ບັນ​ດາ​ສັນ​ຍານ​ທີ່​ບໍ່​​ແນ່ນອນ​ຈາກ​ເສດ​ຖະ​ກິດ​ໂລກ

(VOVWORLD) - ການເຕີບໂຕບໍ່ບັນລຸໄດ້ຄວາມມຸ່ງຫວັງຂອງພື້ນຖານເສດຖະກິດຈາກໃນໄຕມາດທີ 2, ພ້ອມກັບນະໂຍບາຍເງິນຕາຂອງອາເມລິກາແລະສະຫະພາບເອີລົບທີ່ຍາກຈະຄາດຄະເນລ່ວງໜ້າໄດ້ເຮັດໃຫ້ນັກຊ່ຽວຊານຫຼາຍທ່ານຄາດຄະເນວ່າພື້ນຖານເສດຖະກິດໂລກໃນ 6 ເດືອນທ້າຍປີນີ້ຈະປະເຊີນໜ້າກັບຫຼາຍປັດໄຈທີ່ຍາກຈະຄາດຄະເນລ່ວງໜ້າໄດ້.

ບັນ​ດາ​ສັນ​ຍານ​ທີ່​ບໍ່​​ແນ່ນອນ​ຈາກ​ເສດ​ຖະ​ກິດ​ໂລກ - ảnh 1ພາບປະກອບ: ກົມໃຫຍ່ສະຖະຕິແຫ່ງຊາດ ຈີນ

ບັນດາຂໍ້ມູນຫຼ້າສຸດກ່ຽວກັບການເຕີບໂຕຂອງຈີນ ພ້ອມກັບໄພເງິນເຟີ້ຢູ່ ອາເມລິກາ ແລະ ເອີລົບສະແດງໃຫ້ເຫັນວ່າ ບັນດາພື້ນຖານເສດຖະກິດໃຫຍ່ທີ່ສຸດສືບຕໍ່ຮັກສາທ່າຟື້ນຟູທີ່ຊັກຊ້າ ແລະ ເປັນປົກກະຕິ. ເຖິງຢ່າງໃດກໍ່ຕາມ, ກໍ່ໄດ້ປະກົດມີສັນຍານຈຳນວນໜຶ່ງທີ່ສະແດງໃຫ້ເຫັນວ່າເສດຖະກິດໂລກອາດຈະປະເຊີນໜ້າກັບບັນດາຄວາມສ່ຽງໃຫຍ່ກ່ວາໃນ 6 ເດືອນທ້າຍປີ 2024.

ເສດຖະກິດ ຈີນ: ມີສະຖຽນລະພາບແຕ່ການເຕີບໂຕຊັກຊ້າ

ໃນບົດລາຍງານປະກາດໃນວັນທີ 15 ກໍລະກົດ, ກົມໃຫຍ່ສະຖະຕິແຫ່ງຊາດ ຈີນ (NBS) ໃຫ້ຮູ້ວ່າ ຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງປະເທດນີ້ໃນ 6 ເດືອນຕົ້ນປີເພີ່ມຂຶ້ນ 5%ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2023. ການຟື້ນຟູຂອງຂະແໜງການຜະລິດແມ່ນກຳລັງໜູນຫຼັກແລະ ແມ່ນເສົາຄ້ຳໃຫຍ່ທີ່ສຸດ ໃຫ້ແກ່ການເຕີບໂຕຂອງພື້ນຖານເສດຖະກິດຈີນ, ສ່ວນໜຶ່ງໄດ້ຮັບການຊຸກຍູ້ຍ້ອນຄວາມຕ້ອງການຢ່າງແຮງຈາກພາຍນອກ. ໃນ 6 ເດືອນຕົ້ນປີ, ການຜະລິດອຸດສາຫະກຳເພີ່ມຂຶ້ນ 6%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໄລ່ສະເພາະເດືອນມິຖຸນາຜ່ານມາ, ຕົວເລກນີ້ພຽງແຕ່ເພີ່ມຂຶ້ນ 0,42% ເມື່ອທຽບໃສ່ກັບເດືອນພຶດສະພາ, ແຕ່ເພີ່ມຂຶ້ນ 5,3% ເມື່ອທຽບໃສ່ ເດືອນມິຖຸນາຂອງປີ 2023. ທ່ານນາງ Liu Aihua ໂຄສົກ NBS ໃຫ້ຮູ້ວ່າ:

