ບັນດາຖ້ອຍທຳນອງໄຮ້ຂໍ້ອ້າງອີງກ່ຽວກັບສິດທິມະນຸດຢູ່ ຫວຽດນາມ

(VOVWORLD) - ອົງການຂໍ້ລິເລີ່ມ ຕີລາຄາສິດທິມະນຸດ (HRMI) ມີສຳນັກງານຢູ່ ນິວເຊີແລນ ຫາກໍ່ປະກາດບົດລາຍງານປະຈຳປີ ກ່ຽວກັບສະພາບສິດທິມະນຸດທົ່ວໂລກປີ 2024 ໂດຍອີງໃສ່ 3 ມາດຖານ ນັ້ນແມ່ນ ຄຸນນະພາບການດຳລົງຊີວິດ, ຄວາມປອດໄພຕໍ່ລັດ ແລະມອບສິດ. ເປັນຫນ້າເສຍດາຍ ອົງການນີ້ ໄດ້ໃຫ້ຂໍ້ສັງເກດສະພາບການສິດທິມະນຸດຂອງ ຫວຽດນາມ ຂາດຄວາມກ້າວຫນ້າ ແລະນັບມື້ນັບຮ້າຍລົງ. ນີ້ແມ່ນບັນດາຖ້ອຍທຳນອງໄຮ້ຂໍ້ອ້າງອີງ, ບໍ່ອີງໃສ່ສະພາບການຕົວຈິງກ່ຽວກັບການຮັບປະກັນສິດທິມະນຸດຢູ່ ຫວຽດນາມ.

ບັນດາຖ້ອຍທຳນອງໄຮ້ຂໍ້ອ້າງອີງກ່ຽວກັບສິດທິມະນຸດຢູ່ ຫວຽດນາມ - ảnh 1ພາບປະກອບ: VOV

ນັບແຕ່ມື້ສ້າງຕັ້ງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ປະຈຸບັນ ແມ່ນ ປະເທດ ສສ ຫວຽດນາມ, ສິດທິມະນຸດ ໄດ້ຮັບການຢັ້ງຢືນບໍ່ອາດຕັດແຍກອອກຈາກສິດຂອງຊາດໄດ້.

ຄວາມຈິງແມ່ນຕ່າງກັນຫລາຍເມື່ອທຽບໃສ່ບັນດາການຕີລາຄາຂອງ HRMI

ທັດສະນະຂອງມະນຸດ ທັງແມ່ນເປົ້າໝາຍ, ທັງແມ່ນກຳລັງຫນູນຂອງພາລະກິດແຫ່ງການພັດທະນາ, ຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄຫມ.. ໂດຍໄດ້ສະແດງອອກຢ່າງລຸລ່ວງໃນບັນດາໂຄງການການເມືອງ, ແນວທາງ, ນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ຫວຽດນາມ.

ໂດຍສືບທອດບັນດາລັດຖະທຳມະນູນປີ 1946, 1959, 1980 ແລະ 1992, ລັດຖະທຳມະນູນປີ 2013 ແມ່ນຈຸດສຸມຂອງການເຄື່ອນໄຫວສ້າງລັດຖະທຳມະນູນກ່ຽວກັບສິດທິມະນຸດ, ສະຫງວນ 36 ມາດຕາໃນຍອດຈຳນວນ 120 ມາດຕາ ເພື່ອກຳນົດສິດທິມະນຸດ, ສິດ ແລະພັນທະຂອງພົນລະເມືອງ.

