ຊຸກຍູ້ພື້ນຖານໂຄງລ່າງຄົມມະນາຄົມຍຸດທະສາດ ເພື່ອຮັບໃຊ້ການພັດທະນາເສດຖະກິດ

(VOVWORLD) - ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກໄດ້ຢືນຢັນວ່າ, ການພັດທະນາພື້ນຖານໂຄງລ່າງແມ່ນໜຶ່ງໃນຈຳນວນ 3 ຂອດບຸກທະລຸຍຸດທະສາດເພື່ອພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ.
ຊຸກຍູ້ພື້ນຖານໂຄງລ່າງຄົມມະນາຄົມຍຸດທະສາດ ເພື່ອຮັບໃຊ້ການພັດທະນາເສດຖະກິດ - ảnh 1ການພັດທະນາພື້ນຖານໂຄງລ່າງຄົມມະນາຄົມແມ່ນເສົາຄ້ຳສຳຄັນ, ສ້າງການພັດທະນາໃໝ່
(ພາບປະກອບ: tapchitaichinh.vn)

        ພັດທະນາພື້ນຖານໂຄງລ່າງຢ່າງຄົບຊຸດ, ທັນສະໄໝແມ່ນໜຶ່ງໃນຈຳນວນ 3 ຂອດບຸກທະລຸຍຸດທະສາດ, ໃນນັ້ນ, ການພັດທະນາພື້ນຖານໂຄງລ່າງຄົມມະນາຄົມແມ່ນເສົາຄ້ຳສຳຄັນ, ສ້າງການພັດທະນາໃໝ່, ກຳລັງໜູນໃໝ່ເພື່ອຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ໃນອາທິດຜ່ານມາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມເທື່ອທີ 3 ກັບບັນດາກະຊວງ, ຂະແໜງການ, ການນຳຂອງ 13 ທ້ອງຖິ່ນ ເພື່ອຊຸກຍູ້ພື້ນຖານໂຄງລ່າງຄົມມະນາຄົມຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ທ່ານນາຍົກລັດຖະມົນຕີກໍ່ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບແຜນຮ່າງແຜນນະໂຍບາຍລົງທຶນທາງລົດໄຟຄວາມໄວສູງເໜືອ-ໃຕ້ ເພື່ອຍື່ນສະເໜີຕໍ່ຂັ້ນທີ່ມີສິດອຳນາດພິຈາລະນາ.

        ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກໄດ້ຢືນຢັນວ່າ, ການພັດທະນາພື້ນຖານໂຄງລ່າງແມ່ນໜຶ່ງໃນຈຳນວນ 3 ຂອດບຸກທະລຸຍຸດທະສາດເພື່ອພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ. ສະນັ້ນ, ເລື່ອງກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງດ້ວຍທິດນຳທີ່ວ່າ “ໄປກ່ອນເພື່ອເປີດທາງ” ໄດ້ຮັບຖືວ່າແມ່ນປາຍແຫຼມບຸກທະລຸ.

ບັນດາການຊີ້ນຳລະອຽດສຳລັບຄົມມະນາຄົມເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ

ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ພວມຜັນຂະຫຍາຍ 5 ໂຄງການຄົມມະນາຄົມສຳຄັນລະດັບຊາດ, ຈຸດສຸມ. ມາຮອດປະຈຸບັນ, ມີ 4/5 ໂຄງການໄດ້ປະຕິບັດບັນດາລະບຽບການລົງທຶນສຳເລັດແລ້ວ, ພວມຈັດການຜັນຂະຫຍາຍກໍ່ສ້າງ. ນັ້ນແມ່ນ: ເສັ້ນທາງຄວາມໄວສູງ ເກິນເທີ - ກ່າເມົາ; ເສັ້ນທາງຄວາມໄວສູງ ເຈົາດົກ - ເກິນເທີ - ຊອັກຈັງ; ເສັ້ນທາງຄວາມໄວສູງ ກາວແລ້ງ - ອານຮຶວ; ເສັ້ນທາງຄວາມໄວສູງ ມີ້ອານ - ກາວແລ້ງ; ໂຄງການເສັ້ນທາງ ໂຮ່ຈີມິນ ຕອນ ແຣກສອຍ - ເບັນເຍີດ, ກໍ່ກາວ - ວິ້ງທ້ວນ.

