ສົ່ງເສີມການລົງທຶນພັດທະນາເຂດທົ່ງພຽງແມ່ນ້ຳຂອງ

(vovworld) – ”ງານ​ຕະຫຼາດນັດ​ວາງສະ​ແດງ​ຜົນງານ 10 ປີ​ແຫ່ງ​ການ​ສ້າງສາ ​ແລະ ພັດທະນາ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ” ຂອງ​ບັນດາ​ແຂວງ​ໃນ​ເຂດ​ທົ່ງພຽງ​ແມ່ນ້ຳຂອງ ​ເຊິ່ງຈັດ​ຂຶ້ນ​ແຕ່​ວັນ​ທີ 27-30/4 ​ແມ່ນ​ເຫດການ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ສັງຄົມ, ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ທີ່​ສຳຄັນ​ໃນ​ເຂດ. ​ໃນ​ຂອບ​ເຂດ​​ໂຄງການ​, ການເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ລົງທຶນ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ແຮງ​ເພື່ອ​ສືບ​ຕໍ່​ຊຸກຍູ້​ການພັດທະນາ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງຕາມ​ມະຕິ​ເລກທີ 21 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ພັດທະນາ​​ເຂດ​ທົ່ງພຽງ​ແມ່​ນ້ຳຂອງຢ່າງ​ວ່ອງ​ໄວ​ ແລະ​ ໝັ້ນຄົງ.

ສົ່ງເສີມການລົງທຶນພັດທະນາເຂດທົ່ງພຽງແມ່ນ້ຳຂອງ - ảnh 1

ການເກັບກ່ຽວເຂົ້າດ້ວຍເຄື່ອງຈັກຢູ່ແຂວງດົ່ງມາບ

(ພາບ: nhandan.com.vn)

        ການ​ເຄື່ອນ​ໄຫວ​ຕົ້ນ​ຕໍໃນ​ຂອບ​ເຂດຂອງ​ໂຄງການ​ນັ້ນ​ແມ່ນ ຄະນະ​ຊີ້​ນຳ​ທິດຕາ​ເວັນ​ຕົກ​ຂອງ​ພາກ​ໃຕ້​ໄດ້​ສົມທົບ​ກັບ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ, ທະນາຄານ​ລົງທຶນ ​ແລະ ພັດທະນາ​ຫວຽດນາມ, ກະຊວງ​ແຜນການ ​ແລະ​ ລົງທຶນ, ອົງຄະ​ນະ​ພັກ​ກຸ່ມ​ບັນດາ​ວິ​ສາ​ຫະກິດ​ຈັດ​ຕັ້ງ​ກອງ​ປະຊຸມສົ່ງ​ເສີມ​ການ​ລົງທຶນ​ພັດທະນາ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ. ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh, ຫົວໜ້າຄະນະ​ຊີ້​ນຳທິດຕາ​ເວັນ​ຕົກ​ຂອງ​ພາກ​ໃຕ້, ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ, ບັນດາ​ທີ່​ປຶກສາ​ດ້ານ​ການ​ຄ້າ, ຜູ້​ຊ່ຽວຊານ​ດ້ານ​ເສດຖະກິດ​ຂອງ​ຫຼາຍ​ປະ​ເທດ​ຢູ່​ໃນ​ໂລກ ​ແລະ ການ​ນຳ​ບັນດາ​ແຂວງ, ນະຄອນ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ, ພ້ອມ​ກັບ 180 ວິ​ສາ​ຫະກິດ​ທີ່​ດີ​ເດັ່ນ​ທັງ​ຢູ່​ພາຍ​ໃນ ​ແລະ ​ຕ່າງປະ​ເທດ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ. . ກອງ​ປະຊຸມ​ໄດ້​ວາງ​ອອກ​ບັນຫາ​ຄວນ​ຮ່ວມ​ສຳພັນ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ໃນ​ຫຼາຍ​ຂົງ​ເຂດ ​ເພື່ອ​ພັດທະນາ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ. ​ໂດຍ​ຜ່ານ​ການ​ຮ່ວມ​ສຳພັນ​ນີ້, ບັນດາ​ແຂວງ, ນະຄອນ​ໃນ​ເຂດ​ຈະ​ມີ​ບັນດາ​ກົນ​ໄກ, ນະ​ໂຍບາຍ​ຢ່າງ​ເໝາະ​ສົມ ​ເພື່ອ​ດຶງ​ດູດ​ບັນດາ​ໂຄງການ​ລົງທຶນ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ, ​ໃນ​ນັ້ນ​ໃຫ້​ບຸລິ​ມາ​ສິດ​ດຶງ​ດູດ​ການ​ລົງທຶນ​ເຂົ້າ​ບັນດາ​ໂຄງການ​ພັດທະນາ​ອຸດສາຫະກຳ​ຜະລິດ​ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ, ສິນ​ໃນ​ນ້ຳ, ການທ່ອງທ່ຽວ, ການ​ເງິນ, ​ແລະ​ພັດທະນາ​ພື້ນຖານ​ໂຄງ​ລ່າງ… ທ່ານ Tran Bac Ha, ປະທານ​ສະພາ​ບໍລິຫານ​ທະນາຄານ​ລົງທຶນ​ ​ແລະ ​ພັດທະນາຫວຽດນາມ, ​ໃຫ້​ຮູ້​ວ່າ:

