ຫວຽດ​ນາມ ຍາມ​ໃດ​ກໍ່​ໃຫ້​ບູ​ລິ​ມະ​ສິດ​ສູງ​ທີ່​ສຸດ​ ​ແກ່​ການ​ພົວ​ພັນ​ກັບ ລາວ ແລະ ກຳ​ປູ​ເຈຍ

(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດ ແລະ ພະບາດສົມເດັດພະບໍລົມມະນຽດມະຫາກະສັດ Norodom Sihamoni ແຫ່ງລາຊະອານາຈັກກຳປູເຈຍ, ທ່ານປະທານປະເທດຫວຽດນາມ ໂຕເລິມໄດ້ໄປຢ້ຽມຢາມທາງລັດຖະກິດຢູ່ ສປປ.ລາວ ແລະ ລາຊະອານາຈັກ ກຳປູເຈຍ ໃນລະຫວ່າງວັນທີ 11  13 ກໍລະກົດ. ການຢ້ຽມຢາມຢັ້ງຢືນສານຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບູລິມະສິດສູງ ສຸດໃຫ້ແກ່ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ແລະ ການພົວພັນບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານລະຫວ່າງ ຫວຽດນາມ - ກຳປູເຈຍ.

ຫວຽດ​ນາມ ຍາມ​ໃດ​ກໍ່​ໃຫ້​ບູ​ລິ​ມະ​ສິດ​ສູງ​ທີ່​ສຸດ​ ​ແກ່​ການ​ພົວ​ພັນ​ກັບ ລາວ ແລະ ກຳ​ປູ​ເຈຍ - ảnh 1ທ່ານປະທານປະເທດຫວຽດນາມ ໂຕເລິມ (ພາບ: vov.vn)

ນີ້ແມ່ນການເດີນທາງໄປປະຕິບັດງານຄັ້ງທຳອິດຂອງທ່ານ ໂຕເລິມ ນັບແຕ່ເວລາດຳລົງຕຳແໜ່ງ ປະທານປະເທດ ຫວຽດນາມ(ເດືອນພຶດສະພາ 2024). ການຢ້ຽມຢາມຢັ້ງຢືນຄວາມສາມັກຄີ, ການສະໜິດຕິດພັນລະຫວ່າງສາມປະເທດ, ສ້າງຂີດໝາຍໄລຍະພັດທະນາໃໝ່ໃນການພົວພັນ ຫວຽດນາມ - ລາວ, ຫວຽດນາມ - ກຳປູເຈຍ ບົນພື້ນຖານຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ການຮ່ວມມືທີ່ມີປະສິດທິຜົນ, ເຄົາລົບຜົນປະໂຫຍດຂອງກັນ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ເຮັດໃຫ້ການພົວພັນກັບສອງປະເທດເລິກເຊິ່ງກ່ວາອີກ, ເພີ່ມທະວີຄວາມສາມັກຄີລະຫວ່າງສາມປະເທດ ແລະ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ).

ປັບປຸງການພົວພັນແບບພິເສດ ຫວຽດນາມ - ລາວ

ການຢ້ຽມຢາມລາວ ຂອງທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ດຳເນີນໃນສະພາບການການພົວພັນຮ່ວມມືລະຫວ່າງສອງປະເທດ ຫວຽດນາມ - ລາວ ພວມມີທ່າພັດທະນາຢ່າງດີງາມ. ບັນດາຂໍ້ຕົກລົງຂອງການນຳຂັ້ນສູງສອງພັກ, ບັນດາຖະແຫຼງການຮ່ວມເນື່ອງໃນໂອກາດຢ້ຽມຢາມຂອງການນຳຂັ້ນສູງສອງປະເທດ, ບັນດາສົນທິສັນຍາຮ່ວມມື ລະຫວ່າງສອງລັດຖະບານ ພວມໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ ຈາກສອງຝ່າຍ ແລະ ບັນລຸໄດ້ຫຼາຍໝາກຜົນສຳຄັນຫຼາຍຢ່າງໃນທຸກຂົງເຂດ. ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນມີການພັດທະນາຢ່າງຕັ້ງໜ້າ ດ້ວຍວົງເງິນສອງສົ້ນໃນປີ 2023 ບັນລຸກ່ວາ 1,64 ຕື້ USD. 4 ເດືອນຕົ້ນປີ 2024 ບັນລຸ 620 ລ້ານ USD, ເພີ່ມຂຶ້ນກ່ວາ 10%ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2023.

ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ ບັນດາໂຄງການຊ່ວຍເຫຼືອ ODA ຂອງ ຫວຽດນາມ ສະຫງວນໃຫ້ລາວ ໃນຊຸມປີຜ່ານມາ, ເປັນຕົ້ນແມ່ນບັນດາໂຄງການ, ກິດຈະກຳໃນການພັດທະນາກະສິກຳແບບຍືນຍົງຢູ່ຫຼາຍທ້ອງຖິ່ນປະສົບກັບຄວາມຫຍຸ້ງຍາກ, ເຂດຫ່າງໄກສອກຫຼີກຂອງລາວ ໄດ້ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ, ປົບແປງການໜູນຊ່ວຍສັງຄົມ, ເຊິ່ງອຳນາດການປົກຄອງ ແລະ ປະຊາຊົນລາວຮັບຮູ້ ແລະ ຕີລາຄາສູງ:

ໂຄງການຮັບໃຊ້ຂົງເຂດການຜະລິດກະສິກຳ ຂອງທ້ອງຖິ່ນ, ສ້າງເງື່ອນໄຂຊຸກຍູ້ການຜະລິດສິນຄ້າເພື່ອແນໃສ່ລົບລ້າຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກໃຫ້ແກ່ປະຊາຊົນທ້ອງຖິ່ນເທື່ອລະກ້າວ.

ຫວຽດນາມ ໜູນຊ່ວຍລາວໃນການຄົ້ນຄ້ວາ, ຜັນຂະຫຍາຍບັນດານະໂຍບາຍພັດທະນາກະສິກຳ, ສົ່ງເສີມຍູ້ແຮງການຮ່ວມມື - ການລົງທຶນໃນຂົງເຂດກະສິກຳໝູນໃຊ້ເຕັກໂນໂລຢີສູງ, ເພື່ອແນໃສ່ຜະລິດຜະລິດຕະພັນກະສິກຳສະອາດ ແລະ ຄຸ້ມຄອງແບບຍືນຍົງ

ບົນພື້ນຖານການພົວພັນອັນດີງາມນັ້ນ, ໃນການຢ້ຽມຢາມ, ທ່ານປະທານປະເທດ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມກັບບັນດາການນຳຂອງລາວ ຕີລາຄາການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ໃນໄລຍະຜ່ານມາ; ແລກປ່ຽນ, ເຫັນດີເປັນເອກະພາບບັນດາການກຳນົດທິດ, ແຜນນະໂຍບາຍ ແລະ ບັນດາມາດຕະການໃຫຍ່ ເພື່ອແນໃສ່ຊຸກຍູ້ການພົວພັນສອງປະເທດໃນໄລຍະຈະມາເຖິງ, ກໍ່ຄືການສົມທົບກັນຢູ່ບັນດາເວທີປາໄສເພື່ອແກ້ໄຂບັນດາບັນຫາໃນພາກພື້ນ ແລະ ສາກົນ ທີ່ກ່ຽວຂ້ອງ. ສຳຄັນກ່ວານັ້ນ ການຢ້ຽມຢາມຂອງທ່ານປະທານປະເທດ ໂຕເລິມ ສະແດງໃຫ້ເຫັນວ່າ ພັກ ແລະ ລັດຫວຽດນາມ ຍາມໃດກໍ່ສະເໝີຕົ້ນສະເໝີປາຍ, ຖືເປັນສຳຄັນ ແລະ ໃຫ້ບູລິມະສິດສູງທີ່ສຸດການປັບປຸງ ແລະ ເພີ່ມພູນຄູນສ້າງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ. ທ່ານ ຫງວຽນບ້າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ ເນັ້ນໜັກວ່າ:

ຜ່ານການຢ້ຽມຢາມນີ້, ພັກ, ລັດ ຫວຽດນາມ ປາດຖະໜາຢາກສົ່ງສານກ່ຽວກັບການພົວພັນແບບພິເສດ, ສັດຊື່ບໍລິສຸດຜຸດຜ່ອງ, ມີແຕ່ໜຶ່ງບໍ່ມີສອງໃນໂລກລະຫວ່າງ ຫວຽດນາມ ແລະ ລາວ. ການຢ້ຽມຢາມກໍ່ຢັ້ງຢືນຄວາມຕັດສິນໃຈຂອງ ຫວຽດນາມ ພ້ອມກັບເພື່ອນລາວນຳການພົວພັນຮ່ວມມືລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່.

ຫວຽດ​ນາມ ຍາມ​ໃດ​ກໍ່​ໃຫ້​ບູ​ລິ​ມະ​ສິດ​ສູງ​ທີ່​ສຸດ​ ​ແກ່​ການ​ພົວ​ພັນ​ກັບ ລາວ ແລະ ກຳ​ປູ​ເຈຍ - ảnh 2ທ່ານ ຫງວຽນບ້າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ (ພາບ: VOV)

ຊຸກຍູ້ການຮ່ວມມືຮອບດ້ານ, ຍືນຍົງ, ຍາວນານ ຫວຽດນາມ - ກຳປູເຈຍ

ໃນຂະນະນັ້ນ, ການຢ້ຽມຢາມທາງລັດຖະກິດຢູ່ກຳປູເຈຍ ຂອງທ່ານປະທານປະເທດ ໂຕເລິມ ໄດ້ດຳເນີນໃນສະພາບການສອງປະເທດຫາກໍ່ຈັດຕັ້ງການສະເຫຼີມສະຫຼອງ 57 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (24/6/1967-24/6/2024).