ນັບແຕ່ຕົ້ນອາຍຸການ (ປີ 2021) ມາຮອດປະຈຸບັນ, ທ່ານນາຍົກລັດຖະມົນຕີໄດ້ໄປກວດກາ, ກະຕຸກຊຸກຍູ້, ຢຶ້ຢາມຖາມຂ່າວ, ລະດົມກຳລັງໃຈພະນັກງານ, ກຳມະກອນ, ຜູ້ຮັບເໝົາກໍ່ສ້າງເປັນ 5 ຄັ້ງແລ້ວ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ຍູ້ໄວຄວາມຄືບໜ້າການປະຕິບັດກໍ່ສ້າງ; ຊີ້ນຳໃຫ້ຮອງນາຍົກລັດຖະມົນຕີ ແລະ ບັນດາລັດຖະມົນຕີເຮັດວຽກໂດຍກົງ 3 ຄັ້ງເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານວັດສະດຸ ເພື່ອຍູ້ໄວຄວາມຄືບໜ້າການກໍ່ສ້າງກິດຈະກຳ. ຍ້ອນແນວນັ້ນ, ວຽກງານບຸກເບີກໜ້າພຽງຢູ່ບັນດາໂຄງການໄດ້ຕອບສະໜອງຄວາມຄືບໜ້າໃນການກໍ່ສ້າງພໍສົມຄວນ, ສະນັ້ນ, ຈຳນວນວຽກງານບຸກເບີກໜ້າພຽງທີ່ຍັງເຫຼືອແມ່ນຍັງບໍ່ຫຼາຍ. ເຖິງຢ່າງໃດກໍ່ຕາມ, ວຽກງານບຸກເບີກໜ້າພຽງຕ້ອງໄດ້ແກ້ໄຂຢ່າງເດັດຂາດໃນເດືອນ ກໍລະກົດ ນີ້ ເພື່ອໃຫ້ບັນດາໂຄງການປະຕິບັດສຳເລັດ.

ຕາມທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລ້ວ, ເປົ້າໝາຍແມ່ນຮອດປີ 2050, ເຂດທົ່ວພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຕ້ອງມີເສັ້ນທາງຄວາມໄວສູງ 600 ກມ ແລະ ຮອດປີ 2030 ແມ່ນ 1.200 ກມ ແລະ ມອບເປົ້າໝາຍຄວາມຄືບໜ້າໃຫ້ແຕ່ລະໂຄງການ, ໃນນັ້ນ, ສຸມໃສ່ 2 ເສັ້ນທາງຄວາມໄວສູງ ເໜືອ - ໃຫ້ ແລະ ທິດຕາເວັນອອກ - ຕາເວັນຕົກ.

ໜ້າທີ່ສຳຄັນຂອງອາຍຸການນີ້ແມ່ນ ພື້ນຖານໂຄງລ່າງມີການພັດທະນາຢ່າງກະໂດດຂັ້ນ. ພວກຂ້າພະເຈົ້າຕ້ອງເຮັດ, ທ້ອງຖິ່ນຕ້ອງປະຕິບັດ, ດ້ວຍຈິດໃຈແມ່ນສຸມທຸກແຫຼ່ງກຳລັງ. ພວກເຮົາຈະຕ້ອງສ້າງຄວາມຄືບໜ້າຄືນໃໝ່ ແລະ ລື່ນກາຍຄວາມຄືບໜ້າ. ໄປພ້ອມກັບຄວາມຄືບໜ້ານັ້ນແມ່ນຕ້ອງຮັບປະກັນຄຸນນະພາບ, ໄປພ້ອມກັບຄຸນນະພາບແມ່ນການເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນ”.