        ”​ເພື່ອ​ພັດທະນ​າ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ໃນ​ໄລຍະ​ຈະ​ມາ​ເຖິງ​ຢ່າງ​ແຮງ, ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນຄວນ​ກວດກາ​ແຜນ​ກຳນົດ​, ພິ​ເສດ​ແມ່ນ​ແຜນ​ກຳນົດ​ແຕ່ລະ​ທ້ອງ​ຖີ່​ນ ​ແລະ​ ແຜນ​ກຳນົດ​ໃນ​ທົ່ວ​ເຂດໂດຍ​ໄວ. ກ່ຽວ​ກັບ​ທາງ​ຄົມ​ມະ​ນາ​ຄົມ, ຊົນລະປະທານ, ​ແມ່ນ​ຄວນ​ຍູ້​ແຮງ​ບັນດາ​ໂຄງການ​ຈຸດ​ສູ​ມ… ກໍ່​ສ້າງ, ພັດທະນາ​ເຄື່ອງໝາຍ​ການ​ຄ້າ, ​ເພີ່ມ​ທະວີ​ດຶງ​ດູດ​ການ​ລົງທຶນ​ເຂົ້າ​ບັນດາ​ຂະ​ແໜງ​ທີ່​ມີ​ທ່າ​ແຮງ​ໃນ​ເຂດ .

        ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh ຢັ້ງຢືນ​ວ່າ, ​​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ແມ່ນ​ໜຶ່ງ​ໃນ​ບັນດາ​ເຂດ​ເສດຖະກິດ​ຈຸດ​ສູ​ມຂອງ​ທົ່ວ​ປະ​ເທດ, ດັ່ງ​ນັ້ນ, ພັກ, ລັດຖະບານ​ຈຶ່ງ​ມີ​ຄວາມ​ເອົາ​ໃຈ​ໃສ່​ ​ແລະ ສ້າງ​ເງື່ອນ​ໄຂອຳນວຍ​ຄວາມ​ສະດວກທີ່​ສຸດ​ເພື່ອ​ໃຫ້​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ພັດທະນາ​ພ້ອມ​ກັບ​ບັນດາ​ທ້ອງ​ຖີ່​ນອື່ນໆ​ໃນ​ທົ່ວ​ປະ​ເທດ. ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh ກໍ່​ຊີ້​ນຳ​ໃຫ້​ທ້ອງ​ຖີ່​ນຕ່າງໆ ​ເພີ່ມ​ທະວີ​ວຽກ​ງານ​ວາງ​ແຜ​ນກຳນົດ​ໃຫ້​ແກ່​ລະ​ແຂວງ, ນະຄອນ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເຖິງ​ການວາງ​ແຜນ​ກຳນົດ​ໂຄງ​ລ່າງ​ຄົມມະນາຄົມ, ຊົນລະ​ປະທານ ​ແລະ ການ​ຜະລິດ, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຮ່ວມ​ສຳພັນ, ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖີ່​ນ​ໃນ​ເຂດ ​ແລະ​ກັບ​ທົ່ວ​ປະ​ເທດ, ມຸ່ງ​ໄປ​ເຖິງ​ຮູບ​ແບບ​ພັດທະນາ​ທີ່​ມີ​ລັກສະນະ​ລວມສູນ, ​ເລິກ​ເຊິ່ງ, ​ແລະ​ຮ່ວມ​ສຳພັນ​ສູງ. ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh, ຊີ້​ແຈ້ງວ່າ:

        ”ສູ​ມ​ໃສ່​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ​ໂດຍ​ສະ​ເພາະ​ແມ່ນ​ຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ, ຍູ້​ແຮງ​ການ​ນຳ​ໃຊ້​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ​ໃນ​ບັນດາ​ຂົງ​ເຂດ​ທີ່​ມີ​ລັກສະນະ​ຕັດສິນ​ເຖິງ​ເລື່ອງ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ​ຂອງ​ແຂວງ, ນະຄອນ ​ແລະ​ ທົ່ວ​ເຂດ, ມີ​ການ​ສົມທົບ​ກັນ​ຢ່າງ​​ແໜ້ນ​ແຟ້ນລະຫວ່າງ​ການ​ພັດທະນາ​ເສດຖະກິດ​ກັບ​ບັນດາ​ຂົງ​ເຂດ​ວັດທະນະທຳ, ສາທາລະນະ​ສຸກ, ການ​ສຶກສາ, ​ເບິ່ງ​ແຍງ​ດູ​ແລຊີວິດ​ທາງ​ດ້ານ​ວັດຖຸ ​ແລະ​ຈິດ​ໃຈ​​ໃຫ້​ແກ່ປະຊາຊົນ, ພິ​ເສດ​ແມ່ນຊາວ​ຊົນເຜົ່າ”.

ສົ່ງເສີມການລົງທຶນພັດທະນາເຂດທົ່ງພຽງແມ່ນ້ຳຂອງ - ảnh 2

178 ​ໂຄງການ​ຮຽກຮ້ອງ​ການ​ລົງທຶນເຂົ້າແຂວງ, ນະຄອນ​ໃນ​ເຂດ

(ພາບ: http://mekongfair.com)

        ​ໃນ​ຂອບ​ເຂດ​ໂຄງການ ງານ​ຕະຫຼາດນັດ​ວາງສະ​ແດງ​ຜົນງານ 10 ປີ ​ແຫ່ງ​ການ​ກໍ່ສ້າງ ​ແລະ​ ພັດທະນາ​​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ, ຄະນະ​ຊີ້​ນຳ​ທິດຕາ​ເວັນ​ຕົກ​ຂອງ​ພາກ​ໃຕ້​, ກະຊວງ​ແຜນ​ການ ​ແລະ​ ການ​ລົງທຶນ ​ແລະ​ ບັນດາ​ແຂວງ, ນະຄອນ​ໃນ​ເຂດ ​ໄດ້​ປະກາດ 178 ​ໂຄງການ​ໃໝ່​ທີ່​ຮຽກຮ້ອງ​ນັກ​ລົງທຶນ ດ້ວຍ​ຍອດ​ຈຳນວນ​ທຶນກວ່າ 171 ຕື້​ດົ່ງ ​ແລະ 1,5 ຕື້​ USD. ບັນດາ​ແຂວງ​ໃນເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ຍັງ​ແຈ້ງ​ໃຫ້​ຮູ້​ບັນດາ​ກົນ​ໄກ, ນະ​ໂຍບາຍ​ສະດວກ​ສະບາຍ, ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ​ທັງ​ຢູ່​ພາຍ​ໃນ ​ແລະ​ ຕ່າງປະ​ເທດ​ເຂົ້າ​ມາ​ລົງທຶນ. ທ້ອງ​ຖີ່​ນຕ່າງໆ​ກໍ່​ອອກ​ໜັງສື​ອະນຸຍາດ​​ໃຫ້​ເຄື່ອນ​ໄຫວລົງທຶນ​ຢູ່​ເຂດ​ນີ້ 21 ​ໂຄງການ​, ດ້ວຍ​ຍອດ​ຈຳນວນ​ທຶນ​ປະມານ 3.500 ຕຶ້ດົ່ງ.

ມາ​ຮອດ​ປະຈຸ​ບັນ, ຜ່ານ 10 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ເລກທີ 21 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ພັດທະນາເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ຢ່າງ​ວ່ອງ​ໄວ ​ແລະ​ ໝັ້ນຄົງ​ນັ້ນ, ​ເຂດ​ເສດຖະກິດ​ຈຸດ​ສູ​ມນີ້​ສາມາດ​ບັນລຸ​ໄດ້ຜົນ​ງານ​ອັນ​ໃຫຍ່​ຫຼວງ​ຫຼາຍ​ຢ່າງ​ໃນ​ຂົງ​ເຂດ​ຕ່າງໆ ດ້ວຍ​ລະດັບ​ເຕີບ​ໂຕ​ດ້ານ​ເສດຖະກິດ​ສະ​ເລ່ຍ​ໃນ​ທົ່ວ​ເຂດ​ບັນລຸ​ເກືອບ 12%. ບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ລົງທຶນ​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ໃນ​ຊຸມ​ມື້​ມໍ່ໆ​ມາ​ນີ້ ຈະ​ສືບ​ຕໍ່​ປະກອບສ່ວນຊຸກຍູ້​ການ​ພັດທະນາ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ຢ່າງ​ໝັ້ນຄົງ.

 

ຕອບກັບ

ຂ່າວ/ບົດ​ອື່ນ