເສດຖະກິດ. ທີ່ 3 ແມ່ນ ວິສາຫະກິດຄວນນຳໃຊ້ນະໂຍບາຍໜູນຊ່ວຍຂອງລັດຖະບານ, ສົມທົບກັບການປ່ຽນແປງໃໝ່ປະດິດຄິດສ້າງ, ປ່ຽນແປງໃໝ່ຮູບແບບ, ວິທີການດຳເນີນທຸລະກິດ ມຸ່ງໄປເຖິງການດຳເນີນທຸລະກິດໃນຮູບແບບໃໝ່, ເຮັດຄືແນວນັ້ນ ຈຶ່ງຈະເພີ່ມປະສິດທິຜົນຂອງບັນດາໂຄງການໜູນຊ່ວຍ, ປະກອບສ່ວນຢ່າງແຮງເຂົ້າໃນເຕີບໂຕ, ຟື້ນຟູ, ພັດທະນາເສດຖະກິດ.

ຂໍຂອບໃຈທ່ານ

***********************

    ໂດຍມີຄວາມໝັ້ນໃຈຕໍ່ອະນາຄົດອັນສົດໃສ, ປຊຊ ທຸກຖ້ວນໜ້າ ແລະ ທົ່ວປະເທດຫວຽດນາມ ພວມຕັ້ງໜ້າຜັນຂະຫຍາຍບັນດາວຽກງານ, ແຜນການທີ່ໄດ້ວາງອອກໃນປີໃໝ່. ແລະ ໃນຊຸມມື້ຕົ້ນປີໃໝ່ 2022, ບັນດາຂ່າວດີ, ສັນຍານທີ່ໜ້າປະເອີບໃຈໄດ້ປະກົດຂຶ້ນ, ໂດຍສະເພາະແມ່ນໃນຂົງເຂດການຜະລິດ ຊື່ງເປັນສັນຍານແຫ່ງປີໃໝ່ທີ່ເຕັມໄປດ້ວຍຄວາມອີ່ມໜຳສຳລານ, ສົມບູນພູນສຸກ. ເພື່ອມີຄວາມຮູ້ສຶກຢ່າງຈະແຈ້ງກ່ວາ ກ່ຽວກັບບັນຍາກາດໃນການອອກແຮງງານ ທຳການຜະລິດທີ່ຟົດຟື້ນໃນຊຸມວັນພິເສດນີ້, ເຊີນທ່ານຮັບຟັງ ແລະ ອ່ານບົດສາລະຄະດີທີ່ມີຫົວຂໍ້ວ່າ: “ວັນໃໝ່ທີ່ຟົດຟື້ນ”.

ວັນໃຫມ່ວຽນມາແລ້ວ - ảnh 3

ພິທີທະລຸທາງຄວາມໄວສູງຈຸງເລືອງ-ໝີ້ທ້ວນ (ພາບ: qdnd.vn)

     ໃນທຸກແຖບຖິ່ນຂອງປະເທດຊາດຫວຽດນາມ, ບັນດາໂຄງການ, ກິດຈະກຳທີ່ມີບົດບາດ ແລະ ຄວາມໝາຍສຳຄັນ ສຳລັບການພັດທະນາເສດຖະກິດ-ສັງຄົມຂອງບັນດາທ້ອງຖິ່ນ ໄດ້ຈັດພິທີວາງສີລະລຶກ, ເລີ່ມລົງມືກໍ່ສ້າງ ຫຼືນຳເຂົ້າໃຊ້ການ, ຂຸດຄົ້ນນັບແຕ່ຊຸມວັນທຳອິດຂອງປີໃໝ່ 2022.