ເບິ່ງລວມແລ້ວ, ພື້ນຖານເສດຖະກິດຈີນ ມີການເຄື່ອນໄຫວເປັນປົກກະຕິ, ມີຄວາມກ້າວໜ້າສະໝ່ຳສະເໝີ. ການຜະລິດມີການເຕີບໂຕສະໝ່ຳສະເໝີ ແລະ ຄວາມຕ້ອງການຕະຫຼາດສືບຕໍ່ມີການຟື້ນຟູ. ວຽກເຮັດງານທຳ ແລະ ລາຄາໄດ້ຮັກສາເປັນປົກກະຕິໂດຍພື້ນຖານໃນຂະນະທີ່ ລາຍຮັບຂອງປະຊາຊົນສືບຕໍ່ເພີ່ມຂຶ້ນ. ບັນດາກຳລັງໜູນໃນການເຕີບໂຕໃໝ່ມີການພັດທະນາດ້ວຍຄວາມໄວສູງກ່ວາ ແລະ ການພັດທະນາທີ່ມີຄຸນນະພາບສູງກໍ່ບັນລຸຄວາມກ້າວໜ້າໃໝ່.

ເຖິງຢ່າງໃດກໍຕາມ, ຕາມວົງການນັກສັງເກດການແລ້ວ, ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນການເຕີບໂຕຂອງຈີນໃນໄຕມາດທີ II ບັນລຸພຽງ  4,7%, ຫຼຸດລົງເມື່ອທຽບໃສ່ລະດັບ 5,3% ຂອງໄຕມາດທີ I ແລະ ຕ່ຳກ່ວາການຄາດຄະເນກ່ອນນີ້. ການເຕີບໂຕຊັກຊ້າລົງ ໄດ້ເຮັດໃຫ້ມີສັນຍານບໍ່ແນ່ນອນກ່ຽວກັບແງ່ຫວັງເສດຖະກິດໃນ 6 ເດືອນທ້າຍປີນີ້. ທ່ານ Xing Zhaopeng,ນັກຊ່ຽວຊານຄົ້ນຄ້ວາ ຈີນ ຢູ່ທະນາຄານ ANZ, ສາຂາຊຽງໄຮ້ ໃຫ້ຂໍ້ສັງເກດກ່ຽວກັບເລື່ອງ GDP ຈີນ ເພີ່ມຂຶ້ນພຽງແຕ່ 4,7%ໃນໄຕມາດທີ II ເຮັດໃຫ້ຄາດໝາຍ 5%ໃນທັງປີ ປະສົບສິ່ງທ້າທາຍ ຍ້ອນວ່າ ໃນ6ເດືອນທ້າຍປີນີ້ແມ່ນຈຸດເວລາສິນຄ້າສົ່ງອອກຫຼັກແຫຼ່ງຂອງຈີນ ຫຼາຍປະເພດ ປະສົບກັບຮົ້ວກີດຂວາງຈາກລັດທິອາລັກຂາການຄ້າ. ທ່ານ Harry Murphy, ນັກຊ່ຽວຊານດ້ານເສດຖະກິດຂອງ Moody’s Analytics, ກໍ່ຖືວ່າ ຈີນ ຈະຕ້ອງແກ້ໄຂ 2ສິ່ງທ້າທາຍໃຫຍ່ກ່ຽວກັບການໃຊ້ຈ່າຍຂອງຜູ້ບໍລິໂພກ ແລະ ການຊັກຊ້າຂອງຕະຫຼາດອະສັງຫາລິມະຊັບ ເພື່ອສະກັດກັ້ນການເຕີບໂຕຊັກຊ້າລົງໃນ 6 ເດືອນທ້າຍປີນີ້. ດັ່ງນັ້ນ ຈີນສວມບົດບາດແມ່ນກຳລັງໜູນໃນການເຕີບໂຕໃຫຍ່ຂອງໂລກ ແລະ ມີທີ່ຕັ້ງນຳໜ້າການຄ້າສາກົນ, ບັນດາສັນຍານທີ່ບໍ່ແນ່ນອນຈາກພື້ນຖານເສດຖະກິດໃຫຍ່ອັນດັບທີ 2 ໂລກອາດຈະກໍ່ຜົນທະກົບຕໍ່ການເຕີບໂຕທົ່ວໂລກ.