ກ່ຽວກັບແຫຼ່ງທຶນ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ ສົມທົບກັບບັນດາທ້ອງຖິ່ນຄິດໄລ່ຢ່າງລະອຽດເພື່ອລາຍງານຕໍ່ຂັ້ນທີ່ມີສິດອຳນາດ. ກ່ຽວກັບວຽກງານບຸກເບີກໜ້າພຽງ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາທ້ອງຖິ່ນຈົ່ງຮ່ວມແຮງຮ່ວມໃຈໜູນຊ່ວຍການຜັນຂະຫຍາຍໂຄງການ, ພິເສດແມ່ນວຽກງານເຄື່ອນຍ້າຍບັນດາກິດຈະກຳພື້ນຖານດ້ານເຕັກນິກ; ສຸມໃສ່ແກ້ໄຂຢ່າງເຖິງຖອງ ເພື່ອໃຫ້ວຽກງານບຸກເບີກໜ້າພຽງປະຕິບັດໃຫ້ສຳເລັດ ມີເນື້ອທີ່ດິນເພື່ອຜັນຂະຫຍາຍການກໍ່ສ້າງບັນດາໂຄງການ.

ກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງເໜືອ - ໃຕ້ ຕ້ອງທັນສະໄໝ, ມີປະສິດທິຜົນ

        ປະຈຸບັນ, ເສັ້ນທາງຄົມມະນາຄົມເໜືອ - ໃຕ້ຂອງ ຫວຽດນາມ ມີ 3 ເສັ້ນທາງ (ຄື: ທາງຫຼວງເລກ 1, ເສັ້ນທາງ ໂຮ່ຈີມິນ, ເສັ້ນທາງຄວາມໄວສູງທີ່ພວມໄດ້ຮັບການກໍ່ສ້າງ), ພ້ອມກັບບັນດາເສັ້ນທາງທະເລ, ການບິນ, ທາງລົດໄຟ.

        ໂດຍເປັນປະທານກອງປະຊຸມຂອງຄະນະປະຈຳລັດຖະບານກ່ຽວກັບແຜນຮ່າງແຜນນະໂຍບາຍລົງທຶນທາງລົດໄຟຄວາມໄວສູງເໜືອ - ໃຕ້ ເພື່ອກະກຽມຍື່ນສະເໜີຕໍ່ຂັ້ນທີ່ມີສິດອຳນາດພິຈາລະນາ, ຕົກລົງ ເຊິ່ງໄດ້ຈັດຂຶ້ນໃນວັນທີ 11 ກໍລະກົດ ຜ່ານມາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກທັດສະນະ, ຫຼັກການ, ວິທີການແມ່ນຕ້ອງມີບາດກ້າວບຸກທະລຸ, ປ່ຽນແປງໃໝ່ ດ້ວຍວິໄສທັດຍຸດທະສາດ, ທັນສະໄໝ, ມີປະສິດທິຜົນ. ເປົ້າໝາຍແມ່ນຮຽກຮ້ອງກໍ່ສ້າງເສັ້ນທາງລົດໄຟເໜືອ-ໃຕ້ແລ່ນຜ່ານ 20 ແຂວງ, ນະຄອນໃຫ້ສຳເລັດປະມານ 1.541 ກມ ໃນປີ 2035.

        ໃນທ່າອ່ຽງເຊື່ອມໂຍງເຂົ້າກັບສາກົນ, ພື້ນຖານໂຄງລ່າງຄົມມະນາຄົມຄົບຊຸດ, ການພັດທະນາ ສວມບົດບາດສຳຄັນຍິ່ງໃນການເຊື່ອມຕໍ່ການຜະລິດກັບການຈຳໜ່າຍ, ຂົນສົ່ງສິນຄ້າ, ຊຸກຍູ້ການພົວພັນແລກປ່ຽນລະຫວ່າງບັນດາເຂດ, ປະເທດ, ສ້າງເງື່ອນໄຂໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ. ເລື່ອງລັດຖະບານ ຫວຽດນາມ ເດັດດ່ຽວຜັນຂະຫຍາຍບັນດາໂຄງການເສັ້ນທາງຄວາມໄວສູງ, ຄົ້ນຄວ້າການກໍ່ສ້າງທາງລົດໄຟຄວາມໄວສູງ ຈະເປີດໂອກາດພັດທະນາຢ່າງໃຫຍ່ຫຼວງໃຫ້ແກ່ບັນດາເຂດເວົ້າສະເພາະ ແລະ ທົ່ວປະເທດເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