57 ປີຜ່ານມາ, ເຖິງວ່າ ໄດ້ຜ່ານຜ່າບັນດາໄລຍະທາງແຫ່ງປະຫວັດສາດກໍ່ຕາມ, ແຕ່ການພົວພັນ ຫວຽດນາມ ແລະ ກຳປູເຈຍບັນລຸໄດ້ລະດັບສູງໃໝ່, ເລິກເຊິ່ງ ແລະ ສະເໝີຕົ້ນສະເໝີປາຍໃນທຸກຂົງເຂດ. ການພົວພັນອັນດີງາມນັ້ນໄດ້ກາຍເປັນຊັບສົມບັດອັນລ້ຳຄ່າ ຂອງສອງຊາດ. ດ້ວຍພື້ນຖານການພົວພັນດ້ານການເມືອງອັນດີງາມ, ບັນດາຂົງເຂດຮ່ວມມືຕ່າງໆໂດຍສອງຝ່າຍສືບຕໍ່ຊຸກຍູ້ ເຂົ້າສູ່ແທ້ຈິງກວ່າ. ການຮ່ວມມືດ້ານເສດຖະກິດການຄ້າ, ການລົງທຶນແມ່ນຈຸດພົ້ນເດັ່ນໃນການພົວພັນສອງປະເທດ. ປັດຈຸບັນ ຫວຽດນາມແມ່ນຄູ່ຮ່ວມມືທາງການຄ້າໃຫຍ່ອັນດັບທີ 3 ຂອງ ກຳປູເຈຍ ແລະ ແມ່ນຄູ່ຮ່ວມມືທາງການຄ້າໃຫຍ່ອັນດັບທີໜຶ່ງຂອງກຳປູເຈຍ ໃນອາຊຽນ. ວົງເງິນການຄ້າສອງຝ່າຍໃນ 4 ເດືອນຕົ້ນປີ 2024 ບັນລຸ 3,9 ຕື້ USD, ເພີ່ມຂຶ້ນ 16,8%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ຕີລາຄາກ່ຽວກັບການພົວພັນສອງປະເທດໃນປັດຈຸບັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກຳປູເຈຍ Sok Chenda Sophea ຢັ້ງຢືນວ່າ:

ການພົວພັນອັນດີງາມລະຫວ່າງກຳປູເຈຍ - ຫວຽດນາມ ໄດ້ສະແດງໃຫ້ເຫັນໃນຫຼາຍຂົງເຂດທີ່ແຕກຕ່າງກັນ. ການນຳຂັ້ນສູງສອງປະເທດມີການແລກປ່ຽນຄະນະຜູ້ແທນເປັນປະຈຳ. ໃນລັດຖະບານອາຍຸການທີ VII ນີ້, ທ່ານນາຍົກລັດຖະມົນຕີ Hun Manet ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັນເປັນ 6 ຄັ້ງໃນ 9 ເດືອນເພື່ອປະກາດໃຫ້ກັນກ່ຽວກັບສະພາບການ ແລະ ທັດສະນະຂອງແຕ່ລະປະເທດ. ໄປຄຽງຄູ່ກັນນັ້ນ, ການນຳບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ມີການພົບປະ ແລະ ແລກປ່ຽນກັນເປັນປະຈຳ.

ໃນການຢ້ຽມຢາມ, ທ່ານປະທານປະເທດ ໂຕເລິມ ມີການເຈລະຈາ ແລກປ່ຽນຄຳເຫັນພົບປະ ກັບບັນດາການນຳຂັ້ນສູງຂອງກຳປູເຈຍ. ນີ້ແມ່ນໂອກາດທີ່ສະດວກເພື່ອສອງຝ່າຍພ້ອມກັນສຳຫຼວດກວດຄືນບັນດາຂໍ້ຕົກລົງຂັ້ນສູງ, ບັນດາຂົງເຂດຮ່ວມມືສຳຄັນ ແລະ ວາງອອກທິດທາງຮ່ວມມືໃນໄລຍະຈະມາເຖິງ.

ການຢ້ຽມຢາມທາງລັດຖະກິດຢູ່ລາວ ແລະ ກຳປູເຈຍຂອງທ່ານປະທານປະເທດ ໂຕເລິມ ຈະສ້າງກຳລັງໜູນໃໝ່, ເພື່ອແນໃສ່ພັດທະນາການພົວພັນມິດຕະພາບລະຫວ່າງ ຫວຽດນາມ ກັບສອງປະເທດນີ້ໃຫ້ເລິກເຊິ່ງ, ຮອບດ້ານ ແລະ ແຮງກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