ສົງ​ຄາມ​ພາຍ​ໃນ​ຊີ​ຣີຄົບ​ຮອບ 10 ປີ: ສະ​ພາບ​ຕົວ​ຈິງ ແລະ ສິ່ງ​ທ້າ​ທາຍ

(VOVWORLD) -ວັນທີ 15 ມີນາປີ 2021 ແມ່ນຄົບຮອບ 10 ປີແຫ່ງວັນເກີດສົງຄາມທີ່ນອງເລືອດຢູ່ຊີຣີ, ຊື່ງແມ່ນໜຶ່ງໃນບັນດາປະເທດທີ່ໄດ້ຮັບຜົນກະທົບອັນໜັກໜ່ວງທີ່ສຸດ ຂອງຂະບວນການ “ລະດູບານໃໝ່ອາຣັບ” ເລີ່ມຈາກ Tunusia ເມື່ອເດືອນມັງກອນປີ 2011. ພາຍຫຼັງເວລາໜຶ່ງທົດສະວັດ, ປະເທດຊີຣີ ຍັງຕົກເຂົ້າສູ່ສະພາບຂາດສະຖຽນລະພາບ ແລະ ແບ່ງແຍກກັນຢ່າງເລິກເຊິ່ງ. ວິວັດທະນາການສ້າງສັນຕິພາບ ແລະ ສ້າງສາປະເທດຄືນໃໝ່ ຍັງຄົງຕ້ອງປະເຊີນໜ້າກັບສິ່ງທ້າທາຍອັນໜັກໜ່ວງຫຼາຍຢ່າງ.
 
ສົງ​ຄາມ​ພາຍ​ໃນ​ຊີ​ຣີຄົບ​ຮອບ 10 ປີ: ສະ​ພາບ​ຕົວ​ຈິງ ແລະ ສິ່ງ​ທ້າ​ທາຍ - ảnh 1

ສົງຄາມພາຍໃນຄົບຮອບ 10 ປີ ໄດ້ກໍ່ຄວາມເສຍຫາຍທີ່ບໍ່ໜ້ອຍໃຫ້ແກ່ຊີຣີ (ພາບ :Reuters)

    ພາຍຫຼັງໜຶ່ງທົດສະວັດເຕັມ, ສົງຄາມພາຍໃນຊີຣີ ໄດ້ກາຍເປັນໜຶ່ງໃນບັນດາວິກິດການທີ່ຮ້າຍແຮງກ່ວາໝູ່ໃນໂລກໃນສັດຕະວັດທີ 21. ມາຮອດປະຈຸບັນ, ສົງຄາມຢູ່ຊີຣີ ໄດ້ເຮັດໃຫ້ມີປະມານ 400.000-500.000 ຄົນເສຍຊີວິດ, ½ ຈຳນວນປະຊາກອນ ຕ້ອງໄປລີ້ໄພ ແລະ ປະມານ 200.000 ຖືກຫາຍສາບສູນ.

ສະພາບການສັບສົນ

ໃນບົດກ່າວຄຳເຫັນຫວ່າງແລ້ວນີ້ ເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງວັນເກີດສົງຄາມພາຍໃນຊີຣີ, ທ່ານເລຂາທິການໃຫ່ຍ ສປຊ Antonio Guterres ເນັ້ນໜັກວ່າ: ສະພາບການຢູ່ຊີຣີ ແມ່ນ “ຝັນຮ້າຍທີ່ໜ້າສະຫຍອງ”.  ນັບແຕ່ຕົ້ນສົງຄາມ, ເດັກນ້ອຍຊີຣີ ປະມານເຄິ່ງໜຶ່ງຕ້ອງຢູ່ໃນສະພາບສົງຄາມຕະຫຼອດເວລາ ແລະ ປະຊາຊົນຊີຣີ ປະມານ 60% ມີຄວາມສ່ຽງຖືກໄພອຶດຫິວໃນປີ 2021. ສ່ວນຕາມກອງທຶນເຍົາວະຊົນ ສປຊ (UNCEF) ແລ້ວ,  ຊີຣິ ພວມປະເຊີນໜ້າກັບ 3 ວິກິດການພ້ອມກັນຄື: ການໃຊ້ຄວາມຮຸນແຮງ, ການຊຸດໂຊມດ້ານເສດຖະກິດ ແລະ ໂລກລະບາດໂຄວິດ 19.