ຄວາມລັ່ງເລໃຈຂອງ Fed

ບັນ​ດາ​ສັນ​ຍານ​ທີ່​ບໍ່​​ແນ່ນອນ​ຈາກ​ເສດ​ຖະ​ກິດ​ໂລກ - ảnh 2ທ່ານ Jerome Powell ປະທານ ທະນາຄານກາງ ອາເມລິກາ (Fed)  (ພາບ: Bloomberg)

ໃນສະພາບການເສດຖະກິດຈີນ ຍັງບໍ່ທັນບັນລຸໄດ້ລະດັບຄືດັ່ງຄວາມຄາດຫວັງ, ຄວາມມຸ່ງຫວັງຂອງວົງການນັກທຸລະກິດເຂົ້າອາເມລິກາ ເຊິ່ງແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີ 1 ຂອງໂລກ ກໍ່ປະສົບກັບບັນດາສັນຍານທີ່ບໍ່ຈະແຈ້ງຈາກບັນດາຜູ້ຄຸ້ມຄອງເສດຖະກິດ ອາເມລິກາ. ກ່າວຄຳເຫັນໃນວາລະອະພິປາຍຕໍ່ສະພາສູງ ອາເມລິກາ ໃນວັນທີ 9 ກໍລະກົດ, ທ່ານ Jerome Powell ປະທານ ທະນາຄານກາງ ອາເມລິກາ (Fed) ໃຫ້ຮູ້ວ່າ ເສດຖະກິດອາເມລິກາ ຄາດຄະເນການເຕີບໂຕເປັນປົກກະຕິຢູ່ລະດັບປະມານ 2%ໃນປີນີ້ແຕ່ຄາດໝາຍນຳໄພເງິນເຟີ້ກັບຄືນລະດັບ 2%ຍັງບໍ່ທັນມີແງ່ຫວັງຈະບັນລຸໄດ້ໂດຍໄວ. ຕາມຜູ້ຕາງ FED ແລ້ວ, ພື້ນຖານເສດຖະກິດ ອາເມລິກາ ຍັງຕ້ອງລໍຄອຍບັນດາຕົວເລກທີ່ດີກ່ວາ ເພື່ອອາດຈະດຳເນີນການຫຼຸດຜ່ອນອັດຕາດອກເບ້ຍ, ສິ່ງທີ່ວົງການນັກລົງທຶນລໍຄອຍແຕ່ຕົ້ນປີ 2024. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ຕາມປະທານ  FED ແລ້ວ, ເສດຖະກິດ ອາເມລິກາ ເລີ່ມຮັບຮູ້ຜົນກະທົບຫຍໍ້ທໍ້ຂອງການຮັກສາອັດຕາດອກເບ້ຍ ຢູ່ລະດັບສູງໃນໄລຍະຍາວເກີນໄປ ຕໍ່ຕະຫຼາດແຮງງານ ແລະ ພື້ນຖານເສດຖະກິດ, ເມື່ອຈຳນວນວຽກເຮັດງານທຳ ໄດ້ສ້າງຂຶ້ນໃໝ່ໃນເດືອນມິຖຸນາ ຊ້າລົງ (206.000), ພ້ອມທັງອັດຕາວາງງານເພີ່ມຂຶ້ນ 4,1%. ດັ່ງນັ້ນທ່ານ Jerome Powell ໃຫ້ຮູ້ວ່າ Fed ຕ້ອງຄິດໄລ່ຊັ່ງຊາ ບັນດາການປ່ຽນແປງຂອງນະໂຍບາຍໃນໄລຍະຈະມາເຖິງຢ່າງລະອຽດ