ເລື່ອງຮັບຮອງເອົາລັດຖະທຳມະນູນປີ 2013 ດ້ວຍມີພາກສະເພາະກ່ຽວກັບ “ສິດທິມະນຸດ, ສິດ ແລະ ພັນທະຂອງພົນລະເມືອງ” ແລະຫລັງຈາກນັ້ນ ແມ່ນເອກະສານນິຕິກຳອື່ນຫລາຍສະບັບທີ່ກ່ຽວຂ້ອງເຖິງສິດທິມະນຸດ, ແມ່ນບັນດາຄວາມມານະພະຍາຍາມມີຄວາມໝາຍທີ່ສຸດ, ສ້າງກອບກົດໝາຍສຳຄັນໃຫ້ແກ່ການຮັບປະກັນສິດທິມະນຸດ,ສິດພົນລະເມືອງໃນສະພາບຕົວຈິງ. ທ່ານ ຮອງສາດສະດາຈານ, ປອ ເຕື່ອງຢູຍກຽນ, ຫົວຫນ້າ ສະຖາບັນສິດທິມະນຸດ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໃຫ້ຮູ້ວ່າ:

 “ລັດຖະທຳມະນູນປີ 1992 ພຽງມີມາດຕາ 50 ແມ່ນມີ ເນື້ອໃນກ່ຽວກັບສິດທິມະນຸດ ແຕ່ມາຮອດ ລັດຖະທຳມະນູນ ປີ 2013, ພວກເຮົາ ມີພາກຫນຶ່ງ ກ່ຽວກັບສິດທິມະນຸດແລະຍັງໄດ້ກຳນົດຢູ່ຫລາຍພາກຂອງລັດຖະທຳມະນູນ, ເປັນຕົ້ນແມ່ນມາດຕາ 3 ຂອງລັດຖະທຳມະນູນທີ່ເວົ້າກ່ຽວກັບບົດບາດ, ຄວາມຮັບຜິດຊອບຂອງລັດ. ສະນັ້ນ ຄວາມມານະພະຍາຍາມຂອງພັກ, ລັດ ແມ່ນຄວາມມານະພະຍາຍາມສ້າງລະບົບກົດໝາຍໃຫ້ສົມບູນແບບ ເພາະວ່າ ຖ້າບໍ່ມີກົດໝາຍແມ່ນບໍ່ມີພື້ນຖານນິຕິກຳປົກປ້ອງສິດທິມະນຸດ”         

ຢູ່ ຫວຽດນາມ, ພົນລະເມືອງ ມີບັນດາສິດຄື: ສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນ, ສິດເສລີໃນການເຊື່ອຖື, ສາສະຫນາ, ການປະຊຸມ, ສ້າງຕັ້ງສະມາຄົມ, ສິດຟ້ອງຮ້ອງ, ກ່າວຟ້ອງ ແລະ ບັນດາສິດເສລີປະຊາທິປະໄຕອື່ນ. ເຖິງຢ່າງໃດກໍຕາມ, ບັນດາຫລັກການລວມນັ້ນແມ່ນການປະຕິບັດບັນດາສິດເສລີ, ປະຊາທິປະໄຕຂອງຕົນບໍ່ໄດ້ລ່ວງລ້ຳເຖິງສິດ, ຜົນປະໂຫຍດຂອງສ່ວນບຸກຄົນ, ອົງການອື່ນຫລື ຂອງລັດ. ຖ້າຫາກລ່ວງລ້ຳ ນັ້ນແມ່ນການກະທຳລະເມີດກົດໝາຍ ແລະ ຕ້ອງໄດ້ປັບໄຫມລົງໂທດດ້ວຍຫລາຍຮູບການ ໂດຍອີງໃສ່ລັກສະນະ, ລະດັບການລະເມີດ, ຜົນຕາມມາ.. ທ່ານຮອງສາດສະດາຈານ, ປອ ຫງວຽນແກ໋ງທິ່ນ, ຮອງຫົວຫນ້າສະຖາບັນຄວາມໝັ້ນຄົງແບບໃຫມ່, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ຍົກຄຳເຫັນວ່າ.         “ຄວາມຈິງ ພວກເຮົາຍາມໃດກໍ່ສົ່ງເສີມ, ຮຽກຮ້ອງ, ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນ ສະແດງທັດສະນະ, ຄຳເຫັນຂອງຕົນບົນພື້ນຖານຈິດໃຈສ້າງສັນ. ເຮົາສາມາດຍົກໃຫ້ເຫັນຂໍ້ບົກຜ່ອງ, ຄວາມຜິດພາດ ແຕ່ສິ່ງນີ້ແມ່ນຕ່າງກັບການໂຈມຕີ, ເກາະຜິດ, ຕ່າງກັບການເສກສັນປັ້ນແຕ່ງໂດຍມີເຈດຕະນາ ແລະຂ້ຽວຂາດ”