ໃນສະໜາມຮົບ, ທະຫານຊີຣີ ສາມາດຍາດໄດ້ເຂດດິນແດນສ່ວນຫຼາຍ ຊື່ງຝ່າຍລຸກຮຶ້ຂຶ້ນຍຶດເອົາໄດ້ໃນຫຼາຍປີຜ່ານມາ ໂດຍມີການໜູນຫຼັງຈາກບາງກຳລັງພາຍນອກ. ແຕ່ວ່າພື້ນຖານໂຄງລ່າງເກືອບທັງໝົດໃນທົ່ວເຂດດິນແດນ ກໍ່ຖືກທຳລາຍ ຫຼື ເປເພຢ່າງໜັກໜ່ວງແລ້ວ, ອັນໄດ້ຮຽກຮ້ອງແຫຼ່ງກຳລັງການເງິນອັນໃຫ່ຍຫຼວງທີ່ຂຶ້ນເຖິງນັບຕື້  USD ເພື່ອສ້າງສາແລະ ຟື້ນຟູ. ໃນຂະນະນັ້ນ, ການແບ່ງແຍກລະຫວ່າງບັນດາຝ່າຍ, ກຳລັງຕ່າງໆຍັງຮ້າຍແຮງທີ່ສຸດ, ບໍ່ທັນສາມາດໄກ່ເກ່ຍໄດ້ເທື່ອ.

ສົງ​ຄາມ​ພາຍ​ໃນ​ຊີ​ຣີຄົບ​ຮອບ 10 ປີ: ສະ​ພາບ​ຕົວ​ຈິງ ແລະ ສິ່ງ​ທ້າ​ທາຍ - ảnh 2

ສາວນ້ອຍຊີຣີອາຍຸ 10 ເດືອນຢູ່ຄ້າຍລີ້ໄພຢູ່ Majdal Anjar, Lebanon (ພາບ : Getty Image)

 ນອກຈາກນັ້ນແລ້ວ, ໃນເຂດດິນແດນຊີຣີ ຍັງມີໜ້າຂອງຫຼາຍກຳລັງທະຫານສາກົນ ໂດຍພາຍໃຕ້ຖານະນາມແຕກຕ່າງກັນ, ຄຽງຂ້າງນັບສິບກຸ່ມປະກອບອາວຸດອ້າງຊື່ເອງ, ໃນນັ້ນ ຍັງມີບາງອົງການຈັດຕັ້ງຫົວຮຸນແຮງ ແລະ ກໍ່ການຮ້າຍ. ບັນດາກຳລັງສາກົນ ເບິ່ງຄືວ່າເຄື່ອນໄຫວສະເພາະ ແລະ ເອກະລາດຕໍ່ກັນ, ຮັບໃຊ້ບັນດາການຄິດໄລ່ ແລະ ຜົນປະໂຫຍດທີ່ແຕກຕ່າງກັນ, ແຕ່ຫາກບໍ່ແມ່ນເພື່ອການຟື້ນຟູ ແລະ ສ້າງສະຖຽນລະພາບໃຫ້ແກ່ຊີຣີ. ຕົວຈິງດັ່ງກ່າວ ໄດ້ເຮັດໃຫ້ວິວັດທະນະການເຕົ້າໂຮມຄວາມມານະພະຍາຍາມສາກົນ ເພື່ອຢຸດຕິສົງຄາມ, ສ້າງສາປະເທດຊີຣີ ຄືນໃໝ່ ປະສົບກັບສິ່ງທ້າທາຍອັນໜັກໜ່ວງຫຼາຍປະການ.

ທາງອຸມົງໃຕ້ດິນຍັງບໍ່ເຫັນແສງສະຫວ່າງ

ຕາມວົງການນັກໄຈ້ແຍກແລ້ວ, ສິ່ງກີດຂວາງໃຫ່ຍທີ່ສຸດ ໃຫ້ແກ່ວິວັດການສ້າງສັນຕິພາບ ແລະ ຟື້ນຟູປະເທດຊາດຂີຣີ ຄືນໃໝ່ ແມ່ນການແບ່ງແຍກລະຫວ່າງບັນດາປະເທດ ແລະ ກຳລັງອິດທິພົນສາກົນທີ່ມີຜົນສະທ້ອນ, ຫາກບໍ່ແມ່ນການແບ່ງແຍກພາຍໃນຊາວຊີຣີ ເອງ.