ຂ້າພະເຈົ້າຈະພະຍາຍາມຫຼີກລ້ຽງການສົ່ງສັນຍານລະອຽດໃດກ່ຽວກັບວັນເວລາຫຼຸດຜ່ອນອັດຕາດອກເບ້ຍ ຍ້ອນວ່າທຸກສິ່ງທຸກຢ່າງຈະອີງຕາມຕົວເລກ. ນອກຈາກນັ້ນ, ສິ່ງທີ່ເກີດຂຶ້ນກັບຕະຫຼາດແຮງງານ ແມ່ນສຳຄັນທີ່ສຸດ ຍ້ອນວ່າພວກຂ້າພະເຈົ້າຖືວ່າ ຖ້າຕະຫຼາດແຮງງານອ່ອນລົງເກີນການຄາດຄະເນ, ນັ້ນອາດຈະແມ່ນສາຍເຫດເພື່ອໂຍະຍານນະໂຍບາຍການເງິນ. ພວກຂ້າພະເຈົ້າພວມຊັ່ງຊາທັງສອງປັດໄຈ.

ເມື່ອແບ່ງປັນຄວາມວິຕົກກັງວົນອື່ນກ່ຽວກັບເສດຖະກິດ ອາເມລິກາ, ທ່ານນາງ Kristalina Georgieva ຜູ້ອຳນວຍການຝ່າຍບໍລິຫານກອງທຶນເງິນຕາສາກົນ (IMF) ໃຫ້ຂໍ້ສັງເກດວ່າ ເຖິງວ່າອາເມລິກາແມ່ນພື້ນຖານເສດຖະກິດໜຶ່ງດຽວໃນກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ G20 ທີ່ມີການເຕີບໂຕຢູ່ລະດັບສູງກ່ວາເມື່ອທຽບໃສ່ກັບໄລຍະກ່ອນເກີດພະຍາດໂຄວິດ - 19, ເລື່ອງອັດຕາໜີ້ສາທາລະນະຂອງປະເທດນີ້ ສືບຕໍ່ເພີ່ມຂຶ້ນແມ່ນປັດໄຈທີ່ເປັນໜ້າວິຕົກກັງວົນໃນໄລຍະຍາວ, ດ່ັງນັ້ນ, ອາເມລິກາຕ້ອງຍາດແຍ່ງຈຸດເວລາເສດຖະກິດມີການເຕີບໂຕເປັນປົກກະຕິໃນປັດຈຸບັນ ເພື່ອຫຼຸດຜ່ອນໜີ້ສາທາລະນະ ແລະ ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່. ເຖິງຢ່າງໃດກໍຕາມ, ກ່ຽວກັບການຫຼຸດຜ່ອນອັດຕາດອກເບ້ຍ, ຜູ້ນຳ IMF ຍັງສະເໜີແນະ ອາເມລິກາ ຄວນຮັກສາອັດຕາດອກເບ້ຍຢູ່ລະດັບສູງຈົດໝົດປີ 2024. ຕາມທ່ານ Tim Oechsner, ນັກຍຸດທະສາດ ກ່ຽວກັບຕະຫຼາດເງິນທຶນຂອງບໍລິສັດການເງິນ Steubing AG (ເຢຍລະມັນ) ແລ້ວ, ຄວາມລັ່ງເລໃຈ ແລະ ບໍ່ຈະແຈ້ງຂອງ FED ໃນວິວັດການຫຼຸດຜ່ອນອັດຕາດອກເບ້ຍ, ຄ້າຍຄືກັນກັບ ຍຸດທະສາດເງິນຕາທີ່ຈຳກັດຢູ່ລະດັບຕ່ຳສຸດຂອງທະນາຄານສູນກາງ ເອີລົບ (ECB) ເຊິ່ງເຮັດໃຫ້ບັນດາຂໍ້ສັງເກດກ່ຽວກັບແງ່ຫວັງເສດຖະກິດໂລກໃນ 6 ເດືອນທ້າຍປີນີ້ຍິ່ງຕ້ອງລະມັດລະວັງກ່ວາ, ເມື່ອຄວາມປະເອີບໃຈກ່ຽວກັບເສດຖະກິດໃນ 6 ເດືອນຕົ້ນປີເລີ່ມມີສັນຍານທີ່ອ່ອນລົງ.

ຕອບກັບ

ຂ່າວ/ບົດ​ອື່ນ