ສຳລັບ ມາດຖານສິດບໍ່ຖືກຕັດສິນລົງໂທດປະຫານຊີວິດ ຄືດັ່ງ HRMI  ຍົກອອກມາ, ພວກເຮົາອາດຢັ້ງຢືນວ່າ ຫວຽດນາມ ບໍ່ແມ່ນປະເທດຫນຶ່ງດຽວໃນໂລກ ທີ່ຍັງນຳໃຊ້ຮູບການລົງໂທດປະຫານຊີວິດ. ກົດໝາຍສາກົນບໍ່ຫ້າມການນຳໃຊ້ຮູບການລົງໂທດປະຫານຊີວິດ. ທ່ານ ດິງຕຽນຢູ໋ງ, ຮອງຫົວຫນ້າກົມຖະແຫລງຂ່າວການຕ່າງປະເທດ, ກະຊວງຖະແຫລງຂ່າວ ແລະ ສື່ສານ ໃຫ້ຮູ້ວ່າ:

“ຍັງມີຫລາຍປະເທດກໍ່ຄ້າຍຄືກັນກັບ ຫວຽດນາມ ທີ່ພວມພິຈາລະນາໃນວິວັດການປັບປຸງພື້ນຖານຕຸລາການຂອງຕົນໃຫ້ສົມບູນແບບ ອາດຈະພິຈາລະນາປະຕິບັດອະນຸສັນຍາກ່ຽວກັບການລົບລ້າງຮູບການລົງໂທດປະຫານຊີວິດ. ເຖິງຢ່າງໃດກໍຕາມ ສຳລັບເງື່ອນໄຂຢູ່ ຫວຽດນາມ, ພວກເຮົາພວມຄິດໄລ່ຊັ່ງຊາ ເລື່ອງນັ້ນ ແຕ່ພວກເຮົາກໍ່ເປັນເຈົ້າການໃນການປະຕິບັດອະນຸສັນຍາກ່ຽວກັບການລົບລ້າງການລົງໂທດປະຫານຊີວິດ.

ບັນດາຖ້ອຍທຳນອງໄຮ້ຂໍ້ອ້າງອີງກ່ຽວກັບສິດທິມະນຸດຢູ່ ຫວຽດນາມ - ảnh 2ທ່ານ Veeramalla Anjjaiah, ຜູ້ຊ່ຽວຊານ ຄົ້ນຄ້ວາຂັ້ນສູງຂອງສູນຄົ້ນຄ້ວາບັນດາບັນຫາອາຊີຕາເວັນອອກສ່ຽງໃຕ້ຕອບສຳພາດນັກຂ່າວ VOV.   ພາບ: VOV