ໃນສະພາບການດັ່ງກ່າວ, ສອງປະເທດມະຫາອຳນາດທີ່ມີສຽງເວົ້າ ແລະ ຜົນສະທ້ອນຫຼາຍກ່ວາໝູ່ຄືລັດເຊຍ ແລະ ອາເມລິກາ ຍັງບໍ່ທັນຊອກໄດ້ສຽງເວົ້າລວມເທື່ອ. ມາຮອດປະຈຸບັນ, ການແຊກແຊງຂອງລັດເຊຍ ເຂົ້າວິກິດການແມ່ນສະເໝີຕົ້ນສະເໝີປາຍ ແລະ ຈະແຈ້ງ, ນັ້ນແມ່ນຊ່ວຍອຳນາດການປົກຄອງຂອງປະທານາທິບໍດີ Bashar Al Assad ຕ້ານຄືນບັນດາກຳລັງທະຫານກະບົດ ແລະ ກໍ່ການຮ້າຍ, ຟື້ນຟູ ແລະ ສ້າງສາປະເທດຊາດຄືນໃໝ່. ກົງກັນຂ້າມ, ຫຼັກໝັ້ນສຳຜັດພື້ນຖານຂອງອາເມລິກາ ແມ່ນຕ້ານຄືນການຄົງຕົວຂອງອຳນາດການປົກຄອງ Bashar Al Assad ແລະ ສະໜັບສະໜູນກຳລັງລຸກຮຶ້ຂຶ້ນຈຳນວນໜຶ່ງ. ຄຽງຄູ່ກັນນັ້ນ, ບາງປະເທດມີຜົນສະທ້ອນໃນພາກພື້ນຄື ອີຣານ, ຕວກກີ ກໍ່ສືບຕໍ່ແຊກແຊງເລິກເຂົ້າສົງຄາມພາຍໃນ ດ້ວຍບັນດາການຄິດໄລ່ທີ່ແຕກຕ່າງກັນ, ບໍ່ທັນຊອກຫາສຽງເວົ້າລວມໄດ້ເທື່ອ.

ຜົນທີ່ແນ່ນອນຂອງການຂາດຄວາມເປັນເອກະພາບ ໃນວິທີສຳຜັດບັນຫາຂອງບັນດາຝ່າຍທີ່ກ່ຽວຂ້ອງ ແມ່ນຍັງບໍ່ທັນສາມາດນຳມາເຊິ່ງສັນຕິພາບ ແລະ ສະຖຽນລະພາບໃຫ້ແກ່ຊີຣີ ໄດ້, ເຖີງວ່າໄດ້ຊຸກຍູ້ຫຼາຍຮອບເຈລະຈາໂດຍພາຍໃຕ້ການອາລັກຂາຂອງສາກົນ. ໃນຂະນະນັ້ນ, ໜ້າສົນໃຈທີ່ສຸດແມ່ນວິວັດການເຈລະຈາ Astana ໂດຍລັດເຊຍ, ອີຣານ ແລະ ຕວກກີ ລີເລີ່ມນັບແຕ່ປີ 2017 ໄດ້ຊ່ວຍຫລຸດຜ່ອນການໃຊ້ຄວາມຮຸນແຮງຫຼາຍພໍສົມຄວນ, ແຕ່ກໍ່ຍັງບໍ່ທັນບັນລຸໄດ້ບັນດາມາດຕະການແກ້ໄຂອັນເປັນພື້ນຖານໃຫ້ບັນຫານີ້ເທື່ອ. ສາຍເຫດສ່ວນໜຶ່ງແມ່ນຂາດການເຂົ້າຮ່ວມຂອງອາເມລິກາ, ສ່ວນໜຶ່ງແມ່ນລະຫວ່າງລັດເຊຍ, ອີຣານ ແລະ ຕວກກີ ຍັງມີບັນດາບັນຫາຕິດຄ້າງທີ່ບໍ່ສາມາດຜ່ານຜ່າໄດ້.

ຍ້ອນເຫດນັ້ນ, ຄາດວ່າ, ສົງຄາມພາຍໃນຊີຣີ ຈະຍັງບໍ່ທັນສິ້ນສຸດ ເພື່ອຢຸດຕິຄວາມລຳບາກຂອງສາມັນຊົນຜູ້ບໍ່ມີໂທດກຳນັບລ້ານຄົນຂອງປະເທດນີ້ໄດ້ເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