         ວັນທີ 19 ມັງກອນ, ໄດ້ຈັດພິທີທະລຸ, ນຳໃຊ້      ເສັ້ນທາງຄວາມໄວສູງ ສາຍຫຼັກ ຕອນຈູງເລືອງ-ໝີ້ທ້ວນ ຊື່ງແມ່ນກິດຈະກຳຄົມມະນາຄົມມີບົດບາດສຳຄັນພິເສດ ໃນການເຊື່ອມຕໍ່ທາງດ້ານການຄ້າ ລະຫວ່າງເຂດທົ່ງພຽງແມ່ນ້ຳຂອງ ກັບນະຄອນໂຮ່ຈີມິນ ແລະ ບັນດາເຂດເສດຖະກິດຈຸດສຸມທາງພາກໃຕ້ຫວຽດນາມ. ກ່ອນນັ້ນມື້ໜຶ່ງ, ກໍ່ໄດ້ຈັດພິທີເລີ່ມລົງມືກໍ່ສ້າງໂຄງການລົງທຶນກໍ່ສ້າງເສັ້ນທາງຫຼວງແຫ່ງຊາດເລກທີ 91 ແລະ ເສັ້ນທາງເວັ້ນນະຄອນ ລອງຊວຽນ ຂອງແຂວງ ອານຢາງ ຊື່ງປະທານປະເທດ ຫງວຽນຊັວນຟຸກ ຖືວ່າ ແມ່ນພາກສ່ວນສຳຄັນ ເພື່ອປະກອບສ່ວນສ້າງເຄືອຄ່າຍຄົມມະນາຄົມໃຫ້ສົມບູນແບບ, ຊຸກຍູ້ການພັດທະນາເສດຖະກິດ ສັງຄົມ ແລະ ປັບປຸງການປ້ອງກັນຊາດ ປ້ອງກັນຄວາມສະຫງົບຂອງແຂວງ ອານຢາງ, ນະຄອນ ເກີນເທີ ແລະ ເຂດຕາເວັນຕົກທາງພາກໃຕ້. ກ່ອນໜ້ານັ້ນ, ໃນຊຸມມື້ທຳອິດຂອງປີ 2022, ແຂວງກວາງນິງ ກໍ່ໄດ້ນຳເຂົ້າໃຊ້ການ 2 ກິດຈະກຳຄົມມະນາຄົມທີ່ມີບົດບາດສຳຄັນຕໍ່ການເຄື່ອນໄຫວເສດຖະກິດ ສັງຄົມຂອງທ້ອງຖິ່ນ ນັ້ນແມ່ນຂົວ ເກືອລຸກ 1 ແລະ ເສັ້ນທາງອ້ອມທະເລ ຮ້າລອງ-ເກີມຝາ. ປຊຊ ກວາງນິງ ຫຼາຍຄົນ ໄດ້ສະແດງຄວາມເບີກບານມ່ວນຊື່ນ ແລະ ຄວາມເອກອ້າງທະນົງໃຈ ເມື່ອ 2 ກິດຈະກຳຈຸດສຸມດັ່ງກ່າວ ໄດ້ນຳເຂົ້າຂຸດຄົ້ນນັບແຕ່ຊຸມວັນຕົ້ນປີໃໝ່:

         ຂົວໄດ້ສ້າງສຳເລັດໃນເວລາໄວທີ່ສຸດ ແລະ ງາມຫຼາຍ, ຂ້າພະເຈົ້າຫວັງວ່າ ນີ້ແມ່ນແມ່ນຂົວເຊື່ອມຕໍ່ລະຫວ່າງຄວາມເບີກບານມ່ວນຊື່ນຂອງ ປຊຊ ກວາງນິງ ກັບແຂກທ່ອງທ່ຽວ.

    ພວກຂ້າພະເຈົ້າມີຄວາມກະຕືລືລົ້ນຢາກມາເບິ່ງ ເພື່ອໄດ້ເຫັນການພັດທະນາຂອງນະຄອນ, ໄດ້ເຊື່ອມຕໍ່ກັນເປັນເສັ້ນທາງອ້ອມທະເລທີ່ໂຫ່ຍໂຕ, ທັນສະໄໝ, ຊື່ງໄດ້ຊ່ວຍໃຫ້ການຄົມມະນາຄົມມີຄວາມສະດວກສະບາຍ, ໄປມາຢ່າງປອດໄພ. ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ສຸດ.

       ໃນຂົງເຂດການຜະລິດ, ຫຼາຍວິສາຫະກິດໄດ້ພ້ອມກັນປະກາດຂ່າວດີ ດ້ວຍການເຊັນບັນດາສັນຍາ, ໃບສັ່ງຊື້ສິນຄ້າກັບຄູ່ຄ້າຕ່າງປະເທດ. ທ່ານ ເທິນດຶກຫວຽດ, ຜູ້ອຳນວຍການໃຫ່ຍບໍລິສັດໃຫ່ຍຕັດຫຍິບເລກ 10 ແບ່ງປັນດ້ວຍຄວາມດີໃຈວ່າ:

      ທາງບໍລິສັດມີບັນດາໃບສັ່ງຊື້ສິນຄ້າທີ່ເຊັນກັບຄູ່ຄ້າຢູ່ ອາເມລິກາ, ເອີລົບ, ຍີ່ປຸ່ນ ຈົນຮອດໝົດໄຕມາດທີ 1 ແລະ 2 ຂອງປີ 2022. ນີ້ແມ່ນສັນຍານ ທີ່ໄດ້ຕີລາຄາວ່າ ແມ່ນສະດວກທີ່ສຸດ ເພື່ອກ້າວເຂົ້າສູ່ປີ 2022 ດ້ວຍບັນດາຄວາມຄາດຫວັງໃໝ່ ພາຍຫຼັງທີ່ປະສົບກັບຄວາມຫຍຸ້ງຍາກໃນ 2 ປີຜ່ານມາ. ຍ້ອນເຫດນັ້ນ, ທາງບໍລິສັດໃຫ່ຍຕັດຫຍິບເລກທີ 10 ຈຶ່ງໄດ້ວາງເປົ້າໝາຍການເຕີບໂຕສູງກ່ວາຫຼາຍເທົ່າ ເມື່ອທຽບກັບຊຸມປີກ່ອນ. ສະເພາະປີ 2022, ໄດ້ວາງເປົ້າໝາຍການເຕີບໂຕແຕ່ 20-25% ເມື່ອທຽບກັບປີ 2021.

             ບັນຍາກາດອອກແຮງງານທຳການຜະລິດຢ່າງຈູບຈ້າວຫ້າວຫັນ, ເຕັມໄປດ້ວຍພະລັງທີ່ຕັ້ງໜ້າ ພວມແຜ່ລາມອອກສູ່ບັນດາເຂດພາກໃນທົ່ວປະເທດຫວຽດນາມ, ອັນໄດ້ປັບປຸງຄວາມເຊື່ອໝັ້ນຢ່າງໝັ້ນຄົງ ກ່ຽວກັບປີໃໝ່ທີ່ມີໂຊກມີໄຊ, ໂລກລະບາດໄດ້ຮັບການຄວບຄຸມ, ພື້ນຖານເສດຖະກິດບັນລຸລະດັບການເຕີບໂຕສູງ, ຊີວິດການເປັນຢູ່ຂອງ ປຊຊ ໄດ້ຮັບປະກັນຕາມຈິດໃຈ “ບໍ່ໃຫ້ໃຜຖືກປະໄວ້ຢູ່ເບື້ອງຫຼັງ”.

         ຫວັງວ່າປີໃໝ່ 2022 ຈະມີຄວາມສົດໃສກ່ວາ. ໂລກລະບາດໄດ້ຮັບການຄວບຄຸມໂດຍໄວ, ການປະຕິບັດການສັກວັກຊິນເຂັມທີ 3 ຢູ່ຫວຽດນາມ ຈະສຳເລັດໂດຍໄວ ແລະ ທຸກຄົນລ້ວນແຕ່ມີວຽກງານທີ່ດີກ່ວາ, ມີຊີວິດການເປັນຢູ່ເປັນປົກກະຕິໃໝ່, ມີອະນາຄົດທີ່ສົດໃສ.

ປີໃໝ່ 2022 ວຽນມາແລ້ວ, ຫວັງວ່າໂລກລະບາດຈະໄດ້ຮັບການຄວບຄຸມ ເພື່ອໃຫ້ທຸກຄົນມີສຸຂະພາບແຂງແຮງ ແລະ ມີວຽກເຮັດງານທຳເປັນປົກກະຕິ.

ກ້າວເຂົ້າສູ່ປີໃໝ່, ຂໍໃຫ້ທ້ອງຖິ່ນນັບມື້ນັບມີການພັດທະນາ, ປຊຊ ມີຊີວິດການເປັນຢູ່ຢ່າງສັນຕິ, ມີຄວາມຜາສຸກ, ເສດຖະກິດ, ວັດທະນະທຳ, ສັງຄົມມີການພັດທະນາ, ການປ້ອງກັນຄວາມສະຫງົບ, ຮັກສາຄວາມເປັນລະບຽບຮຽບຮ້ອຍໄດ້ຮັກສາໄວ້ຢ່າງໝັ້ນຄົງ./.

 

 

ຕອບກັບ

ຂ່າວ/ບົດ​ອື່ນ