ໄດ້ຮັບການຮັບຮູ້ຈາກສາກົນ

ມານະພະຍາຍາມໃນການຮັບປະກັນ ແລະ ປະຕິບັດສິດທິມະນຸດຢູ່ ຫວຽດນາມ ຍາມໃດກໍ່ໄດ້ຮັບການຮັບຮູ້ຈາກສາກົນ. ທ່ານ Andrew Goledzinowski, ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ ໃຫ້ຂໍ້ສັງເກດວ່າ: ອາດເຫັນໄດ້ຢ່າງຈະແຈ້ງວ່າ ປະຈຸບັນ ການສຶກສາບຳລຸງສ້າງຢູ່ ຫວຽດນາມ ໄດ້ຮັບການຍົກສູງຂຶ້ນ, ລະດັບຄວາມຮູ້ຂອງປະຊາຊົນເພີ່ມຂຶ້ນສູງ, ຊາວຊົນເຜົ່າສ່ວນຫນ້ອຍໄດ້ເຂົ້າເຖິງນ້ຳສະອາດ, ການສຶກສາ ຫລາຍກວ່າເກົ່າ. ແມ່ຍິງກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດກວ່າ, ໄດ້ອຸທິດສ່ວນໃຫ້ແກ່ສັງຄົມ ແລະເຂົ້າຮ່ວມລະບົບການເມືອງນັບມື້ນັບຫລາຍກວ່າ. ຫວຽດນາມ ໄດ້ມີຄວາມມານະພະຍາຍາມທີ່ສຸດເພື່ອຮັບປະກັນສິດທິມະນຸດໃຫ້ແກ່ປະຊາຊົນ.

ໂດຍມີທັດສະນະເຊັ່ນດຽວກັນ, ທ່ານ Veeramalla Anjjaiah , ຜູ້ຊ່ຽວຊານຄົ້ນຄ້ວາຂັ້ນສູງຂອງສູນຄົ້ນຄ້ວາບັນດາບັນຫາອາຊີຕາເວັນອອກສ່ຽງໃຕ້ ມີສຳນັກງານຢູ່ ອິນໂດເນເຊຍ ຕີລາຄາວ່າ:

“ອາດເວົ້າໄດ້ວ່າ ຫວຽດນາມ ບັນລຸໄດ້ບາງໝາກຜົນເປັນຫນ້າຮັບຮູ້ໃນການປົກປ້ອງສິດທິມະນຸດ ພິເສດໃນການຊຸກຍູ້ການພັດທະນາເສດຖະກິດ ສັງຄົມຂອງປະເທດຊາດ ເພື່ອຜົນປະໂຫຍດຂອງປະຊາຊົນ. ໃນຂົງເຂດນີ້ ຫວຽດນາມ ປະສົບຜົນສຳເລັດຫລາຍສົມຄວນໃນທັງໝົດເປົ້າໝາຍພັດທະນາແບບຍືນຍົງ (SDGs)   ຄະແນນ  SDG  ໃນທຸກຂົງເຂດແມ່ນ 72,76. ຫວຽດນາມ ໃນຊຸມປີຜ່ານມາ ໄດ້ປະຕິບັດສຳເລັດຫລາຍໂຄງການພັດທະນາເສດຖະກິດ -ສັງຄົມ, ປະກອບສ່ວນຮັບປະກັນສິດທິມະນຸດໃຫ້ດີກວ່າໃນບັນດາຂົງເຂດນີ້. ນອກນັ້ນ ຫນຶ່ງໃນບັນດາຜົນງານພົ້ນເດັ່ນຂອງ ຫວຽດນາມ ໃນການຮັບປະກັນສິດທິມະນຸດແມ່ນກິດຈະການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ”

 ໝາກຜົນໃນສະພາບຕົວຈິງ ຊື່ງຫວຽດນາມບັນລຸໄດ້ໃນການຮັບປະກັນສິດທິມະນຸດ ພ້ອມກັບບັນດາການຕີລາຄາຂອງປະຊາຄົມສາກົນ ເປັນການພິສູດໃຫ້ເຫັນຢ່າງຈະແຈ້ງທີ່ສຸດ, ສະແດງໃຫ້ເຫັນບົດລາຍງານປະຈຳປີ HRMI ກ່ຽວກັບສະພາບການສິດທິມະນຸດຂອງ ຫວຽດນາມ ແມ່ນບໍ່ພາວະວິໄສ.

ຕອບກັບ

ຂ່າວ/ບົດ​ອື່ນ